![]() |
ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການນໍາ ກໍຄືລັດຖະບານຣັດເຊຍ ທີ່ໄດ້ສົ່ງຄະນະຜູ້ແທນຂັ້ນສູງມາເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວຂອງສປປ ລາວໃນຄັ້ງນີ້, ຊຶ່ງເປັນການສະແດງເຖິງການພົວພັນທີ່ເປັນມູນເຊື້ອລະຫວ່າງສອງປະເທດລາວ-ຣັດເຊຍທີ່ມີມາແຕ່ດົນນານ. ທັງເປັນການຮັດ ແໜ້ນສາຍພົວພັນລະຫວ່າງສອງປະເທດໃຫ້ນັບມື້ນັບໃກ້ຊິດ ແລະ ກ້າວສູ່ລວງເລິກ. ຝ່າຍລາວໄດ້ຕີລາຄາສູງ ແລະ ສະແດງຄວາມຮູ້ບຸນຄຸນທີ່ຍາມໃດຝ່າຍຣັດເຊຍກໍໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອສປປ ລາວຕະຫຼອດມາ ທັງໃນໄລຍະຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ. ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ຝາກຄວາມຢື້ຢາມຖາມຂ່າວເຖິງທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ແລະ ທ່ານ ນາງ ວາເລັນຕີນາ ມັດວິເຢນໂກ ປະທານສະພາສູງແຫ່ງ ສ ຣັດເຊຍ.
ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມລະຫວ່າງ ສປປ ລາວ ແລະ ສ ຣັດເຊຍ ກໍຄືການເປັນຄູ່ຮ່ວມມືຍຸດທະສາດລາວ-ຣັດເຊຍໃນພາກພື້ນອາຊີ-ປາຊີຟິກທີ່ໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍລົງເລິກຢ່າງມີປະສິດທິຜົນໃນຫຼາຍດ້ານ ເປັນຕົ້ນການພົວ ພັນດ້ານການເມືອງຢູ່ໃນລະດັບເລິກເຊິ່ງ, ມີການສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ສາກົນ, ມີການແລກປ່ຽນຄະນະຜູ້ແທນນໍາກັນໃນຫຼາຍລະດັບ, ມີການພົບປະປຶກສາຫາລືແບບເຊິ່ງໜ້າ ແລະ ແບບທາງໄກເພື່ອແລກປ່ຽນທັດສະນະຕໍ່ບັນຫາການພົວພັນສອງຝ່າຍ, ບັນຫາພາກພື້ນ ແລະ ສາກົນ, ລວມທັງບັນຫາທີ່ສອງຝ່າຍໃຫ້ຄວາມສົນໃຈ; ດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບສືບຕໍ່ເສີມຂະຫຍາຍເປັນກ້າວໆ; ການຮ່ວມມືທາງດ້ານລັດຖະສະພາ ກໍໄດ້ຮັບການເສີມຂະຫຍາຍຢ່າງມີໝາກຜົນ, ມີການເຂົ້າຮ່ວມກິດຈະກໍາຂອງກັນ ແລະ ກັນຢ່າງຕັ້ງໜ້າ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີສາກົນ; ການພົວພັນຮ່ວມມືດ້ານການສຶກສາ, ສາທາລະນະສຸກ, ທະນາຄານ, ໂທລະຄົມມະນາຄົມ-ຂົນສົ່ງ, ພະລັງງານ, ບໍ່ແຮ່ ແລະ ດ້ານອື່ນໆ ມີຄວາມຄືບໜ້າ ແລະ ໄດ້ຮັບຜົນດີ. ພ້ອມກັນນີ້, ສອງຝ່າຍເຫັນດີສືບຕໍ່ຊຸກຍູ້ ແລະ ເພີ່ມທະວີການຮ່ວມມືໃນຂົງເຂດເສດຖະກິດ-ການຄ້າ ແລະ ການລົງທຶນນໍາກັນໃນຕໍ່ໜ້າ ໂດຍການນໍາໃຊ້ທ່າແຮງບົ່ມຊ້ອນທີ່ມີຢູ່ແລ້ວຂອງສອງປະເທດໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ. ພິເສດ, ປີນີ້ກໍເປັນປີທີ່ມີຄວາມໝາຍສໍາຄັນທາງດ້ານປະຫວັດສາດຂອງການພົວພັນສອງຝ່າຍຄື: ຄົບຮອບ 65 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ ແລະ ຄົບຮອບ 60 ປີແຫ່ງການສ້າງຕັ້ງສະມາຄົມມິດຕະພາບລາວ-ຣັດເຊຍ, ຣັດເຊຍ-ລາວ.
ໃນໂອກາດດຽວກັນ, ທ່ານ ນິໂກລາຍ ຊູຣາວະໂລບ ຮອງປະທານສະພາສູງແຫ່ງ ສ ຣັດເຊຍ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ຕາງໜ້າໃຫ້ລັດຖະບານ ສ ຣັດເຊຍ ສະແດງຄວາມຊົມເຊີຍຢ່າງສຸດໃຈເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ພ້ອມທັງຢືນຢັນວ່າຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດເພື່ອຊຸກຍູ້ການຈັດຕັ້ງຜັນຂະຫຍາຍຜົນການພົບປະທາງການຂອງການນໍາຂັ້ນສູງສອງປະເທດ ກໍຄືບັນດາເອກະສານ ແລະ ສັນຍາທີ່ສອງຝ່າຍໄດ້ລົງນາມຮ່ວມກັນໃຫ້ປະກົດຜົນເປັນຈິງໃນອະນາຄົດ.
(ຂ່າວ: ກົມການຂ່າວ ກະຊວງການຕ່າງປະເທດ, ພາບ: ຂປລ)

ຄໍາເຫັນ