![]() |
ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ; ທ່ານ ວັນໄຊ ພອງສະຫວັນ ເລຂາຄະນະພັກແຂວງ, ເຈົ້າແຂວງໆ ຄຳມ່ວນ; ທ່ານ ທອງລີ ສີສຸລິດ ເລຂາທິການໃຫຍ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ; ທ່ານ ບຸນເຖິງ ດວງສະຫວັນ ຮອງປະທານຄະນະກຳມະການສົ່ງເສີມແລະຄຸ້ມຄອງການລົງທຶນ; ທ່ານ ໄຊຊະນະ ສີດທິພອນ ຮອງລັດຖະມົນຕີກະຊວງເຕັກໂນໂລຊີແລະການສື່ສານ ແລະ ບັນດາທ່ານການນຳອື່ນໆ ໄດ້ໃຫ້ກຽດເຂົ້າຮ່ວມງານ ແລະ ເປັນສັກຂີພິຍານໃນພິທີເຊັນສັນຍາຮ່ວມມືອີກດ້ວຍ.
ພາກລັດ ແລະ ພາກວິສາຫະກິດ ຮ່ວມແຮງຮ່ວມໃຈກັນ, ສ້າງດິນແດນເນີນສູງໃໝ່ຂອງຕົວແບບນິຄົມອຸດສາຫະກຳລາວ
![]() |
ທ່ານ ມະໄລທອງ ກົມມະສິດ ໄດ້ເນັ້ນໜັກວ່າ ເກືອໂປຕາສບໍ່ພຽງແຕ່ເປັນຊັບພະຍາກອນແຮ່ທາດເທົ່ານັ້ນ, ແຕ່ຍັງເປັນບູລິມະສິດຂອງຊາດ ແລະ ເປັນພື້ນຖານຂອງຍຸດທະສາດການຫັນປ່ຽນອຸດສາຫະກຳຂອງປະເທດ. ເປົ້າໝາຍຂອງພວກເຮົາບໍ່ພຽງແຕ່ແມ່ນການຂຸດຄົ້ນ ແລະ ສົ່ງອອກເທົ່ານັ້ນ, ແຕ່ຍັງແມ່ນການຫັນປ່ຽນຊັບພະຍາກອນທີ່ສຳຄັນນີ້ໃຫ້ກາຍເປັນຜະລິດຕະພັນອຸດສາຫະກຳທີ່ມີມູນຄ່າເພີ່ມສູງ, ສ້າງວຽກເຮັດງານທຳ, ເພີ່ມລາຍຮັບ, ສ້າງພື້ນຖານໂຄງລ່າງທີ່ທັນສະໄໝ ແລະ ປັບປຸງສະຫວັດດີການທາງສັງຄົມໃຫ້ແກ່ປະເທດ. ເພື່ອບັນລຸວິໄສທັດດັ່ງກ່າວໃຫ້ກາຍເປັນຄວາມຈິງ, ລັດຖະບານໄດ້ປະກາດດຳລັດວ່າດ້ວຍນິຄົມອຸດສາຫະກຳ ອາຊີໂປຕາສ ທີ່ມີຄວາມໝາຍເປັນສີລາຈາລຶກໃນປີນີ້, ໂດຍໄດ້ສ້າງຕັ້ງຂອບນະໂຍບາຍສົ່ງເສີມທີ່ໜ້າສົນໃຈ ແລະ ມີກໍາລັງແຮງແຂ່ງຂັນທີ່ສຸດໃນລາວ. ນອກເໜືອໄປຈາກນະໂຍບາຍສົ່ງເສີມພິເສດດ້ານອາກອນຕ່າງໆ, ນິຄົມອຸດສາຫະກຳ ອາຊີໂປຕາສ ຍັງໄດ້ຮັບຜົນປະໂຫຍດຈາກທີ່ຕັ້ງທີ່ເປັນເອກະລັກສະເພາະຂອງມັນຢູ່ແຂວງຄຳມ່ວນ. ລັດຖະບານບໍ່ພຽງແຕ່ກໍ່ສ້າງນິຄົມອຸດສາຫະກຳເທົ່ານັ້ນ, ແຕ່ຍັງສ້າງເປັນສູນກາງດ້ານໂລຈິສະຕິກຍຸດທະສາດຢູ່ຈຸດຕັດກັນຂອງແລວເສດຖະກິດຕາເວັນອອກ-ຕາເວັນຕົກ. ໂຄງການທາງລົດໄຟໃໝ່ທີ່ກຳລັງຈະກໍ່ສ້າງ ຈະເຊື່ອມຕໍ່ໂດຍກົງກັບພາກຕາເວັນອອກສຽ່ງເໜືອຂອງປະເທດໄທ, ພາກກາງຂອງລາວ ແລະ ທ່າເຮືອນ້ຳເລິກ ວຸ້ງອ່າງ ຂອງຫວຽດນາມ, ດັ່ງ ນັ້ນຈຶ່ງສ້າງເປັນແລວທາງການຄ້າການຂົນສົ່ງຫຼາຍຮູບແບບທີ່ລຽບງ່າຍຈາກຈຸດໃຈກາງຂອງອາຊຽນໄປສູ່ຕະຫຼາດໂລກ. ໃນນາມລັດຖະບານລາວ, ທ່ານ ມະໄລທອງ ກົມມະສິດ ໄດ້ເຊື້ອເຊີນນັກທຸລະກິດ ແລະ ນັກລົງທຶນຈີນໃຫ້ມາລົງທຶນ ແລະ ພັດທະນາໃນລາວດ້ວຍຄວາມກະຕືລືລົ້ນ ແລະ ຮັກສາສິ່ງແວດລ້ອມ. ທ່ານກ່າວວ່າ ລັດຖະບານລາວຈະເຮັດວຽກຮ່ວມກັບນັກທຸລະກິດ ແລະ ນັກລົງທຶນ ເພື່ອບັນລຸຕ່າງຝ່າຍຕ່າງມີຜົນປະໂຫຍດໃນສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ.
![]() |
ທ່ານ ວັນໄຊ ພອງສະຫວັນ ໄດ້ເນັ້ນໜັກວ່າ ແຂວງຄຳມ່ວນມີຄວາມອຸດົມສົມບູນໄປດ້ວຍຊັບພະຍາກອນແຮ່ທາດ ແລະ ມີວິໄສທັດການພັດທະນາທີ່ຈະກາຍເປັນເຂດອຸດສາຫະກຳທີ່ທັນສະໄໝ ແລະ ເປັນຖານອຸດສາຫະກຳປຸງແຕ່ງພະລັງງານ ແລະ ແຮ່ທາດທີ່ສຳຄັນຂອງຊາດ. ໂຄງການລົງທຶນໃໝ່ນີ້ຈະສ້າງແຮງກະຕຸ້ນທີ່ເຂັ້ມແຂງໃຫ້ແກ່ການສ້າງລາຍຮັບໃນອະນາຄົດໃຫ້ແກ່ລັດຖະບານ ແລະ ທ້ອງຖິ່ນ. ໃນນາມຕາງໜ້າອົງການປົກຄອງແຂວງຄຳມ່ວນ, ທ່ານ ວັນໄຊ ພອງສະຫວັນ ໄດ້ເຊື້ອເຊີນນັກລົງທຶນໂດຍກ່າວວ່າ ອົງການປົກຄອງແຂວງຄຳມ່ວນຈະສ້າງເງື່ອນໄຂ ແລະ ຄວາມສະດວກສະບາຍທີ່ດີທີ່ສຸດສຳລັບການລົງທຶນພາຍໃນຂອບກົດໝາຍຂອງລາວ, ຮັບປະກັນວ່ານັກລົງທຶນມີສະພາບແວດລ້ອມການລົງທຶນທີ່ປອດໄພ ແລະ ໜ້າເຊື່ອຖື ແລະ ເຮັດວຽກຮ່ວມກັບນັກລົງທຶນເພື່ອພັດທະນາ, ຂະຫຍາຍຕະຫຼາດ ແລະ ສ້າງໂອກາດທາງທຸລະກິດ.
“ການຍົກລະດັບຕ່ອງໂສ້ອຸດສາຫະກໍາ” ໄດ້ຊຸກຍູ້ “ຕ່ອງໂສ້ມູນຄ່າໃຫ້ກ້າວກະໂດດ”
![]() |
ທ່ານ ນາງ ຫຼິວ ປີງຢ່ຽນ ກໍາມະການສະພາບໍລິຫານ, ປະທານ ບໍລິສັດ ອາຊີ-ໂປຕາສ ສາກົນ ກ່າວວ່າ: ປັດຈຸບັນໂຄງການສົ່ງເສີມການລົງທຶນໄລຍະໜຶ່ງ ຂອງ ນິຄົມອຸດສາຫະກໍາ ອາຊີ-ໂປຕາສ ໄດ້ຈັດຕັ້ງປະຕິບັດ ແລະ ດໍາເນີນການຜະລິດຢ່າງຕໍ່ເນື່ອງ, ບັນດາວິສາຫະກິດທີ່ມີຄຸນນະພາບໃນແຖວໜ້າ ໄດ້ເຂົ້າມາເຕົ້າໂຮມໃນນິຄົມອຸດສາຫະກຳຢ່າງວ່ອງໄວແລະ ຜົນສະທ້ອນທາງບວກຈາກການລວມຕົວຂອງກຸ່ມອຸດສາຫະກຳ ກໍປະກົດໃຫ້ເຫັນເປັນກ້າວໆ, ຜົນສໍາເລັດເຫຼົ່ານີ້ມາຈາກການເອົາໃຈໃສ່ ແລະ ການສະໜັບສະໜູນໃນໄລຍະຍາວຂອງພາກລັດຂັ້ນສູນກາງ ແລະ ຂັ້ນແຂວງ ແລະ ບັນດາທ່ານການນຳອື່ນໆໃນທຸກຂັ້ນ. ໃນອະນາຄົດ, ບໍລິສັດມຸ່ງໝັ້ນທີ່ຈະຮ່ວມມືກັນກັບລັດຖະບານ ແລະ ປະຊາຊົນລາວ, ເຕົ້າໂຮມຊັບພະຍາກອນທີ່ມີປະໂຫຍດສູງສຸດຢ່າງຕໍ່ເນື່ອງ, ນຳສະເໜີວິສາຫະກິດທີ່ດີທີ່ສຸດແລະ ໃຫ້ການສະໜັບສະໜູນທີ່ສົມບູນແບບທີ່ສຸດ ເພື່ອສ້າງນິຄົມອຸດສາຫະກຳ ອາຊີໂປຕາສ ໃຫ້ກາຍເປັນກຸ່ມອຸດສາຫະກຳເຄມີເກືືອໂປຕາສລະດັບສູງທີ່ມີກໍາລັງແຮງນແຂ່ງຂັນສູງໃນພາກພື້ນອາຊຽນ, ຊຸກຍູ້ການຫັນເປັນອຸດສາຫະກຳຂອງລາວ ແລະ ເພີ່ມແຮງກະຕຸ້ນທີ່ແທ້ຈິງເຂົ້າໃນການພັດທະນາເສດຖະກິດຂອງລາວໃນທ່າມກາງການຫັນປ່ຽນ ແລະ ຍົກລະດັບຂອງລະບົບຕ່ອງໂສ້ອຸດສາຫະກຳທົ່ວໂລກ.
![]() |
ທ່ານ ເຈິງ ໂຢວແຢ ກໍາມະການບໍລິຫານ, ຮອງປະທານ ບໍລິສັດ ອາຊີ-ໂປຕາສ ສາກົນ ໄດ້ແນະນໍາໂດຍລວມປະຫວັດການພັດທະນາ, ຄວາມຄືບໜ້າຂອງໂຄງການ ແລະ ແຜນການພັດທະນາໃນອະນາຄົດຂອງນິຄົມອຸດສາຫະກຳ ອາຊີໂປຕາສ. ທ່ານ ເຈິງ ໂຢວແຢ ກ່າວວ່າ ໂຄງການອຸດສາຫະກຳທີ່ນຳສະເໜີໃນຄັ້ງນີ້ ມີລັກສະນະໂດດເດັ່ນໂດຍການປຸງແຕ່ງອຸດສາຫະກຳທີ່ເລິກເຊິ່ງກວ່າ, ມູນຄ່າເພີ່ມຂອງຜະລິດຕະພັນທີ່ສູງຂຶ້ນ, ການປະສານງານກັນທາງອຸດສາຫະກຳທີ່ແໜ້ນແຟ້ນກວ່າ ແລະ ນະວັດຕະກຳເຕັກໂນໂລຊີທີ່ກວ້າງຂວາງຫຼາຍ. ໃນອະນາຄົດ, ໂຄງການເຫຼົ່ານັ້ນຈະສົ່ງເສີມການປັບປຸງປະສິດທິພາບການຜະລິດໂດຍລວມ, ຫຼຸດຕົ້ນທຶນການຜະລິດ ແລະ ເສີມຂະຫຍາຍຜົນປະໂຫຍດຮ່ວມກັນຂອງວິສາຫະກິດທັງໝົດໃນນິຄົມອຸດສາຫະກຳ. ປັດຈຸບັນ, ນິຄົມອຸດສາຫະກໍາໄດ້ມີທ່າແຮງຫຼັກ 6 ປະການ ໄດ້ແກ່: ຂະໜາດ, ຕົ້ນທຶນ, ທີ່ຕັ້ງ, ສິ່ງປະກອບຄົບຊຸດ, ຕະຫຼາດ ແລະ ນະໂຍບາຍ. ດ້ວຍການສະໜັບສະໜູນຈາກລັດຖະບານລາວ, ບໍລິສັດ ອາຊີ-ໂປຕາສ ສາກົນ ຈະສ້າງສະພາບແວດລ້ອມການພັດທະນາທີ່ໝັ້ນຄົງ ແລະ ມີປະສິດທິພາບຫຼາຍຂຶ້ນສຳລັບວິສາຫະກິດ ແລະ ປະກອບສ່ວນຄວາມເຂັ້ມແຂງດ້ານອຸດສາຫະກຳເພື່ອເສີມຂະຫຍາຍຄູ່ຮ່ວມຊະຕາກໍາ ລາວ-ຈີນ!
ເມື່ອຄູ່ຮ່ວມມື ຮ່ວມແຮງກັນກ້າວເດີນ, ຂໍ້ໄດ້ປຽບຂອງລະບົບນິເວດຮ່ວມມືກໍຍິ່ງໂດດເດັ່ນຂຶ້ນ
ດ້ວຍການເພີ່ມຂຶ້ນຂອງທັງປະລິມານ ແລະ ຄຸນນະພາບຂອງວິສາຫະກິດທີ່ເຂົ້າມາໃນນິຄົມອຸດສາຫະກຳ, ລະບົບນິເວດດ້ານການປະສານຮ່ວມມືຂອງນິຄົມອຸດສາຫະກໍາ ອາຊີໂປຕາສ ກໍາລັງໄດ້ຮັບການປ່ອຍຕົວອອກຢ່າງວ່ອງໄວ. ໃນກອງປະຊຸມປະຊາສໍາພັນສົ່ງເສີມການລົງທຶນນີ້, ຕົວແທນຂອງວິສາຫະກິດທີ່ເຂົ້າມາໃນນິຄົມອຸດສາຫະກຳ ແລະ ຕົວແທນຂອງສະຖາບັນການເງິນຫຼາຍແຫ່ງໄດ້ກ່າວຄຳປາໄສຢ່າງກະຕືລືລົ້ນ, ໂດຍຢືນຢັນຢ່າງສູງຕໍ່ທ່າແຮງ “ການພັດທະນາເປັນກຸ່ມ” ທີ່ສ້າງຂຶ້ນໂດຍນິຄົມອຸດສາຫະກຳ ແລະ ສະແດງຄວາມມຸ່ງໝັ້ນຢ່າງຈິງຈັງໃນການສືບຕໍ່ໃຫ້ການສະໜັບສະໜູນຢ່າງຮອບດ້ານແກ່ ບໍລິສັດ ອາຊີ-ໂປຕາສ ສາກົນ ແລະ ວິສາຫະກິດຕ່າງໆໃນນິຄົມອຸດສາຫະກຳ ແລະ ຈະພ້ອມກັນສົ່ງເສີມການປະສານຮ່ວມມືກັນດ້ານອຸດສາຫະກຳ ແລະ ການເພີ່ມມູນຄ່າ.
![]() |
ຜົນງານອັນອຸດົມສົມບູນທີ່ບັນລຸໄດ້ໃນກອງປະຊຸມຄັ້ງນີ້ແມ່ນອີງໃສ່ການສອດຄ່ອງຢ່າງຊັດເຈນລະຫວ່າງທ່າແຮງດ້ານອຸດສາຫະກໍາຂອງຈີນກັບແຫຼ່ງຊັບພະຍາກອນຂອງລາວ ແລະເປັນຕົວແທນຂອງການປະຕິບັດແບບໃໝ່ຂອງການຮ່ວມມືດ້ານອຸດສາຫະກໍາພາຍໃຕ້ຂອບຄູ່ຮ່ວມຊະຕາກໍາ ລາວ-ຈີນ. ນີ້ແນ່ນອນວ່າຈະກາຍເປັນສີລາຈາລຶກສໍາຄັນໃນປະຫວັດສາດການຮ່ວມມືດ້ານອຸດສາຫະກໍາລະຫວ່າງສອງປະເທດ. ແຜນຜັງການພັດທະນາສຳລັບນິຄົມອຸດສາຫະກຳ ອາຊີ-ໂປຕາສ 2.0 ແມ່ນສອດຄ່ອງກັບເສັ້ນທາງການເຕີບໂຕທາງເສດຖະກິດທີ່ມີປະສິດທິພາບ ແລະ ການພັດທະນາແບບຍືນຍົງທີ່ໄດ້ລະບຸໄວ້ໃນ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີⅩຂອງ ສປປ ລາວ. ພາຍໃຕ້ການຊີ້ນຳນໍາພາຂອງພັກ ແລະ ລັດຖະບານ ໃນການປັບປຸງສະພາບແວດລ້ອມການລົງທຶນຢ່າງຕໍ່ເນື່ອງ ແລະ ເສີມສ້າງການດຶງດູດການລົງທຶນຈາກຕ່າງປະເທດ, ອາຊີ-ໂປຕາສ ສາກົນ ໃນນາມເປັນວິສາຫະກິດທີ່ໄດ້ມາດຕະຖານ ແລະ ມີນິຄົມອຸດສາຫະກຳເປັນຕົວແບບ, ຄາດວ່າຈະຊ່ວຍລາວເຕີມເຕັມຊ່ອງຫວ່າງໃນຂົງເຂດທີ່ກ່ຽວຂ້ອງ, ສົ່ງເສີມອຸດສາຫະກຳຂອງລາວຢ່າງມີປະສິດທິພາບ ແລະ ປະກອບສ່ວນເຂົ້າໃນເປົ້າໝາຍຍຸດທະສາດຂອງລາວໃນການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ແລະ ເສີມສ້າງໃຫ້ເສດຖະກິດມີຄວາມຍືດຍຸ່ນ.






ຄໍາເຫັນ