ການນຳຂັ້ນສູງ ຫວຽດນາມ - ອິນໂດເນເຊຍ ເພີ່ມທະວີການພົວພັນຮ່ວມມື

ການນຳຂັ້ນສູງ ຫວຽດນາມ - ອິນໂດເນເຊຍ ເພີ່ມທະວີການພົວພັນຮ່ວມມື
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໂດຍຮັບຄຳເຊີນຂອງ ທ່ານ ຫວໍວັນເຖືອງ ປະທານປະເທດ ຫວຽດນາມ, ທ່ານ ໂຈໂກ ວີໂດໂດ ປະທານາທິບໍດີ ອິນໂດເນເຊຍ ໄດ້ມາຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ແຕ່ວັນທີ 11 – 13 ມັງກອນ 2024. ໃນວັນທີ 12 ມັງກອນ ຜ່ານມາ, ຢູ່ທຳນຽບປະທານປະເທດ, ທ່ານ ຫວໍວັນເຖືອງ ໄດ້ເປັນປະທານພິທີຕ້ອນຮັບ ທ່ານ ໂຈໂກ ວີໂດໂດ ຢ່າງສົມກຽດ.
        ຂ່າວລະບຸວ່າ: ໃນການພົບປະເຈລະຈາພາຍຫຼັງພິທີຕ້ອນຮັບ, ການນຳ 2 ທ່ານໄດ້ເຫັນດີຜັນຂະຫຍາຍບັນດາກົນໄກຮ່ວມມື 2 ຝ່າຍຢ່າງມີປະສິດທິຜົນ; ສ້າງໂຄງການເຄື່ອນໄຫວໄລຍະ 2024 – 2028 ໂດຍໄວ. ພ້ອມກັນນັ້ນ, ເພີ່ມທະວີການຮ່ວມມືໃນບັນດາຂົງເຂດອື່ນໆ ຄື: ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການຮ່ວມມືທາງທະເລ; ກະສິກຳ ແລະ ສິນໃນນ້ຳ; ວັດທະນະທຳ, ກິລາ, ທ່ອງທ່ຽວ… ພ້ອມທັງ, ເປີດກວ້າງການຮ່ວມມືໃນບັນດາຂົງເຂດໃໝ່ ຄື: ການຫັນປ່ຽນພະລັງງານ, ຫັນເປັນດີຈີຕອນ, ນະວັດຕະກຳ. ທ່ານ ຫວໍວັນເຖືອງ ປາຖະໜາວ່າ: ລັດຖະບານ ອິນໂດເນເຊຍ ຈະສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອິນໂດເນເຊຍ ດຳລົງຊີວິດຢ່າງມີສະຖຽນລະພາບ.
ກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, 2 ຝ່າຍເຫັນດີສົມທົບກັບບັນດາປະເທດ ອາຊຽນ ສະໜັບສະໜູນ ລາວ ຮັບດຳລົງຕຳແໜ່ງປະທານ ອາຊຽນ 2024 ໃຫ້ບັນລຸຜົນສຳເລັດ. ການນຳ 2 ທ່ານກໍຢືນຢັນຄືນໃໝ່ຄວາມສຳຄັນຂອງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ຄວາມປອດໄພ.
ພາຍຫຼັງການພົບປະເຈລະຈາ, ການນຳ 2 ທ່ານໄດ້ເປັນສັກຂີພິຍານພິທີແລກປ່ຽນບົດບັນທຶກຊ່ວຍຈຳກ່ຽວກັບ ການຮ່ວມມືດ້ານເຕັກໂນໂລຊີຂໍ້ມູນຂ່າວສານ - ການສື່ສານ ແລະ ບົດບັນທຶກຊ່ວຍຈຳກ່ຽວກັບອາຊີບການປະມົງ. ການນຳ 2 ທ່ານໄດ້ເຫັນດີສູ້ຊົນນຳວົງເງິນການຄ້າ 2 ຝ່າຍໃຫ້ບັນລຸລະດັບ 15 ຕື້ໂດລາ ແລະ ສູງກວ່າ ຕາມທິດມີຄວາມດຸ່ນດ່ຽງ.
 

ຄໍາເຫັນ

ຂ່າວຕ່າງປະເທດ

Honda ປະກາດໃຊ້ໂລໂກ້ H ແບບໃໝ່ສຳລັບລົດໄຟຟ້າ

Honda ປະກາດໃຊ້ໂລໂກ້ H ແບບໃໝ່ສຳລັບລົດໄຟຟ້າ

ຂ່າວຕ່າງປະເທດລາຍງານໃນວັນທີ 13 ມັງກອນ ຜ່ານມາວ່າ: ບໍລິສັດ Honda Motor ໄດ້ປະກາດວ່າຈະນໍາໃຊ້ໂລໂກ້ “H” ແບບໃໝ່ສຳລັບລົດໄຟຟ້າ (EV) ແລະ ລົດໄຮບຣິດລຸ້ນໃໝ່, ລວມທັງເຄືອຂ່າຍຕົວແທນຈຳໜ່າຍ ແລະກິດຈະກຳມໍເຕີສະປອດ.
ນັກຄົ້ນຄວ້າພັດທະນາ AI ຟັງສຽງຂອງປາທີ່ຫິວ

ນັກຄົ້ນຄວ້າພັດທະນາ AI ຟັງສຽງຂອງປາທີ່ຫິວ

ຂ່າວຕ່າງປະເທດລາຍງານ ໃນວັນທີ 13 ມັງກອນ ຜ່ານມາວ່າ: ທີມນັກຄົ້ນຄວ້າອິສຣາແອນ ໄດ້ເປີດເຜີຍການພັດທະນາລະບົບປັນຍາປະດິດ (AI) ທີ່ສາມາດກວດຫາຄວາມຫິວຂອງປາໂດຍການວິເຄາະສຽງທີ່ປາປ່ອຍອອກມາໃນຂະນະທີ່ກິນອາຫານ ຊຶ່ງຖືເປັນເຄື່ອງມືໃໝ່ສຳລັບການລ້ຽງສັດນ້ຳທີ່ສະຫຼາດ ແລະ ຍືນຍົງ.
ອິນໂດເນເຊຍ ຈະຢຸດຕິການນຳເຂົ້ານໍ້າມັນກາຊວນ

ອິນໂດເນເຊຍ ຈະຢຸດຕິການນຳເຂົ້ານໍ້າມັນກາຊວນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 13 ມັງກອນ ຜ່ານມາວ່າ: ທ່ານ ບາລິລ ລາຮາດາເລຍ ລັດຖະມົນຕີກະຊວງພະລັງງານ ແລະ ຊັບພະຍາກອນແຮ່ທາດຂອງອິນໂດເນເຊຍ ໄດ້ປະກາດຫວ່າງມໍ່ໆມານີ້ວ່າ, ອິນໂດເນເຊຍຈະຢຸດການນຳເຂົ້ານ້ຳມັນກາຊວນເລີ່ມແຕ່ປີນີ້ເປັນຕົ້ນໄປ ຫຼັງຈາກທີ່ມີການຂະຫຍາຍກຳລັງການກັ່ນນ້ຳມັນພາຍໃນປະເທດ.
ພູເຂົາໄຟມາຍອນ ໃນຟີລິບປິນ ພົ່ນລາວາຮ້ອນຍາວປະມານ 100 ແມັດ

ພູເຂົາໄຟມາຍອນ ໃນຟີລິບປິນ ພົ່ນລາວາຮ້ອນຍາວປະມານ 100 ແມັດ

ຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 13 ມັງກອນ ຜ່ານມາ, ສະຖາບັນວິທະຍາສາດພູເຂົາໄຟ ແລະ ແຜ່ນດິນໄຫວຟີລິບປິນ ໄດ້ລາຍງານການກວດພົບກະແສລາວາຮ້ອນໄຫຼອອກຈາກປາກພູເຂົາໄຟມາຍອນ (Mayon Volcano) ເທິງເກາະລູຊອນເປັນໄລຍະທາງປະມານ 100 ແມັດ ຊຶ່ງເກີດຂຶ້ນໃນຕອນເຊົ້າມືດ ເປັນເວລາສັ້ນໆປະມານ 35 ວິນາທີ
ມູນຄ່າການຄ້ານຳເຂົ້າ - ສົ່ງອອກຂອງຈີນສ້າງສະຖິຕິໃໝ່ໃນປີ 2025

ມູນຄ່າການຄ້ານຳເຂົ້າ - ສົ່ງອອກຂອງຈີນສ້າງສະຖິຕິໃໝ່ໃນປີ 2025

ຂ່າວສານຊີອາໄອລາຍງານ ໃນວັນທີ 14 ມັງກອນ ຜ່ານມາວ່າ: ໂຕເລກສະຖິຕິຂອງອົງການພາສີແຫ່ງຊາດຈີນສະແດງໃຫ້ເຫັນວ່າ, ປີ 2025 ມູນຄ່າການຄ້ານຳເຂົ້າ - ສົ່ງອອກຂອງຈີນມີເຖິງ 45,470 ຕື້ຢວນ, ເພີ່ມຂຶ້ນ 3.8%. ໃນນັ້ນ, ການຄ້າສົ່ງອອກມີເຖິງ 26,990 ຕື້ຢວນ, ເພີ່ມຂຶ້ນ 6.1%, ການຄ້ານຳເຂົ້າມີເຖິງ 18,480 ຕື້ຢວນ, ເພີ່ມຂຶ້ນ 0.5% ໂດຍມີຈຸດພິເສດ 5 ຂໍ້ດັ່ງນີ້:
ຮອດປີ 2045 ຫວຽດນາມ ທໍາຄວາມ​ສະ​ອາດ​ເນື້ອ​ທີ່​ດິນ​ຖືກ​ມົນ​ລະ​ພິດ​ຈາກ​ລະ​ເບີດ​ໃຫ້​ສຳ​ເລັດ​ໂດຍ​ພື້ນ​ຖານ

ຮອດປີ 2045 ຫວຽດນາມ ທໍາຄວາມ​ສະ​ອາດ​ເນື້ອ​ທີ່​ດິນ​ຖືກ​ມົນ​ລະ​ພິດ​ຈາກ​ລະ​ເບີດ​ໃຫ້​ສຳ​ເລັດ​ໂດຍ​ພື້ນ​ຖານ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 13 ມັງກອນ ຜ່ານມາ ຢູ່ສຳນັກງານລັດຖະບານ ນະຄອນຫຼວງຮ່າໂນ້ຍ, ຄະນະຊີ້ນຳແຫ່ງຊາດແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດ ແລະ ທາດພິດເຄມີພາຍຫຼັງສົງຄາມ ຫວຽດນາມ (ຄະນະຊີ້ນຳ 701) ໄດ້ຈັດກອງປະຊຸມສະຫຼຸບໂຄງການເຄື່ອນໄຫວແຫ່ງຊາດແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດ ພາຍຫຼັງສົງຄາມໄລຍະ 2010 – 2025.
ປີ 2026 ອິນໂດເນເຊຍ ຈະຈັດຕັ້ງປະຕິບັດນະໂຍບາຍເຂົ້າລາຄາດຽວ

ປີ 2026 ອິນໂດເນເຊຍ ຈະຈັດຕັ້ງປະຕິບັດນະໂຍບາຍເຂົ້າລາຄາດຽວ

ຂ່າວຕ່າງປະເທດລາຍງານ ໃນວັນທີ 12 ມັງກອນ ຜ່ານມາວ່າ: ທ່ານ ຊຸລກິຟລີ ຮາຊັນ ລັດຖະມົນຕີກະຊວງປະສານງານດ້ານອາຫານຂອງອິນໂດເນເຊຍ ໄດ້ເປີດເຜີຍວ່າ, ອິນໂດເນເຊຍກໍາລັງກະກຽມທີ່ຈະຈັດຕັ້ງປະຕິບັດນະໂຍບາຍເຂົ້າລາຄາດຽວທົ່ວປະເທດພາຍໃນປີ 2026 ເພື່ອຫຼຸດຜ່ອນຄວາມແຕກຕ່າງຂອງລາຄາໃນທົ່ວພາກພື້ນ.
ຈຳນວນຜູ້ໂດຍສານເດີນທາງໄປຍີ່ປຸ່ນໂດຍສາຍການບິນເຈຈູແອ ເກີນ 4 ລ້ານຄົນ

ຈຳນວນຜູ້ໂດຍສານເດີນທາງໄປຍີ່ປຸ່ນໂດຍສາຍການບິນເຈຈູແອ ເກີນ 4 ລ້ານຄົນ

ຂ່າວຕ່າງປະເທດລາຍງານວ່າ: ສາຍການບິນເຈຈູ ແອ (Jeju Air)ສາຍການບິນລາຄາຖືກຂອງ ສ ເກົາຫຼີໃຕ້ ໄດ້ເປີດເຜີຍໃນວັນທີ 12 ມັງກອນ ຜ່ານມາວ່າ, ຈໍານວນຜູ້ໂດຍສານທີ່ເດີນທາງໄປປະເທດຍີ່ປຸ່ນເກີນ 4 ລ້ານຄົນໃນປີ 2025 ຊຶ່ງບັນລຸລະດັບສູງສຸດແບບບໍ່ເຄີຍມີມາກ່ອນ ທີ່ 4,027,000 ຄົນ, ເພີ່ມຂຶ້ນ 4.8% ຈາກ 3,842,000 ຄົນໃນປີ 2024.
ມຽນມາ ສົ່ງອອກເຂົ້າຫຼາຍກວ່າ 2.1 ລ້ານໂຕນ ໃນ 9 ເດືອນທຳອິດຂອງປີງົບປະມານ 2025-2026

ມຽນມາ ສົ່ງອອກເຂົ້າຫຼາຍກວ່າ 2.1 ລ້ານໂຕນ ໃນ 9 ເດືອນທຳອິດຂອງປີງົບປະມານ 2025-2026

ຂ່າວຕ່າງປະເທດລາຍງານ ໃນວັນທີ 12 ມັງກອນ ຜ່ານມາວ່າ: ສະຫະພັນເຂົ້າມຽນມາ (MRF) ໄດ້ເປີດເຜີຍວ່າ, ມຽນມາໄດ້ສົ່ງອອກເຂົ້າສານ ແລະ ເຂົ້າຫັກປະລິມານຫຼາຍກວ່າ 2.1 ລ້ານໂຕນ ໃນໄລຍະ 9 ເດືອນທຳອິດ (ເມສາ - ທັນວາ) ຂອງປີງົບປະມານ 2025-2026.
ທ່ານ ສີຈິ້ນຜິງ ກ່າວຄຳປາໄສໃນກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະກວດກາສູນກາງພັກກອມມູນິດຈີນ

ທ່ານ ສີຈິ້ນຜິງ ກ່າວຄຳປາໄສໃນກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະກວດກາສູນກາງພັກກອມມູນິດຈີນ

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 12 ມັງກອນ ຜ່ານມາ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດ ປະທານຄະນະກຳມະການການທະຫານສູນກາງຈີນ ໄດ້ກ່າວຄຳປາໄສໃນກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະກວດກາສູນກາງພັກກອມມູນິດຈີນສະໄໝທີ 20, ທ່ານເນັ້ນໜັກວ່າ: ຕ້ອງຢຶດໝັ້ນ ແລະ ເພີ່ມທະວີການນຳພາຮອບດ້ານຂອງພັກ, ຊຸກຍູ້ການຄຸ້ມຄອງພັກຢ່າງຮອບດ້ານ ແລະ ເຂັ້ມງວດດ້ວຍມາດຕະຖານທີ່ສູງກວ່າເກົ່າ ແລະ ມາດຕະການແທ້ຈິງກວ່າເກົ່າ, ເອົາອຳນາດຂັງໄວ້ໃນຄອກແຫ່ງລະບຽບການຢ່າງມີວິທະຍາສາດ ແລະ ມີປະສິດທິຜົນກວ່າເກົ່າ, ຊຸກຍູ້ການຕໍ່ສູ້ຕ້ານການສໍ້ລາດບັງຫຼວງຢ່າງມີສະຕິ ແລະ ເດັດຂາດກວ່າເກົ່າ, ສະໜອງການຮັບປະກັນທີ່ເຂັ້ມແຂງເພື່ອບັນລຸໜ້າທີ່ເປົ້າໝາຍໃນໄລຍະ “ແຜນພັດທະນາ 5 ປີຄັ້ງທີ XV ”.
ເພີ່ມເຕີມ