ປະເມີນຜົນເສຍຫາຍເບື້້ອງຕົ້ນຂອງຜົນກະທົບຈາກໄພນ້ຳຖ້ວມ

ການນໍາແຂວງບໍ່ແແກ້ວ ຢ້ຽມຢາມປະຊາຊົນທີ່ໄດ້ຜົນກະທົບຈາກໄພນ້ຳຖ້ວມ

ການນໍາແຂວງບໍ່ແແກ້ວ ຢ້ຽມຢາມປະຊາຊົນທີ່ໄດ້ຜົນກະທົບຈາກໄພນ້ຳຖ້ວມ
ເມື່ອບໍ່ດົນມານີ້, ທ່ານ ຄໍາຜະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ ປະທານຄະນະກຳມະການຄຸ້ມຄອງໄພພິບັດ ແຂວງບໍ່ແກ້ວ, ທ່ານ ສຸກຂະ ຫຼຽນທອງຄຳ ປະທານກວດກາພັກ-ລັດແຂວງ ພ້ອມດ້ວຍຂະແໜງການກ່ຽວກ່ຽວຂ້ອງ, ໄດ້ລົງຢ້ຽມຢາມ ແລະ ກວດກາສະພາບ

ທັງປະເມີນຜົນເສຍຫາຍເບື້້ອງຕົ້ນຂອງຜົນກະທົບຈາກໄພນ້ຳຖ້ວມ ຢູ່ບັນດາບ້ານທີ່ຢູ່ໃຕ້ເຂື່ອນນ້ຳທາ 1.
ເມືອງຜາອຸດົມ ມີບ້ານທີ່ໄດ້ຮັບຜົນເສຍຫາຍຫຼາຍກວ່າໝູ່ແມ່ນ: ບ້ານຫາດໜາມ, ບ້ານຫາດຫ້ອມ ແລະ ບ້ານຫາດໂຊນ, ຊຶ່ງຈໍານວນບ້ານດັ່ງກ່າວ ແມ່ນຖືກນໍາຖ້ວມ ແລະ ໄຫຼຊຸ ເຮັດໃຫ້ມີເຮືອນຊານ, ພາຫະນະ, ໂຮງສີເຂົ້າ, ເຂົ້າຂອງເຄື່ອງໃຊ້, ມີເຂົ້າເປືອກ, ເຂົ້າສານ, ສັດປີກ ແລະ ໝູ ຖືກນ້ຳຖ້ວມ, ມີຈຳນວນໜຶ່ງກໍຖືກນ້ຳພັດໄຫຼ. ນອກນີ້, ຍັງມີເນື້ອທີ່ນາ, ສວນປູກພືດ ກໍໄດ້ຮັບການເສຍຫາຍເຊັ່ນດຽວກັນ, ດິນຕາມຕາຝັ່ງໄດ້ເຊາະເຈື່ອນ, ເສັ້ນທາງເຂົ້າຫາບ້ານໄດ້ຖືກຕັດຂາດ, ລະບົບນ້ຳລິນເປ່ເພ, ສະພາບແວດລ້ອມບໍລິເວນບ່ອນທີ່ນ້ຳຖ້ວມ ມີຄວາມເປິເປືອນເຕັ້ມໄປດ້ວຍດິນຕົມ ແລະ ເສດໄມ້ທັບຖົມ. ຊຶ່ງສ້າງຄວາມຫຍຸ້ງຍາກລຳບາກໃນການດຳລົງຊີວິດ ແລະ ການສັນຈອນໄປ-ມາ, ສ່ວນມູນຄ່າຄວາມເສຍຫາຍທັງໝົດຍັງບໍ່ສາມາດສະຫຼຸບໄດ້.
ຄະນະຮັບຜິດຊອບໄດ້ລາຍງານໃຫ້ຮູ້ວ່າ: ໄພນໍ້າຖ້ວມໃນຄັ້ງນີ້, ແມ່ນຢູ່ໃນລະຫວ່າງວັນ 9-11 ກັນຍາ 2024 ຜ່ານມາ ໄດ້ສ້າງຄວາມເສຍຫາຍໃຫ້ແກ່ປະຊາຊົນທັງໝົດ 105 ຫຼັງຄາເຮືອນ, ມີ 124 ຄອບຄົວ. ປັດຈຸບັນ ຄະນະພັກ, ອົງການປົກບ້ານ ໄດ້ລະດົມປະຊາຊົນພາຍໃນບ້ານຂອງຕົນ ຊ່ວຍເຫຼືອຄອບຄົວທີ່ຖືກຜົນກະທົບ ເກັບມ້ຽນສິ່ງກີດຂວາງ, ອານາໄມທຳຄວາມສະອາດເຮືອນເພື່ອໃຫ້ມີບ່ອນຢູ່ອາໃສ, ພ້ອມທັງໄດ້ສະເໝີຂັ້ນເທິງຊ່ວຍສ້ອມແປງເສັ້ນທາງ, ໄຟຟ້າ, ສັນຍານໂທລະສັບໃຫ້ຊົມໃຊ້ໄດ້ປົກກະຕິ, ຂໍໃຫ້ຈັດສັນພູມລຳເນົາໃຫ້ຄອບຄົວທີ່ຢູ່ໃກ້ສາຍນ້ຳທາ ຊຶ່ງມີຄວາມສ່ຽງຕໍ່ການເກີດນໍ້າຖ້ວມ ໃຫ້ໄປຢູ່ບ່ອນທີ່ປອດໄພ.
ໂອກາດນີ້, ທ່ານ ຄຳຜະຫຍາ ພົມປັນຍາ ໄດ້ມີຄຳເຫັນຕໍ່ອົງການປົກຄອງບ້ານ, ປະຊາຊົນບັນດາບັນເຜົ່າ ຈົ່ງພ້ອມກັນແບ່ງປັນ, ອົບອຸ່ນຈິດໃຈ ໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ (ທາງດ້ານແຮງງານ, ວັດຖຸສິ່ງຂອງໃຫ້ແກ່ຄອບຄົວທີ່ໄດ້ຮັບຜົນກະທົບ) ແລະ ເກັບກຳຂໍ້ມູນຜົນເສຍຫາຍໃນຄັ້ງນີ້້ໃຫ້ເປັນອັນລະອຽດເພື່ອລາຍງານຂັ້ນເທິງຂໍການຊ່ວຍເຫຼືອ, ຮຽກຮ້ອງໃຫ້ປະຊາຊົນບັນດາເຜົ່າທີ່ອາໄສຢູ່ລຽບຕາມແຄມສາຍນ້ຳທາຈົ່ງມີສະຕິລະວັງຕົວສູງ ເປັນເຈົ້າການປະຕິບັດຕາມແຈ້ງການ ຫຼື ຮັບຟັງຂໍ້ມູນຂ່າວສານທາງສືອ່ອນລາຍທາງການ ກ່ຽວກັບການເຝົ້າລະວັງເຫດການນ້ຳຖ້ວມ, ເພື່ອຫຼຸດຜ່ອນຄວາມເສຍຫາຍທີ່ຈະເກີດຂຶ້ນ.
ນອກນີ້ ຄະນະນຳແຂວງ ແລະ ພະສົງ ສາມະເນນວັດແກ້ວໂພນສະຫວັນບ້ານໃຫຍ່ຫ້ວຍຊາຍຫ້ວຍໃຕ້, ວັດບ້ານປຸງນາໜູນ ຍັງໄດ້ມອບເຄື່ອງບັນເທົາທຸກ ປະກອບມີ: ໝີ່ສຳເລັດຮູບ, ປ່ອງປາ, ນ້ຳດື່ມ, ຢາປົ່ວພະຍາດ, ເຄື່ອງນຸ່ງຫົ່ມ ແລະ ເຄື່ອງໃຊ້ປະຈຳວັນທີ່ຈະເປັນ ໃຫ້ແກ່ປະຊາຊົນບັນດາເຜົ່າ ເພື່ອແກ້ໄຂຊີວິດການເປັນຢູ່ໃນຊ່ວງໄດ້ຮັບຜົນກະທົບໃຫ້ຜ່ານໄປໂດຍດີ.
(ຂ່າວ: ສາຍສະໝອນ ແກ້ວວິສິດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ  ສະໄໝທີ X (ຮອບທີ 3)

ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X (ຮອບທີ 3)

ໃນວັນທີ 23 ກໍລະກົດຜ່ານມາ ທີ່ສະໂມສອນແຂວງສາລະວັນ ໄດ້ມີກອງປະຊຸມທາບທາມບຸກຄະລາກອນ ທີ່ຈະສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X (ຮອບທີ 3) ໂດຍການເປັນປະທານ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຮອບດ້ານແຂວງສາລະວັນ, ມີສະຫາຍ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສາລະວັນ, ມີແຂກຖືກເຊີນ ແລະ ຜູ້ມີສິດປ່ອນບັດທາມທາບ ທີ່ເປັນຕົວແທນໃຫ້ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໄຊສົມບູນ ທາບທາມຮ່າງເນື້ອໃນ ແລະ ບຸກຄະລາກອນທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຮອບທີ I

ໄຊສົມບູນ ທາບທາມຮ່າງເນື້ອໃນ ແລະ ບຸກຄະລາກອນທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຮອບທີ I

ສະຫະພັນແມ່ຍິງ ແຂວງໄຊສົມບູນ ຈັດກອງປະຊຸມທາບທາມຮ່າງເນື້ອໃນ ແລະ ບຸກຄະລາກອນ ທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຮອບທີ I ຂຶ້ນ ໃນວັນທີ 24 ກໍລະກົດນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ສະຫາຍ ພົຈວ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກ- ພະນັກງານ.
ຫສປທ ເຜີຍແຜ່ເອກະສານວັນສ້າງຕັ້ງແນວລາວສ້າງຊາດ ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ

ຫສປທ ເຜີຍແຜ່ເອກະສານວັນສ້າງຕັ້ງແນວລາວສ້າງຊາດ ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ

ຫ້ອງວ່າການສຳນັກງານ ປະທານປະເທດ (ຫສປທ) ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950 - 13 ສິງຫາ 2025) ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 - 20 ກໍລະກົດ 2025) ຂຶ້ນໃນວັນທີ 25 ກໍລະກົດນີ້ ທີ່ຫ້ອງປະຊຸມ ຫສປທ, ໂດຍການເປັນປະທານ ແລະ ໃຫ້ກຽດເຜີຍແຜ່ເອກະສານດັ່ງກ່າວຂອງ ສະຫາຍ ອິນທະປັນຍາ ຂຽວວົງພະຈັນ ຮອງເລຂາຄະນະພັກ ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ມີບັນດາຄະນະພັກ, ຫົວໜ້າກົມ, ຮອງກົມ, ສະມາຊິກພັກ ແລະ ພະນັກງານເຂົ້າຮ່ວມຮັບຟັງ.
ແມ່ຍິງອົງການໄອຍະການ ປະຊາຊົນສູງສຸດ ຍາດໄດ້ຜົນງານອັນພົ້ນເດັ່ນຫຼາຍດ້ານ

ແມ່ຍິງອົງການໄອຍະການ ປະຊາຊົນສູງສຸດ ຍາດໄດ້ຜົນງານອັນພົ້ນເດັ່ນຫຼາຍດ້ານ

ຄືດັ່ງພວກເຮົາຮັບຮູ້ນຳກັນແລ້ວວ່າ ແມ່ຍິງລາວນັບມື້ນັບມີບົດບາດອັນສູງເດັ່ນຂຶ້ນເລື້ອຍໆ ນັບທັງຢູ່ພາຍໃນປະເທດ ແລະ ເວທີສາກົນ. ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 - 20 ກໍລະກົດ 2025)ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ.
ອັດຕະປື ທາບທາມບຸກຄະລາກອນຈະສະໝັກເຂົ້າເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX

ອັດຕະປື ທາບທາມບຸກຄະລາກອນຈະສະໝັກເຂົ້າເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX

ໃນວັນທີ 23 ກໍລະກົດຜ່ານມາ ທີ່ຫໍປະຊຸມໃຫຍຂອງແຂວງອັດຕະປື, ຄະນະບໍລິຫານງານສະຫະພັນແມ່ແຂວງ ໄດ້ຈັດກອງປະຊຸມທາບທາມ ຮ່າງເນື້ອໃນເອກກະສານກອງປະຊຸມໃຫຍ່ຂອງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX ແລະ ທາບທາມບຸກຄະລາກອນ ທີ່ຈະອອກສະໝັກເລືອກຕັ້ງ ເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX, ໂດຍການເປັນປະທານຂອງ ທ່ານ ນາງ ບຸນນານ ບຸນນະແສງ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ.
ກອງປະຊຸມທາບທາມເນື້ອໃນຮ່າງລາຍງານການເມືອງ ແລະ ເເຜນພັດທະນາເສດຖະກິດ-ສັງຄົມ 5 ປີ

ກອງປະຊຸມທາບທາມເນື້ອໃນຮ່າງລາຍງານການເມືອງ ແລະ ເເຜນພັດທະນາເສດຖະກິດ-ສັງຄົມ 5 ປີ

ກອງປະຊຸມທາບທາມເນື້ອໃນ ຮ່າງລາຍງານການເມືອງ ແລະ ເເຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2025-2030) ຮອບທີ 1 ຢູ່ເມືອງວຽງພູຄາ ເເຂວງຫຼວງນໍ້າທາ ໄດ້ຈັດຂຶ້ນໃນວັນທີ 24 ກໍລະກົດນີ້ ຢູ່ທີ່ສະໂມສອນຂອງເມືອງ ໂດຍເປັນປະທານ ຂອງທ່ານ ສີວິໄລ ປັນເເກ້ວ ກໍາມະການປະຈໍາພັກເເຂວງ ຮອງເຈົ້າເເຂວງ.
ການນໍາຂັ້ນສູງເມືອງເງິນ ສືບຕໍ່ຊຸກຍູ້ໃຫ້ກຳລັງໃຈອາສະໝັກ ທີລົງຊ່ວຍເຫຼືອຟື້ນຟູຫຼັງໄພພິບັດ

ການນໍາຂັ້ນສູງເມືອງເງິນ ສືບຕໍ່ຊຸກຍູ້ໃຫ້ກຳລັງໃຈອາສະໝັກ ທີລົງຊ່ວຍເຫຼືອຟື້ນຟູຫຼັງໄພພິບັດ

ວັນທີ 24 ກໍລະກົດນີ້, ທ່ານ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງໆເງິນ ແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງຕິດຕາມຊຸກຍູ້ໃຫ້ກຳລັງໃຈບັນດາ ກຳລັງ ປກຊ - ປກສ, ພະນັກງານ, ປະຊາຊົນ ບ້ານຕ່າງໆ ແລະ ຄອບຄົວທີ່ຖືກຜົນກະທົບ
ສະຫາຍເລຂາພັກແຂວງສະຫວັນນະເຂດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງເມືອງໄຊພູທອງ

ສະຫາຍເລຂາພັກແຂວງສະຫວັນນະເຂດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງເມືອງໄຊພູທອງ

ໃນຕອນບ່າຍວັນທີ 23 ກໍລະກົດນີ້, ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ໄດ້ສືບຕໍ່ລົງເຄື່ອນໄຫວພົບປະໂອ້ລົມ ແລະ ຕິດຕາມຊຸກຍູ້ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VI ອົງຄະນະພັກເມືອງໄຊພູທອງ, ໂດຍການຕ້ອນຮັບຂອງສະຫາຍ ນາງ ດາວວອນ ໄຊສຸລຽນ ເລຂາພັກເມືອງໄຊພູທອງ ພ້ອມດ້ວຍຄະນະບໍລິຫານງານພັກເມືອງ.
ນໍ້າບາກ ກັບຜົນສໍາເລັດການນໍາພາວຽກງານຮອບດ້ານໃນໄລຍະ 6 ເດືອນຕົ້ນປີ 2025

ນໍ້າບາກ ກັບຜົນສໍາເລັດການນໍາພາວຽກງານຮອບດ້ານໃນໄລຍະ 6 ເດືອນຕົ້ນປີ 2025

ພາຍໃຕ້ການນໍາພາຂອງອົງຄະນະພັກເມືອງນໍ້າບາກແຂວງຫຼວງພະບາງໃນການຈັດຕັ້ງຜັນຂະ ຫຍາຍມະຕິຂອງກອງປະຊຸມອົງຄະນະພັກເມືອງຄັ້ງທີ X. ແຜນພັດທະນາເສດຖະກິດ-ສັງຄົມຄັ້ງທີ X. ໃນໄລຍະ 6 ເດືອນຕົ້ນປີ 2025 ນີ້, ເມືອງນໍ້າບາກ ຈຶ່ງມີຜົນສໍາເລັດໃນການປົກປັກຮັກສາ-ສ້າງສາເມືອງຂອງຕົນຢ່າງຕໍ່ເນື່ອງເຮັດໃຫ້ເມືອງມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ ເສດຖະກິດສືບຕໍ່ ຂະຫຍາຍຕົວເປັນລໍາດັບ ເມືອງມີຄວາມສະຫງົບໂດຍພື້ນຖານ ສາມາດແກ້ໄຂປະກົດການຫຍໍ້ທໍ້ຕ່າງໆພາຍໃນເມືອງໄດ້ຢ່າງທັນການ.
ຜູ້ໂດຍສານທີ່ຮັກແພງທຸກທ່ານ

ຜູ້ໂດຍສານທີ່ຮັກແພງທຸກທ່ານ

ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການເດີນທາງຂອງປະຊາຊົນໂດຍໄວເທົ່າທີ່ຈະໄວໄດ້, ທາງລົດໄຟລາວ-ຈີນ ໄດ້ຈັດຕັ້ງປຸກລະດົມພະນັກງານເຮັດວຽກທັງເວັນ ແລະ ຄືນ ເພື່ອລົງເລິກກວດກາສະພາບແລວເສັ້ນທາງ, ອຸປະກອນກົນຈັກ ແລະ ສະຖານີລົດໄຟ ຢ່າງຖີ່ຖ້ວນຮອບດ້ານ. ດັ່ງນັ້ນ, ຈຶ່ງຂໍແຈ້ງມາຍັງບັນດາທ່ານຊາບວ່າ:
ເພີ່ມເຕີມ