ໂຄງການປູກກາເຟນີ້, ແມ່ນອົງການວອນເດີສ ປະເທດເກົາຫຼີ ເປັນຜູ້ໃຫ້ທຶນ ແລະ ການສົ່ງເສີມທາງດ້ານເຕັກຂອງຫ້ອງການກະສິກຳເມືອງ. ສ່ວນທິດທາງແຜນການໃນຕໍ່ໜ້າ ຈະຂະຫຍາຍພື້ນທີ່ປູກກາເຟໃຫ້ໄດ້ ຄອບຄົວລະ 1 ເຮັກຕ່າ ຕິດພັນກັບການປົກປັກຮັກປ່າໄມ້, ສ້າງລາຍຮັບເຂົ້າກຸ່ມໃຫ້ໄດ້ 10 ລ້ານກີບຂຶ້ນໄປ, ກ້າເບ້ຍກາເຟ ເພື່ອສະໜອງໃຫ້ກຸ່ມປູກກາເຟພາຍຢູ່ໃນບ້ານ ແລະ ບ້ານອ້ອມຂ້າງໃຫ້ໄດ້ 50 ພັນເບ້ຍຕໍ່ປີ. ຈາກນັ້ນ, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ໄດ້ຍ້ອງຍໍຊົມເຊີຍຕໍ່ອົງການປົກຄອງບ້ານ ແລະ ປະຊາຊົນ ທີ່ພ້ອມໃຈກັນຕັດສິນໃຈສູງຕໍ່ການສ້າງອາຊີບ, ສ້າງເງື່ອນໄຂໃຫ້ແກ່ການສ້າງເສດຖະກິດຄອບຄົວໃຫ້ດີຂຶ້ນເທື່ອລະກ້າວ, ພ້ອມທັງມີຄໍາເຫັນຊີ້ນໍາ ຕໍ່ອົງການປົກຄອງບ້ານ ຕ້ອງເປັນເຈົ້າການສຶກສາອົບຮົມການເມືອງແນວຄິດໃຫ້ປະຊາຊົນພາຍໃນບ້ານ ຢ່າງເລິກເຊີ່ງ, ຮັບປະກັນຄວາມສະຫງົບ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້, ສືບຕໍ່ຍົກລະດັບຊີວິດການເປັນຢູ່ ຂອງປະຊາຊົນພາຍໃນບ້ານ ໃຫ້ນັບມື້ດີຂຶ້ນເປັນກ້າວໆ. ໂອກາດນີ້, ທ່ານຮອງເຈົ້າແຂວງ ພ້ອມຄະນະ ແລະ ປະຊາຊົນ ໄດ້ປູກເບ້ຍກາເຟຮ່ວມກັນ ທັງຢ້ຽມຊົມສວນກາເຟຂອງປະຊາຊົນ ຕື່ມອີກ.
(ຂ່າວ: ບຸນທັນ ໄຊຍະວົງ)
ຄໍາເຫັນ