![]() |
ການວາງກະຕ່າດອກໄມ້ດັ່ງກ່າວ ເພື່ອສະແດງຄວາມເຄົາລົບຮັກ ແລະ ກະຕັນຍູໃນບຸນຄຸນອັນຍິ່ງໃຫຍ່ຂອງປະທານ ສຸພານຸວົງ ຜູ້ນຳປະຕິວັດຜູ້ດີເດັ່ນ ແລະ ເປັນປະທານປະເທດຄົນທໍາອິດຂອງ ສປປ ລາວ, ຜູ້ທີ່ໄດ້ອຸທິດຕະຫຼອດຊີວິດ ເພື່ອພາລະກິດການຄໍ່ສູ້ປົດປ່ອຍຊາດ ແລະ ການສ້າງສາພັດທະນາປະເທດ. ຕະຫຼອດເສັ້ນທາງການປະຕິວັດ ປະທານ ສຸພານຸວົງ ໄດ້ສະແດງໃຫ້ເຫັນເຖິງຄວາມຮັກຊາດ, ຄວາມກ້າຫານ, ເສຍສະຫຼະເພື່ອຜົນປະໂຫຍດຂອງປະເທດຊາດ ແລະ ປະຊາຊົນ. ການຈັດພິທີໃນຄັ້ງນີ້ ບໍ່ພຽງແຕ່ເປັນການສະແດງຄວາມກະຕັນຍູຮູ້ບຸນຄຸນ ແລະ ຄວາມເຄົາລົບອັນສູງສົ່ງຕໍ່ຄຸນງາມຄວາມດີຂອງປະທານ ສຸພານຸວົງ ແຕ່ຍັງເປັນການສືບສານມູນເຊື້ອການປະຕິວັດ, ປຸກລະດົມຈິດໃຈຮັກຊາດ ແລະ ເສີມສ້າງຄວາມສາມັກຄີໃນໝູ່ຄະນະພັກ, ພະນັກງານ-ສະມາຊິກພັກ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ເພື່ອຮ່ວມກັນສ້າງສາພັດທະນາປະເທດຊາດກໍຄື ແຂວງຄໍາມ່ວນໃຫ້ຈະເລີນຮຸ່ງເຮືອງຍິ່ງໆ ຂຶ້ນ.
ຂ່າວ : ມະນີວັນ

ຄໍາເຫັນ