ລົງຕິດຕາມເບິ່ງສະພາບນໍ້າຖ້ວມຄອງລະບາຍນໍ້າອອກຈາກຕົວເມືອງ

ການນໍານວຕິດຕາມສະພາບນໍ້າຖ້ວມລຽບຕາມຄອງລະບາຍນໍ້າອອກຈາກຕົວເມືອງ

ການນໍານວຕິດຕາມສະພາບນໍ້າຖ້ວມລຽບຕາມຄອງລະບາຍນໍ້າອອກຈາກຕົວເມືອງ
ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ພ້ອມຄະນະລົງຕິດຕາມເບິ່ງສະພາບນໍ້າຖ້ວມຄອງລະບາຍນໍ້າອອກຈາກຕົວເມືອງໄຫຼລົງສູ່ແມ່ນໍ້າຂອງໃນວັນທີ 22 ກັນຍາຜ່ານມາ. ການລົງຕິດຕາມເບິ່ງສະພາບນໍ້າຖ້ວມ


ຄັ້ງນີ້ໄດ້ຂີ່ເຮືອເລາະເບິ່ງນໍ້າຖ້ວມສອງຟາກຄອງລາຍນໍ້າເລີ່ມຈາກຂົວບ້ານໄຮ່ຄຳໄປຫາຂົວບ້ານຈອມສີເມືອງໄຊເສດຖາ ແລະ ໄປສິ້ນສຸດຢູ່ບ້ານສ້າງຫົວບໍ່ ເມືອງໄຊທານີ ມີໄລຍະທາງ 10 ກວ່າໂລແມັດ,ຜ່ານການຂີ່ເລາະເບິ່ງສະພາບຕົວຈິງເຫັນວ່ານໍ້າຖ້ວມຫຼາຍສົມຄວນເນື່ອງຈາກ ນໍ້າທີ່ໄຫຼອອກຈາກຕົວເມືອງໄປຕາມຄອງແຕ່ບຶງທາດຫຼວງຫາຫ້ວຍໝາກຮຽວ ເມືອງປາກງື່ມ ບໍ່ສາມາດໄຫຼອອກລົງສູ່ນໍ້າຂອງໄດ້ ຍ້ອນລະດັບນໍ້າຂອງຂຶ້ນສູງກວ່າລະດັບນໍ້າທາງໃນຈຶ່ງຈຳເປັນຕ້ອງໄດ້ປິດປະຕູນໍ້າຫ້ວຍໝາກຮຽວ ຈຶ່ງເຮັດໃຫ້ລະດັບນໍ້າທາງໃນຍຶ່ງຂຶ້ນສູງນັບແຕ່ທ້າຍເດືອນສິງຫາ 2024 ເປັນຕົ້ນມາ ໂດຍລວມແລ້ວສະພາບນໍ້າໄດ້ຍຶ່ງຂຶ້ນຖ້ວມເຮືອນຊານບ້ານຊ່ອງ, ເນື້ອທີ່ທຳການຜະລິດກະສິກຳລວມທັງໜອງປາ, ຄອກສັດລ້ຽງ, ຄອງຊົນລະປະທານ ແລະ ອື່ນໆ ຂອງປະຊາຊົນທີ່ຢູ່ລຽບຕາມຄອງນໍ້າສອງຟາກບ້ານຈອມສີ, ນາໄຫ, ນາໂນ, ສ້າງຫົວບໍ່ ແລະ ບ້ານອື່ນໆ ກວມເອົາເມືອງໄຊເສດຖາ, ໄຊທານີ, ຫາດຊາຍຟອງ ແລະ ເມືອງປາກງື່ມ.
ປັດຈຸບັນນີ້, ລະດັບນໍ້າຍັງຂຶ້ນສູງຍ້ອນວ່າແຕ່ລະວັນມີຝົນຕົກເຮັດໃຫ້ປະລິມານນໍ້າຝົນທີ່ຕົກລົງໃສ່ອ່າງໂຕ່ງເຂດຕົວເມືອງເປັນຈຳນວນຫຼາຍເຖິງວ່າຜ່ານມາພາກສ່ວນກ່ຽວຂ້ອງໄດ້ໃຊ້ຈັກສູບນໍ້າທາງໃນອອກສູ່ນໍ້າຂອງຈຸດຫ້ວຍໝາກຮຽວກໍຕາມ ແຕ່ກໍແກ້ໄຂໄດ້ບາງສ່ວນເທົ່ານັ້ນຊຶ່ງຂະນະນີ້ ຍັງມີສະພາບນໍ້າຖ້ວມຫຼາຍຈຸດເປັນເວລາຫຼາຍວັນສ້າງຄວາມເສຍຫາຍໃຫ້ແກ່ຊັບສິນ, ເນື້ອທີ່ທຳການຜະລິດ ຂອງປະຊາຊົນ.
ໂອກາດນີ້ ທ່ານເຈົ້າຄອງ ນວ ໄດ້ນໍາເອົາເຄື່ອງອຸປະໂພກ- ບໍລິໂພກທີ່ຈຳເປັນຈຳນວນໜຶ່ງໄປມອບໃຫ້ອຳນາດການປົກຄອງບ້ານຈອມສີ, ນາໂນ ແລະ ນາໄຫ ເພື່ອໄປມອບຕໍ່ໃຫ້ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມເປັນການບັນເທົາທຸກແກ້ໄຂສຸກເສີນ ຊຶ່ງເຄື່ອງທີ່ນໍາໄປມອບໃຫ້ປະຊາຊົນຄັ້ງນີ້ ໄດ້ມາຈາກການປະກອບສ່ວນຂອງພາກສ່ວນຕ່າງໆທັງພາກລັດ, ຫົວໜ່ວຍທຸລະກິດ ແລະ ນິຕິບຸກຄົນທີ່ມາມອບໃຫ້ຫ້ອງວ່າການ ນວ.
ຂ່າວ:ວຽງຈັນໃໝ່

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ພ້ອມແລ້ວ ທີ່ຈະຈັດງານວາງສະແດງສິນຄ້າ 3 ປະເທດ

ພ້ອມແລ້ວ ທີ່ຈະຈັດງານວາງສະແດງສິນຄ້າ 3 ປະເທດ

ພາຍຫຼັງທີ່ໄດ້ມີການຫ້າງຫາກະກຽມ ມາເປັນເວລາເກືອບເດືອນ ໂດຍປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງເຊກອງ ສະບັບເລກທີ 72/ຈຂ,ຊກ ລົງວັນທີ 30 ເມສາ 2025 ວ່າດ້ວຍການແຕ່ງຕັ້ງຄະນະກຳມະການຈັດງານແລກປ່ຽນບົດຮຽນ 3 ປະເທດ ແລະ ມາຮອດປັດຈຸບັນ, ພ້ອມແລ້ວ ໃນການຈັດງານວາງສະແດງສິນຄ້າ 3 ປະເທດ (ລາວ, ໄທ ແລະ ຫວຽດນາມ) ຊຶ່ງຈະຈັດຂຶ້ນທີ່ສູນການຄ້າແຂວງເຊກອງ.
ເຊັນສັນຍາຮັບເໝົາກໍ່ສ້າງ ໂຄງການປ້ອງກັນຕາຝັ່ງເຈື່ອນ ແຕ່ຈຸດຄຸ້ມບ້ານມີໄຊສະຫວ່າງ ຫາ ບ້ານປ່າອ້ອຍ

ເຊັນສັນຍາຮັບເໝົາກໍ່ສ້າງ ໂຄງການປ້ອງກັນຕາຝັ່ງເຈື່ອນ ແຕ່ຈຸດຄຸ້ມບ້ານມີໄຊສະຫວ່າງ ຫາ ບ້ານປ່າອ້ອຍ

ພິທີເຊັນສັນຍາຮັບເໝົາກໍ່ສ້າງ ໂຄງການປ້ອງກັນຕາຝັ່ງເຈື່ອນ ແບບລຽງຫີນຕາມຄວາມເນີນ ແຄມແມ່ນໍ້າຂອງ ແຕ່ຈຸດຄຸ້ມບ້ານ ມີໄຊສະຫວ່າງ ຫາ ບ້ານປ່າອ້ອຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ລະຫວ່າງ ພະແນກ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງບໍ່ແກ້ວ ເຈົ້າຂອງໂຄງການ ກັບ ບໍລິສັດ ແກ້ວຈະເລີນ ກໍ່ສ້າງ-ສ້ອມແປງຊົນລະປະທານ ຂົວ-ທາງ ແລະ ເຄຫາສະຖານ ຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາ, ໄດ້ຈັດຂຶ້ນໃນວັນທີ 21 ພຶດສະພາຜ່ານມາ ຢູ່ທີ່ພະແນກ ຍທຂ ແຂວງ.
ສະພາປະຊາຊົນ ນວ ຮັບຮອງເອົາການສ້າງຕັ້ງ “ຕາແສງຊ້າງມີໄຊ”

ສະພາປະຊາຊົນ ນວ ຮັບຮອງເອົາການສ້າງຕັ້ງ “ຕາແສງຊ້າງມີໄຊ”

ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ຊຸດທີ II ທີ່ເປີດຂຶ້ນໃນຕອນເຊົ້າວັນທີ 22 ພຶດສະພານີ້ ທີ່ຫ້ອງວ່າການສໍານັກງານປົກຄອງ ນວ, ໃນວັນດຽວກັນ ກອງປະຊຸມກໍໄດ້ປິດລົງດ້ວຍຜົນສຳເລັດ.
ກວດກາໂຄງການຕິດຕັ້ງ, ສ້ອມແປງ ແລະ ຂະຫຍາຍໄຟຟ້າ ເມືອງຫົງສາ

ກວດກາໂຄງການຕິດຕັ້ງ, ສ້ອມແປງ ແລະ ຂະຫຍາຍໄຟຟ້າ ເມືອງຫົງສາ

ເມື່ອບໍ່ດົນມານີ້, ຄະນະກໍາມະການຄຸ້ມຄອງການລົງທຶນຂັ້ນເມືອງ ໄດ້ລົງກວດກາໂຄງການຕິດຕັ້ງ, ສ້ອມແປງ ແລະ ຂະຫຍາຍໄຟຟ້າເຍືອງທາງລະບົບໄຟຟ້າຖາວອນ 4 ບ້ານຂອງເມືອງຫົງສາ ແຂວງໄຊຍະບູລີ ຄື: ບ້ານຫ້ວຍຈ້ວງ ຕິດຕັ້ງ 30 ຊຸດ, ບ້ານພູແລ້ງກາງ ຕິດຕັ້ງ 10 ຊຸດ, ບ້ານແທ່ນຄຳ 20 ຊຸດ ແລະ ບ້ານສີບູນເຮືອງ 40 ຊຸດ, ລວມທັງໝົດ 100 ຊຸດ.
ສະພາບເງິນຕາຂອງລາວມີສັນຍານເປັນບວກ

ສະພາບເງິນຕາຂອງລາວມີສັນຍານເປັນບວກ

ໂດຍ: ຣັດສະໝີ ດວງສັດຈະ ຜູ້ຂຽນ ໄດ້ມີໂອກາດເຂົ້າໄປພົວພັນວຽກງານຢູ່ທະນາຄານແຫ່ງ ສປປ ລາວ ກໍໄດ້ພົບປະກັບ ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າກົມບໍລິການ ທະນາຄານແຫ່ງ ສປປ ລາວ ຊຶ່ງທ່ານໄດ້ຜ່ານການເປັນຫຼາຍຫົວໜ້າກົມແລະ ຫ້ອງການ ຂອງທະນາຄານກາງ
ເຜີຍແຜ່ວຽກງານກົດລະຫັດອາຫານສາກົນ

ເຜີຍແຜ່ວຽກງານກົດລະຫັດອາຫານສາກົນ

ກອງປະຊຸມເຜີຍແຜ່ວຽກງານກົດລະຫັດອາຫານສາກົນ ໄດ້ຈັດຂຶ້ນໃນວັນທີ 20-22 ພຶດສະພານີ້ ທີ່ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ນາງ ຄິຢອງ ມີ ຄິມ ຜູ້ຕາງໜ້າອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ ປະຈຳ ສປປ ລາວ, ມີຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ຮອງລັດຖະມົນຕີ ກະຊວງອຸດສະຫະກຳ ແລະ ການຄ້າ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຜົນສຳເລັດຂອງກ້ອນກຳລັງກອງທັບປະຊາຊົນລາວ ເຂົ້າຮ່ວມສວນສະໜາມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ

ຜົນສຳເລັດຂອງກ້ອນກຳລັງກອງທັບປະຊາຊົນລາວ ເຂົ້າຮ່ວມສວນສະໜາມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ

ໂດຍ: ບິກໄຊ ສົມພູ ໂດຍອີງຕາມທິດຊີ້ນໍາຂອງກົມອົບຮົມ ກົມໃຫຍ່ເສນາທິການກອງທັບວາງອອກ ເວົ້າລວມ ເວົ້າສະເພາະ ກໍຄືຂັ້ນເທິງໄດ້ມອບໝາຍໜ້າທີ່ໃຫ້ກອງພັນໃຫຍ່ 11 ເຂົ້າຮ່ວມສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ,
ນວ ຈະທົດລອງສ້າງຕັ້ງຕາແສງທໍາອິດຢູ່ເມືອງໄຊທານີ

ນວ ຈະທົດລອງສ້າງຕັ້ງຕາແສງທໍາອິດຢູ່ເມືອງໄຊທານີ

ໃນວາລະການດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ຊຸດທີ IIໃນວັນທີ 22 ພຶດສະພານີ້ ທີ່ຫ້ອງວ່າການປົກຄອງ ນວ, ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນວ ໄດ້ລາຍງານກ່ຽວກັບການຄົ້ນຄວ້າສ້າງຕັ້ງຕາແສງ (ທົດລອງ) ຢູ່ເມືອງໄຊທານີ ໃຫ້ຮູ້ວ່າ: ພາຍຫຼັງລັດຖະທໍາມະນູນສະບັບປັບປຸງໃໝ່, ຮ່າງກົດໝາຍການປົກຄອງທ້ອງຖິ່ນສະບັບປັບປຸງທີ່ໄດ້ຮັບຮອງເອົາໃນກອງປະຊຸມສະໄໝວິສາມັນເທື່ອ 2
ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນ ນວ ຊຸດທີ II

ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນ ນວ ຊຸດທີ II

ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ຊຸດທີ II ໄດ້ເປີດຂຶ້ນໃນວັນທີ 22 ພຶດສະພານີ້ ທີ່ຫ້ອງວ່າການປົກຄອງ ນວ, ພາຍໃຕ້ການເປັນປະທານຂອງທ່ານນາງລໍາພອຍ ສີອັກຄະຈັນ ຄະນະປະຈໍາພັກ ຮອງປະທານສະພາປະຊາຊົນ ນວ, ທ່ານ ບຸນທາມ ພຸດທະວົງສາ ຄະນະພັກ ຮອງປະທານສະພາປະຊາຊົນ ນວ,
ຫາລື​​ການປັບປຸງ​ຍຸດທະສາດ​ ແລະ​ ແຜນດໍາເນີນງານຊີວະນາໆພັນແຫ່ງຊາດ

ຫາລື​​ການປັບປຸງ​ຍຸດທະສາດ​ ແລະ​ ແຜນດໍາເນີນງານຊີວະນາໆພັນແຫ່ງຊາດ

ໃນລະຫວ່າງວັນທີ 21-22​ ພືດສະພານີ້ ຢູ່ໂຮງແຮມຈໍາປາສັກແກຣນ ແຂວງຈໍາປາສັກ,​ ກົມສິ່ງແວດລ້ອມ ກະຊວງຊັບພະຍາກອນ​ທຳມະຊາດ​ ແລະ​ ສິ່ງ​ແວດລ້ອມ​ ຮ່ວມກັບ​ ພະແນກ​ຊັບພະຍາກອນ​ທຳມະຊາດ​ ແລະ​ ສິ່ງ​ແວດລ້ອມ​ (ຊສ)​ ແຂວງ​ຈໍາປາສັກ​ ໄດ້ຈັດກອງປະຊຸມປຶກສາຫາລື​ ຂັ້ນແຂວງ​ (ພາກໃຕ້)​ ກ່ຽວກັບ​ການປັບປຸງ​ຍຸດທະສາດ​ ແລະ​ ແຜນດໍາເນີນງານຊີວະນາໆພັນແຫ່ງຊາດ 2026​-2030 ໂດຍການສະໜັບສະໜູນຂອງອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ລາວ​.​
ເພີ່ມເຕີມ