![]() |
ໂອກາດນີ້,ທ່ານ ເຈົ້າແຂວງສະຫວັນນະເຂດ ໄດ້ຢ້ຽມຢາມຖາມຂ່າວສະແດງຄວາມເປັນຫ່ວງເປັນໃຍຕໍ່ການດຳລົງຊີວິດການເປັນຢູ່ຂອງພະນັກງານບຳນານປະຕິວັດອາວຸໂສ, ຄອບຄົວຜູ້ເສຍອົງຄະທີ່ໄດ້ເສຍສະຫຼະເຫື່ອແຮງເພື່ອການປະຕິວັດຊາດ;ຊຶ່ງທ່ານເຈົ້າແຂວງໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນຂອງວັນຊາດທີ 2 ທັນວາ ແລະ ວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ທີ່ແຂວງສະຫວັນະເຂດກໍຄືທົ່ວປະເທດພວມກຳລັງສ້າງຂະບວນການຂ່ຳນັບຊົມເຊີຍຢ່າງເປັນຂະບວນຟົດຟື້ນ,ຊຶ່ງຍາມໃດການນຳພັກ-ລັດກໍຄືແຂວງສະຫວັນະເຂດ, ສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ພະນັກງານບຳນານປະຕິວັດອາວຸໂສ ຜູ້ທີ່ມີບຸນຄຸນຄຸນງາມຄວາມດີຕໍ່ການປະຕິວັດຊາດ,ນຳພາປະຊາຊົນລາວຫຼຸດພົ້ນອອກຈາກແອກຄອບຄອງຂອງຈັກກະພັດຕ່າງດ້າວຜູ້ຮຸກຮານ ແລະ ການມາຢ້ຽມຢາມຄັ້ງນີ້, ຍັງເປັນການຖາມຂ່າວຄວາມສຸກ-ທຸກ, ນໍາເອົາຄວາມຢ້ຽມຢາມຖາມຂ່າວຈາກການນໍາຂອງແຂວງ ແລະປະຊາຊົນແຂວງສະຫວັນະເຂດມາຝາກໃຫ້ພະນັກງານບຳນານສູນເສຍອົງຄະເຊ 17 ທຸກຄົນທຸກຄອບຄົວ.
![]() |
ພ້ອມດຽວກັນນີ້, ທ່ານ ພັນຕີ ພອນປະສິດ ຈັນທະວິໄຊ ຫົວໜ້າການເມືອງກອງຮ້ອຍສູນເສຍອົງຄະເຊ 17 ລາຍງານໃຫ້ຮູ້ວ່າ: ກອງຮ້ອຍສູນເສຍອົງຄະເຊ 17 ປັດຈຸບັນມີພະນັກງານບຳນານເສຍອົງຄະທັງໝົດ 28 ທ່ານຍິງ 18 ທ່ານ, ລວມມີ 22 ຄອບຄົວ ແລະ ມີ 5 ຄອບຄົວທີ່ຍ້າຍກັບເມືອຢູ່ທ້ອງຖິ່ນ ແລະ 1 ຄອບຄົວຍ້າຍໄປຢູ່ຕ່າງແຂວງ.ໂດຍປະຕິບັດຕາມທິດຊີ້ນໍາຂອງທ່ານເຈົ້າແຂວງ, ກອງຮ້ອຍສູນເສຍອົງຄະເຊ 17 ສະເໜີຂໍງົບປະມານ ແລະ ໄດ້ນໍາພາພະນັກງານເສຍອົງຄະລົງປະກອບ-ສ້ອມແປງຂາທຽມ ແລະໄດ້ປະກອບເຄື່ອງອົງຄະທຽມປະເພດຕ່າງໆໃຫ້ ແຕ່ລະທ່ານທີ່ໄດ້ຮັບມີ: ຂາທຽມໃໝ່2 ຂາ 2ຄົນ, ເຄື່ອງຟັງຫູ 3 ອັນ 3ຄົນ, ແວ່ນຕາກັນແສງ 4 ອັນ, ໄມ້ຄໍາທາງ 2 ອັນ; ໄດ້ນໍາສົ່ງພະນັກງານບຳນານເສຍອົງຄະໄປປິ່ນປົວຢູ່ໂຮງໝໍທະຫານແຂວງສະຫວັນະເຂດ, ນໍາສົ່ງໂຮງໝໍແຂວງ 2 ຄັ້ງ, ນໍາສົ່ງປິ່ນປົວຢູ່ໂຮງໝໍເມືອງພິນ 2 ຄັ້ງ. ນອກນັ້ນ, ໄດ້ແກ້ໄຂຊ່ວຍລົດນໍາສົ່ງພີ່ນ້ອງລູກຫຼານຂອງພະນັກງານໄປປິ່ນປົວຢູ່ໂຮງໝໍ 109 ເຊໂນເມືອງອຸທຸມພອນ, ເມືອງວິລະບູລີ ແລະ ໄດ້ປະຕິບັດນະໂຍບາຍກໍລະນີເສຍຊີວິດນໍາອີກ.
![]() |
ໂອກາດນີ້, ທ່ານ ເຈົ້າແຂວງພ້ອມຄະນະ ໄດ້ນຳເອົາເຄື່ອງບໍລິໂພກ-ອຸປະໂພກ, ເຂົ້າສານ, ຜ້າຫົ່ມພ້ອມທັງທຶນຮອນຈຳນວນໜຶ່ງມອບໃຫ້ຜູ້ເສຍອົງຄະ ແລະ ສູນເຊ 17 ແລະ ໄດ້ມອບເງິນຈໍານວນ 20 ລ້ານກີບໃຫ້ຄອບຄົວປ້າສີ ນັກຮົບແຂ່ງຂັນແຫ່ງຊາດທີ່ເມືອງພີນ, ເພື່ອເປັນຂວັນກຳລັງໃຈໃຫ້ແກ່ປ້າສີ;ໃນເວລາຕໍ່ມາ ເຈົ້າແຂວງສະຫວັນະເຂດ ພ້ອມດ້ວຍຄະນະໄດ້ນຳເອົາກະຕ່າຂອງຂວັນ, ເງິນ ແລະ ເຄື່ອງໃຊ້ໄປມອບໃຫ້ພະນັການບຳນານປະກອບມີ: ທ່ານ ພັນເອກ ຄຳເມີງ ແສນທະວົງ ນາມມະຍົດນັກຮົບແຂ່ງຂັນແຫ່ງຊາດ ອາດີດຫົວໜ້າການເມືອງກອງບັນຊາການທະຫານແຂວງສະຫວັນະເຂດ ແລະ ທ່ານ ພັນໂທ ທອງຄຳ ແສງວົງຄຳ ນາມມະຍົດນັກຮົບແຂ່ງຂັນແຫ່ງຊາດ ທີ່ເມືອງອຸທຸມພອນ.
![]() |
(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)




ຄໍາເຫັນ