![]() |
ການພົບປະຄັ້ງນີ້ ໄດ້ຈັດຂຶ້ນໃນທ່າມກາງບັນຍາກາດທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງ ຊາດພວມສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ຊຶ່ງເປັນເຫດການທີ່ມີຄວາມໝາຍສໍາຄັນ ໃນການພົວພັນຮ່ວມ ມືພິເສດ ລະຫວ່າງ ລາວ-ຫວຽດນາມ ໃຫ້ເລິກເຊິ່ງກວ່າເກົ່າ.
ໃນການພົບປະຄັ້ງນີ້, ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ ແລະ ສະຫາຍເລຂາທິການ ໃຫຍ່ ໂຕເລິມ ໄດ້ແຈ້ງໃຫ້ກັນຊາບກ່ຽວກັບ ສະພາບການຂອງແຕ່ລະພັກ, ແຕ່ລະປະເທດ, ໃນນັ້ນລວມມີ ວຽກງານກໍ່ສ້າງພັກ, ການກະກຽມ ກອງປະຊຸມໃຫຍ່ ຂອງແຕ່ລະພັກ, ການປັບປຸງສັບຊ້ອນກົງຈັກການຈັດ ຕັ້ງຂອງລະບົບການເມືອງໃຫ້ກະທັດຮັດ, ການພັດທະນາເສດຖະກິດ-ສັງຄົມ, ແລກປ່ຽນກ່ຽວກັບສະພາບ ການພາກພື້ນ, ສາກົນ ແລະ ບັນດາເນື້ອໃນທີ່ສອງຝ່າຍ ມີຄວາມສົນໃຈ; ຕີລາຄາຄືນກ່ຽວກັບຜົນສໍາເລັດ ຂອງການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ໃນໄລຍະຜ່ານມາ; ເປັນເອກະພາບກ່ຽວກັບບັນດາທິດ ທາງໃຫຍ່ສໍາຄັນ ໃນບັນດາຂົງເຂດຂອງການພົວພັນຮ່ວມມື ໃນໄລຍະຕໍ່ໜ້າ.
![]() |
ການນໍາທັງສອງພັກ ໄດ້ສະແດງຄວາມປິຕິຍິນດີ ແລະ ຕີລາຄາສູງ ກ່ຽວກັບການພົວພັນຮ່ວມມື ລາວ-ຫວຽດນາມ ທີ່ນັບມື້ນັບໄດ້ຮັບການພັດທະນາກ້າວສູ່ລ່ວງເລິກໃນທຸກຂົງເຂດ, ໃນນັ້ນ ການພົວພັນ ດ້ານການເມືອງ ນັບມື້ນັບສະໜິດແໜ້ນ, ຄວາມໄວ້ເນື້ອເຊື່ອໃຈຍຸດທະສາດສືບຕໍ່ໄດ້ຮັບການເພີ່ມທະວີ, ຢືນຢັນບົດບາດເປັນແກ່ນສານ ໃນການກໍານົດທິດລວມ ໃຫ້ແກ່ການພົວພັນລະຫວ່າງສອງປະເທດ; ການ ຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ນັບມື້ນັບສະໜິດແໜ້ນ, ບັນລຸຜົນສໍາເລັດຢ່າງແທ້ຈິງ ແລະ ນັບມື້ນັບມີປະສິດທິຜົນ, ຢືນຢັນການເປັນເສົາຄໍ້າສໍາຄັນໃນການພົວພັນ ລາວ-ຫວຽດນາມ; ການຮ່ວມມືທາງດ້ານ ເສດຖະກິດ, ການຄ້າ, ການລົງທຶນ ໄດ້ຮັບການເອົາໃຈໃສ່, ຊຸກຍູ້, ມີການຫັນປ່ຽນຢ່າງຕັ້ງໜ້າ, ນັບມື້ໄດ້ຮັບການຍົກສູງດ້ານຄຸນນະພາບ ແລະ ບັນລຸຜົນສໍາເລັດ ທີ່ໜ້າເພິ່ງພໍໃຈ; ບາງໂຄງການຍຸດທະສາດ ໄດ້ຮັບການສຸມໃສ່ຈັດຕັ້ງປະຕິບັດ, ແກ້ໄຂຂໍ້ຫຍຸ້ງຍາກ, ສ້າງ ບາດກ້າວບຸກທະລຸໃນການຮ່ວມມື. ການຮ່ວມມືທາງດ້ານ ວັດທະນະທໍາ, ການສຶກສາ, ວິທະຍາສາດ - ເຕັກນິກ ແລະ ບັນດາຂົງເຂດອື່ນໆສືບຕໍ່ໄດ້ຮັບຄວາມເອົາໃຈໃສ່, ຊຸກຍູ້ ແລະ ບັນລຸຜົນສໍາເລັດທີ່ຕັ້ງໜ້າ; ການຮ່ວມມື ລະຫວ່າງ ບັນດາຄະນະຂອງສູນກາງພັກ, ກະຊວງ, ຂະແໜງການຂອງລັດຖະບານ, ບັນດາ ອົງການຂອງສະພາແຫ່ງຊາດ, ແນວໂຮມ, ບັນດາອົງການຈັດຕັ້ງມະຫາຊົນ ແລະ ທ້ອງຖິ່ນຕ່າງໆ ສືບຕໍ່ ໄດ້ຮັບການຍູ້ແຮງ ແລະ ເສີມຂະຫຍາຍ ນັບມື້ນັບຫຼາຍຂຶ້ນກວ່າເກົ່າ.
![]() |
ສະຫາຍເລຂາທິການໃຫຍ່ທັງສອງ ໄດ້ຊົມເຊີຍຕໍ່ບັນດາຜົນສໍາເລັດສໍາຄັນ ແລະ ຮອບດ້ານ ທີ່ປະ ຊາຊົນສອງຊາດ ຍາດມາໄດ້ໃນພາລະກິດສ້າງສາພັດທະນາປະເທດຊາດ ແລະ ປ່ຽນແປງໃໝ່ ກໍຄືການ ປະຕິບັດມະຕິກອງປະຊຸມໃຫຍ່ ຂອງແຕ່ລະພັກ; ຂອບໃຈຕໍ່ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຢ່າງໝົດຈິດໝົດໃຈ ຕະຫຼອດໄລຍະຜ່ານມາ. ສອງຝ່າຍໄດ້ເນັ້ນໜັກເຖິງປະຫວັດສາດ, ການພົວພັນ ຮ່ວມມືທີ່ສະໜິດແໜ້ນ ເປັນມູນເຊື້ອມາແຕ່ດົນນານ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຂອງສອງ ຝ່າຍ; ຢືນຢັນວ່າ ສາຍພົວພັນ ລາວ-ຫວຽດນາມ ເປັນມໍລະດົກອັນລໍ້າຄ່າຂອງສອງຊາດ, ເປັນປັດໄຈ ພາວະວິໄສ, ເປັນກົດເກນປະຫວັດສາດ ແລະ ເປັນກໍາລັງແຮງອັນໃຫຍ່ຫຼວງຂອງ ສອງພັກ, ສອງລັດ ທີ່ຕ້ອງໄດ້ຮັບການເສີມຂະຫຍາຍ, ສົ່ງຕໍ່ໃຫ້ບັນດາຄົນຮຸ່ນໜຸ່ມຕໍ່ໄປ.
ສອງຝ່າຍ ຢືນຢັນຕໍ່ຄວາມສໍາຄັນ, ຄວາມໝາຍຍຸດທະສາດ ຂອງສາຍພົວພັນ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ໃນສະພາບການໃໝ່ - ຍຸກສະໄໝແຫ່ງການພັດທະນາ ແລະ ເຫັນດີຍົກລະດັບ ການພົວພັນພິເສດຂຶ້ນເປັນ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບ ດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ - ລາວ ໂດຍມີເປົ້າໝາຍເຊື່ອມຈອດ ດ້ານຍຸດທະສາດ, ນະໂຍບາຍການພັດທະນາເສດຖະກິດ, ພື້ນຖານໂຄງລ່າງ, ບໍາລຸງສ້າງຊັບພະຍາກອນ ມະນຸດ ຕອບສະໜອງໃຫ້ແກ່ການພັດທະນາທີ່ຍືນຍົງຂອງແຕ່ລະປະເທດ, ສືບຕໍ່ຜັນຂະຫຍາຍມູນເຊື້ອອັນ ດີງາມ, ເພີ່ມທະວີຄວາມສາມັກຄີພິເສດ, ປະສານສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນ ຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ, ເສີມຂະຫຍາຍບັນດາກົນໄກທີ່ມີຢູ່ໃນປັດຈຸບັນ, ສ້າງບັນດາກົນໄກໃໝ່, ກົນໄກສະ ເພາະທີ່ແທດແໝາະເພື່ອຍົກສູງປະສິດທິຜົນຂອງການພົວພັນຮ່ວມມື ລາວ-ຫວຽດນາມ, ຫວຽດນາມ-ລາວ ແລະ ນໍາມາຊຶ່ງຜົນປະໂຫຍດທີ່ແທ້ຈິງຂອງປະຊາຊົນສອງຊາດ, ເພື່ອສັນຕິພາບ, ການຮ່ວມມື ເພື່ອການ ພັດທະນາຢູ່ໃນພາກພື້ນ ແລະ ສາກົນ. (ຂ່າວ: ຄຕພ)



ຄໍາເຫັນ