ການນໍາແຂວງວຽງຈັນ ແລະ ແຂວງເເລີຍ ພົບປະສອງຝ່າຍ

ການນໍາແຂວງວຽງຈັນ ແລະ ແຂວງເເລີຍ ພົບປະສອງຝ່າຍ

ການນໍາແຂວງວຽງຈັນ ແລະ ແຂວງເເລີຍ ພົບປະສອງຝ່າຍ
ໃນວັນທີ 8 ກັນຍາຜ່ານມານີ້, ທ່ານ ດາວເຮືອງ ນັນທາວົງ ຮອງເຈົ້າແຂວງວຽງຈັນ ສປປ ລາວ ໄດ້ ຕ້ອນຄະນະຮັບຜິດຊອບອົງການພັດທະນາພື້ນທີ່ພິເສດເພື່ອການທ່ອງທ່ຽວຢ່າງຢັ້ງຢືນ ແຂວງເລີຍ ປະເທດໄທ, ໃນໂອກາດ ທີ່ເດີນທາງມາເຮັດວຽກ ຮ່ວມກັບ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວແຂວງວຽງຈັນ ຊຶ່ງນຳພາໂດຍ ທ່ານ ປະຢູນ ອະຣັນຣຸດ ຮອງເຈົ້າແຂວງໆເລີຍ ລາຊາອານາຈັກໄທ ພ້ອມດ້ວຍຄະນະທັງ 2 ຝ່າຍເຂົ້າຮ່ວມ.
ການນາແຂວງວຽງຈນ ແລະ ແຂວງເເລຍ ພບປະສອງຝາຍ - image 1
 

ທ່ານ ປະຢູນ ອະຣັນຣຸດ ກ່າວວ່າ: ສຳນັກງານພື້ນທີ່ພິເສດເພື່ອການທ່ອງທ່ຽວຢ່າງຢັ້ງຢືນ ແຂວງເລີຍ ຮ່ວມກັບ ພະແນກ ວັດທະນະທຳ ແລະ ການທ່ອງທ່ຽວແຂວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງ ມີແຜນຈະລົງມາສໍາຫຼວດຂໍ້ມູນເສັ້ນທາງ ແລະ ຜະລິດຕະພັນການທ່ອງທ່ຽວ ເພື່ອສ້າງລາຍການທ່ອງທ່ຽວ, ຈັດກອງປະຊຸມເຄືອຂ່າຍດ້ານການທ່ອງທ່ຽວ ເພື່ອປຶກສາຫາລືເອກະພາບການກຳນົດເສັ້ນທາງທ່ອງທ່ຽວຕາມແຄມແມ່ນໍ້າຂອງ ຢູ່ແຂວງວຽງຈັນ ສປປ ລາວ ໃນລະຫວ່າງ ວັນທີ 8-10 ກັນຍາ 2025 ພາຍໃຕ້ກິດຈະກຳການຮ່ວມມືດ້ານການພັດທະນາການທ່ອງທ່ຽວ ຊຶ່ງນິເວດເຊື່ອມໂຍງສອງຝັ່ງແມ່ນໍ້າຂອງ ລາວ-ໄທ ຄັ້ງທີ 2 ໂດຍມີຈຸດປະສົງເພື່ອພັດທະນາເສັ້ນທາງທ່ອງທ່ຽວທາງບົກ ແລະ ທາງນໍ້າ ໃນແຕ່ລະໄລຍະຂອງປີ ຢູ່ບັນດາແຂວງຕາມລໍາແມ່ນໍ້າຂອງ. ເພຶ່ອກະກຽມຄວາມພ້ອມໃນການພັດທະນາແຫຼ່ງທ່ອງທ່ຽວ ແລະ ກິດຈະກໍາການທ່ອງທ່ຽວຂອງຊຸມຊົນຕາມລໍາແມ່ນໍ້າຂອງ ໃຫ້ມີຄວາມສາມາດໃນການຮອງຮັບນັກທ່ອງທ່ຽວ. ເພຶ່ອພັດທະນາທ່າແຮງບຸກຄະລາກອນທ່ອງທ່ຽວບັນດາແຂວງຢູ່ຕາມແຄມແມ່ນ້ຳຂອງ ໃຫ້ມີຄວາມເຂັ້ມແຂງເພື່ອຮອງຮັບນັກທ່ອງທ່ຽວ. ເພຶ່ອສົ່ງເສີມ ແລະ ປູກຈິດສໍານຶກ ເສັ້ນທາງການທ່ອງທ່ຽວແມ່ນໍ້າຂອງ ລະຫວ່າງ ລາວ-ໄທ ທັງໃນລະດັບຊາດ ແລະ ສາກົນ.

ໃນວັນທີ 9 ກັນຍານີ້, ຄະນະຜູ້ແທນທັງ 2 ຝ່າຍ ໄດ້ລົງສໍາຫຼວດເກັບກໍາຂໍ້ມູນຜະລິດຕະພັນການທ່ອງທ່ຽວ ຢູ່ສະຖານທີ່ທ່ອງທ່ຽວຖ້ຳປູຄຳ (ບູລາກຸນ 1) ບ້ານນາທອງ, ນໍ້າຕົກຕາດແກ້ງຍຸຍ ບ້ານນາດ້ວງ ເມືອງວັງວຽງ ແລະ ວັນທີ 10 ກັນຍາ 2025 ຈະໄດ້ລົງສຳຫຼວດເກັບກໍາຂໍ້ມູນ ຜະລິດຕະພັນການທ່ອງທ່ຽວ ຢູ່ສະຖານທີ່ທ່ອງທ່ຽວບ້ານສາມໝື່ນ, ເຮືອນແພແຄມນໍ້າລີກ ແລະ ວັດສິນໄຊຍະຣາມ ບ້ານໂນນຫີນແຮ່ ເມືອງເຟືອງ.

(ພາບ-ຂ່າວ: ບຸນມາ ແກ້ວບຸດດາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທຄຕລ ເຊກອງ ມອບອຸປະກອນການຮຽນໃຫ້ໂຮງຮຽນ ມຕ ຕອກອົງແກ້ວ ແລະ ມສ ບໍ່ເຫຼັກຕະນຶງ

ທຄຕລ ເຊກອງ ມອບອຸປະກອນການຮຽນໃຫ້ໂຮງຮຽນ ມຕ ຕອກອົງແກ້ວ ແລະ ມສ ບໍ່ເຫຼັກຕະນຶງ

ໃນວັນທີ 16-17 ທັນວາ 2025, ທະນາຄານການຄ້າຕ່າງປະເທດລາວ (ທຄຕລ) ມະຫາຊົນ ສາຂາແຂວງເຊກອງ ຊຶ່ງນຳໂດຍ ທ່ານ ໄຊຊະນະ ພົມມະສີ ຮອງຫົວໜ້າ ທຄຕລ ສາຂາເຊກອງ, ພ້ອມຄະນະ ໄດ້ນຳເອົາອຸປະກອນການຮຽນ ແລະ ອຸປະກອນກິລາ ລວມມູນຄ່າເກືອບ 20 ລ້ານກີບ ມອບໃຫ້ນ້ອງນັກຮຽນໂຮງຮຽນ ມຕ ຕອກອົງແກ້ວ ເມືອງລະມາມ ແລະ ໂຮງຮຽນ ມສ ບໍ່ເຫຼັກຕະນຶງ ເມືອງກະລຶມ, ໂດຍມີທ່ານ ຄຳເພີນ ຈະເລີນຮັກ ຮອງຫົວໜ້າຫ້ອງການສຶກສາ ທິການ ແລະ ກິລາ ເມືອງກະລຶມ, ອົງການປົກຄອງບ້ານ, ຄະນະອໍານວຍການ, ຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.
ຈໍາປາສັກ ໂຮມຊຸມນຸມສະເຫຼີມສະຫຼອງວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ.

ຈໍາປາສັກ ໂຮມຊຸມນຸມສະເຫຼີມສະຫຼອງວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ.

ຄະນະພັກ -ອົງການປົກຄອງແຂວງຈໍາປາສັກ ໄດ້ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີຂຶ້ນ ໃນຕອນເຊົ້າວັນທີ 17 ທັນວານີ້ ໂດຍເປັນປະທານຂອງ ສະຫາຍ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີການນຳຂັ້ນແຂວງ, ນະຄອນ-ເມືອງ, ຕົວແທນທຸກອົງການຈັດຕັ້ງທົ່ວແຂວງເຂົ້າຮ່ວມ ທີ່ສະໂມສອນແຂວງ.
ໂຄງການ AFN ຊ່ວຍໃຫ້ຊຸມຊົນຮູ້ວິທີການແປຮູບອາຫານທີ່ຫຼາກຫຼາຍ

ໂຄງການ AFN ຊ່ວຍໃຫ້ຊຸມຊົນຮູ້ວິທີການແປຮູບອາຫານທີ່ຫຼາກຫຼາຍ

5 ບ້ານ ຂອງເມືອງລະມາມ ແຂວງເຊກອງ ທີ່ໄດ້ຮັບການຊ່ວຍເຫຼືອຈາກອົງການອາຫານໂລກພາຍໃຕ້ການສະໜັບສະໜູນໂຄງການກະສິກໍາ ເພື່ອໂພຊະນາການ (AFN) ໄລຍະ 2. ຈຶ່ງເຮັດໃຫ້ຊຸມຊົນຄືປະຊາຊົນມີຄວາມຮັບຮູ້, ເຂົ້າໃຈ, ຮຽນຮູ້ວິທີການແປຮູບອາຫານທີ່ຫຼາກຫຼາຍ ເພື່ອໂພສະນາການສະໜອງອາຫານໄວ້້ຍາວນານ.
ການປຸກສ້າງ,ປ່ອຍນໍ້າເປື້ອນ ຍັງເປັນອຸປະສັກກະທົບທາງດ້ານສິ່ງແວດລ້ອມ

ການປຸກສ້າງ,ປ່ອຍນໍ້າເປື້ອນ ຍັງເປັນອຸປະສັກກະທົບທາງດ້ານສິ່ງແວດລ້ອມ

ວຽກງານບໍລິການ ແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນ ສໍາລັບການດໍາລົງຊີວິດໃນສັງຄົມ, ໂດຍສະເພາະ ແມ່ນການບໍລິການໃຫ້ມີຄວາມອາດ-ສະດວກ, ວ່ອງໄວ ເພື່ອໃຫ້ສັງຄົມມີຄວາມເພິ່ງພໍໃຈ ໃນການເຄື່ອນໄຫວວຽກງານອື່ນຢ່າງມີຜົນສໍາເລັດ.
ເມືອງໄຊ ຮັບລາງວັນຕົວເມືອງທີ່ມີຄວາມຍືນຍົງ ດ້ານສິ່ງແວດລ້ອມ ອາຊຽນ ຄັ້ງທີ VI ປີ 2025

ເມືອງໄຊ ຮັບລາງວັນຕົວເມືອງທີ່ມີຄວາມຍືນຍົງ ດ້ານສິ່ງແວດລ້ອມ ອາຊຽນ ຄັ້ງທີ VI ປີ 2025

ໃນວັນທີ 16 ທັນວາຜ່ານມານີ້, ອົງການປົກເມືອງໄຊ ແຂວງອຸດົມໄຊ ໄດ້ຈັດພິທີຮັບລາງວັນຕົວເມືອງທີ່ມີຄວາມຍືນຍົງ ດ້ານສິ່ງແວດລ້ອມ ອາຊຽນ ຄັ້ງທີ VI ປີ 2025ຂຶ້ນ, ເປັນກຽດເຂົ້າຮ່ວມມີ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ທ່ານ ລິນຄຳ ດວງສະຫວັນ ກຳມະການສຳຮອງສູນກາງພັກ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີແຂກຖືກເຊີນ ແລິ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ນັກໂທດທີ່ປະພຶດດີແຂວງຫຼວງພະບາງ ໄດ້ຮັບການອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວ

ນັກໂທດທີ່ປະພຶດດີແຂວງຫຼວງພະບາງ ໄດ້ຮັບການອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວ

ວັນທີ 15 ທັນວາຜ່ານມານີ້, ທີ່ຫ້ອງປະຊຸມ ອົງການໄອຍະການປະຊາຊົນ ແຂວງຫຼວງພະບາງ,ໄດ້ມີພິທີ ປະກາດອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ໃຫ້ແກ່ນັກໂທດ ທີ່ມີການປະພຶດດີ ໃນໂອກາດວັນສະຖາປະນາ ສາທາລະນະລັດ ໄປຊາທິປະໄຕ ປະຊາຊົນລາວ (ວັນທີ່ 2 ທັນວາ) ຄົບຮອບ 50 ປີ ໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງ.
ຄໍາມ່ວນ ຮັບຮອງເອົາການແຕ່ງຕັ້ງ ທ່ານ ສົມສະອາດ ອຸ່ນສີດາ ເປັນປະທານ ຄະນະກຳມະການປົກຄອງແຂວງ

ຄໍາມ່ວນ ຮັບຮອງເອົາການແຕ່ງຕັ້ງ ທ່ານ ສົມສະອາດ ອຸ່ນສີດາ ເປັນປະທານ ຄະນະກຳມະການປົກຄອງແຂວງ

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວາ 2025, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ.
ສສຊ ສສນວ ຮັບຮອງຮ່າງຂໍ້ຕົກລົງເຈົ້າຄອງນະຄອນຫຼວງວຽງຈັນ

ສສຊ ສສນວ ຮັບຮອງຮ່າງຂໍ້ຕົກລົງເຈົ້າຄອງນະຄອນຫຼວງວຽງຈັນ

ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ IV, ໃນວັນທີ 17 ທັນວານີ້, ທີ່ຫ້ອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ, ມີຮອງປະທານ ຮອງເຈົ້າຄອງ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກົມຕຳຫຼວດຄຸມຂັງ-ດັດສ້າງ ປາຖະກະຖາ 2 ວັນປະຫວັດສາດ

ກົມຕຳຫຼວດຄຸມຂັງ-ດັດສ້າງ ປາຖະກະຖາ 2 ວັນປະຫວັດສາດ

ກົມຕຳຫຼວດຄຸມຂັງ-ດັດສ້າງກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດພິທີປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ແລະ ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025) ໃນວັນທີ 17 ທັນວານີ້, ໃຫ້ກຽດປາຖະກະຖາໂດຍທ່ານ ພົຈວ ລັດສະໝີ ໄຊຍະຄໍາ ຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ, ມີຄະນະພັກ-ຄະນະກົມ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ກະຊວງກະສິກຳ ແລະ ສິ່ງແວດລ້ອມ ມອບແນວພັນສັດ-ພືດ ໃຫ້ກອງບັນຊາການທະຫານແຂວງອຸດົມໄຊ ແລະ ກອງພົນທະຫານຮາບທີ 3

ກະຊວງກະສິກຳ ແລະ ສິ່ງແວດລ້ອມ ມອບແນວພັນສັດ-ພືດ ໃຫ້ກອງບັນຊາການທະຫານແຂວງອຸດົມໄຊ ແລະ ກອງພົນທະຫານຮາບທີ 3

ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນສຳຄັນຂອງຊາດ ແລະ ປະກອບສ່ວນເຂົ້າໃນວຽກງານສ້າງພະລາທິການກັບທີ່ ຂອງກຳລັງປ້ອງກັນຊາດ, ໃນວັນທີ 16 ທັນວານີ້ທີ່ກອງບັນຊາການທະຫານແຂວງອຸດົມໄຊ ໄດ້ມີພິທີມອບ-ຮັບ ແນວພັນສັດລ້ຽງ (ງົວ), ແນວພັນສາລີ, ອຸປະກອນກິລາ ແລະ ເຄື່ອງອຸປະໂພກ-ບໍລິໂພກ ລະຫວ່າງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ກັບ ກອງບັນຊາການທະຫານແຂວງອຸດົມໄຊ ແລະ ກອງພົນທະຫານຮາບທີ 3, ໂດຍໃຫ້ກຽດກ່າວມອບຂອງ ທ່ານ ລິນຄຳ ດວງສະຫວັນລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ,ມີບັນດາທ່ານການນຳແຂວງ, ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງ, ກອງພົນທະຫານຮາບທີ3 ພ້ອມດ້ວຍພະນັກງານວິຊາການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.
ເພີ່ມເຕີມ