ການນໍາແຂວງ ລົງຊຸກຍູ້ວຽກງານການປູກພືດລະດູແລ້ງຢູ່ເມືອງຫຼວງນ້ຳທາ

ການນໍາແຂວງ ລົງຊຸກຍູ້ວຽກງານການປູກພືດລະດູແລ້ງຢູ່ເມືອງຫຼວງນ້ຳທາ

ການນໍາແຂວງ ລົງຊຸກຍູ້ວຽກງານການປູກພືດລະດູແລ້ງຢູ່ເມືອງຫຼວງນ້ຳທາ
ເມື່ອບໍ່ດົນມານີ້ ທີ່່ສະໂມສອນເມືອງຫຼວງນໍ້າທາ, ທ່ານ ພິມແກ້ວ ທໍາມະສິນ ກໍາມະການພັກແຂວງ ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງຫຼວງນໍ້າທາ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ວຽກງານປູກພືດລະດູແລ້ງຢູ່ເມືອງຫຼວງນ້ຳທາ ໂດຍມີ ທ່ານ ບຸນຄົງ ພິມມະສອນ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ສະມາຊິກສະພາປະຊາຊົນແຂວງ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ການນາແຂວງ ລງຊກຍວຽກງານການປກພດລະດແລງຢເມອງຫວງນຳທາ - image 1
 

ທ່ານ ສິງໄຊ ພອນສະຫວາດ ກໍາມະການພັກເມືອງ ຫົວໜ້າຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານກະສິກໍາ ແລະ ສິ່ງແວດລ້ອມເມືອງ ປະຈໍາ 9 ເດືອນ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2025 ໃຫ້ຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ ໄດ້ຮັບຊາບ: ໃນໄລຍະ 9 ເດືອນຜ່ານມາ ຄະນະຫ້ອງການ ໄດ້ລົງຊຸກການຜະລິດເຂົ້ານາແຊງ ໃນເນື້ອທີ່ 24 ເຮັກຕາ ຜົນຜະລິດໄດ້ 72 ໂຕນ, ເນື້ອທີ່ ສາລີຫວານ 96 ເຮັກຕາ, ຜົນຜະລິດໄດ້ 576 ໂຕນ ເທົ່າກັບ 77%; ເນື້ອທີ່ປູກເຜືອກມັນຕ່າງໆ 77 ເຮັກຕາ ຜົນຜະລິດໄດ້ 814 ໂຕນ ເທົ່າກັບ 68%; ເນື້ອທີ່ພືດຜັກຕ່າງໆ 1,001 ເຮັກຕາ ຜົນຜະລິດ 5.264 ໂຕນ ເທົ່າກັບ 74%; ເນື້ອທີ່ໄມ້ໃຫ້ໝາກ 393 ເຮັກຕາ ຜົນຜະລິດ 6,298 ໂຕນ ເທົ່າກັບ 73%; ການປູກສາລີແຂງ ເນື້ອທີ່ 354 ເຮັກຕາ ຜົນຜະລິດ ຕົວຈິງໄດ້ 1,947ໂຕນ ເທົ່າກັບ 89%; ພືດອຸດສາຫະກໍາ ມີ 191 ເຮັກຕາ ຜົນຜະລິດ ຕົວຈິງໄດ້ 1,662 ໂຕນ ເທົ່າກັບ 67%; ການປຸກພືດຕະກຸນຖົ່ວ ເນື້ອທີ່ 350 ເຮັກຕາ ຜົນຜະລິດ ຕົວຈິງໄດ້ 3,018 ໂຕນ ເທົ່າກັບ 84%; ເນື້ອທີ່ປູກຢາງພາລາ 9,546 ເຮັກຕາ ເນື້ອທີ່ປາດຢາງແລ້ວ 8,321 ເຮັກຕາ ຜົນຜະລິດ 27.781 ໂຕນ ແລະ ອື່ນໆ.

ການນາແຂວງ ລງຊກຍວຽກງານການປກພດລະດແລງຢເມອງຫວງນຳທາ - image 2
 

ໂອກາດນີ້, ທ່ານ ພິມແກ້ວ ທໍາລະສິນ ໄດ້ກ່າວສະແດງຄວາມຊົມເຊີຍຜົນງານຂອງຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງ ໃນໄລຍະຜ່ານມາ ພ້ອມທັງຮຽກຮ້ອງໃຫ້ຄະນະຫ້ອງການເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງ ຄັ້ງທີ Xl ຂອງເມືອງໃຫ້ປະກົດຜົນເປັນຈິງ, ເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ, ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະໃຫ້ມີຜົນສໍາເລັດ, ມີການສະຫຼຸບລາຍງານ, ຖອດຖອນບົດຮຽນ, ເອົາໃຈໃສ່ຄຸ້ມຄອງປ່າໄມ້, ສະກັດກັ້ນໄຟໄໝ້ລາມປ່າ, ເກັບກໍາຂໍ້ມູນການພັດທະນາຊົນນະບົດແກ້ໄຂຄວາມທຸກຍາກ, ຈັດສັນເນື້ອທີ່ທໍາການຜະລິດເຂດລ້ຽງ, ເຂດປຸກ, ເອົາໃຈໃສ່ຊຸກຍູ້ປະຊາຊົນຜະລິດພຶດລະດູແລ້ງໃຫ້ທ່ວງທັນການເວລາ. ໃນໂອກາດນີ້, ກໍໄດ້ມອບເງິນ ຈໍານວນ 15 ລ້ານກີບ ໃຫ້ຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງ ເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກງານຊຸກຍູ້ການຜະລິດປຸກພຶດລະດູແລ້ງ ທີ່ຈະມາເຖີງນີ້ ແລະ ມອບຄອມພີວເຕີຕັ້ງໂຕະ ຈໍານວນ 1 ຊຸດ ໃຫ້ຫ້ອງວ່າການເມືອງຫຼວງນໍ້າທາ ມູນຄ່າ 13 ລ້ານກວ່າກີບ.

(ຂ່າວ: ຄໍາຕັນ ອຸ່ນຄໍາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ແຕ່ງຕັ້ງກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ ນະຄອນດານັງ

ແຕ່ງຕັ້ງກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ ນະຄອນດານັງ

ໃນຕອນເຊົ້າຂອງວັນທີ 12 ທັນວານີ້, ທີ່ ກະຊວງການຕ່າງປະເທດ ໄດ້ຈັດພິທີມອບສັນຍາບັດແຕ່ງຕັ້ງກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ ນະຄອນດານັງ ຂຶ້ນ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງສະຫວັນ ພົມວິຫານ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ມີຄະນະພັກ-ຄະນະນຳກະຊວງ ແລະ ຄະນະກົມ ຂອງກະຊວງການຕ່າງປະ ເທດເຂົ້າຮ່ວມ.
ການນໍາ ພັກ-ລັດ ແຂວງຄໍາມ່ວນ ວາງກະຕ່າດອກໄມ້ ເນື່ອງໃນວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາ ພັກ-ລັດ ແຂວງຄໍາມ່ວນ ວາງກະຕ່າດອກໄມ້ ເນື່ອງໃນວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ໃນຕອນເຊົ້າວັນທີ 12 ທັນວາ 2025ນີ້ ຢູ່ທີ່ອະນຸສາວະລີ ປະທານ ໄກສອນ ພົມວິຫານ, ບັນດາສະຫາຍໃນຄະນະບໍລິຫານງານພັກແຂວງ, ຫົວໜ້າພະແນກການ, ອົງການທຽບເທົ່າ, ຄະນະພັກ, ຄະນະບັນຊາ ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ທີ່ເປັນຕົວແທນຕາງໜ້າບັນດາອົງ ການຈັດຕັ້ງຕ່າງໆ
ການນໍາແຂວງສະຫວັນນະເຂດ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານໄກສອນ ພົມວິຫານ

ການນໍາແຂວງສະຫວັນນະເຂດ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານໄກສອນ ພົມວິຫານ

ການນໍາແຂວງສະຫວັນນະເຂດ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານໄກສອນ ພົມວິຫານ ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025) ໃນວັນທີ 12 ທັນວານີ້ ທີ່ອະນຸສາວະລີປະທານ ໄກສອນ ພົມວິຫານແຂວງສະຫວັນນະເຂດ ນໍາໂດຍທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆສະຫວັນນະເຂດ ພ້ອມດ້ວຍ ພາກສ່ວນຕ່າງໆ ຈໍານວນ 25 ຂະບວນເຂົ້າຮ່ວມ.
ສະພາການຄ້າ ແລະ ອຸດສາຫະກໍາຄໍາມ່ວນ ແລະ ນະຄອນພະນົມ ແລກປ່ຽນບົດຮຽນຮ່ວມກັນ

ສະພາການຄ້າ ແລະ ອຸດສາຫະກໍາຄໍາມ່ວນ ແລະ ນະຄອນພະນົມ ແລກປ່ຽນບົດຮຽນຮ່ວມກັນ

ສະພາການຄ້າ ແລະ ອຸດສາຫະກໍາແຂວງຄໍາມ່ວນ ສປປ ລາວ ແລະ ສະພາອຸດສາຫະກໍາ ແຂວງນະຄອນພະນົມ ຣາຊະອານາຈັກໄທ ຈັດກອງປະຊຸມປຶກສາຫາລື ແລກປ່ຽນບົດຮຽນຮ່ວມກັນ ຂຶ້ນໃນວັນທີ 11 ທັນວາ 2025ນີ້ ຢູ່ທີ່ຫ້ອງປະຊຸມເຮືອນຮັບແຂກເລກ 1 ແຂວງຄໍາມ່ວນ. ຄະນະຜູ້ແທນສະພາການຄ້າ ແລະ ອຸດສາຫະກໍາແຂວງຄໍາມ່ວນ ນໍາໂດຍທ່ານ ໄທຍະພອນ ສິງທອງ ປະທານສະພາການຄ້າ ແລະ ອຸດສາຫະກໍາແຂວງ, ຄະນະຜູ້ແທນສະພາອຸດສາຫະກໍາແຂວງນະຄອນພະນົມ ນໍາໂດຍທ່ານ ວໍຣະພົນ ບຸດທິເດດ ປະທານສະພາອຸດສາຫະກໍາແຂວງ ແລະ ຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.
ແຂວງວຽງຈັນ ອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ປະຈຳປີ 2025

ແຂວງວຽງຈັນ ອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ປະຈຳປີ 2025

ວັນທີ 11 ທັນວາ 2025 ຢູ່ທີ່ຄ້າຍຄຸມຂັງ-ດັດສ້າງ ຂອງ ປກສ ແຂງວຽງຈັນ ໄດ້ຈັດພິທີໃຫ້ອະໄພຍະໂທດແກ່ນັກໂທດ ແລະ ປ່ອຍຕົວນັກໂທດ ທີ່ມີຄວາມກ້າວໜ້າໃນຂອບເຂດທົ່ວປະເທດ ເນື່ອງໃນໂອກາດວັນຊາດທີ 2 ທັນວາ 2025 ຄົບ ຮອດ 50 ປີ ໂດຍການເຂົ້າຮ່ວມຂອງ ທ່ານ ດາວເຮືອງ ນັນທາວົງ ຮອງເຈົ້າແຂວງວຽງຈັນ ປະທານຄະນະກຳມະການອະໄພຍະໂທດຂັ້ນແຂວງ, ທ່ານ ບຸນຄ້ຳ ທຳມະວົງ ກຳມະການພັກແຂວງ ປະທານອົງການໄອຍະການແຂວງ, ທ່ານ ພັນເອກ ແຫວນເພັດ ໂພມະຫາລາດ ຮອງຫົວໜ້າກອງບັນຊາການ ປກສ ແຂວງ.
ເມືອງເງິນ ເຜີຍແຜ່ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງ ຄັ້ງທີ VIII.

ເມືອງເງິນ ເຜີຍແຜ່ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງ ຄັ້ງທີ VIII.

ວັນທີ 11 ທັນວາ 2025ນີ້, ສະຫາຍ ນາງ ສີຈົມ ບຸນມານະທຳ ຮອງເລຂາຄະນະບໍລິຫານງານພັກເມືອງ ຜູ້ຊີ້ນຳວຽກພັກ-ພະນັກງານ, ວຽກງານແນວຄິດ ທິດສະດີ ແລະ ອົງການຈັດຕັ້ງມະຫາຊົນ. ພ້ອມດ້ວຍທິມງານຂອງເມືອງ ໄດ້ລົງເຄື່ອນໄຫວ ໂຄສະນາ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງ ໄຊຍະບູລີ ຄັ້ງທີ VIII ຢູ່ທີໂຮງຮຽນ ມັດທະຍົມສົມບູນ ເມືອງເງິນ ແຂວງ ໄຊຍະບູລີ. ຊຶ່ງມີບັນດາ ຄະນະອຳນວຍການໂຮງຮຽນ-ຄູອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.
ຄຕພ ປາຖະກະຖາວັນຊາດ, ວັນເກີດປະທານ ໄກສອນ ພົມວິຫານ  ແລະ ປະດັບຫຼຽນກາລະນຶກ 50 ປີ

ຄຕພ ປາຖະກະຖາວັນຊາດ, ວັນເກີດປະທານ ໄກສອນ ພົມວິຫານ ແລະ ປະດັບຫຼຽນກາລະນຶກ 50 ປີ

ໃນວັນທີ 11 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ), ໄດ້ພິທີປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ(2/12/2025-2/12/2025), ວັນເກີດປະທານ ໄກສອນ ພົມວິຫານຄົບຮອບ 105 ປີ(13/12/1920-13/12/2025) ແລະ ພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ. ໃຫ້ກຽດເປັນປະທານ ແລະ ປະດັບຫຼຽນໂດຍສະຫາຍ ບຸນເຫຼືອ ພັນດານຸວົງ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ຄຕພ; ມີຄະນະນຳ, ບັນດາສະຫາຍໃນຄະນະບໍລິຫານງານພັກ, ຄະນະກົມ, ພະນັກງານບຳນານ ແລະ ພະນັກງານຂອງ ຄຕພ ເຂົ້າຮ່ວມຢ່າງພ້ອມພຽງ.
ຄຳມ່ວນເຜີຍແຜ່ກົດໝາຍ ວ່າດ້ວຍສະຫະກອນ ແລະ ດໍາລັດວ່າດ້ວຍກະສິກໍາແບບມີສັນຍາ

ຄຳມ່ວນເຜີຍແຜ່ກົດໝາຍ ວ່າດ້ວຍສະຫະກອນ ແລະ ດໍາລັດວ່າດ້ວຍກະສິກໍາແບບມີສັນຍາ

ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກໍາເປັນສິນຄ້າທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ຮ່ວມກັບ ກົມສົ່ງເສີມກະສິກໍາ-ສະຫະກອນ ແລະ ພະແນກກະສິກໍາ-ສິ່ງແວດລ້ອມແຂວງຄໍາມ່ວນ ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍ ວ່າດ້ວຍສະຫະກອນ ແລະ ດໍາລັດ ວ່າດ້ວຍກະສິກໍາແບບມີສັນຍາ ຢູ່ທີ່ພະແນກດັ່ງກ່າວ ໂດຍການເປັນປະທານຮ່ວມຂອງທ່ານ ພັນໄຊ ອີງໄຊ ຮອງຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ນາງ ດາລຸນນີ ໄຊຍະບຸດ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ.
ທາງປູຢາງ 2 ຊັ້ນເຂດບ້ານລະຍາວສຳເລັດ 75%

ທາງປູຢາງ 2 ຊັ້ນເຂດບ້ານລະຍາວສຳເລັດ 75%

ປັດຈຸບັນໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນເລກທີ 9039 ເຂດບ້ານລະຍາວ ເມືອງສາມັກຄີໄຊ ແຂວງອັດຕະປື ສຳເລັດການກໍ່ສ້າງແລ້ວ 75% ພາຍຫຼັງລົງມືກໍ່ສ້າງມາແຕ່ຕົ້ນເດືອນເມສາ 2025 ແລະ ຄາດວ່າຈະປູຢາງຊັ້ນທີ1 ໃຫ້ສໍາເລັດໃນທ້າຍເດືອນທັນວາ 2025 ນີ້.
ພິທີເປີດຕົວທະນາຄານພັດທະນາຊົນນະບົດ

ພິທີເປີດຕົວທະນາຄານພັດທະນາຊົນນະບົດ

ໃນວັນທີ 10 ທັນວາ 2025 ນີ້, ທີ່ພັດຕາຄານເຊັນພິລາ ນະຄອນຫຼວງວຽງຈັນ, ໄດ້ມີພິທີປະກາດເປີດຕົວທະນາ ຄານພັດທະນາຊົນນະບົດ (ທພບ) ຢ່າງເປັນທາງການ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບ, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ທ່ານ ນາງ ບຸນຄຳ ວໍລະຈິດ ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ), ມີຄະນະສະພາບໍລິຫານ, ຄະນະອໍານວຍການ, ພະນັກງານ, ລູກຄ້າ, ຄູ່ຮ່ວມພັດທະນາ ແລະ ພາກສ່ວນ ທີ່ກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ