ຕ່າງໜ້າຄະນະບໍລິຫານງານສູນກາງພັກ ປປ ລາວ ນຳໂດຍ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ, ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ນຳໂດຍ ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ, ຕາງໜ້າສະພາແຫ່ງຊາດນຳໂດຍ ສະຫາຍ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ, ນອກນັ້ນຍັງມີບັນດາກະຊວງ-ອົງການປົກຄອງນະຄອນຫຼວງວຽງຈັນ-ອົງການຈັດຕັ້ງພາຍໃນແລະຕ່າງປະເທດ,ເຂົ້າວາງພວງມາລາ
ສະຫາຍ ບຸນທອງ ຈິດມະນີ ໄດ້ເຊັນປຶ້ມໄວ້ອາໄລ ໂດຍມີເນື້ອໃນດັ່ງນີ້: ຕາງໜ້າຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ຂໍສະແດງຄວາມໂສກເສົ້າເສຍໃຈຢ່າງສຸດຊຶ້ງ ຕໍ່ການຈາກໄປ ຂອງສະຫາຍ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໃນວັນທີ 19 ກໍລະກົດ 2024 ຜ່ານມາ. ພັກ, ລັດ, ປະຊາຊົນລາວ ຂໍຈົດຈໍາບຸນຄຸນ ການປະກອບສ່ວນອັນໃຫຍ່ຫຼວງ, ລໍ້າຄ່າ ຂອງສະຫາຍ ຫງວຽນຝູຈ້ອງ ຕໍ່ການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ຂອງສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວຕະຫຼອດມາ.
ໃນເວລາເສົ້າໂສກເສຍດາຍນີ້ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ຂໍສະແດງຄວາມອາໄລອາວອນຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມທຸກໂສກດັ່ງກ່າວ ມາຍັງ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ລັດຖະບານແນວໂຮມປະເທດຊາດ ແລະ ປະຊາຊົນຫວຽດນາມ ອ້າຍ, ນ້ອງ ກໍຄື ຄອບຄົວ, ຍາດຕິພີ່ນ້ອງ ຂອງສະຫາຍ ຫງວຽດຝູຈ້ອງ ມານະໂອກາດນີ້ດ້ວຍ.
ພວກຂ້າພະເຈົ້າເຊື່ອໝັ້ນວ່າ ພະລັງແຮງອັນແກ່ນກ້າ ໃຫ້ພັກ, ລັດ ແລະ ປະຊາຊົນຫວຽດນາມ ໃນການສືບຕໍ່ພາລະກິດ ສ້າງສາ ແລະ ພັດທະນາ ປະເທດຊາດ ໃຫ້ນັບມື້ນັບເຂັ້ມແຂງ,
ຂໍໃຫ້ດວງວິນຍານ ຂອງສະຫາຍ ຫງວຽດ ຟູ ຈ້ອງຈົ່ງໄປສູ່ສຸຄະຕິດ້ວຍ ຂ່າວ-ພາບ: ແສງຈັນ
ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX
ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດສະໄໝທີ IX ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 23 ທັນວານີ້ ທີ່ ຫໍປະຊຸມແຫ່ງຊາດ. ໂດຍການເປັນປະທານຂອງ ພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ), ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນໍາພັກ-ລັດ, ອົງການຈັດຕັ້ງທີ່ຢູ່ອ້ອມຂ້າງ ພັກ-ລັດ, ຜູ້ແທນພະສົງ, ແນວລາວສ້າງຊາດແຂວງ, ນະຄອນຫຼວງ, ເມືອງ, ທ່ານຜູ້ຊົງຄຸນວຸດທິ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ຄໍາເຫັນ