![]() |
ທ່ານເລຂາພັກແຂວງ ໄດ້ກ່າວເຖິງຄວາມສຳພັນ ຄວາມຮັກແພງ ນ້ຳໜຶ່ງໃຈດຽວ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເໝືອນກັບອ້າຍນ້ອງເກີດຮ່ວມອຸທອນດຽວກັນ ແຕ່ບູຮານນະການ ຈົນເຖິງທຸກວັນນີ້ິ້, ພ້ອມນີ້, ທ່ານໄດ້ກ່າວຄຳອວຍພອນອັນປະເສີດ ມາຍັງການນຳຂອງ ສສ ຫວຽດນາມ ກໍຄືປະຊາຊົນບັນດາເຜົ່າ ແລະ ຊາວຫວຽດນາມທີ່ດຳລົງຊີວິດ, ດຳເນີນທຸລະກິດຢູ່ແຂວງຊຽງຂວາງ ຈົ່ງມີແຕ່ຄວາມຜາສຸກ ພົບພໍ້ແຕ່ສິ່ງດີໆ ມີຜົນສຳເລັດທຸກວຽກງານ ສືບຕໍ່ຊີ້ນຳ-ນຳພາ ສ້າງສາປະເທດຊາດໃຫ້ຈະເລີນກ້າວໜ້າຂື້ນເລື້ອຍໆ.
![]() |
ໂອກາດນີ້ທ່ານ ຖາຍວັນແອັງ ປະທານຄະນະຄຸ້ມຄອງຊາວຫວຽດນາມ ປະຈຳແຂວງຊຽງຂວາງ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ທີ່ການນຳແຂວງຊຽງຂວາງ ໄດ້ເບິ່ງແຍງ, ຄຸ້ມຄອງ ຊີ້ນຳ-ນຳພາ ຊາວຫວຽດນາມທີ່ດຳລົງຊີວິດຢູ່ແຂວງຊຽງຂວາງ ຈົນມີຜົນສຳເລັດໃນຫຼາຍດ້ານ, ຊາວຫວຽດນາມຈະສືບຕໍ່ປະສານງານ ເພີ່ມທະວີການພົວພັນຮ່ວມມື ເປັນຂົວຕໍ່ໃຫ້ແຂວງ ຊຽງຂວາງ-ເຫງະອານ, ເຫງະອານ-ຊຽງຂວາງພົວພັນ ແລກປ່ຽນບົດຮຽນ ເສີມຂະຫຍາຍຄວາມສາມັກຕີພິເສດສອງຊາດໃຫ້ເຂັ້ມແຂງ ຂຽວສົດງົດງາມຕະຫຼອດໄປ.
ຂ່າວ: ບຸນມີ ແສງທຸມມີ


ຄໍາເຫັນ