ການນຳແຂວງຫຼວງພະບາງ ຢ້ຽມ​ຢາມບໍ​ລິ​ສັດຊີມັງຫຼວງພະບາງ ຈຽງເກີ ຈໍາກັດ

ການນຳແຂວງຫຼວງພະບາງ ຢ້ຽມ​ຢາມບໍ​ລິ​ສັດຊີມັງຫຼວງພະບາງ ຈຽງເກີ ຈໍາກັດ

ການນຳແຂວງຫຼວງພະບາງ ຢ້ຽມ​ຢາມບໍ​ລິ​ສັດຊີມັງຫຼວງພະບາງ ຈຽງເກີ ຈໍາກັດ
ທ່ານ ບຸນເລື່ອມ ມະນີວົງ ເລ​ຂາ​ຄະ​ນະ​ບໍ​ລິ​ຫານ​ງານ​ພັກແຂວງປະທານສະພາປະຊາຊົນ ແຂວງຫຼວງພະບາງ ພ້ອມດ້ວຍຄະນະ, ໄດ້ຢ້ຽມຢາມ-ເຮັດວຽກ ຢູ່ບໍລິສັດຊີມັງ ຫຼວງພະບາງ ຈຽງເກີ ຈໍາກັດຜູ້ດຽວ ເມື່ອ​ວັນ​ທີ 6 ສິງ​ຫາ​ຜ່ານ​ມາ, ໂຮງ​ງານ​ດັ່ງ​ກ່າວຕັ້ງຢູ່ເຂດພັດທະນານ້ຳຖ້ວມ ເມືອງນໍ້າບາກ, ໂດຍໄດ້ຮັບການຕ້ອນຮັບຈາກ ຜູ້ບໍລິຫານ ແລະພະນັກງານພາຍໃນໂຮງງານ.
ການນຳແຂວງຫວງພະບາງ ຢຽມ​ຢາມບ​ລ​ສດຊມງຫວງພະບາງ ຈຽງເກ ຈາກດ - image 1
 

ໂອກາດນີ້ ຜູ້ອໍານວຍ ບໍລິສັດ ຊີມັງ ຫຼວງພະບາງ ຈຽງເກີ ຈໍາກັດ ຜູ້ດຽວ ໄດ້ລາຍງານສະພາບ ການເຄື່ອນໄຫວຈັດຕັ້ງປະຕິບັດຂອງບໍລິສັດວ່າ: ໂຮງງານຊີມັງ ຈຽງເກີ ແມ່ນໂຄງການທີ່ສໍາຄັນ ຕາມນະໂຍບາຍໜຶ່ງແລວ-ໜຶ່ງເສັ້ນທາງ ຂອງ ສປ ຈີນ ຊຶ່ງມີໂຮງງານແຫ່ງທຳອິດຕັ້ງຢູ່ແຂວງອຸດົມໄຊ ແລະໄດ້ມາຂະຫຍາຍ ມາຕັ້ງຢູ່ເມືອງນໍ້າບາກ ແຂວງຫຼວງພະບາງ, ເປັນໂຮງງານຜະລິດຊີມັງທີ່ມີການຕິດຕັ້ງເຄື່ອງຈັກ-ອຸປະກອນເຕັກໂນໂລຊີ ການຜະລິດທີ່ທັນສະໄໝ, ເປັນໂຮງງານຂະໜາດໃຫຍ່ກວ່າໝູ່ຢູ່ໃນ ສປປ ລາວ, ສາມາດຕອບສະໜອງຄວາມຕ້ອງການຂອງຕະຫຼາດ ທັງປະລິມານ ແລະຄຸນນະພາບ ຜ່ານການຢັ້ງຢືນມາດຕະຖານສາກົນ ISO 9001 ແລະ 2015, ບໍລິສັດ ຊີມັງ ຫຼວງພະບາງ ຈຽງເກີ ຈໍາກັດ ຜູ້ດຽວ ເປັນສາຂາຂອງບໍລິສັດ ຊີມັງກຸ່ຍໂຈຈຽງເກີ ຈໍາກັດ ໃນກຸ່ມບໍລິສັດຢົງຟູກຸ່ຍ ຂອງ ສປ ຈີນ ທີ່ເປັນຜູ້ລົງທຶນທັງໝົດ, ສາມາດຜະລິດຊີມັງໄດ້ 2,000,000 ໂຕນຕໍ່ປີໂດຍສະໜອງໃຫ້ໂຄງການກໍ່ສ້າງເຊັ່ນ: ກໍ່ສ້າງເສັ້ນທາງດ່ວນ, ເຂື່ອນໄຟຟ້ານໍ້າຕົກ, ທາງແລ່ນໃນສະໜາມບິນ, ຂົວ, ອຸໂມງ, ກໍ່ສ້າງອາຄານ ແລະອື່ນໆ.

ການນຳແຂວງຫວງພະບາງ ຢຽມ​ຢາມບ​ລ​ສດຊມງຫວງພະບາງ ຈຽງເກ ຈາກດ - image 2
 

ປັດຈຸບັນ “ຊີມັງຈຽງເກີ” ໄດ້ຈໍາໜ່າຍເຂົ້າສູ່ຕະຫຼາດໃນພາກເໜືອ ຂອງ ສປປ ລາວ ແລະສົ່ງອອກໄປປະເທດໄທ, ຫວຽດນາມ, ຈີນ ແລະມຽນມາ. ພ້ອມນັ້ນ ບໍລິສັດໄດ້ສ້າງວຽກເຮັດງານທຳໃຫ້ປະຊາຊົນຢູ່ທ້ອງຖິ່ນ ໃຫ້ມີລາຍຮັບທີ່ໝັ້ນຄົງ ໂດຍມີນະໂຍບາຍສູງ, ມີທີ່ພັກອາໄສ ແລະອາຫານໃຫ້ໃນແຕ່ລະວັນ, ທັງມີນະໂຍບາຍການສຶກສາຮ່ຳຮຽນ, ຝຶກອົບຮົມໃຫ້ພະນັກງານ ໃຫ້ມີໂອກາດເລື່ອນຊັ້ນ ເລື່ອນຕຳແໜ່ງ ຕາມຄວາມເໝາະສົມ.

ຕາມວິໄສທັດຂອງບໍລິສັດ ຊີມັງ ຫຼວງພະບາງ ຈຽງເກີ ຈໍາກັດ ຜູ້ດຽວ ແມ່ນໃຫ້ກາຍເປັນວິສາຫະກິດ ທີ່ມີຄວາມສາມາດໃນການແຂ່ງຂັນໄດ້ໃນລະດັບສູງ ແລະມີຄວາມຮັບຜິດຊອບຕໍ່ສັງຄົມ ໂດຍພະຍາຍາມຢຶດຖືຍຸດທະສາດແບບແຜນທ້ອງຖິ່ນ, ປະກອບສ່ວນພັນທະຕໍ່ລັດຖະບານຕາມລະບຽບການ ແລະກົດໝາຍ, ສ້າງໂອກາດໃຫ້ປະຊາຊົນບັນດາເຜົ່າມີວຽກເຮັດງານທໍາ.

ໂອກາດນີ້, ທ່ານ ບຸນເລື່ອມ ມະນີວົງໄດ້ສະແດງຄວາມຍ້ອງຍໍຕໍ່ບໍລິສັດ ທີ່ໄດ້ປະກອບສ່ວນ ຊ່ວຍເຫຼືອພັດທະນາ ແລະປັບປຸງພື້ນຖານໂຄງລ່າງ ພາຍໃນແຂວງຫຼວງພະບາງ, ພ້ອມທັງເນັ້ນໃຫ້ສືບຕໍ່ຊຸກຍູ້ ການສ້າງວຽກເຮັດງານທໍາ ໃຫ້ປະຊາຊົນລາວ ແລະຊ່ວຍປະກອບສ່ວນສ້ອມແປງເສັ້ນທາງ ພາຍໃນແຂວງຕາມຄວາມເໝາະສົມ.

ພາບ-ຂ່າວ: ທະນູສິນ ອິດທິພົນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ອພສ ແຂວງຄໍາມ່ວນເປັນເຈົ້າພາບຈັດຝຶກອົບຮົມການບໍລິຫານຫ້ອງການ

ອພສ ແຂວງຄໍາມ່ວນເປັນເຈົ້າພາບຈັດຝຶກອົບຮົມການບໍລິຫານຫ້ອງການ

ຫ້ອງການບໍລິຫານງານ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ຮ່ວມກັບ ອົງການພຸດທະສາສະໜາສັມພັນລາວ ( ອພສ ) ແຂວງຄໍາມ່ວນ ໄດ້ຈັດຝຶກອົບຮົມວຽກງານຄຸ້ມຄອງເອກະສານຂຶ້ນລະຫວ່າງວັນທີ 14 – 18 ກັນຍາ 2026 ຢູ່ທີ່ສະໂມສອນ ຫ້ອງວ່າການປົກຄອງເມືອງທ່າແຂກ , ໂດຍການເປັນປະທານ ພະອາຈານ ອະທິປະໄຕ ໄມຕີຈິດ ຮອງປະທານສູນກາງອົງການພຸດທະສາສະໜາສັມພັນລາວ ທັງເປັນຫົວໜ້າຫ້ອງການບໍລິຫານງານ ສູນກາງອົງການພຸດທະສາສະໜາສັມພັນລາວ, ພະອາຈານ ວັນເພັນ ໄຊຍະສອນ ປະທານ ອພສ ແຂວງຄໍາມ່ວນ,ທ່ານ ແກ້ວວິໄລ ໄຊຍະບຸດ ຄະນະປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງ , ທ່ານ ລາຕີ ພິມມະຈັກ ຮອງຫົວໜ້າກົມເອກະສານແຫ່ງຊາດ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ມີຄະນະ ອພສ ແຂວງບໍລິໄຊ, ແຂວງວຽງຈັນ, ແຂວງໄຊສົມບູນ, ຄະນະບໍລິຫານງານ ອພສ ແຂວງຄໍາມ່ວນ , ຄະນະ ອພສ ເມືອງ 10 ຕົວເມືອງ, ຕາງໜ້າພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ .
ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ອໍານວຍຄວາມສະດວກໃຫ້ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ CCM

ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ອໍານວຍຄວາມສະດວກໃຫ້ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ CCM

ເພື່ອເປັນການອໍານວຍຄວາມສະດວກໃນການສັນຈອນໄປ-ມາ ໃຫ້ຜູ້ແທນທີ່ເດີນທາງເຂົ້າຮ່ວມກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (CCM) ທີ່ ສປປ ລາວໄດ້ຮັບກຽດເປັນເຈົ້າພາບຈັດຂຶ້ນໃນລະຫວ່າງວັນທີ 14-18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ(ນວ) ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ຮ່ວມກັບເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ນວ ໄດ້ນໍາກຳລັງລົງປະຈຳການຢູ່ຈຸດຕ່າງໆ ເພື່ອອຳນວຍຄວາມສະດວກໃນການສັນຈອນໄປ-ມາ ໂດຍສະເພາະຢູ່ຈຸດດ້ານໜ້າຫໍປະຊຸມແຫ່ງຊາດ.
ຜູ້ອຸທິດຕົນຮັບໃຊ້ສັງຄົມ ໃນວຽກງານເກັບກູ້ລະເບີດບໍ່ທັນແຕກ

ຜູ້ອຸທິດຕົນຮັບໃຊ້ສັງຄົມ ໃນວຽກງານເກັບກູ້ລະເບີດບໍ່ທັນແຕກ

​ ວຽກງານເກັບກູ້ລະເບີດບໍ່ທັນແຕກ (UXO) ເປັນວຽກງານໜຶ່ງທີ່ມີບົດບາດຄວາມສຳຄັນ ເຕັມໄປດ້ວຍຄວາມສ່ຽງ ແລະ ຄວາມທ້າທາຍ ແຕ່ທ່ານ ນາງ ເພັງຈັນ ສີປະເສີດ ພະນັກງານແພດສະໜາມປະຈຳໜ່ວຍງານ AC1 ໄດ້ອຸທິດຕົນປະຕິບັດໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບສູງ ນັບແຕ່ປີ 1999 ເປັນຕົ້ນມາຈົນເຖິງປັດຈຸບັນ ເພື່ອຄວາມປອດໄພຊີວິດການເປັນຂອງຢູ່ປະຊາຊົນພາຍໃນແຂວງຫຼວງພະບາງ.
ລາວ ມີຄວາມມຸ່ງຫວັງອັນແຮງກ້າ ຢາກໃຫ້ປະຊາຄົມໂລກຮ່ວມມືກັນ

ລາວ ມີຄວາມມຸ່ງຫວັງອັນແຮງກ້າ ຢາກໃຫ້ປະຊາຄົມໂລກຮ່ວມມືກັນ

​ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ໃນວັນທີ 13 ກັນຍາຜ່ານມາ ທີ່ສະໜາມເກັບກູ້ລະເບີດ ບ້ານພິກໃຫຍ່ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ຊຶ່ງມີຄໍາຖາມວ່າ: ການຈັດກອງປະຊຸມຄັ້ງນີ້, ທາງການລາວຢາກຝາກຄຳຮຽກຮ້ອງຫຍັງສູ່ປະຊາຄົມໂລກ?.
ກະລຶມ ເອົາ​ໃຈ​ໃສ່ ສົ່ງເສີມການຜະລິດ ແລະ ຟື້ນຟູຜົນປະທົບຈາກໄພພິບັດ

ກະລຶມ ເອົາ​ໃຈ​ໃສ່ ສົ່ງເສີມການຜະລິດ ແລະ ຟື້ນຟູຜົນປະທົບຈາກໄພພິບັດ

ໃນໄລຍະຜ່ານມາ, ເມືອງກະລຶມ ໄດ້ສຸມໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໂດຍຖືເອົາການຊຸກຍູ້ສົ່ງເສີມການຜະລິດກະສິກໍາ (ປູກຝັງ-ລ້ຽງສັດ) ຕິດພັນກັບການປັບປຸງ, ຟື້ນຟູ ແລະ ກໍ່ສ້າງພື້ນຖານໂຄງລ່າງ ເປັນຕົ້ນ, ເສັ້ນທາງຄົມມະນາຄົມ, ລະບົບນໍ້າປະປາຊຸມຊົນ ແລະ ລະບົບຊົນລະປະທານ ທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທໍາມະຊາດ ເພື່ອສ້າງເງື່ອນໄຂອໍານວຍຄວາມສະດວກການດໍາລົງຊີວິດ ຂອງປະຊາຊົນໃຫ້ດີຂຶ້ນ.
ເລຂາພັກແຂວງຄໍາມ່ວນ ໂອ້ລົມ ຄະນະກຳມະການປົກຄອງ 44 ຕາແສງທົ່ວແຂວງ

ເລຂາພັກແຂວງຄໍາມ່ວນ ໂອ້ລົມ ຄະນະກຳມະການປົກຄອງ 44 ຕາແສງທົ່ວແຂວງ

ສະ​ຫາຍ ໄຊຊະນະ ໂຄດພູທອນ ເລຂາພັກແຂວງຄໍາມ່ວນ ໄດ້ມີຄຳເຫັນໂອ້ລົມ ຕໍ່ຄະນະກຳມະການປົກຄອງ44 ຕາແສງທົ່ວແຂວງຄໍາມ່ວນ, ໃນ​ວັນ​ທີ 14 ກັນ​ຍາ​ນີ້ ທີ່ ສະ​ໂມ​ສອນຫຼັກ 4 ໂດຍມີສະ​ຫາຍ ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ, ມີການນໍາຂອງແຂວງ, ການນໍາຂອງເມືອງ ແລະ ຄະນະກຳປະການປົກຄອງຕາແສງໃນທົ່ວແຂວງເຂົ້າຮ່ວມ.
ແຂວງວຽງຈັນສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ

ແຂວງວຽງຈັນສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ (2021-2025) ແລະ ກຳນົດທິດທາງ 5 ປີ (2026-2030) ທົ່ວແຂວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 14-15 ກັນຍາ 2026 ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງວຽງຈັນ, ມີບັນດາສະຫາຍຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາ,ຮອງເລຂາພັກເມືອງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ສສຍລ ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025

ສສຍລ ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025

ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ໃຫ້ໜ່ວຍພັກຮາກຖານກົງຈັກຊ່ວຍວຽກຂອງ ສສຍລ ໃນວັນທີ 8 ກັນຍາຜ່ານມາ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານຄະນະບໍລິຫານງານ ສສຍລ; ມີຄະນະບໍລິຫານງານພັກ, ຄະນະໜ່ວຍພັກຮາກຖານຫ້ອງການ, ກົມ, ສູນ, ຫ້ອງການ ຄຊກມດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
24 ປີ ສະຫະພັນນັກຮົບເກົ່າ ແຂວງອັດຕະປື ສືບສານມູນເຊື້ອ ແລະ ສ້າງຄວາມເຂັ້ມແຂງສູ່ອະນາຄົດ

24 ປີ ສະຫະພັນນັກຮົບເກົ່າ ແຂວງອັດຕະປື ສືບສານມູນເຊື້ອ ແລະ ສ້າງຄວາມເຂັ້ມແຂງສູ່ອະນາຄົດ

ສະຫະພັນນັກຮົບເກົ່າແຂວງອັດຕະປື ຢືນຢັນຈະສືບຕໍ່ເສີມຂະຫຍາຍມູນເຊື້ອ ແລະ ທາດແທ້ອັນດີງາມຂອງນັກຮົບເກົ່າແຫ່ງຊາດລາວ, ສ້າງຄວາມເຂັ້ມແຂງໃຫ້ແກ່ອົງການ, ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງສະມາຊິກ ແລະ ປຸກລະດົມຖັນແຖວນັກຮົບເກົ່າ ເຂົ້າຮ່ວມພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ.
ຊາວໜຸ່ມແຂວງອຸດົມໄຊ ມອບເຄື່ອງ ບັນເທົາທຸກຊ່ວຍປະຊາຊົນປະສົບໄພນ້ຳຖ້ວມ

ຊາວໜຸ່ມແຂວງອຸດົມໄຊ ມອບເຄື່ອງ ບັນເທົາທຸກຊ່ວຍປະຊາຊົນປະສົບໄພນ້ຳຖ້ວມ

ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ແຂວງອຸດົມໄຊ ນຳໂດຍ ສະຫາຍ ບຸນມີ ສຳລີບູນ ຮັກສາການເລຂາ ພ້ອມຄະນະທີມງານ ໄດ້ລົງມອບເຄື່ອງອຸປະໂພກ-ບໍລິໂພກ ໃຫ້ປະຊາຊົນ 3 ບ້ານ ຄື: ບ້ານຫ້ວຍລາ, ກອນຄຳ ແລະ ທ່າກາດ, ເມືອງແບງ ແຂວງອຸດົມໄຊ ທີ່ປະສົບໄພພິບັດທຳມະຊາດຈາກນ້ຳຫ້ວຍໄຫຼຊຸ ໃນວັນທີ 8 ກັນຍາ 2026, ຊຶ່ງສາເຫດຈາກຝົນຕົກໜັກຕໍ່ເນື່ອງໃນໄລຍະເດືອນສິງຫາ ຜ່ານມາ ເຮັດໃຫ້ນ້ຳປ່າໄຫຼຊຸຮຸນແຮງ ສົ່ງຜົນກະທົບຕໍ່ຫຼາຍຄອບຄົວ, ເຮັດໃຫ້ດິນເຊາະເຈື່ອນ, ເນື້ອທີ່ນາ ແລະ ສວນກະສິກຳເສຍຫາຍ, ເຮືອນບາງຫຼັງເສຍຫາຍ, ເຄື່ອງຊ່ວຍເຫຼືອທີ່ນຳມາມອບ ປະກອບມີ: ເຄື່ອງນອນ, ເຄື່ອງໃຊ້ຄົວເຮືອນ, ປ່ອງປາ, ເກືອ, ສະບູຝຸ່ນ, ສະບູອາບນໍ້າ ແລະ ສິ່ງຂອງຈຳເປັນອື່ນໆ ລວມມູນຄ່າ 38 ລ້ານກີບ, ຕາງໜ້າຮັບໂດຍ ຄະນະນຳຂອງເມືອງ, ຄະນະບ້ານ ແລະ ປະຊາຊົນຜູ້ປະສົບໄພ.
ເພີ່ມເຕີມ