ປະເມີນຜົນເສຍຫາຍເບື້້ອງຕົ້ນຂອງຜົນກະທົບຈາກໄພນ້ຳຖ້ວມ

ການນໍາແຂວງບໍ່ແແກ້ວ ຢ້ຽມຢາມປະຊາຊົນທີ່ໄດ້ຜົນກະທົບຈາກໄພນ້ຳຖ້ວມ

ການນໍາແຂວງບໍ່ແແກ້ວ ຢ້ຽມຢາມປະຊາຊົນທີ່ໄດ້ຜົນກະທົບຈາກໄພນ້ຳຖ້ວມ
ເມື່ອບໍ່ດົນມານີ້, ທ່ານ ຄໍາຜະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ ປະທານຄະນະກຳມະການຄຸ້ມຄອງໄພພິບັດ ແຂວງບໍ່ແກ້ວ, ທ່ານ ສຸກຂະ ຫຼຽນທອງຄຳ ປະທານກວດກາພັກ-ລັດແຂວງ ພ້ອມດ້ວຍຂະແໜງການກ່ຽວກ່ຽວຂ້ອງ, ໄດ້ລົງຢ້ຽມຢາມ ແລະ ກວດກາສະພາບ

ທັງປະເມີນຜົນເສຍຫາຍເບື້້ອງຕົ້ນຂອງຜົນກະທົບຈາກໄພນ້ຳຖ້ວມ ຢູ່ບັນດາບ້ານທີ່ຢູ່ໃຕ້ເຂື່ອນນ້ຳທາ 1.
ເມືອງຜາອຸດົມ ມີບ້ານທີ່ໄດ້ຮັບຜົນເສຍຫາຍຫຼາຍກວ່າໝູ່ແມ່ນ: ບ້ານຫາດໜາມ, ບ້ານຫາດຫ້ອມ ແລະ ບ້ານຫາດໂຊນ, ຊຶ່ງຈໍານວນບ້ານດັ່ງກ່າວ ແມ່ນຖືກນໍາຖ້ວມ ແລະ ໄຫຼຊຸ ເຮັດໃຫ້ມີເຮືອນຊານ, ພາຫະນະ, ໂຮງສີເຂົ້າ, ເຂົ້າຂອງເຄື່ອງໃຊ້, ມີເຂົ້າເປືອກ, ເຂົ້າສານ, ສັດປີກ ແລະ ໝູ ຖືກນ້ຳຖ້ວມ, ມີຈຳນວນໜຶ່ງກໍຖືກນ້ຳພັດໄຫຼ. ນອກນີ້, ຍັງມີເນື້ອທີ່ນາ, ສວນປູກພືດ ກໍໄດ້ຮັບການເສຍຫາຍເຊັ່ນດຽວກັນ, ດິນຕາມຕາຝັ່ງໄດ້ເຊາະເຈື່ອນ, ເສັ້ນທາງເຂົ້າຫາບ້ານໄດ້ຖືກຕັດຂາດ, ລະບົບນ້ຳລິນເປ່ເພ, ສະພາບແວດລ້ອມບໍລິເວນບ່ອນທີ່ນ້ຳຖ້ວມ ມີຄວາມເປິເປືອນເຕັ້ມໄປດ້ວຍດິນຕົມ ແລະ ເສດໄມ້ທັບຖົມ. ຊຶ່ງສ້າງຄວາມຫຍຸ້ງຍາກລຳບາກໃນການດຳລົງຊີວິດ ແລະ ການສັນຈອນໄປ-ມາ, ສ່ວນມູນຄ່າຄວາມເສຍຫາຍທັງໝົດຍັງບໍ່ສາມາດສະຫຼຸບໄດ້.
ຄະນະຮັບຜິດຊອບໄດ້ລາຍງານໃຫ້ຮູ້ວ່າ: ໄພນໍ້າຖ້ວມໃນຄັ້ງນີ້, ແມ່ນຢູ່ໃນລະຫວ່າງວັນ 9-11 ກັນຍາ 2024 ຜ່ານມາ ໄດ້ສ້າງຄວາມເສຍຫາຍໃຫ້ແກ່ປະຊາຊົນທັງໝົດ 105 ຫຼັງຄາເຮືອນ, ມີ 124 ຄອບຄົວ. ປັດຈຸບັນ ຄະນະພັກ, ອົງການປົກບ້ານ ໄດ້ລະດົມປະຊາຊົນພາຍໃນບ້ານຂອງຕົນ ຊ່ວຍເຫຼືອຄອບຄົວທີ່ຖືກຜົນກະທົບ ເກັບມ້ຽນສິ່ງກີດຂວາງ, ອານາໄມທຳຄວາມສະອາດເຮືອນເພື່ອໃຫ້ມີບ່ອນຢູ່ອາໃສ, ພ້ອມທັງໄດ້ສະເໝີຂັ້ນເທິງຊ່ວຍສ້ອມແປງເສັ້ນທາງ, ໄຟຟ້າ, ສັນຍານໂທລະສັບໃຫ້ຊົມໃຊ້ໄດ້ປົກກະຕິ, ຂໍໃຫ້ຈັດສັນພູມລຳເນົາໃຫ້ຄອບຄົວທີ່ຢູ່ໃກ້ສາຍນ້ຳທາ ຊຶ່ງມີຄວາມສ່ຽງຕໍ່ການເກີດນໍ້າຖ້ວມ ໃຫ້ໄປຢູ່ບ່ອນທີ່ປອດໄພ.
ໂອກາດນີ້, ທ່ານ ຄຳຜະຫຍາ ພົມປັນຍາ ໄດ້ມີຄຳເຫັນຕໍ່ອົງການປົກຄອງບ້ານ, ປະຊາຊົນບັນດາບັນເຜົ່າ ຈົ່ງພ້ອມກັນແບ່ງປັນ, ອົບອຸ່ນຈິດໃຈ ໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ (ທາງດ້ານແຮງງານ, ວັດຖຸສິ່ງຂອງໃຫ້ແກ່ຄອບຄົວທີ່ໄດ້ຮັບຜົນກະທົບ) ແລະ ເກັບກຳຂໍ້ມູນຜົນເສຍຫາຍໃນຄັ້ງນີ້້ໃຫ້ເປັນອັນລະອຽດເພື່ອລາຍງານຂັ້ນເທິງຂໍການຊ່ວຍເຫຼືອ, ຮຽກຮ້ອງໃຫ້ປະຊາຊົນບັນດາເຜົ່າທີ່ອາໄສຢູ່ລຽບຕາມແຄມສາຍນ້ຳທາຈົ່ງມີສະຕິລະວັງຕົວສູງ ເປັນເຈົ້າການປະຕິບັດຕາມແຈ້ງການ ຫຼື ຮັບຟັງຂໍ້ມູນຂ່າວສານທາງສືອ່ອນລາຍທາງການ ກ່ຽວກັບການເຝົ້າລະວັງເຫດການນ້ຳຖ້ວມ, ເພື່ອຫຼຸດຜ່ອນຄວາມເສຍຫາຍທີ່ຈະເກີດຂຶ້ນ.
ນອກນີ້ ຄະນະນຳແຂວງ ແລະ ພະສົງ ສາມະເນນວັດແກ້ວໂພນສະຫວັນບ້ານໃຫຍ່ຫ້ວຍຊາຍຫ້ວຍໃຕ້, ວັດບ້ານປຸງນາໜູນ ຍັງໄດ້ມອບເຄື່ອງບັນເທົາທຸກ ປະກອບມີ: ໝີ່ສຳເລັດຮູບ, ປ່ອງປາ, ນ້ຳດື່ມ, ຢາປົ່ວພະຍາດ, ເຄື່ອງນຸ່ງຫົ່ມ ແລະ ເຄື່ອງໃຊ້ປະຈຳວັນທີ່ຈະເປັນ ໃຫ້ແກ່ປະຊາຊົນບັນດາເຜົ່າ ເພື່ອແກ້ໄຂຊີວິດການເປັນຢູ່ໃນຊ່ວງໄດ້ຮັບຜົນກະທົບໃຫ້ຜ່ານໄປໂດຍດີ.
(ຂ່າວ: ສາຍສະໝອນ ແກ້ວວິສິດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄໍາມ່ວນ ປູກພືດສໍາຮອງລະດູຝົນໄດ້ແລ້ວ 127.39%

ຄໍາມ່ວນ ປູກພືດສໍາຮອງລະດູຝົນໄດ້ແລ້ວ 127.39%

ໃນລະດູການຜະລິດພືດລະດູຝົນປີ2025 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກພືດລວມທັງໝົດ 13,795 ເຮັກຕາ,ຄາດຄະເນຜົນຜະລິດ 226,681 ໂຕນ. ໃນນັ້ນແຜນການປູກພືດເພື່ອເປັນສະບຽງອາຫານ 2,607 ເຮັກຕາ, ຄາດຄະເນຜົນຜະລິດ 28,839 ໂຕນ; ແຜນການປູກພືດເພື່ອເປັນສິນຄ້າ 11,188 ເຮັກຕາ, ຄາດຄະເນຜົນຜະລິດ 197,842 ໂຕນ. ເມື່ອສົມທຽບເນື້ອທີ່ແຜນການປູກພືດສໍາຮອງລະດູຝົນ (ພືດລວມ) ຂອງປີນີ້ໃສ່ປີຜ່ານມາ ເນື້ອທີ່ຂອງປີນີ້ແມ່ນເພີ້ມຂຶ້ນ 534 ເຮັກຕາ (ແຜນການປີ 2024 ເທົ່າກັບ 13,261 ເຣັກຕາ).
ການນໍາເມືອງສຸຂຸມາ ລົງຕິດຕາມໂຄງການກໍ່ສ້າງເສັ້ນທາງເຂົ້າບ້ານແຊ

ການນໍາເມືອງສຸຂຸມາ ລົງຕິດຕາມໂຄງການກໍ່ສ້າງເສັ້ນທາງເຂົ້າບ້ານແຊ

ເມື່ອບໍ່ດົນມານີ້,ຄະນະພັກ-ອົງການປົກຄອງເມືອງສຸຂຸມາ ນຳໂດຍ ທ່ານ ຄຳໄຕ ແກ້ວປະເສີດ ເລຂາພັກເມືອງ ພ້ອມຄະນະໄດ້ລົງຕິດຕາມຊຸກຍູ້ໂຄງການສ້າງເສັ້ນທາງເຂົ້າບ້ານແຊ ກຸ່ມບ້ານທີ2 ເມືອງສຸຂຸມາ ແຂວງຈຳປາສັກ. ເສັ້ນທາງດັ່ງກ່າວ, ມີຄວາມຍາວ6ກິໂລແມັດ,ມູນຄ່າການກໍ່ສ້າງ4,925,000,000ກີບ, ຊຶ່ງໜ້າວຽກເບື້ອງຕົ້ນໄດ້ບຸກເບີກເລວທາງແລະວາງທໍ່. ປັດຈຸບັນສຳເລັດການບຸກເບີກແລວທາງໄດ້ສ່ວນໃດສ່ວນນື່ງ.
ງານບຸນມະໂຫລານຊາວໜຸ່ມ-ເຍົາວະຊົນ ປະຈໍາປີ 2025

ງານບຸນມະໂຫລານຊາວໜຸ່ມ-ເຍົາວະຊົນ ປະຈໍາປີ 2025

ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ຈັດພິທີເປີດງານບຸນມະໂຫລານຊາວໜຸ່ມ-ເຍົາວະຊົນປະຈໍາປີ 2025 ພາຍໃຕ້ຫົວຂໍ້: ຊາວໜຸ່ມ-ເຍົາວະຊົນຍຸກໃໝ່ ເສີມຂະຫຍາຍບົດບາດປະຈັນ ບານເຂົ້າໃນການປະດິດສ້າງຫັນເປັນດີຈີຕອນ ຂຶ້ນໃນວັນທີ 25 ມິຖຸນານີ້ ທີ່ ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ (ສນຊ), ມີທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຮອງລັດຖະມົນຕີ, ມີບັນດາຮອງປະທານອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ທູຕານຸທູດ, ຊາວໜຸ່ມ-ເຍົາວະຊົນອ້ອມຂ້າງສູນກາງ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ກະສິກໍາເຂັ້ມແຂງ-ເສດຖະກິດໝັ້ນຄົງ.

ກະສິກໍາເຂັ້ມແຂງ-ເສດຖະກິດໝັ້ນຄົງ.

ໂດຍ: ຣັດສະໝີ ດວງສັດຈະ ລະດູຝົນຂອງປີນີ້ແມ່ນມາໄວ ແລະ ບາງແຫ່ງພັດມາແຮງອີກ ຊຶ່ງເປັນໂອກາດທີ່ດີ ຕໍ່ພໍ່ແມ່ພີ່ນ້ອງປະຊາຊົນລາວບັນດາເຜົ່າ ໂດຍສະເພາະ ຕໍ່ຊາວກະສິກອນ ທີ່ເປັນກະດູກສັນຫຼັງຂອງຊາດ ກຳລັງສຸມໃສ່ສູ່ການຜະລິດ ເຮັດນາປີ, ສວນເຂົ້າ, ສວນມັນຕົ້ນ, ສາລີ ແລະ ພືດພັນທັນຍາຫານຕ່າງໆ ແລະ ລ້ຽງສັດນຳອີກ, ເຢີກໆ... ເດີ້ພີ່ນ້ອງ; ອີກປະມານອາທິດໜ້າ ຜູ້ຂຽນກ່າຊິລົງໄປກິນຕຳໝາກແຕງ, ຕຳໝາກຫຸ່ງຢູ່ຖຽງນາ-ຖຽງສວນນໍາພີ່ນ້ອງເຮົາເດີ້.
ກະກຽມລົງຊຸກຍູ້ເນື້ອໃນກອງປະຊຸມໃຫຍ່ອົງຄະນະພັກກະຊວງ, ອົງການ ແລະ ທ້ອງຖິ່ນ

ກະກຽມລົງຊຸກຍູ້ເນື້ອໃນກອງປະຊຸມໃຫຍ່ອົງຄະນະພັກກະຊວງ, ອົງການ ແລະ ທ້ອງຖິ່ນ

ກອງປະຊຸມປຶກສາຫາລື ສ້າງຄວາມເຂົ້າໃຈ ແລະ ເອກະພາບ ເພື່ອກະກຽມລົງຊຸກຍູ້ເນື້ອໃນກອງປະຊຸມໃຫຍ່ອົງຄະນະພັກກະຊວງ, ອົງການ ແລະ ທ້ອງຖິ່ນ ໄດ້ຈັດຂຶ້ນໃນວັນທີ 25 ມິຖຸນານີ້ ທີ່ຫ້ອງວ່າການສູນກາງພັກ, ໂດຍການເປັນປະທານຂອງ ສະຫາຍ ເພັດ ພົມພິພັກ ກໍາມະການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ, ມີບັນດາຄະນະພັກ, ບັນດາຄະນະຮັບຜິດຊອບລົງຊ່ວຍວຽກກະກຽມເນື້ອໃນກອງປະຊຸມໃຫຍ່ຂອງພັກ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.
ຊາວກະສິກອນ ບ້ານໂພນຢານາງ ປັກດໍາເຂົ້ານາປີໄດ້ 90%

ຊາວກະສິກອນ ບ້ານໂພນຢານາງ ປັກດໍາເຂົ້ານາປີໄດ້ 90%

ຊາວກະສິກອນ ບ້ານໂພນຢານາງ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ກໍາລັງຂຸ້ນຂ້ຽວປັກດໍາເຂົ້ານາປີຂອງຕົນເພື່ອໃຫ້ທ່ວງທັນຕາມລະດູການຜະລິດ, ຊຶ່ງມາຮອດປັດຈຸບັນແມ່ນສາມາດປັກດໍາໄດ້ແລ້ວ 90%. ທ່ານ ຄໍາສຸກ ວົງຫາຈັກ ຮອງນາຍບ້ານ ໂພນຢານາງ ໃຫ້ສໍາພາດຕໍ່ນັກຂ່າວທ້ອງຖິ່ນວ່າ: ຊາວນາ ພາຍໃນບ້ານ ໂພນຢານາງ ກໍາລັງຂຸ້ນຂ້ຽວປັກດໍາເຂົ້ານາປີໃຫ້ທ່ວງກັບສະພາບດິນຟ້າອາກາດ (ນໍ້າຝົນ) ເພາະວ່າຊາວນາບ້ານເຮົາແມ່ນອີງໃສ່ແຕ່ທໍາມະຊາດເປັນຕົ້ນຕໍ, ລະບົບຊົນລະປະທານບໍ່ມີ, ຊຶ່ງມາຮອດປັດຈຸບັນແມ່ນສາມາດປັກດໍາໄດ້ແລ້ວ 90%, ທົ່ວບ້ານມີເນື້ອທີ່ທໍາການຜະລິດເຂົ້ານາປີທັງໝົດ 968 ເຮັກຕາກວ່າ. ໃນນີ້, ມີນາຢອດ 27 ເຮັກຕາກວ່າ, ສໍາລັບແນວພັນເຂົ້າທີ່ຊາວນາ ນໍາໃຊ້ແມ່ນແນວພັນເຂົ້າປັບປຸງເປັນສ່ວນຫຼາຍ ບໍ່ວ່າຈະເປັນ ແນວພັນເຂົ້າ ທ່າສະໂນ 11, ທ່າສະໂນ 13,ທ່າດອກຄໍາ 16 ແລະ ແນວພັນເຂົ້າຈ້າວຫອມສະຫວັນ
ຈັດຊຸດຝຶກອົບຮົມວິຊາຊີບໄລຍະສັ້ນໃຫ້ນັກຮຽນ ມ4 ແລະ ມ7

ຈັດຊຸດຝຶກອົບຮົມວິຊາຊີບໄລຍະສັ້ນໃຫ້ນັກຮຽນ ມ4 ແລະ ມ7

ສູນພັດທະນາສີມືແຮງງານ ແຂວງອຸດົມໄຊ ໄດ້ຈັດຊຸດຝຶກອົບຮົມວິຊາຊີບ ໄລຍະສັ້ນ 3 ເດືອນ ໃຫ້ນັກຮຽນ ມ4 ແລະ ມ7, ໃນ 2 ສາຂາວິຊາ ຄື: ຊ່າງສ້ອມແປງ - ບໍາລຸງຮັກສາລົດຈັກ, ຊ່າງສ້ອມແປງ ແລະ ນຳໃຊ້ຄອມພິວເຕີຂັ້ນພື້ນຖານ ຂຶ້ນໃນວັນທີ 24 ມິຖຸນາຜ່ານມາ ທີ່ຫ້ອງປະຊຸມສູນດັ່ງກ່າວ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ຄຳສະພອນ ໄຊຍະວົງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ.
ເມືອງພຽງ ປືກສາຫາລືການແຂ່ງຂັນດົນຕີ ແລະ ຂັບລຳທ້ອງຖີ່ນ

ເມືອງພຽງ ປືກສາຫາລືການແຂ່ງຂັນດົນຕີ ແລະ ຂັບລຳທ້ອງຖີ່ນ

ກອງປະຊຸມປືກສາຫາລືກະກຽມການແຂ່ງຂັນດົນຕີ ແລະ ຂັບລຳທ້ອງຖີ່ນພື້ນເມືອງລາວ 3 ເມືອງກາງຂອງແຂວງໄຊຍະບູລີ ແລະ ການກະກຽມຮັບຮອງພະເຈົ້າໂອຍ ວັດສີມຸງຄຸນ ໄຊຍະຣາມ ບ້ານນາບວມ ເມືອງພຽງ ເປັນມໍລະດົກທ້ອງຖີ່ນຂັ້ນແຂວງໄດ້ຈັດຂຶ້ນໃນວັນທີ 24 ມິຖຸນາຜ່ານມາ ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ນາງ ດາວັນ ພະວົງຈິດ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽງານການເມືອງແນວຄິດ ວຽກງານພັກພະນັກງານ.
ການຕຳນິສົ່ງຂ່າວ ຄືແວ່ນແຍງທີ່ປະເສີດ

ການຕຳນິສົ່ງຂ່າວ ຄືແວ່ນແຍງທີ່ປະເສີດ

ໂດຍຣັດສະໝີ ດວງສັດຈະ. ການຕຳນິຕິຊົມ ຫຼື ການສົ່ງຂ່າວ ເຊິ່ງກັນ ແລະ ກັນ ມີບົດບາດສຳຄັນຫຼາຍ ໃນລະບົບການເມືອງປະຊາທິປະໄຕ ປະຊາຊົນ ພາຍໃຕ້ການນຳພາຂອງພັກ ອັນໄດ້ກາຍເປັນຫົວຂໍ້ທີ່ສຳຄັນ ໃນລະບອບສ່ອງແສງລາຍງານ ໂດຍຖືເອົາການຕຳນິຕິຊົມ ເປັນແວ່ນແຍງທີ່ໃສແຈ້ງ, ເປັນກະຈົກສ່ອງເງົາ-ສ່ອງເຮົາ ຫຼື ເປັນມະໂຫສົດ ທີ່ຄອຍປ້ອງກັນແລະປິ່ນປົວພະຍາດ ແນວຄິດທີ່ຜິດເຂວອອກຈາກລະບຽບກົດໝາຍ, ວັດທະນະທຳ,ຈັນຍາບັນ-ຈັນຍາທຳ...
ຊີ້ແຈງຂໍ້ຂ້ອງໃຈຂອງສັງຄົມຕໍ່ການຕັດຕົ້ນໄມ້ຢູ່ຖະໜົນເສດຖາທິຣາດ

ຊີ້ແຈງຂໍ້ຂ້ອງໃຈຂອງສັງຄົມຕໍ່ການຕັດຕົ້ນໄມ້ຢູ່ຖະໜົນເສດຖາທິຣາດ

ເນື່ອງຈາກມີການກໍ່ສ້າງ ແລະ ຂະຫຍາຍໜ້າທາງ ລວມທັງຮ່ອງລະບາຍນໍ້າຢູ່ຖະໜົນເສດຖາທິຣາດເພື່ອພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງ ການສັນຈອນໄປມາມີຄວາມສະດວກສະບາຍ ຕິດພັນກັບໂຄງ ການພັດທະນາດັ່ງກ່າວ, ທາງໂຄງການຈຶ່ງໄດ້ມີການສຶກສາສຳຫຼວດຕໍ່ຜົນກະທົບຂອງຕົ້ນໄມ້ທີ່ຢູ່ລຽບເສັ້ນທາງຖະໜົນເສດຖາທິຣາດໄປພ້ອມໆກັນ ຊຶ່ງລ້ວນແຕ່ເປັນຕົ້ນໄມ້ທີ່ສູງໃຫຍ່ມີອາຍຸ 100 ປີ. ດັ່ງນັ້ນ, ຈຶ່ງໄດ້ມີການຕັດຮອນງ່າໄມ້, ຟື້ນຟູຮາກຕົ້ນໄມ້ ເພື່ອບໍາລຸງຮັກສາຕົ້ນໄມ້ໃຫ້ມີຄວາມສວຍງາມ ແລະ ຍືນຍົງ ເພື່ອຄວາມປອດໄພຂອງປະຊາຊົນໃນການສັນຈອນໄປມາ.
ເພີ່ມເຕີມ