ການລ້ຽງສັດເປັນຟາມ ໜຶ່ງໃນທ່າແຮງຫຼັກຂອງແຂວງເຊກອງ

ການລ້ຽງສັດເປັນຟາມ ໜຶ່ງໃນທ່າແຮງຫຼັກຂອງແຂວງເຊກອງ

ການລ້ຽງສັດເປັນຟາມ ໜຶ່ງໃນທ່າແຮງຫຼັກຂອງແຂວງເຊກອງ
ການລ້ຽງສັດເປັນຟາມຢູ່ແຂວງເຊກອງ ໜຶ່ງໃນທ່າແຮງຫຼັກ ສາມາດຕອບສະໜອງດ້ານສະບຽງອາຫານພາຍໃນ ແລະ ສົ່ງອອກຕ່າງແຂວງ ສາມາດສ້າງວຽກເຮັດງານທຳໃຫ້ປະຊາຊົນພາຍໃນທ້ອງຖິ່ນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງເປັນຢ່າງດີ.

 

ການລຽງສດເປນຟາມ ໜງໃນທາແຮງຫກຂອງແຂວງເຊກອງ - image 1
 

 

ທ່ານ ປອ ຄຳໄລ ປັນຍາຄູນ ອາດີດຮອງເຈົ້າເມືອງລະມາມ ແຂວງເຊກອງ ຜູ້ຊີ້ນໍາຂົງເຂດເສດຖະກິດ ປະທານທີ່ປຶກສາກຸ່ມບໍລິສັດ ສອນ ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນໃນວັນທີ 27 ສິງຫານີ້ ທີ່ແຂວງເຊກອງ ກ່ຽວກັບຕົວແບບການລ້ຽງສັດເປັນຟາມ ແລະ ການດໍາເນີນທຸລະກິດຂອງກຸ່ມບໍລິສັດ ສອນ ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ຊຶ່ງເປັນຕົວແບບໃນການລ້ຽງສັດເປັນຟາມ.

ທ່ານ ປອ ຄຳໄລ ປັນຍາຄູນ ໄດ້ເລົ່າຄືນຄວາມເປັນມາການສ້າງຕັ້ງນັບແຕ່ຍົກຍ້າຍລົງມາຢູ່ເມືອງລະມາມໃນປີ 1996; ນັບແຕ່ປີ 1997 ຫາ 2007 ປະກອບອາຊີບຕໍ່າສິ້ນຊົນເຜົ່າກຣຽງ, ຕົ້ມເຫຼົ້າຂາວ, ຂາຍເຄື່ອງຍ່ອຍ, ຊື້-ຂາຍເຂົ້າສານສົ່ງໃຫ້ພະແນກການແຂວງ-ເມືອງ; ນັບແຕ່ປີ 2008-2021 ໄດ້ຂາຍເຄື່ອງກໍ່ສ້າງ ແລະ ໄດ້ສ້າງຕັ້ງບໍລິສັດກໍ່ສ້າງເຄຫາສະຖານ, ບໍລິສັດກໍ່ສ້າງຂົວທາງ, ບໍລິສັດຊົນລະປະທານ, ບໍລິສັດສໍາຫຼວດອອກແບບ-ຂົວທາງເຄຫາສະຖານ ແລະ ການຄ້າຂາອອກ-ຂາເຂົ້າສິນຄ້າໄປຕ່າງປະເທດ; ມາຮອດປີ 2022 ທະນາຄານນະໂຍບາຍສາຂາແຂວງອັດຕະປື ແລະ ສຳນັກງານໃຫຍ່ໄດ້ເຂົ້າມາປຸກລະດົມ ແລະ ໄດ້ອອກຂໍ້ຕົກລົງເລກທີ 399/ທນບ, ລົງວັນທີ 7 ມີນາ 2022 ມອບໃຫ້ບໍລິສັດເຂົ້າມາພື້ນຟູຟາມໃນເນື້ອທີ່ 105 ເຮັກຕາ, ຕໍ່ມາທ່ານເຈົ້າແຂວງເຊກອງອອກຂໍ້ຕົກລົງເລກທີ 22/ຊກ, ລົງວັນທີ 13 ມັງກອນ 2023 ອະນຸມັດໃຫ້ກຸ່ມບໍລິສັດປັບປຸງສ້ອມແປງ-ກໍ່ສ້າງຟາມຄືນໃໝ່ ຕັ້ງຢູ່ບ້ານໂນນໜອງຫວ້າ ມີອາຄານລ້ຽງໝູທັງໝົດ 6 ຫຼັງ, ລ້ຽງໄກ່ 5 ຫຼັງ, ລ້ຽງໄກ່ໄຂ່ 1 ຫຼັງ, ສາງເກັບມ້ຽນອາຫານ 1 ຫຼັງ ແລະ ໂຮງງານຜະລິດອາຫານສັດ 1 ຫຼັງ, ເຮືອນພັກພະນັກງານ 1 ຫຼັງ ແລະ ຟາມລ້ຽງໝູພໍ່-ແມ່ພັນຢູ່ບ້ານໜອງບົງ ມີເນື້ອທີ່ 19 ເຮັກຕາ, ມີອາຄານໝູພໍ່-ແມ່ພັນ 5 ຫຼັງ, ມີເຮືອນພັກພະນັກງານ 1 ຫຼັງ ມີພະນັກງານທັງໝົດ 45 ຄົນ, ຊ່ຽວຊານຈາກປະເທດໄທ 3 ຄົນ ແລະ ຂະແໜງການລ້ຽງສັດລົງມາຊ່ວຍຊຸກຍູ້ 3 ຄົນ, ມີພະນັກງານບໍລິຫານ, ພະນັກງານຂາຍສັດ, ມີຄົນງານລ້ຽງສັດ ແລະ ມີຜູ້ອຳ ນວຍການກຸ່ມບໍລິສັດລົງເລິກໂດຍກົງ.

ທ່ານ ປອ ຄຳໄຫຼ ປັນຍາຄູນ ກ່າວໃຫ້ຮູ້ອີກວ່າ: ນັບແຕ່ປີ 2022-2025 ພວກເຮົາໄດ້ສົ່ງອອກ-ຈໍາໜ່າຍຜະລິດຕະພັນໃຫ້ຕະຫຼາດພາຍໃນແຂວງ ແລະ ຕະຫຼາດແຂວງສະຫວັນນະເຂດ, ນະຄອນຫຼວງວຽງຈັນ, ຊຽງຂວາງ, ຈຳປາສັກ, ອັດຕະປື ແລະ ແຂວງບໍ່ແກ້ວ ຊຶ່ງມີໝູພັນຊີ້ນ 87,840 ໂຕ, ໄກ່ສາມສາຍພັນ 80,000 ໂຕ, ໄກ່ລາດ 480,000ໂຕ, ໄກ່ພັນໄຂ່ 16,000ໂຕ, ໄຂ່ໄກ່ 7,956,000 ໜ່ວຍ ລວມຍອດຂາຍ 302 ຕື້ກ່ວາກີບໃນ 3 ປີ.

ການລຽງສດເປນຟາມ ໜງໃນທາແຮງຫກຂອງແຂວງເຊກອງ - image 2
 

ປັດຈຸບັນຍັງສືບຕໍ່ລ້ຽງໝູພັນ 7,272 ໂຕ, ໝູພໍ່ພັນ 10 ໂຕ, ໝູແມ່ພັນ 500 ໂຕ, ລູກໝູເກີດໃໝ່ 1,830 ໂຕຕໍ່ 3 ເດືອນເທົ່າກັບ 5,490 ໂຕ, ໄກ່ສາມສາຍພັນ 30,000 ໂຕ, ໄກ່ລາດ 12,000 ໂຕ, ໄກ່ພັນໄຂ່ 4,000 ໂຕ ລວມໝູ ແລະ ໄກ່ທັງໝົດ 61,102 ໂຕ ສາມາດສະໜອງຄວາມຕ້ອງການຂອງຕະຫຼາດພາຍໃນໄດ້ຢ່າງພຽງ ພໍ ຫຼຸດຜ່ອນການນໍາເຂົ້າສັດຈາກຕ່າງແຂວງ ແລະ ຕ່າງປະເທດ ເພື່ອແກ້ໄຂວິກິດການທາງດ້ານເສດຖະກິດ-ການເງິນພາຍໃນແຂວງ ຕາມວາລະແຫ່ງຊາດໄດ້ກຳນົດໄວ້ ສາມາດສ້າງອາຊີບ ສ້າງວຽກເຮັດງານທຳໃຫ້ປະຊາຊົນພາຍໃນທ້ອງຖິ່ນ ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ແລະ ພວກເຮົາມີຄວາມຕ້ອງການຫົວ ອາຫານສໍາເລັດຮູບໃນໜຶ່ງປີຈໍານວນ 7,700,400 ໂຕນ/ປີ ເພື່ອສືບຕໍ່ລ້ຽງສັດ ແລະ ທຶນເພື່ອມາຈັດຊື້ອຸປະກອນຂະຫຍາຍຟາມເປັນເງິນ 102,164,094,450 ຕື້ກີບ ແລະ ອື່ນໆ. ຂໍ້ສະດວກມີພື້ນທີ່ລ້ຽງສັດທີ່ພຽງພໍ, ມີສິ່ງປຸກສ້າງ-ອາຄານລ້ຽງສັດ, ເຮືອນພັກພະນັກງານ, ມີທຶນຮອນຂອງບໍລິສັດ, ມີພະນັກງານຄົນລາວ, ຊ່ຽວຊານລ້ຽງສັດ, ມີພາຫະນະ-ອຸປະກອນຮັບໃຊ້ໂຄງການຢ່າງຄົບຖ້ວນ ແລະ ທະນາຄານນະໂຍບາຍ, ເຈົ້າເມືອງ, ຂະແໜງການທີ່ກ່ຽວຂ້ອງເອົາໃຈໃສ່ຢ່າງໃກ້ຊິດໃນການຕິດຕາມ, ຊຸກຍູ້ຟາມລ້ຽງສັດ, ແນະນໍາວິທີການຈັດຕັ້ງປະຕິບັດໃນການປົກປັກຮັກສາການລ້ຽງສັດຢ່າງຕໍ່ເນື່ອງ. ໃນອະນາຄົດ ຈະສືບຕໍ່ຂະຫຍາຍເນື້ອທີ່ ແລະ ສັດລ້ຽງເພື່ອຕອບສະໜອງດ້ານສະບຽງອາຫານໃຫ້ມີຄວາມຍືນຍົງ ແລະ ສ້າງຄວາມເຂັ້ມແຂງໃຫ້ປະເທດຊາດ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ