ການຍົກຍ້າຍເທດສະບານແຂວງຜົ້ງສາລີ

ການຍົກຍ້າຍເທດສະບານແຂວງຜົ້ງສາລີ ມາຢູ່ເມືອງບຸນເໜືອມີຄວາມຄືບໜ້າ 85%

ການຍົກຍ້າຍເທດສະບານແຂວງຜົ້ງສາລີ ມາຢູ່ເມືອງບຸນເໜືອມີຄວາມຄືບໜ້າ 85%
ການຍົກຍ້າຍເທດສະບານແຂວງຜົ້ງສາລີ(ໃໝ່) ມາຢູ່ເມືອງບຸນເໜືອມີຄວາມຄືບໜ້າ 85% ຊຶ່ງຄວາມຕ້ອງການພັດທະນາທັງໝົດໃນເທດສະບານແຂວງໃໝ່ ເຊື່ອມກັບເທດສະບານແຂວງເກົ່າລວມມູນຄ່າທັງໝົດ 500 ລ້ານໂດລາ

 

 ແຕ່ສະເໜີຫາລັດຖະບານເພິ່ນອະນຸມັດເປັນເງິນກູ້ອີພີຊີຈາກບໍລິສັດໂນເລັນໂກໄດ້ພຽງແຕ່ 200 ລ້ານໂດລາ. ດັ່ງນັ້ນ, ຈຶ່ງມາສຸມໃສ່ສະເພາະໜ້າວຽກທີ່ຈຳເປັນເທົ່ານັ້ນ.

ທ່ານ ຄໍາຜອຍ ວັນນະສານ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຜົ້ງສາລີໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນເມື່ອບໍ່ດົນມານີ້ວ່າ: ການຍົກຍ້າຍເທດສະບານແຂວງຜົ້ງສາລີ (ໃໝ່) ມາຢູ່ເມືອງບຸນເໜືອມີຄວາມຄືບໜ້າ 85% ດ້ານນິຕິກຳໄດ້ມີການອະນຸມັດມາແຕ່ປີ 2009 ຊຶ່ງທ່ານນາຍົກລັດຖະ ມົນຕີໄດ້ອອກຂໍ້ຕົກລົງໃຫ້ມີການຍົກຍ້າຍສະບັບເລກທີ 068 ຜ່ານການອະນຸຍາດໃຫ້ຍົກຍ້າຍພວກເຮົາໄດ້ຂຶ້ນແຜນໃຫ້ລັດຖະບານເພື່ອມາພັດທະນາ ຊຶ່ງຜ່ານການຂຶ້ນແຜນມາພັດທະນາທຶນພາຍໃນໄດ້ປີລະເລັກລະໜ້ອຍ ຕໍ່ມາຖືກໃນໄລຍະໂຄວິດ-19 ພົບຄວາມຫຍຸ້ງຍາກດ້ານເສດຖະກິດການເງິນ ລັດຖະບານບໍ່ສາມາດສະໜອງໄດ້ດ້ານງົບປະມານ, ເມື່ອເປັນແນວນັ້ນຈຶ່ງໄດ້ສະເໜີໃຫ້ລັດຖະບານເພາະວ່າຄວາມຕ້ອງການພັດທະນາທັງໝົດໃນເທດສະບານໃໝ່ເຊື່ອມກັບເທດສະບານເກົ່າລວມມູນຄ່າ 500 ລ້ານໂດລາ ແຕ່ວ່າເມື່ອສະເໜີຫາລັດຖະ ບານເພິ່ນອະນຸມັດເປັນເງິນກູ້ອີພີຊີຈາກບໍລິສັດໂນເລັນໂກໄດ້ແຕ່ 200 ລ້ານໂດລາ. ດັ່ງນັ້ນ, ຈຶ່ງມາສຸມໃສ່ສະເພາະໜ້າວຽກທີ່ຈຳເປັນ, ເປັນຕົ້ນໂຄງລ່າງພື້ນຖານເສັ້ນທາງໃນຕົວເມືອງ, ລະບົບຕາຄ່າຍໄຟຟ້າ, ນໍ້າປະປາ, ສຳນັກງານ, ອົງການ, ສະຖານທີ່ເກັບມ້ຽນຂີ້ເຫຍື້ອເຫຼົ່ານີ້ເປັນຕົ້ນ.

ທ່ານ ຄໍາຜອຍ ວັນນະສານ ກ່າວໃຫ້ຮູ້ອີກວ່າ: ຜ່ານການຈັດຕັ້ງປະຕິບັດໃນໄລຍະຜ່ານມາ, ພວກເຮົາໄດ້ສຸມໃສ່ 6 ໜ້າວຽກຄື: 1. ສຸມໃສ່ປູກຈິດສຳນຶກ, ໄກ່ເກ່ຍຊົດເຊີຍເວນຄືນຜົນກະທົບໃນໂຄງການ; 2. ສຸມໃສ່ຈັດຕັ້ງປະຕິບັດບັນດາໜ້າວຽກທີ່ໄດ້ສັນຍາການຄ້າໃນ 200 ລ້ານໂດລາ ໂດຍມີການກຳນົດໜ້າວຽກຄັກແນ່; 3. ສຸມໃສ່ສ້າງແຜນພັດທະນາຕາມຜັງເມືອງທີ່ໄດ້ກຳນົດໄວ້; 4, ຄຸ້ມຄອງການປຸກສ້າງທີ່ບໍ່ຖືກຕາມຜັງເມືອງ(ຕາມເຕັກນິກ); 5. ສຸມໃສ່ພັດທະນາເທດສະບານເກົ່າຢູ່ເມືອງຜົ້ງສາລີ ຕຶກສຳນັກງານ, ອົງການ, ພະແນກການຕ່າງໆທີ່ຍ້າຍມາຢູ່ເມືອງບຸນເໜືອຊິເຮັດແນວໃດ.ຕໍ່ບັນຫາດັ່ງກ່າວທາງອົງການປົກຄອງແຂວງໄດ້ຫັນໄປສູ່3ຮູບການຄື: ຮູບການທີ່ 1 ຫັນເປັນສຳນັກງານຫ້ອງການເມືອງຜົ້ງສາລີທີ່ເຂົາເຈົ້າບໍ່ພຽງພໍໃຫ້ເຂົາເຈົ້ານໍາໃຊ້; 2. ຫັນໄປຂາຍສິດນໍາໃຊ້ທີ່ເຫັນວ່າບໍ່ມີຜູ້ມາເຊົ່າ ບໍ່ມີຜູ້ມາສຳປະທານ ປະຊາຊົນຕ້ອງການກໍຂາຍໃຫ້; 3. ໂຄສະນາໃຫ້ມີຜູ້ມາເຊົ່າສຳປະທານມາຮອດປັດຈຸບັນຍັງບໍ່ທັນມີ; 6. ກະກຽມເກັບມ້ຽນສິ່ງເສດເຫຼືອຂີ້ເຫຍື້ອຢູ່ໃນເທດສະບານໃໝ່ ຊຶ່ງໄດ້ສະເໜີສະພາເພື່ອສ້າງຕັ້ງຫ້ອງການພັດທະນາ ແລະ ບໍລິຫານຕົວເມືອງ. ສະນັ້ນ, ມາຮອດປັດຈຸບັນດ້ານພື້ນຖານໂຄງລ່າງຈຳນວນໜຶ່ງສຳເລັດແລ້ວແລະໄດ້ມີການມອບ-ຮັບແລ້ວ,ຈຳນວນໜຶ່ງຍັງບໍ່ທັນສຳເລັດ ແຕ່ໄດ້ຍົກຍ້າຍມາແລ້ວກໍໄປຢູ່ບ່ອນອື່ນລໍຖ້າ. ມາຮອດປັດຈຸບັນສາມາດເວົ້າໄດ້ວ່າການຍົກຍ້າຍມາຢູ່ເທດສະບານແຂວງໃໝ່ທີ່ເມືອງບຸນເໜືອມີຄວາມຄືບໜ້າ 85% ຊຶ່ງຂໍ້ຫຍຸ້ງຍາກຍ້ອນໄລຍະຈັດຕັ້ງປະຕິບັດໂຄງການຖືກກັບໄລຍະໂຄວິດ-19 ລະບາດຈຶ່ງຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ດຽວນີ້ບໍລິສັດທີ່ກູ້ເງິນມາພັດທະນາໄດ້ສະເໜີໃຫ້ລັດຖະບານມີການດັດແກ້ຫົວໜ່ວຍລາຄາ; ຍ້ອນຜົນກະທົບຖືກສິ່ງປຸກສ້າງຂອງປະຊາຊົນ.

ຂ່າວ: ພູວັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຜີຍແຜ່ນິຕິກໍາໂຄງການກອງທຶນສາມັກຄີ ແລະ ພັດທະນາແນວລາວສ້າງຊາດ

ເຜີຍແຜ່ນິຕິກໍາໂຄງການກອງທຶນສາມັກຄີ ແລະ ພັດທະນາແນວລາວສ້າງຊາດ

ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມເຜີຍແຜ່ນິຕິກໍາໂຄງການກອງທຶນສາມັກຄີ ແລະ ພັດທະນາແນວລາວສ້າງຊາດ ໂດຍການເປັນປະທານຂອງທ່ານ ຄໍາໄຫຼ ສີປະເສີດ ກໍາມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ ຜູ້ປະຈໍາການ, ມີທ່ານ ດາວຽງສັກ ຫວ່າງວິຈິດ ຫົວໜ້າຫ້ອງການ ສູນກາງແນວລາວສ້າງຊາດ, ທ່ານ ຫຼ້າສາຍ ນວນທາສິງ ຜູ້ອໍານວຍການໃຫຍ່ ໂຄງການກອງທຶນສາມັກຄີ ແລະພັດທະນາແນວລາວສ້າງຊາດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ທັງແບບປົກກະຕິ ແລະ ທາງໄກໃນວັນທີ 5 ສິງຫານີ້.
ຈໍາປາສັກ​ ປະກາດການຈັດຕັ້ງ

ຈໍາປາສັກ​ ປະກາດການຈັດຕັ້ງ

ວັນທີ 4 ສິງຫາຜ່ານມາ ​ຢູ່​ສະໂມສອນ​ແຂວງ,​ ແຂວງຈໍາປາສັກ​ ໄດ້ຈັດພິທີປະກາດກົງຈັກການຈັດຕັ້ງ ຂອງພະແນກການ - ກົມກອງອ້ອມຂ້າງແຂວງ ທີ່ໄດ້ຮັບການປັບປຸງ ພ້ອມທັງແຕ່ງຕັ້ງພະນັກງານນາພາ​ - ຄຸ້ມຄອງ ໃນກົງຈັກການຈັດຕັ້ງຄະນະພັກ, ຄະນະພະແນກ, ຫົວໜ້າຂະແໜງ, ຮອງຂະແໜງການຂອງແຂວງ ຈໍານວນໜຶ່ງ ຕາມນິຕິກຳຂອງສູນກາງພັກ, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆຈໍາປາສັກ.​
ປົກປັກຮັກສາ, ຄຸ້ມຄອງ ຊັບພະຍາກອນທໍາມະຊາດຢູ່ປະເທດເຮົາໃຫ້ຍືນຍົງ

ປົກປັກຮັກສາ, ຄຸ້ມຄອງ ຊັບພະຍາກອນທໍາມະຊາດຢູ່ປະເທດເຮົາໃຫ້ຍືນຍົງ

ຊັບພະຍາກອນທໍາມະຊາດ ແມ່ນສິ່ງທີ່ມີຊີວິດ ແລະ ບໍ່ມີຊີວິດທີ່ເກີດຂຶ້ນຕາມທໍາມະຊາດເຊັ່ນ: ດິນ, ນໍ້າ, ອາກາດ, ຊີວະນາໆພັນ, ບໍ່ແຮ່, ຫີນ, ຊາຍ ແລະ ອື່ນໆ ຊຶ່ງເປັນເງື່ອນໄຂອັນຈໍາເປັນໃຫ້ແກ່ການດໍາລົງຊີວິດຂອງປະຊາຊົນບັນດາເຜົ່າ ແລະ ການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ.
ນັກຂ່າວ ຮັບການຍົກລະດັບການຫັນເປັນດີຈີຕອນ

ນັກຂ່າວ ຮັບການຍົກລະດັບການຫັນເປັນດີຈີຕອນ

ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ຮ່ວມກັບສໍານັກຂ່າວ ABC ແລະ ສະຖານທູດອົສຕຣາລີ ປະຈໍາລາວ ຈັດຊຸດຝຶກອົບຮົມໃນຫົວຂໍ້: “ເວທີສົນທະນາການຫັນໄປສູ່ດີຈີຕອນ” ໃນວັນທີ 5 ສິງຫານີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ. ເປັນກຽດໃນພິທີ ໂດຍ ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ, ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານ ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ອະດີດຮອງລັດຖະມົນຕີ ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ; ທ່ານ ນາງ ເມການ ຈອນ (Megan Jones) ເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງປະເທດອົສຕຣາລີ ປະຈໍາ ສປປ ລາວ, ທ່ານ ແອຣອນ ແກນ (Mr Aaron Kearney) ຜູ້ອຳນວຍການ ABCID - ຜູ້ມີສ່ວນຮ່ວມ ແລະ ພັດທະນາໂຄງການ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ສໍາມະນາກອນ.
ພັດທະນາສື່ມວນຊົນໃຫ້ທັນກັບສະຖານະການ ແລະ ສອດຄ່ອງຕາມແນວທາງປ່ຽນແປງໃໝ່ຂອງພັກ

ພັດທະນາສື່ມວນຊົນໃຫ້ທັນກັບສະຖານະການ ແລະ ສອດຄ່ອງຕາມແນວທາງປ່ຽນແປງໃໝ່ຂອງພັກ

ເນື່ອງໃນໂອກາດລະນຶກວັນສ້າງຕັ້ງສື່ມວນຊົນລາວ ກໍຄືວັນສ້າງຕັ້ງ ໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ປປ ລາວ ຄົບຮອບ 75 ປີ (13/8/1950 - 13/8/2025), ທ່ານ ດວງຈິດ ສະຫວັດບຸນມີ ອະດີດຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ ໄດ້ມີຄຳເຫັນວ່າ: ຕະຫຼອດ 75 ປີຜ່ານມາ, ພາຍໃຕ້ການຊີ້ນຳ ແລະ ນຳພາຢ່າງໃກ້ຊິດຂອງພັກ ປປ ລາວ ສື່ມວນຊົນລາວເວົ້າລວມ ແລະ ສື່ມວນຊົນທາງການຂອງລາວເວົ້າສະເພາະ ໄດ້ຮັບການພັດທະນາທັງດ້ານປະລິມານ ແລະ ຄຸນນະພາບ, ປະກອບສ່ວນບຸກທະລຸການໂຄສະນາຈັດຕັ້ງຜັນຂະຫຍາຍແນວທາງປ່ຽນແປງໃໝ່ຂອງພັກໄປສູ່ຄຸນນະພາບໃໝ່, ຈາກເມື່ອກ່ອນປະຊາຊົນເຂດຫ່າງໄກສອກຫຼີກບໍ່ສາມາດເຂົ້າເຖິງໄດ້ຂໍ້ມູນຂ່າວສານທາງການ,ແຕ່ປັດຈຸບັນກໍສາມາດຮັບຂໍ້ມູນຂ່າວສານໄດ້ສະດວກສະບາຍຂຶ້ນຫຼາຍກວ່າເກົ່າໂດຍຜ່ານສື່ແບບໃໝ່. ພ້ອມນັ້ນການຫັນສື່ມວນຊົນໄປສູ່ຄຸນນະພາບໃໝ່ກໍໄດ້ຮັບການປັບປຸງຢ່າງເປັນຮູບປະທຳ ແລະ ປັດຈຸບັນແມ່ນພາຍໃຕ້ການຊີ້ນໍາຢ່າງໃກ້ຊິດຂອງຄະນະໂຄສະນາອົບຮົມສູນກາງພັກ ໃຫ້ສົມກັບວ່າແມ່ນກະບອກສຽງຂອງພັກຢ່າງແທ້ຈິງ.
ບໍລິສັດ ໄຟຟ້າຫົງສາ ຈໍາກັດ ເຂົ້າອວຍພອນໜັງສືພິມປະຊາຊົນ

ບໍລິສັດ ໄຟຟ້າຫົງສາ ຈໍາກັດ ເຂົ້າອວຍພອນໜັງສືພິມປະຊາຊົນ

ໃນຕອນເຊົ້າວັນທີ 5 ສິງຫາ ນີ້, ບໍລິສັດ ໄຟຟ້າຫົງສາ ຈຳກັດ ຕາງໜ້າໂດຍ ທ່ານນາງ ພະນັດຊະກອນ ການຕານົນ ຜູ້ຮັບຜິດຊອບສື່ສານອົງກອນ ບໍລິສັດ ໄຟຟ້າຫົງສາ ຈໍາກັດ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນ ໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ທີ່ສຳນັກງານໜັງສືພິມ ເນື່ອງໃນໂອກາດວັນສ້າງຕັ້ງໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ຄົບຮອບ 75 ປີ (13/8/1950 - 13/8/2025) ຊຶ່ງໃຫ້ກຽດຕ້ອນຮັບໂດຍທ່ານ ສີວັນ ຫອມໄຊຍະເດດ ຮອງຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນ ພ້ອມຄະນະ.
ຫ້ອງວ່າການແຂວງຜົ້ງສາລີ ຖອດຖອນບົດຮຽນ ແລະ ແລກປ່ຽນຄຳຄິດເຫັນ.

ຫ້ອງວ່າການແຂວງຜົ້ງສາລີ ຖອດຖອນບົດຮຽນ ແລະ ແລກປ່ຽນຄຳຄິດເຫັນ.

ວັນທີ 4 ສິງຫານີ້ ທີຫ້ອງປະຊຸມຊັ້ນ 5 ຕຶກອົງການປົກຄອງແຂວງຜົ້ງສາລີ, ຫ້ອງວ່າກາແຂວງຜົ້ງສາລີ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ແລກປ່ຽນຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດວຽກງານ, ໂດຍການເປັນປະທານຂອງ ທ່ານ ອຸ່ຄຳ ຕຸລາພັນ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງຜົ້ງສາລີ.
ເຊກອງ ປິດຊຸດຝຶກອົບຮົມດົນຕີພື້ນເມືອງລາວ

ເຊກອງ ປິດຊຸດຝຶກອົບຮົມດົນຕີພື້ນເມືອງລາວ

ຊຸດຝຶກອົບຮົມດົນຕຣີພື້ນເມືອງລາວ ໃຫ້ແກ່ເດັກອາສາສະໝັກ ຂອງສູນວັດທະນະທໍາເດັກ ແຂວງເຊກອງ ໄດ້ປິດລົງໃນວັນທີ 4 ສິງຫານີ້, ໂດຍການເຂົ້າຮ່ວມ ຂອງທ່ານ ນາງ ວິໄລວັນ ດາລາສິນ ວ່າການປະທານແນວລາວສ້າງຊາດແຂວງ ຫົວໜ້າອະນຸຂະບວນການຮັບໃຊ້ກອງປະຊຸມໃຫຍ່ຄັ້ງທີ Xl ຂອງອົງຄະນະພັກແຂວງ.
ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ

ທ່ານ ພົອ ວີໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ດ້ວຍຄະນະ ເຄືອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ໃນຕອນເຊົ້າຂອງວັນທີ 1 ສິງຫາ 2025ນີ້ ທ່ານ ພົອ ວິໄລ ຫຼ້າຄຳຟອງ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມພິທີມອບ-ຮັບໜ້າທີ່ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ແລະ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ຕາມຂໍ້ຕົກລົງເລກທີ 20/ກມສພ ວ່າດ້ວຍການອະນຸມັດໃຫ້ທ່ານ ທອງຈັນ ມະນີໄຊ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງ ແຂວງບໍ່ແກ້ວ ອອກພັກການຮັບອຸດໜູນບຳນານ ແລະ ຜ່ານມະຕິຕົກລົງເລກທີ 655/ລຄພສ ວ່າດ້ວຍການແຕ່ງຕັ້ງທ່ານ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ຮັກສາການເລຂາພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່), ແຕ່ງຕັ້ງທ່ານ ພົນຈັດຕະວາ ສຸກພະຈັນ ສີລາເພັດ ເປັນກຳມະການຄະນະພັກ ຮອງເລຂາພັກແຂວງ ຮອງເຈົ້າແຂວງ ແລະ ເຊັນບົດບັນທຶກມອບ-ຮັບໜ້າທີ່ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່.
75 ປີ ໜັງສືພິມປະຊາຊົນ ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ  (ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ ຄົບຮອບ 75 ປີ)

75 ປີ ໜັງສືພິມປະຊາຊົນ ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ (ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ ຄົບຮອບ 75 ປີ)

ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 75 ປີ (13 ສິງຫາ 1950 - 13 ສິງຫາ 2025) ໃກ້ຈະມາເຖິງນີ້, ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 4 ສິງຫານີ້ ທີ່ໜັງສືພິມປະຊາຊົນວ່າ: ວັນທີ 13 ສິງຫາຂອງທຸກໆປີແມ່ນວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ທັງເປັນວັນສ້າງຕັ້ງໜັງສືພິມປະຕິວັດສະບັບທໍາອິດທີມີຊື່ວ່່າ: ລາວອິດສະຫຼະ ກໍຄືໜັງສືພິມປະຊາຊົນສຽງຂອງສູນກາງພັກໃນປັດຈຸບັນທີ່ໄດ້ໝູນວຽນມາບັນຈົບຄົບຮອບ 75 ປີ.
ເພີ່ມເຕີມ