ຄວາມຮູ້ສຶກຂອງ ທ່ານ ສຸວັນນີໄຊຊະນະໂອ​ກາດສະຫຼອງວັນ​ຊາດຄົບ​ຮອບ 50 ປີ

ຄວາມຮູ້ສຶກຂອງ ທ່ານ ສຸວັນນີໄຊຊະນະໂອ​ກາດສະຫຼອງວັນ​ຊາດຄົບ​ຮອບ 50 ປີ

ຄວາມຮູ້ສຶກຂອງ ທ່ານ ສຸວັນນີໄຊຊະນະໂອ​ກາດສະຫຼອງວັນ​ຊາດຄົບ​ຮອບ 50 ປີ
​ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ຊາດທີ 2 ທັນ​ວາຄົບ​ຮອບ 50 ປີ(2 ທັນ​ວາ 1975-2 ທັນ​ວາ 2025), ທ່ານ ສຸວັນນີ ໄຊຊະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 11, ປະທານສະພາປະຊາຊົນແຂວງບໍລິຄໍາໄຊໄດ້​ສະ​ແດງ​ທັດ​ສະ​ນະ​ວ່າ: ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໄດ້ຮັບການສະຖາປານາ ມາຮອດມື້ນີ້ກໍ​ຄົບ​ຮອບ 50 ປີ ພໍດີ, ເ​ມື່ອຫວນຄືນເບິ່ງແລ້ວຄືວ່າ ບໍ່ດົນນານພໍປານໃດ, ຄິດເຫັນພາບເຫດການສໍາຄັນປະຫວັດສາດ ທີ່ເຄີຍໄດ້ປະກອບສ່ວນ ໃນຂະບວນການລຸກຂຶ້ນຢຶດອໍານາດຂອງມວນຊົນ, ຂະບວນການຊາວໜຸ່ມຕະລຸມບອນ ຢູ່ຕາແສງໜອງບອນ ເມືອງໄຊເສດຖາ ນະຄອນຫຼວງວຽຈັນ ທີ່ເປັນຖິ່ນກໍາເນີດຂອງຕົນ ຈາກມື້ນັ້ນມາຮອດມື້ນີ້ ພໍດີກຽມພັກບໍານານ ສໍາເລັດໜ້າທີ່ທີ່ພັກ, ລັດ ມອບໝາຍໃຫ້, ມັນຊ່າງເປັນເສັ້ນທາງ ທີ່ເຕັມໄປດ້ວຍຄວາມສະລັບສັບຊ້ອນ, ລະອິດລະອ້ຽວຫາກຍ້ອນມີພັກນໍາພາ ປະເທດຊາດແສນຮັກຂອງພວກເຮົາ ຈຶ່ງມີການພັດທະນາ ແລະ ດໍາລົງຄົງຢູ່ຢ່າງສະຫງ່າຜ່າເຜີຍຄືແນວນີ້.

ພວກເຮົາຕ່າງກໍໄດ້ຮຽນຮູ້ ແລະ ເຂົ້າໃຈການກໍາເນີດເກີດຂຶ້ນຂອງພັກປະຊາຊົນ ປະຕິວັດລາວ ອັນມີປະທານໄກສອນ ພົມວິຫານ ເປັນຄັນທຸງ ເປັນຜູ້ຈັດຕັ້ງ ແລະ ນໍາພາທຸກໄຊຊະນະຂອງການປະຕິວັດລາວ ຈົນປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ໃນປີ 1975. ຫຼັງຈາກຮຽນຈົບອຸດົມວຽງຈັນ ແລະ ເຮັດໄດ້ວຽກໄລຍະໜຶ່ງ ຂ້າພະເຈົ້າກໍໄດ້ມີໂອກາດໄປຮໍ່າຮຽນ ແລະ ຄົ້ນຄວ້າຢູ່ ນະຄອນຫຼວງ ມົສກູ ສ ໂຊວຽດ ໃນເວລານັ້ນ ຈົນເຖິງປີ 1993 ຈຶ່ງໄດ້ກັບມາ ພ້ອມກັບ ໃບປະກາສະນີຍະບັດແດງ ແລະ ປະລິນຍາເອກ ຝ່າຍຄຸ້ມຄອງເສດຖະກິດ ແລະ ສຶບຕໍ່ປະກອບສ່ວນໃນກົງຈັກລັດ ໃນກະຊວງອຸດສາຫະກໍາການຄ້າ ແລະ ຢູ່ແຂວງບໍລິຄໍາໄຊ ຈົນເຖິງປັດຈຸບັນ.

ວາດພາບບໍ່ອອກວ່າ ຖ້າບໍ່ແມ່ນຢູ່ພາຍໃຕ້ລະບອບໃໝ່, ລູກຊາວນາ ຄືຂ້າພະເຈົ້າ ຊຶ່ງມີພໍ່ ພໍອ່ານອອກຂຽນເປັນ ຍ້ອນໄດ້ບວດຢູ່ວັດ, ແມ່ຮຽນຈົບປະຊາສຶກສາ, ຄົງຈະເປັນເລື່ອງໄຝ່ຝັນທີ່ຈະໄດ້ມີໂອກາດຮໍ່າຮຽນ, ໄດ້ຮັບການອົບຮົມບົ່ມສອນ, ຮຽນຮູ້ໂລກະທັດ, ຊິວະທັດ, ປັດສະຍາ ແລະ ວິຊາການຕ່າງໆ ຄືແນວນີ້, ໄດ້ມີໂອກາດໄປອົບຮົມ, ຮ່ວມປະຊຸມໃນເວທີຕ່າງໆ ທັງພາຍໃນ ແລະ ຕ່າງປະເທດຫຼາຍບ່ອນ.

ໃນຊ່ວງປີ 80 ຂ້າພະເຈົ້າເຄີຍໄດ້ອ່ານໃນວາລະສານ “ວັນນະສິນ” ບໍ່ຈືວ່ານັກກະວີທ່ານໃດຂຽນ (ຕ້ອງຂໍອາໄພ) ຊຶ່ງມີເນື້ອໃນແນວນີ້:

ພັກ ກັບ ແມ່

ແມ່ ໃຫ້ກໍາເນີດແຫ່ງຊີວິດ

ພັກ ໃຫ້ກໍາເນີດແນວຄິດປະຕິວັດ

ແມ່ ຈຸງແຂນພາເຮົາແອບຍ່າງ

ພັກສ່ອງແສງເຍືອງທາງໃຫ້ເຮົາຕໍ່ສູ້

ກູ້ເອົາຊີວິດແທ້ມາໃຫ້ ແມ່ນພັກເຮົາ

ຂ້າພະເຈົ້າຄິດວ່າ ໄດ້ເຮັດສໍາເລັດໜ້າທີ່ ທີ່ພັກລັດໄດ້ມອບໝາຍໃຫ້ ເວົ້າສະເພາະໃນຊ່ວງທ້າຍ 10 ປີມານີ້ ທີ່ເປັນສະມາຊິກສະພາແຫ່ງຊາດ ຊຸດທີ VIII ແລະ ຊຸດທີ IX ໂດຍເຮັດໜ້າທີ່ໃນຖານະເປັນຕົວແທນ ແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ເທົ່າທີ່ມີຄວາມສາມາດ ໃນການປະຕິບັດພາລະບົດບາດຂອງອົງການນິຕິບັນຍັດ, ຮັບຮອງເອົາບັນດາກົດໝາຍ, ຕົກລົງບັນຫາສໍາຄັນພື້ນຖານຂອງຊາດ ແລະ ເຮັດໜ້າທີ່ໃນການຕິດຕາມກວດກາ ການປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ, ສ່ວນຢູ່ຂັ້ນທ້ອງຖິ່ນ ກໍແມ່ນຢູ່ພາຍໃນແຂວງຂອງຕົນ, ສະເພາະຢູ່ແຂວງບໍລິຄໍາໄຊ ມີສະມາຊິກສະພາແຫ່ງຊາດ 7 ທ່ານ ໃນນັ້ນປະຈໍາຢູ່ສູນກາງ 2 ທ່ານ, ສ່ວນຢູ່ສະພາປະຊາຊົນແຂວງບໍລິຄໍາໄຊ ຊຶ່ງມີ 7 ເມືອງນັ້ນ ປະກອບມີ ສະມາຊິກສະພາປະຊາຊົນແຂວງ 30 ທ່ານ.

ໄປຄຽງຄູ່ກັບບັນຍາກາດແຫ່ງການສະເຫຼີມສະຫຼອງດ້ວຍຄວາມເອກອ້າງທະນົງໃຈ ວັນຊາດທີ 2 ທັນວາ ຄົບຮອບ 50 ປີ, ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ສະພາປະຊາຊົນແຂວງບໍລິຄໍາໄຊ ກໍພວມກະກຽມໃຫ້ແກ່ການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງຕົນ ຊຶ່ງເປັນເທື່ອສຸດທ້າຍຂອງ ຊຸດທີ IV ຊຶ່ງຈະຈັດຂຶ້ນໃນກາງເດືອນທັນວາ 2025 ນີ້. ພ້ອມນີ້ກໍພວມຂຸ້ນຂ້ຽວກະກຽມຮອບດ້ານໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ Vໃນຕົ້ນປີ 2026.

ໃນໂອກາດ ວັນສໍາຄັນທີ່ມີຄວາມໝາຍປະຫວັດສາດຂອງຊາດ, ຂອງພັກ, ຂ້າພະເຈົ້າ ຂໍອວຍພອນໄຊ ອັນປະເສີດ ມາຍັງການນໍາພັກ-ລັດ, ວິລະຊົນແຫ່ງຊາດ, ຜູ້ຊົງຄຸນວຸດທິ, ລຸງປ້າອາວອາ, ນັກຮົບ, ພະນັກງານ, ທະຫານ, ຕໍາຫຼວດ, ປະຊາຊົນລາວບັນດາເຜົ່າ ຈົ່ງມີຄວາມຜາສຸກ ເບີກບານມ່ວນຊື່ນ, ຂໍສະແດງຄວາມຮູ້ບຸນຄຸນ ອີກເທື່ອໜຶ່ງ ຕໍ່ພັກ, ລັດ ທີ່ໄດ້ເອົາໃຈໃສ່ກໍ່ສ້າງຊຸກຍູ້ບໍາລຸງໃຫ້ ຂ້າພະເຈົ້າໄດ້ມີໂອກາດສຶກສາຮໍ່າຮຽນມີຄວາມຮູ້, ຄວາມສາມາດ ແລະ ໄດ້ປະກອບສ່ວນພັດທະນາສ້າງສາບ້ານເມືອງ ແລະ ເຊື່ອໝັ້ນວ່າ ປະເທດຊາດຂອງພວກເຮົາ ພວມກ້າວເດີນສູ່ເສັ້ນທາງອັນສະຫວ່າງສະໃຫວຈະເລີນກ້າວໜ້າ ຕາມຈຸດໝາຍທີ່ໄດ້ກໍານົດໄວ້ຢ່າງແນ່ນອນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ກົມປ່າໄມ້, ກະຊວງກະສິກໍາ ແລະ ສີ່ງແວດລ້ອມ ຮ່ວມກັບ ບໍລິສັດ ເຈເອັດສ໌ເຄ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ສຶກສາຄວາມເປັນໄປໄດ້ ເພື່ອພັດທະນາສ່ວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍໃຫ້ເປັນພືຶ້ນທີ່ສີຂຽວ ແລະ ປົກປັກຮັກສາປ່າໄມ້ທໍາມະຊາດໃນເນື້ອທີ່ 100 ເຮັກຕາ.
ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ເມືອງຊານໄຊ ແຂວງອັດຕະປື ໄດ້ເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ໃຫ້ແກ່ພະນັກງານຂັ້ນຕາແສງ, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່ ເມືອງ​ຊານ​ໄຊໂດຍການເປັນປະທານຂອງທ່ານ ທະນູໄຊ ບັນຊາລິດ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີຄະນະພັກ, ຄະນະນໍາຂອງແຂວງ, ເມືອງ, ພ້ອມດ້ວຍ ວິທະຍາກອນ ແລະ ສຳມະນາກອນຈາກ 4 ຕາແສງຂອງເມືອງຊານໄຊ ປະກອບມີ: ຕາແສງວັງຕັດ, ຕາແສງກອງນາ, ຕາແສງນ້ຳຊຸ ແລະ ຕາແສງຄຳເບໄຊເຂົ້າຮ່ວມ.
ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ການປ່ຽນແປງທີ່ຍິ່ງໃຫຍ່ໃນສັງຄົມ ບໍ່ໄດ້ເລີ່ມຕົ້ນຈາກສິ່ງທີ່ຍິ່ງໃຫຍ່ ແຕ່ເລີ່ມຈາກການກະທຳອັນລຽບງ່າຍໃນຊີວິດປະຈຳວັນ, ພຽງແຕ່ລົງມືຮັກສາຄວາມສະອາດໃນໜ້າເຮືອນຂອງແຕ່ລະຄອບຄົວ ແລະ ການມີສ່ວນຮ່ວມຂອງສັງຄົມ ກໍກາຍເປັນພະລັງສາມັກຄີ ທີ່ສ້າງຄວາມສວຍງາມ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສັງຄົມໜ້າຢູ່. ບໍ່ພຽງແຕ່ເປັນການປະຕິບັດຕາມແນວທາງ “6 ສໍ” ຂອງເທສະບານເທົ່ານັ້ນ, ແຕ່ຍັງສະທ້ອນໃຫ້ເຫັນເຖິງຈິດສຳນຶກ, ບົດບາດຂອງແມ່ຍິງ ແລະ ຄວາມຮັບຜິດຊອບຕໍ່ພື້ນທີ່ສ່ວນລວມຢ່າງໜ້າຊົມເຊີຍ.
ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ພິທີປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານແຂວງເຊກອງ, ເລຂາໜ່ວຍພັກ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ສາຂາແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2026 ທີ່ຫ້ອງປະຊຸມ ທຄຕລ ໂດຍມີສະຫາຍ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈໍາພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ມີຄະນະພັກຮາກຖານສາຂາທະນາຄານ, ຄະນະໜ່ວຍພັກທະນາຄານທີ່ຂຶ້ນກັບ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ
ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ກອງປະຊຸມ ປຶກສາຫາລື ເອກະພາບຂໍ້ມູນ ແລະ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035 ແລະ ແຜນປະຕິບັດງານ 5 ປີ 2026-2030 ຂອງແຂວງຄໍາມ່ວນ ຄັ້ງທີ III ຈັດຂຶ້ນໃນວັນທີ 7 ຕຸລາ 2026 ໂດຍການເປັນປະທານຂອງທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ (ຄພຂ), ມີທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ຫົວໜ້າກອງເລຂາ ຄພຂ, ມີຄະນະກຳມະການ ແລະ ກອງເລຂາຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປານາ ສປປ ລາວ, ໃນວັນທີ 6 ຕຸລາຜ່ານມາ, ທີ່ ແຂວງສາລະວັນ ໂດຍການເປັນປະທານຂອງ ທ່ານ ມະໄລວອນ ສີປະເສີດ ກໍາມະການພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີຮອງຫົວໜ້າຄະນະຄະນະໂຄສະນາອົບຮົມແຂວງ,ພະນັກງານບໍານານແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ໄລຍະ 2027-2030, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່​ແຂວງຫຼວງ​ພະ​ບາງໂດຍເປັນປະທານ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກໍາມະການປົກຄອງແຂວງ, ມີຄະນະນຳແຂວງ, ບັນດາເມືອງ-ນະຄອນ ຫຼວງພະບາງ ແລະພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.
ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ສູນເສຍອົງຄະ 392 ທີ່ຂຶ້ນກອງບັນຊາການທະຫານເເຂວງອັດຕະປື, ເນື່ອງໃນໂອກາດ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ ( 21 ມີນາ 1946 - 21 ມີນາ 2026) ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ 2026, ໂດຍການເປັນປະ ທານຂອງສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ, ກຳມະການຄະນະພັກກະຊວງ, ຫົວໜ້າກົມໂຄ ສະນາອົບຮົມ, ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ສີສົມໃຈ ມະໂນລາ, ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານເເຂວງອັດຕະປື, ມີຄະນະກົມໂຄສະນາ, ຄະນະພັກ-ຄະນະບັນຊາ 6 ຫ້ອງກອງບັນຊາການ, ຕະຫຼອດຮອດພະນັກງານສູນເສຍອົງຄະ 392 ເຂົ້າຮ່ວມ.
ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ (ຜູ້ຊີ້ນໍາວຽກງານເສດຖະກິດ) ພ້ອມ​ຄະ​ນະໄດ້ເຄື່ອນໄຫວຢ້ຽມ​ຢາມ, ໂອ້ລົມ ແລະ ໃຫ້ທິດຊີ້ນໍາດ່ານສາ​ກົນ​ຂົວ​ມິດ​ຕະ​ພາບ 3, ເມື່ອ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ, ໂດຍ​ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ວັນທີ 6 ຕຸລາ 2026ທີ່ ພະແນກສາທາລະນະສຸກແຂວງຄໍາມ່ວນໄດ້ຈັດກອງປະຊຸມ ຫາລືແລກປ່ຽນຂໍ້ມູນ ແລະ ນໍາສະເໜີວຽກງານທີ່ກ່ຽວຂ້ອງກັບຂະແໜງການປະກັນສັງຄົມ ແລະ ການໃຫ້ບໍລິການສາທາລະນະສຸກ, ໂດຍມີທ່ານ ນາງ ບົວຫອມ ພົມມະຈັນ ຮັກສາການຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ທ່ານ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍາມ່ວນ, ພ້ອມດ້ວຍບັນດາຂະແໜງການ, ພະນັກງານວິຊາການທີ່ກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ເພີ່ມເຕີມ