ການນຳກະຊວງ ກສ ລົງຊີ້ນໍາການແກ້ໄຂບັນຫາໄຟໄໝ້ລາມປ່າ ຢູ່ເຂດພູເຂົາຄວາຍ ແລະ ພູພະນັງ

ການນຳກະຊວງ ກສ ລົງຊີ້ນໍາການແກ້ໄຂບັນຫາໄຟໄໝ້ລາມປ່າ ຢູ່ເຂດພູເຂົາຄວາຍ ແລະ ພູພະນັງ

ການນຳກະຊວງ ກສ ລົງຊີ້ນໍາການແກ້ໄຂບັນຫາໄຟໄໝ້ລາມປ່າ ຢູ່ເຂດພູເຂົາຄວາຍ ແລະ ພູພະນັງ
ກອງປະຊຸມຊຸກຍູ້, ຕິດຕາມການຈັດຕັ້ງປະຕິບັດຄຳສັ່ງເລກທີ 11/ນຍ ແລະ ຕິດຕາມສະພາບໄຟ ໄໝ້ລາມປ່າ ຢູ່ເຂດອຸທິຍານແຫ່ງຊາດພູເຂົາຄວາຍ ແລະ ປ່າສະຫງວນແຫ່ງຊາດພູພະນັງ ໄດ້ຈັດຂຶ້ນໃນວັນທີ 20 ເມສາ ນີ້ ທີ່ຫ້ອງວ່າການແຂວງວຽງຈັນ ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ລິນຄຳ ດວງສະຫວັນ ກຳມະການສູນກາງພັກ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ (ກສ) ແລະ ທ່ານ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງວຽຈັນ, ເຂົ້າຮ່ວມມີບັນດາຮອງຄະນະອົງການປົກຄອງແຂວງວຽງຈັນ, ບໍລິຄຳໄຊ, ໄຊສົມບູນ ແລະ ນະຄອນຫຼວງວຽງຈັນ, ພ້ອມດ້ວຍຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກການຈາກຂັ້ນແຂວງ ແລະ ຂັ້ນເມືອງທີ່ກ່ຽວຂ້ອງ.
ການນຳກະຊວງ ກສ ລງຊນາການແກໄຂບນຫາໄຟໄໝລາມປາ ຢເຂດພເຂາຄວາຍ ແລະ ພພະນງ - image 1
 

 

ໃນໂອກາດນີ້, ທ່ານລັດຖະມົນຕີ ກະຊວງ ກສ ໄດ້ກ່າວເປີດກອງປະຊຸມໂດຍເນັ້ນໜັກວ່າ: ປ່າສະຫງວນແຫ່ງຊາດພູພະນັງ ແລະ ອຸທິຍານແຫ່ງຊາດພູເຂົາຄວາຍ ທີ່ໄດ້ຮັບການສ້າງຕັ້ງຂຶ້ນນັບແຕ່ປີ 1993 ຕາມດຳລັດຂອງນາຍຍົກລັດຖະມົນຕີ ສະບັບເລກທີ 164/ນຍ ແມ່ນເຂດຍຸດທະສາດທີ່ສຳຄັນ ທີ່ມີບົດບາດຕໍ່ການພັດທະນາເສດຖະກິດ-ສັງຄົມ, ລະບົບນິເວດ, ສິ່ງແວດລ້ອມ ແລະ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂອງບັນດາແຂວງໃກ້ຄຽງ ແລະ ນະຄອນຫຼວງວຽງຈັນ.

ເຖິງຢ່າງໃດກໍຕາມ, ໃນປີ 2026 ນີ້ ສະພາບໄຟໄໝ້ປ່າແມ່ນມີຄວາມຮຸນແຮງທີ່ສຸດເມື່ອທຽບໃສ່ໄລຍະຜ່ານມາ ຊຶ່ງບາງເຫດການບໍ່ສາມາດຄວບຄຸມໄດ້ດ້ວຍກຳລັງພາກພື້ນດິນ ຈົນຕ້ອງໄດ້ນຳໃຊ້ເຮືອບິນເຂົ້າຊ່ວຍດັບມອດ. ສາເຫດຕົ້ນຕໍແມ່ນເກີດຈາກການບຸກລຸກຈັບຈອງທີ່ດິນ, ການລັກລອບຕັດໄມ້ ແລະ ການຈູດປ່າຊະຊາຍ ເຮັດໃຫ້ເກີດບັນຫາໝອກຄວັນ ແລະ ມົນລະພິດທາງອາກາດປົກຄຸມຢ່າງໜັກໜ່ວງ.

ການນຳກະຊວງ ກສ ລງຊນາການແກໄຂບນຫາໄຟໄໝລາມປາ ຢເຂດພເຂາຄວາຍ ແລະ ພພະນງ - image 2
 

ອີງຕາມບົດລາຍງານຕົວຈິງຈາກແຂວງວຽງຈັນ, ເນື້ອທີ່ປ່າໄມ້ທົ່ວແຂວງມີທັງໝົດ 677,329 ເຮັກຕາ. ນັບແຕ່ຕົ້ນປີ 2026 ຈົນເຖິງວັນທີ 7 ເມສາ, ໄດ້ເກີດເຫດໄຟໄໝ້ປ່າໃນ 10 ເມືອງ, ສ້າງຄວາມເສຍຫາຍແກ່ເນື້ອທີ່ປ່າໄມ້ເຖິງ 3,117.42 ເຮັກຕາ. ໃນນັ້ນ, ເມືອງທີ່ໄດ້ຮັບຜົນກະທົບຫຼາຍກວ່າໝູ່ແມ່ນ ເມືອງແກ້ວອຸດົມ ເສຍຫາຍ 520 ເຮັກຕາ ແລະ ເມືອງຫີນເຫີບ ເສຍຫາຍ 494 ເຮັກຕາ (ກວມເອົາເຂດປ່າສະຫງວນແຫ່ງຊາດພູພະນັງ). ສິ່ງທ້າທາຍສຳຄັນແມ່ນສະພາບພູມສັນຖານທີ່ຊັນ, ອຸປະກອນຮັບໃຊ້ບໍ່ພຽງພໍ ແລະ ງົບປະມານສຸກເສີນຍັງມີຈຳກັດ.

ເພື່ອແກ້ໄຂບັນຫາດັ່ງກ່າວຢ່າງເດັດຂາດ, ທ່ານລັດຖະມົນຕີໄດ້ເຈາະຈີ້ມໃຫ້ຄະນະຮັບຜິດຊອບ ແລະ ພາກສ່ວນກ່ຽວຂ້ອງສຸມໃສ່ວຽກງານຈຸດສຸມ ດັ່ງນີ້: 1) ການບັງຄັບໃຊ້ກົດໝາຍ: ຈັດຕັ້ງປະຕິບັດຄຳສັ່ງເລກທີ 11/ນຍ ແລະ 15/ນຍ ຢ່າງເຂັ້ມງວດ, ຕີລາຄາຄືນຜົນໄດ້ຮັບ ແລະ ຂໍ້ຄົງຄ້າງ ເພື່ອແກ້ໄຂປະກົດການຫຍໍ້ທໍ້ໃນການບຸກລຸກປ່າໄມ້ໃຫ້ເດັດຂາດ; 2) ການປັບປຸງກົງຈັກ: ພິຈາລະນາການບັນຈຸພະນັກງານຄຸ້ມຄອງປ່າໄມ້ໃຫ້ສອດຄ່ອງກັບຫຼັກການສາກົນ ໂດຍເນັ້ນໃສ່ກຳລັງພົນຢູ່ຂັ້ນເມືອງ ແລະ ເຂດອຸທິຍານ ໃຫ້ກວມເອົາ 65% - 80% ຂອງພະນັກງານທັງໝົດ; 3) ມາດຕະການໄລຍະຍາວ: ສ້າງແຜນການດຳເນີນງານທີ່ເປັນຮູບປະທຳ, ຍົກລະດັບຄວາມຮູ້ໃຫ້ແກ່ຄະນະຕອບໂຕ້ໄພພິບັດຂັ້ນບ້ານ ແລະ ສ້າງກອງທຶນສຸກເສີນເພື່ອຮັບໃຊ້ວຽກງານນີ້ໂດຍສະເພາະ. ນອກຈາກນັ້ນ, ທ່ານລັດຖະມົນຕີຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ຈົ່ງຮ່ວມມືກັນຢ່າງຈິງຈັງ ເພາະວຽກງານນີ້ແມ່ນໜ້າທີ່ຂອງທົ່ວສັງຄົມ ເພື່ອປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ມີຄວາມຍືນຍົງຕະຫຼອດໄປ.

ການນຳກະຊວງ ກສ ລງຊນາການແກໄຂບນຫາໄຟໄໝລາມປາ ຢເຂດພເຂາຄວາຍ ແລະ ພພະນງ - image 3
 

ໃນຕອນທ້າຍຂອງພິທີ, ທ່ານ ລິນຄຳ ດວງສະຫວັນ ຍັງໄດ້ຕາງໜ້າໃຫ້ກະຊວງມອບເງິນຊ່ວຍເຫຼືອຈຳນວນ 60 ລ້ານກີບ ແລະ ນໍ້າດື່ມຈຳນວນ 150 ແຟັກ ໃຫ້ແກ່ຄະນະອົງການປົກຄອງ 4 ແຂວງ (ແຂວງວຽງຈັນ, ບໍລິຄຳໄຊ, ໄຊສົມບູນ ແລະ ນະຄອນຫຼວງວຽງຈັນ) ເພື່ອນຳໃຊ້ເຂົ້າໃນວຽກງານສະກັດກັ້ນ ແລະ ດັບມອດໄຟປ່າໃນຄັ້ງນີ້. ຈາກນັ້ນ, ທ່ານລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມເບິ່ງສະພາບການໄຟໄໝ້ປ່າຕົວຈິງໃນບາງຈຸດທີ່ສຳຄັນ ເພື່ອປະເມີນສະຖານະການ ແລະ ວາງແຜນການເຂົ້າຊ່ວຍເຫຼືອໃນຂັ້ນຕໍ່ໄປໃຫ້ທ່ວງທັນການ.

(ແຫຼ່ງຂ່າວ: ເສດຖະກິດ-ການຄ້າ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຍົກລະດັບຄວາມຮູ້ທາງພຸດທະສາໜາ ແລະວັດທະນະທຳລາວ

ຍົກລະດັບຄວາມຮູ້ທາງພຸດທະສາໜາ ແລະວັດທະນະທຳລາວ

ວັນທີ 7 ກັນຍາ 2026 ນີ້, ຢູ່ພະແນກວັດທະນະທຳ ແລະ ການທ່ອງທ່ຽວ ແຂວງຫຼວງພະບາງ ໄດ້ຈັດຊຸດຝຶກອົບຮົມຄວາມຮູ້ທາງພຸດທະສາໜາ ແລະວັດທະນະທຳລາວ ໃຫ້ແກ່ພະນັກງານນຳທ່ຽວ ຂັ້ນແຂວງຫຼວງພະບາງ ໂດຍມີ ທ່ານ ວັນນະເດດ ພົງສຸດທິ ຮອງຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວ, ສາທຸ ແສງດາວ ສັນຕິກະໂຣ ຮອງປະທານອົງການພຸດທະສາສະໜາສຳພັນລາວ (ອພສ) ນະຄອນ ຫຼວງພະບາງ, ຮອງຫົວໜ້າກຳມາທິການເຜີຍແຜ່ສີນລະທຳ ກຳມະຖານແຂວງ ແລະເຈົ້າອອະທິການວັດປ່າໄຜ່ມີໄຊຍາຣາມ ແລະທ່ານ ຄຳສອນ ດາລາວົງ ປະທານສະມາຄົມພະນັກງານນຳທ່ຽວແຂວງ ພ້ອມດ້ວຍພະນັກງານນຳທ່ຽວ ແລະພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ພະນັກງານຄັງເງິນ 6 ແຂວງພາກເໜືອ ໄດ້ຮັບການເສີມທັກສະ ກ້າວສູ່ການເງິນທັນສະໄໝ

ພະນັກງານຄັງເງິນ 6 ແຂວງພາກເໜືອ ໄດ້ຮັບການເສີມທັກສະ ກ້າວສູ່ການເງິນທັນສະໄໝ

ວັນທີ 7 ກັນຍາ 2026 ນີ້, ທີ່ສະຖາບັນເສດຖະກິດ-ການເງິນ ສາຂາພາກເໜືອ ແຂວງຫຼວງພະບາງ ໄດ້ຈັດຊຸດຝຶກອົບຮົມວຽກງານວິຊາສະເພາະຄັງເງິນ ຊຸດທີ I ປະຈຳປີ 2026 ໂດຍເປັນປະທານຂອງ ທ່ານ ນາງ ວົງພະຈັນ ວົງປະດິດ ຫົວໜ້າສະຖາບັນເສດຖະກິດ-ການເງິນ ສາຂາພາກເໜືອ, ມີພະນັກງານຄັງເງິນແຫ່ງລັດຈາກ 6 ແຂວງພາກເໜືອ ແລະ 17 ເມືອງ ເຂົ້າຮ່ວມ 50 ຄົນ.
ຮອງ​ປະ​ທານ ສ​ພ​ຊ ຕິດຕາມ ຊຸກຍູ້ ແລະ ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ

ຮອງ​ປະ​ທານ ສ​ພ​ຊ ຕິດຕາມ ຊຸກຍູ້ ແລະ ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ

ເພື່ອເກັບກໍາ, ສັງລວມສະພາບ ແລະ ຂໍ້ມູນຜົນກະທົບຂອງປະຊາຊົນຈາກໄພນໍ້າຖ້ວມ ເພື່ອລາຍງານຄະນະປະຈໍາສະພາແຫ່ງຊາດ, ປຶກສາຮ່ວມກັບລັດຖະບານ ແລະ ພາກສ່ວນກ່ຽວຂ້ອງ ແກ້ໄຂຜົນກະທົບ ໃຫ້ຖືກຕ້ອງກັບຕົວຈິງ ແລະ ທັນກັບສະພາບການ. ໃນວັນທີ 5-6 ກັນຍາຜ່ານມາ, ທ່ານ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດ (ສ​ພ​ຊ) ພ້ອມຄະນະ ໄດ້ເຄື່ອນໄຫວຕິດຕາມ ກວດກາ ແລະ ຊຸກຍູ້ການຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ຢູ່ແຂວງຫຼວງນໍ້າທາ ແລະ ແຂວງອຸດົມໄຊ ໂດຍການຕ້ອນຮັບຂອງເລຂາຄະນະບໍລິ ຫານພັກແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈຳເດືອນສິງຫາ

ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈຳເດືອນສິງຫາ

ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈໍາເດືອນສິງຫາ 2026 ໄດ້ດໍາເນີນຂຶ້ນໃນລະຫວ່າງວັນທີ 3-4 ກັນຍາຜ່ານ​ມາ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຄະ​ນະເລຂາທິ ການສູນກາງພັກ ຮັກສາການປະທານຄະນະປະຈໍາສະພາແຫ່ງຊາດ, ມີບັນດາທ່ານຮອງປະທານຄະນະປະຈໍາສະພາແຫ່ງຊາດ, ກຳມະການຄະນະປະຈໍາສະພາແຫ່ງຊາດ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ແຂວງເຊກອງ ປະດັບຫຼຽນກາລະນຶກ 50 ປີ ໃຫ້ອະດີດການນໍາເມືອງລະມາມ

ແຂວງເຊກອງ ປະດັບຫຼຽນກາລະນຶກ 50 ປີ ໃຫ້ອະດີດການນໍາເມືອງລະມາມ

ພິ​ທີ​ປະ​ດັບຫຼຽນ​ກາ​ທີ່​ລະ​ນຶກ 50 ປີ ວັນສະຖາປະນາ ສປປ ລາວ (2 ທັນວາ 1975-2 ທັນວາ 2025) ໃຫ້ທ່ານ ຄໍາໄລ ປັນຍາຄູນ ພະນັກງານບໍານານ, ອະດີດຄະນະປະຈໍາພັກເມືອງ, ອະດີດຮອງເຈົ້າເມືອງລະມາມ ແລະ ທ່ານ ນາງ ສອນ ປັນຍາຄູນ ອໍານວຍການກຸ່ມບໍລິສັດສອນ ກໍ່ສ້າງຄົບວົງຈອນ ຈໍາກັດຜູ້ດຽວ ໄດ້​ມີ​ຂຶ້ນ​ໃນວັນທີ 4 ກັນຍາຜ່ານ​ມາ, ໃຫ້​ກຽດປະ​ດັບຫຼນ​ດັ່ງ​ກ່າວ ໂດຍ ທ່ານ ບຸນຫຼາຍ ບຸດທິ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງເຊກອງ.
ກຸ່ມ​ໂຮງ​ສີ​ເຂົ້າ-ເກັບ​ຊື້​ເຂົ້າ ເມືອງ​ພຽງ ສະຫຼຸບການເຄືອນໄຫວວຽກ​ງານ

ກຸ່ມ​ໂຮງ​ສີ​ເຂົ້າ-ເກັບ​ຊື້​ເຂົ້າ ເມືອງ​ພຽງ ສະຫຼຸບການເຄືອນໄຫວວຽກ​ງານ

ກອງປະຊຸມສະຫຼຸບວຽກງານການເຄືອນໄຫວໃນໄລຍະຜ່ານມາ ແລະ ຄັດເລືອກຄະນະກຸ່ມຊຸດໃໝ່ ຂອງກຸ່ມໂຮງສີເຂົ້າ-ເກັບຊື້ເຂົ້າເມືອງພຽງ ແຂວງໄຊຍະບູລີ ໄດ້ຈັດຂື້ນໃນວັນທີ 4 ກັນຍາ​ຜ່ານ​ມາ ທີ່ ເມືອງພຽງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ກອງໄຊ ໄຊຍະລາດ ຮອງປະທານຄະນະກຳມະການປົກຄອງເມືອງ, ມີພາກ​ສ່ວນກ່ຽວຂ້ອງ, ພ້ອມດ້ວຍສະມາຊິກກຸ່ມເຂົ້າຮ່ວມ.
ກອງພົນທີ 4 ປະກາດເລື່ອນຊັ້ນ ເລື່ອນທຽບຊັ້ນໃຫ້ນາຍທະຫານ

ກອງພົນທີ 4 ປະກາດເລື່ອນຊັ້ນ ເລື່ອນທຽບຊັ້ນໃຫ້ນາຍທະຫານ

ວັນທີ 4 ກັນຍາ ຜ່ານມາ, ກອງພົນທີ 4 ຈັດພິທີປະກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານ ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ໃຈເພັດ ວົງແສນສົມ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຫົວໜ້າການເມືອງ ກອງພົນທີ 4, ມີສະຫາຍ ພັນເອກ ຈັນທຸມມາ ນໍອາມາດ ຫົວໜ້າຫ້ອງການເມືອງ ກອງພົນທີ 4, ມີຄະນະພັກ-ຄະນະບັນຊາກອງພົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ພິທີມອບເງິນຊ່ວຍເຫຼືອຜູ້ປະສົບໄພພິບັດຢູ່ແຂວງຫຼວງພະບາງ

ພິທີມອບເງິນຊ່ວຍເຫຼືອຜູ້ປະສົບໄພພິບັດຢູ່ແຂວງຫຼວງພະບາງ

ວັນທີ 5 ສິງຫາ ຜ່ານມາ ທີ່ຫ້ອງວ່າການປົກຄອງແຂວງຫຼວງພະບາງ ໄດ້ຈັດພິທີມອບ-ຮັບເງິນ 100 ລ້ານກີບ ເພື່ອຊຸກຍູ້ສະພາປະຊາຊົນແຂວງ ແລະ ອຳນາດການປົກຄອງແຂວງ
ພາຂວັນຕົວແທນຈາກແຂວງອຸດົມໄຊ ໄດ້ຮັບໂລ້ລາງວັນເຂົ້າຮ່ວມງານເທສະການຄຳລາວ

ພາຂວັນຕົວແທນຈາກແຂວງອຸດົມໄຊ ໄດ້ຮັບໂລ້ລາງວັນເຂົ້າຮ່ວມງານເທສະການຄຳລາວ

ງານເທສະການຄຳລາວປະຈຳປີ 2026 ຈັດຂຶ້ນໃນລະຫວ່າງວັນທີ 4-6 ກັນຍາ 2026 ຢູ່ນະຄອນ ຫຼວງວຽງຈັນ ໄດ້ຈັດໃຫ້ມີຫຼາຍກິດຈະກຳປິ່ນອ້ອມ ເພື່ອເຮັດໃຫ້ພາຍໃນງານມີບັນຍາກາດຄືກຄື້ນໜຶ່ງໃນຫຼາຍໆກິດຈະກຳນັ້ນ ກໍມີກິດຈະກຳແຂ່ງຂັນສີໄມ້ລາຍມືອັນປານີດ ໃນການເຮັດພາຂວັນຂອງແຕ່ລະທ້ອງ ຖິ່ນທົ່ວປະເທດ. ຊຶ່ງກິດຈະກຳດັ່ງກ່າວໄດ້ມີຕົວແທນແຕ່ລະແຂວງເຂົ້າຮ່ວມ 10 ທີມ, ສະເພາະແຂວງອຸດົມໄຊໄດ້ຮັບລາງວັນຊົມເຊີຍ ໂດຍໄດ້ຮັບເງິນ 5 ລ້ານກີບ ພ້ອມໂລ້ລາງວັນ.
ຊ່ຽວຊານແພດ ຂະບວນລົດໄຟສັນຕິພາບ 2026 ກອງທັບປົດປ່ອຍປະຊາຊົນຈີນ  ເດີນທາງເຖິງ ນວ

ຊ່ຽວຊານແພດ ຂະບວນລົດໄຟສັນຕິພາບ 2026 ກອງທັບປົດປ່ອຍປະຊາຊົນຈີນ ເດີນທາງເຖິງ ນວ

ຄະນະຊ່ຽວຊານການແພດ “ຂະບວນລົດໄຟສັນຕິພາບ 2026” ຂອງກອງທັບປົດປ່ອຍປະຊາຊົນຈີນ ນຳໂດຍສະຫາຍ ພັນເອກ ຊົ່ງ ໄສຜິງ ຮອງອຳນວຍການໂຮງໝໍເລກ 2 ມະຫາວິທະຍາໄລການແພດກອງທັບບົກ ຫົວໜ້າກອງແພດລົດໄຟເສນາຮັກແຫ່ງ ສປ ຈີນ ໄດ້ເດີນທາງມາຮອດນະຄອນຫຼວງວຽງຈັນ (ນວ) ໃນວັນທີ 6 ກັນຍາ ນີ້, ໃຫ້ການຕ້ອນຮັບຢ່າງອົບອຸ່ນຢູ່ສະຖານີລົດໄຟ ລາວ-ຈີນ ນະຄອນຫຼວງວຽງຈັນ ໂດຍສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ຮອງຫົວໜ້າກົມໃຫຍ່ ພະລາທິການກອງທັບປະຊາຊົນລາວ ທັງເປັນຄະນະຊີ້ນໍາການຝຶກຊ້ອມຊ່ວຍເຫຼືອມະນຸດສະທໍາ ແລະ ການບໍລິການດ້ານການແພດ “ຂະບວນລົດໄຟສັນຕິພາບ 2026” ພ້ອມດ້ວຍຄະ ນະ.
ເພີ່ມເຕີມ