ການນຳກະຊວງ ຮສສ ເຄື່ອນໄຫວຢ້ຽມຢາມ ໂຮງງານ 2 ແຫ່ງ

ການນຳກະຊວງ ຮສສ ເຄື່ອນໄຫວຢ້ຽມຢາມ ໂຮງງານ 2 ແຫ່ງ
ທ່ານ ນາງ ແກ້ວ ຈັນທະວີໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ໂຮງງານຕັດຍິບ ລາວຢາມາກິ ຈຳກັດ ແລະ ໂຮງງານໂກລິງລາວ ຈຳກັດ ໃນວັນທີ 28 ເມສາ ນີ້ ທີ່ບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໃນການລົງເຄື່ອນໄຫວໃນຄັ້ງນີ້ ກໍເພື່ອເປັນການພົບປະກັບຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ,

 ເນື່ອງໃນໂອກາດວັນກຳມະກອນສາກົນ 1 ພຶດສະພາ 2025 ຄົບຮອບ 139 ປີ ທີ່ຈະມາເຖິງນີ້ ແນໃສ່ຊຸກຍູ້, ສົ່ງເສີມ ເຮັດໃຫ້ແຮງງານລາວ ກໍຄືໂຮງງານຕັດຫຍິບ ຢູ່ ສປປ ລາວ ດຳເນີນກິດຈະການ, ຖືກຕ້ອງຕາມລະບຽບການ ແລະ ກົດໝາຍ ທີ່ ສປປ ລາວ ວາງອອກ.

ການນຳກະຊວງ ຮສສ ເຄອນໄຫວຢຽມຢາມ ໂຮງງານ 2 ແຫງ - image 1
 

ທ່ານ ອານິດ ຢາການາກີ ຮອງຜູ້ອຳນວຍການໂຮງງານ ລາວຢາມາກິ ຈຳກັດໄດ້ລາຍງານວ່າ: ໂຮງງານລາວຢາມາກິ ຈຳກັດ ເປັນໂຮງງານຜະລິດເສື້ອຜ້າ ເພື່ອສົ່ງອອກໄປຕ່າງປະເທດ ເປັນຕົ້ນແມ່ນ ບັງກາລາເທດ, ປະເທດໄທ ຊຶ່ງໂຮງງານດັ່ງກ່າວແມ່ນໄດ້ດຳເນີນທຸລະກິດມາແຕ່ ປີ 2006 ເປັນຕົ້ນມາ, ໃນປີ 2019 ພົບກັບບັນຫາ ແລະ ຄວາມຫຍຸ້ງຍາກທາງດ້ານແຮງງານຫຼຸດໜ້ອຍລົງ ບວກກັບສະພາບເສດຖະກິດເງິນເຟີ້ ຊຶ່ງໃນປັດຈຸບັນນີ້ແມ່ນມີພະນັກງານທັງໝົດ 280 ຄົນ ທີ່ທາງໂຮງງານຕ້ອງການແມ່ນ 400 ກວ່າຄົນ ເຮັດໃຫ້ສົ່ງຜົນຕໍ່ການຜະລິດ ບໍ່ສາມາດຜະລິດສິນຄ້າອອກສົ່ງໃຫ້ລູກຄ້າໄດ້ຕາມຄາດ ໝາຍ ເພາະວ່າແຕ່ກ່ອນແມ່ນສາມາດຜະລິດໄດ້ 4,000 ໂຕຕໍ່ມື້ ແລະ ໃນປັດຈຸບັນນີ້ແມ່ນສາມາດຜະລິດໄດ້ 1,500 ໂຕຕໍ່ມື້ໂດຍສະເລ່ຍ.

ທ່ານນາງ ອຳພອນ ວັນວິໄລ ຫົວໜ້າຝ່າຍບຸກຄະລາກອນໄດ້ລາຍງານວ່າ: ໂຮງງານ ໂກລິງ ລາວ ຈຳກັດ ເປັນໂຮງງານຜະລິດເກີບ ເພື່ອສົ່ງອອກໄປຕ່າງປະເທດ ໃນນີ້ສົ່ງອອກຈຳນວນ 24 ປະເທດ ມີຈຳນວນພະນັກງານທັງໝົດ 2,000 ກວ່າຄົນ ຍິງ 1,300 ກວ່າຄົນ, ໃນນີ້ມີແຮງງານຕ່າງປະເທດຄື: ບັງກາລາເທດ 128 ຄົນ, ຈີນ 24 ຄົນ, ສາມາດຜະລິດເກີບ ໄດ້ 3,000 ກວ່າຄູ່ຕໍ່ມື້, ສາມາດສົ່ງອອກ 1 ລອດໄດ້ປະມານ 5,000 ກວ່າຄູ່ ຕໍ່ລອດ ເຖິງຢ່າງໃດກໍຕາມ ສອງໂຮງງານດັ່ງກ່າວ, ໄດ້ມີສະຫວັດດີການ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ເປັນຕົ້ນ ມີທີ່ພັກໃຫ້ຢູ່ບໍ່ໄດ້ເສຍຄ່າ, ມີເງິນອຸດໜູນຕ່າງໆ ແລະ ບໍລິການອື່ນໆ ໃຫ້ກັບພະນັກງານ ຢູ່ພາຍໃນໂຮງງານຢ່າງທົ່ວເຖິງ.

ການນຳກະຊວງ ຮສສ ເຄອນໄຫວຢຽມຢາມ ໂຮງງານ 2 ແຫງ - image 2
 

ທ່ານນາງ ແກ້ວ ຈັນທະວີໄຊ ກໍໄດ້ສະແດງຄວາມຊົມເຊີຍ ຕໍ່ການຈັດຕັ້ງປະຕິບັດວຽກງານ ຂອງສອງໂຮງງານດັ່ງກ່າວ ກໍຄື ຜູ້ບໍລິຫານໂຮງງານ ແລະ ແຮງງານທຸກຄົນ ທີ່ໄດ້ມີຄວາມຂະຫຍັນ, ຫ້າວຫັນ ພ້ອມກັນຈັດຕັ້ງປະຕິບັດພາລະບົດບາດ, ໜ້າທີ່ຂອງຕົນເອງດ້ວຍຄວາມຮັບຜິດຊອບ ໂດຍສະເພາະ ຜູ້ບໍລິຫານໂຮງງານ ທີ່ສາມາດຂັບເຄື່ອນ ທຸລະກິດຂອງຕົນເອງ ນັບແຕ່ໄດ້ຮັບການສ້າງຕັ້ງຈົນມາຮອດປັດຈຸບັນ ເຮັດໃຫ້ໂຮງງານມີຜົນສຳເລັດ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ຊຶ່ງໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມ ຂອງ ສປປ ລາວ ໃຫ້ມີການຂະຫຍາຍຕົວຂຶ້ນໄປເລື້ອຍໆ.

ການນຳກະຊວງ ຮສສ ເຄອນໄຫວຢຽມຢາມ ໂຮງງານ 2 ແຫງ - image 3
 

ພ້ອມດຽວກັນນັ້ນ, ໂຮງງານຍັງໄດ້ມີຄວາມເອົາໃຈໃສ່ໃນການເບິ່ງແຍງດ້ານເງື່ອນໄຂການເຮັດວຽກ, ສຸຂະພາບ ແລະ ຄວາມປອດໄພຂອງແຮງງານ ເປັນຕົ້ນສະຫວັດດີການແຮງງານ ຕິດພັນກັບເງິນເດືອນຄ່າແຮງງານ, ການເຂົ້າສູ່ລະບົບປະກັນສັງຄົມ, ເຮັດໃຫ້ໂຮງງານມີຄວາມໝັ້ນຄົງ, ບໍ່ຂາດແຄນແຮງງານ, ທັງໄດ້ມີການກະຕຸ້ນໄວ ເພື່ອຫັນປ່ຽນການບໍລິຫານຄຸ້ມຄອງ, ຕິດພັນກັບການຄຸ້ມຄອງແຮງງານໄປສູ່ກົນໄກໃໝ່ ໃຫ້ສອດຄ່ອງກັບສະພາບເງື່ອນໄຂຄວາມເປັນຈິງ, ທັງໄດ້ຊຸກຍູ້ສົ່ງເສີມ, ສ້າງວຽກເຮັດງານທຳໃຫ້ ແກ່ແຮງານລາວ ໄດ້ມີວຽກເຮັດງານທຳ, ມີລາຍຮັບ, ກຸ້ມຢູ່ກຸ້ມກິນ, ທັງເປັນການປະກອບສ່ວນ, ຊຸກຍູ້ ດຶງດູດເອົາແຮງງານລາວເຂົ້າມາເຮັດວຽກຢູ່ພາຍໃນປະເທດ, ຫຼຸດຜ່ອນອັດຕາການຫຼັ່ງໄຫຼຂອງແຮງງານລາວ ອອກໄປເຮັດວຽກຢູ່ຕ່າງປະເທດ ຕື່ມອີກ, ເພື່ອຂັບເຄື່ອນການເຄື່ອນໄຫວທຸລະກິດຂອງໂຮງງານດັ່ງກ່າວ, ໃຫ້ໄປຕາມຈຸດປະສົງ ແລະ ຄາດໝາຍທີ່ຕັ້ງໄວ້ ໃນແຕ່ລະໄລຍະ, ພ້ອມທັງຍິນດີຈະໃຫ້ການຮ່ວມມື, ປະສານສົມທົບ ເພື່ອແກ້ໄຂບັນດາບັນຫາຕ່າງໆທີ່ເກີດຢູ່ພາຍໃນໂຮງງານ ເພື່ອເຮັດໃຫ້ການດຳເນີນທຸລະກິດຂອງໂຮງງງານ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ສາມາດຜະລິດສິນຄ້າສົ່ງອອກ ໃຫ້ພຽງພໍກັບຄວາມ ຕ້ອງການຂອງຕະຫຼາດ.

ຂ່າວ-ພາບ: ບຸນອູ້ມ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

9 ເດືອນ ດ່ານສາກົນຂົວມິດຕະພາບນໍ້າເຫືອງ ເກັບລາຍຮັບໄດ້ 6 ຕື້ກວ່າກີບ

9 ເດືອນ ດ່ານສາກົນຂົວມິດຕະພາບນໍ້າເຫືອງ ເກັບລາຍຮັບໄດ້ 6 ຕື້ກວ່າກີບ

ທ່ານ ອຸ່ມ ພານຸເດດ ຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບນໍ້າເຫືອງ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ໃຫ້ສໍາພາດຕໍ່ນັກຂ່າວທ້ອງຖິ່ນ ວ່າ: ດ່ານສາກົນຂົວມິດຕະພາບນໍ້າເຫືອງ ເປັນໜຶ່ງໃນດ່ານສາກົນທົ່ວປະເທດທີ່ມີພາລະບົດບາດ, ສິດ ແລະ ໜ້າທີ່ໃນການບໍລິຫານຄຸ້ມຄອງ ແລະ ພັດທະນາດ່ານ ເພື່ອຮັບປະກັນໃຫ້ບັນດາຂະແໜງການພາຍໃນດ່ານ ເຄື່ອນໄຫວວຽກງານວິຊາສະເພາະຢ່າງຄ່ອງຕົວ, ອຳນວຍຄວາມສະດວກໃຫ້ຜູ້ ໂດຍສານ, ພາຫະນະ ແລະ ສິນຄ້າເຂົ້າ-ອອກໃຫ້ມີຄວາມສະດວກວ່ອງໄວໂປ່ງໃສ, ເປັນທຳ, ສະຫງົບປອດໄພ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.
ແມ່ຍິງສະມາຄົມນັກທຸລະກິດໜຸ່ມ ມອບເຄື່ອງຊ່ວຍເຫຼືອມູນຄ່າ 55 ລ້ານກີບ ໂອກາດສະຫຼອງວັນພະຍາດເສັ້ນເລືອດສະໝອງສາກົນ

ແມ່ຍິງສະມາຄົມນັກທຸລະກິດໜຸ່ມ ມອບເຄື່ອງຊ່ວຍເຫຼືອມູນຄ່າ 55 ລ້ານກີບ ໂອກາດສະຫຼອງວັນພະຍາດເສັ້ນເລືອດສະໝອງສາກົນ

ໃນໂອກາດເຂົ້າຮ່ວມພິທີສະເຫຼີມສະຫຼອງວັນພະຍາດເສັ້ນເລືອດສະໝອງສາກົນ 29 ຕຸລາ ຈັດຂຶ້ນໃນວັນທີ 28 ຕຸລານີ້ ທີ່ໂຮງໝໍມິດຕະພາບ. ທ່ານ ນາງ ໄຊທານີ ຈັນທະວົງສາ ຮອງປະທານສະມາຄົມນັກທຸ ລະກິດໜຸ່ມ ທັງເປັນຮອງຈຸແມ່ຍິງສະມາຄົມນັກທຸລະກິດໜຸ່ມ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນວ່າ: ສະມາຄົມນັກທຸລະກິດໜຸ່ມ ໄດ້ຮ່ວມກັບຈຸແມ່ຍິງສະມາຄົມນັກທຸລະກິດໜຸ່ມ ໄດ້ຈັດກິດຈະກຳຊ່ວຍເຫຼືອສັງຄົມ ເນື່ອງໃນໂອກາດວັນພະຍາດເສັ້ນເລືອດສະໝອງສາກົນ ໃນປີນີ້ໂດຍໄດ້ມອບຕຽງຈຳນວນ 4 ຕຽງ, ລຳໂພງ, ອາຫານການກິນ ແລະ ເຄື່ອງໃຊ້ຈຳນວນໜຶ່ງ ໃຫ້ພະແນກບຳບັດ ເພື່ອປະກອບສ່ວນບັນເທົາຄວາມຂາດ ແຄນອຸປະກອນ ແລະ ສິ່ງອຳນວຍຄວາມສະດວກ ໃນການດູແລຮັກສາຄົນເຈັບ ຊຶ່ງການຊ່ວຍເຫຼືອໃນຄັ້ງນີ້ມີມູນຄ່າທັງໝົດ 55 ລ້ານກີບ.
ປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ບັນດາສູນເສຍອົງຄະ ຢູ່ແຂວງຫຼວງພະບາງ

ປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ບັນດາສູນເສຍອົງຄະ ຢູ່ແຂວງຫຼວງພະບາງ

ໃນລະຫວ່າງວັນທີ 26-28 ຕຸລານີ້, ທ່ານ ພັນເອກ ແສງອາລຸນ ແກ້ວສະຫວ່າງ ຮອງຫົວໜ້າກົມໂຄສະ ນາອົບຮົມ, ກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ, ໄດ້ປະດັບຫຼຽນໄຊພິລະອາດຫານຊັ້ນ ll ຂອງກອງທັບປະຊາຊົນລາວ ໃຫ້ສູນເສຍອົງຄະ 598, ສູນ 18 ແລະ ສູນ 19 ຢູ່ແຂວງຫຼວງພະບາງ, ມີທ່ານ ພັນໂທ ພອນສະຫວັດ ຊົງພູດອຍ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງຫຼວງພະບາງ, ພ້ອມດ້ວຍຄະນະບັນຊາບັນດາສູນ, ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
65 ປີ ການພົວພັນຮ່ວມມືລາວ-ຫວຽດນາມ ນັບມື້ເພີ່ມພູນ ຈະເລີນງອກງາມ

65 ປີ ການພົວພັນຮ່ວມມືລາວ-ຫວຽດນາມ ນັບມື້ເພີ່ມພູນ ຈະເລີນງອກງາມ

ສະຫາຍ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ໃຫ້ສໍາພາດຕໍ່ບໍລິສັດຮູບເງົາ ແລະ ວິທະຍາສາດສູນກາງຫວຽດນາມ ເນື່ອງໃນໂອກາດປີສາມັກຄີ ລາວ-ຫວຽດນາມ, ໃນວັນທີ 28 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ.
ງານປະກວດເຮືອໄຟງາມ ບຸນອອກພັນສາປະວໍຣະນາ ຢູ່ນະຄອນ-ຫຼວງພະບາງປີນີ້ຈັດຂຶ້ນຢ່າງຍິ່ງໃຫຍ່

ງານປະກວດເຮືອໄຟງາມ ບຸນອອກພັນສາປະວໍຣະນາ ຢູ່ນະຄອນ-ຫຼວງພະບາງປີນີ້ຈັດຂຶ້ນຢ່າງຍິ່ງໃຫຍ່

ງານປະກວດເຮືອໄຟງາມ ບຸນອອກພັນສາປະວໍຣະນາ ຢູ່ນະຄອນ-ຫຼວງພະບາງ ເມືອງມໍຣະດົກໂລກ ປີນີ້ຈັດຂຶ້ນຢ່າງຍິ່ງໃຫຍ່ໃນຕອນຄໍ່າວັນທີ 27 ຕຸລາຜ່ານມາ, ໂດຍມີທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ມີການນໍາແຂວງ, ຕະຫຼອດຮອດມວນຊົນ ແຂກທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງຫຼວງຫຼາຍ.
ຮອງປະທານປະເທດ ລົງຕິດຕາມໂຄງການກໍ່ສ້າງສະຖານີ ແລະ ສາຍສົ່ງໄຟຟ້າ 230 ກິໂລໂວນ ມະຫາໄຊ ຂອງ EDL-T

ຮອງປະທານປະເທດ ລົງຕິດຕາມໂຄງການກໍ່ສ້າງສະຖານີ ແລະ ສາຍສົ່ງໄຟຟ້າ 230 ກິໂລໂວນ ມະຫາໄຊ ຂອງ EDL-T

ຫວ່າງມໍ່ໆມານີ້, ທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ ແລະ ຊີ້ນຳວຽກງານ ຢູ່ໂຄງການກໍ່ສ້າງສະຖານີ ແລະ ສາຍສົ່ງໄຟຟ້າ 230kV ມະຫາໄຊ ຂອງບໍລິສັດ ສາຍສົ່ງໄຟຟ້າ ແຫ່ງຊາດລາວ (EDL-T) ຢູ່ ເມືອງມະຫາໄຊ ແຂວງຄຳມ່ວນ. ໂດຍມີ ທ່ານ ເຊຍ ມິນ (Xie Min) ຮອງຜູ້ອຳນວຍການໃຫຍ່ ບໍລິສັດ EDL-T ພ້ອມດ້ວຍຄະນະຮັບຜິດຊອບໂຄງການ ແລະ ບັນດາບໍລິສັດຜູ້ຮັບເໝົາກໍ່ສ້າງ ເຂົ້າຮ່ວມຕ້ອນຮັບ ແລະ ນຳສະເໜີ.
ເຮືອທະນາຄານ JDB ຄອງແຊັມເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2026

ເຮືອທະນາຄານ JDB ຄອງແຊັມເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2026

ເຮືອທະນາຄານຮ່ວມພັດທະນາ (JDB) ຄອງແຊັມ (ຊະນະເລີດ) ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ). ພິທີມອບລາງວັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ໄດ້ຈັດຂຶ້ນ ແລະ ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 27 ຕຸລານີ້. ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນຂອງທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການປົກຄອງ ນວ, ມີທ່ານ ແສງສາທິດ ພິມເມືອງ ປະທານຄະນະກຳມະການປົກຄອງເມືອງຈັນທະບູລີ ປະທານຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026, ມີການນໍາຂັ້ນ ນວ, ຂັ້ນເມືອງ, ອະດີດການນໍາ, ນັກສີພາຍ, ນັກທຸລະກິດ, ມວນຊົນຊາວ ນວ, ແຂກຖືກເຊີນເຂົ້າຮ່ວມ.
ຄຳມ່ວນສະຫຼອງໃຫຍ່! ໄຫຼເຮືອໄຟ 13 ລຳ ປ່ອຍກະໂທງສາຍ 2,569 ດວງ ສືບສານປະເພນີລາວ

ຄຳມ່ວນສະຫຼອງໃຫຍ່! ໄຫຼເຮືອໄຟ 13 ລຳ ປ່ອຍກະໂທງສາຍ 2,569 ດວງ ສືບສານປະເພນີລາວ

ພິທີໄຫຼເຮືອໄຟ 13 ລໍາ ແລະ ປ່ອຍກະໂທງສາຍ 2,569 ດວງ ຈັດຂຶ້ນຢ່າງຄຶກຄື້ນ ແລະ ຍິ່ງໃຫຍ່ ໃນຕອນຄ່ຳວັນທີ 26 ຕຸລາ 2026 ທີ່ເມືອງທ່າແຂກ ແຂວງຄຳມ່ວນ ໃນງານບຸນອອກພັນສາປະວໍຣະນາ ແລະ ຊ່ວງເຮືອປະຈຳປີ 2026 ໂດຍມີທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ, ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ການນໍາສູນກາງ, ການນຳແຂວງ ແລະ ປະຊາຊົນທັງພາຍໃນ-ຕ່າງປະເທດເຂົ້າຮ່ວມຢ່າງຟົດຟື້ນ.
ເຮືອນາງຄໍາໄຫຼມັງກອນຄາຍຢວນ ຄອງອັນດັບ 1 ເຮືອ 55 ສີພາຍ ແຂ່ງຂັນຊ່ວງເຮືອແຂວງຄໍາມ່ວນ

ເຮືອນາງຄໍາໄຫຼມັງກອນຄາຍຢວນ ຄອງອັນດັບ 1 ເຮືອ 55 ສີພາຍ ແຂ່ງຂັນຊ່ວງເຮືອແຂວງຄໍາມ່ວນ

​ການແຂ່ງຂັນຊ່ວງເຮືອ ທີ່ເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ສໍາເລັດລົງໃນຕອນບ່າຍຂອງວັນທີ 26 ຕຸລາ 2026, ພາຍຫຼັງທີ່ມີການແຂ່ງຂັນມາເປັນເວລາ 3 ວັນ (24-26 ຕຸລາ 2026) ຊຶ່ງມີເຮືອເຂົ້າຮ່ວມແຂ່ງຂັນທັງໝົດ 39 ລໍາ ແບ່ງອອກເປັນ 5 ປະເພດການແຂ່ງຂັນຄື: ເຮືອຂຸດເຈາະປະເພນີ (ຊາຍ) 30-35 ສີພາຍ ມີ 7 ລໍາ, ເຮືອຂຸດເຈາະປະເພນີ (ຍິງ) 30-35 ສີພາຍ 7 ລໍາ, ເຮືອສູດປະກອບ (ຊາຍ) ໂອເພັ້ນ 30-35 ສີພາຍ 8 ລໍາ, ເຮືອສູດປະກອບ (ຊາຍ) ໂອເພັ້ນ 50-55 ສີພາຍ 6 ລໍາ ແລະ ເຮືອມິດຕະພາບ ທ່າແຂກ-ນະຄອນພະນົມ 11 ລໍາ. ໃນນີ້ມີເຮືອທ່າແຂກ 7 ລໍາ ແລະ ເຮືອຈາກນະຄອນພະນົມ 4 ລໍາ ຊີງຂັນລາງວັນ 5 ໜ່ວຍ ພ້ອມເງິນລາງວັນລວມ 500 ລ້ານກວ່າກີບ.
ເມືອງໄຊຍະບູລີ ແຂ່ງຂັນຊ່ວງເຮືອເພດຍິງ ໃນງານບຸນອອກພັນສາປະວໍຣະນາ ປະຈໍາປີ 2026

ເມືອງໄຊຍະບູລີ ແຂ່ງຂັນຊ່ວງເຮືອເພດຍິງ ໃນງານບຸນອອກພັນສາປະວໍຣະນາ ປະຈໍາປີ 2026

ວັນທີ 26 ຕຸລາຜ່ານມາ, ທີ່ທ່າຊ່ວງເຮືອບ້ານປົ່ງ ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດການແຂ່ງຂັນ ຊ່ວງເຮືອປະເພດຍິງ ເນື່ອງໃນໂອກາດບຸນປະເພນີອອກພັນສາປະວໍຣະນາ ປະຈໍາປີ 2026, ເປັນກຽດເຂົ້າຮ່ວມຂອງທ່ານ ພົອ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ທ່ານ ເພັງນິລັນ ຄຳພັນເພັງ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ, ມີບັນດາການນໍາແຂວງ, ເມືອງ, ຕະຫຼອດຮອດພໍ່ແມ່ປະຊາຊົນ ແລະ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຊົມ ແລະ ເຊຍຢ່າງຄຶກຄື້ນ.
ເພີ່ມເຕີມ