ມາຮອດປັດຈຸບັນການຕົກກ້າຂອງຊາວນາໃນທົ່ວແຂວງຄໍາມ່ວນ ປະຕິບັດໄດ້ 889 ໂຕນ ເທົ່າກັບ 16% ຂອງແຜນການ. ໃນນັ້ນນາຫວ່ານປະຕິບັດໄດ້ແລ້ວ 15.730 ເຮັກຕາ ເທົ່າກັບ 17% ຂອງເນື້ອທີ່ແຜນການທັງໝົດ.

ການຜະລິດເຂົ້ານາປີ 2024 ທົ່ວແຂວງຄໍາມ່ວນມີແຜນການ 91.272 ເຮັກຕາ

ການຜະລິດເຂົ້ານາປີ 2024 ທົ່ວແຂວງຄໍາມ່ວນມີແຜນການ 91.272 ເຮັກຕາ
ຂະແໜງປູກຝັງທີ່ຂຶ້ນກັບພະແນກກະສິກໍາ ແລະ ປ່າໄມ້ ປະຈໍາແຂວງຄໍາມ່ວນໃຫ້ຮູ້ວ່າ: ໃນລະດູການຜະລິດເຂົ້ານາປີ 2024 ທົ່ວແຂວງມີເນື້ອທີ່ແຜນການຜະລິດທັງໝົດ 91.272 ເຮັກຕາ, ຄາດຄະເນຜົນຜະລິດໃຫ້ໄດ້ 341.810 ໂຕນ, ຄາດຄະເນໝົດແນວເຂົ້າປູກ 5.476 ໂຕນ, ໃນນີ້ເນື້ອທີ່ປູກເຂົ້າເພື່ອເປັນສະບຽງອາຫານ 61.317 ເຮັກຕາ, ຄາດຄະເນຜົນຜະລິດ 226.555 ເຮັກຕາ, ເນື້ອທີ່ປູກເຂົ້າເພື່ອເປັນສິນຄ້າ 29.955 ເຮັກຕາ, ຄາດຄະເນຜົນຜະລິດ 115.255 ເຮັກຕາ.

ຊາວນາພາຍໃນແຂວງ ໄດ້ເລີ່ມລົງມືທໍາການຜະລິດນັບແຕ່ຕົ້ນເດືອນພຶດສະພາເປັນຕົ້ນມາເນື່ອງຈາກວ່າສະພາບດິນຟ້າອາກາດ ໄດ້ມີການເອື້ອອໍານວຍຄວາມສະດວກໃຫ້ເປັນຢ່າງດີບວກກັບໂຄງການຊົນລະປະທານທີ່ມີຢູ່, ຊຶ່ງມາຮອດປັດຈຸບັນການຕົກກ້າຂອງຊາວນາໃນທົ່ວແຂວງປະຕິບັດໄດ້ 889 ໂຕນ ເທົ່າກັບ 16% ຂອງແຜນການ. ໃນນັ້ນນາຫວ່ານປະຕິບັດໄດ້ແລ້ວ 15.730 ເຮັກຕາ ເທົ່າກັບ 17% ຂອງເນື້ອທີ່ແຜນການທັງໝົດ.

ທົ່ວແຂວງໄດ້ນໍາໃຊ້ກົນຈັກທີ່ທັນສະໄໝກວມເອົາອັດຕາສ່ວນຫຼາຍ ໂດຍສົມທົບກັບການຜະລິດແບບດັ້ງເດີມ. ສໍາລັບເມືອງທີ່ມີເນື້ອທີ່ແຜນການຜະລິດຫຼາຍກວ່າໝູ່ແມ່ນເມືອງໜອງບົກ, ເມືອງທ່າແຂກ ແລະ ເມືອງມະຫາໄຊຕາມລໍາດັບ. (ຂ່າວ-ພາບ: ແດງສະຫວັດ ແສນພານິດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປະກາດແຕ່ງຕັ້ງສະພາ ວສ-ປສ ການທະຫານຂັ້ນຮາກຖານຢູ່ 3 ກົມກອງ

ປະກາດແຕ່ງຕັ້ງສະພາ ວສ-ປສ ການທະຫານຂັ້ນຮາກຖານຢູ່ 3 ກົມກອງ

ພິທີປະກາດການແຕ່ງຕັ້ງປະທານ, ຄະນະປະທານ ສະພາວິທະຍາສາດ-ປະຫວັດສາດ(ວສ-ປສ) ການທະຫານຂັ້ນຮາກຖານ ຢູ່ກອງບັນຊາການທະຫານແຂວງອັດຕະປື, ກອງພົນທີ 4 ແລະ ກອງບັນຊາການທະການແຂວງສະຫວັນນະເຂດ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 21-24 ກໍລະກົດຜ່ານມາ, ໂດຍການເປັນທານຂອງສະຫາຍ ພັນເອກ ໂພນທອງ ພັນຈະເລີນພົນ ຮອງຫົວໜ້າກົມ ວສ-ປສ ການທະຫານ, ມີຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງອັດຕະປື, ກອງພົນທີ 4, ກອງບັນຊາການທະ ຫານແຂວງສະຫວັນນະເຂດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
6 ເດືອນຜ່ານມາ ອພສ ຫຼວງພະບາງ ມີຜົນງານພົ້ນເດັ່ນຫຼາຍດ້ານ

6 ເດືອນຜ່ານມາ ອພສ ຫຼວງພະບາງ ມີຜົນງານພົ້ນເດັ່ນຫຼາຍດ້ານ

ຄະນະບໍລິຫານງານ ອົງການພຸດທະສາສະໜາສຳພັນລາວ (ອພສ) ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານ ສະໄໝທີ IX ຄັ້ງທີ I ຂຶ້ນໃນວັນທີ 24 ກໍລະກົດຜ່ານມາ, ທີ່ຫ້ອງປະຊຸມກຸດຕິອາຄັນຕຸກະ ວັດປ່າຜາໂອ ນະຄອນ-ຫຼວງພະບາງ, ໂດຍການເປັນປະທານຂອງພະອາຈານໃຫຍ່ ອ່ອນແກ້ວ ກິຕຕິພັທໂທ ຄະນະບໍລິຫານງານປະຈຳການສູນກາງ ອພສ, ປະທານ ອພສ ແຂວງ, ຜູ້ຊ່ວຍວຽກປະທານສູນກາງ ອພສ ປະຈຳແຂວງພາກເໜືອ, ມີທ່ານ ສົມພອນ ສີອຸດົມພັນ ປະທານແນວລາວສ້າງຊາດແຂວງ ພ້ອມດ້ວຍຄະນະບໍລິຫານງານ ອພສ ແຂວງ ແລະ ພະນັກງານເຂົ້າຮ່ວມ.
ວາລະສານອະລຸນໃໝ່ ແລະ ວາລະສານກົງສ້ານ ທົບທວນການຮ່ວມມື

ວາລະສານອະລຸນໃໝ່ ແລະ ວາລະສານກົງສ້ານ ທົບທວນການຮ່ວມມື

ໃນວັນທີ 27 ກໍລະກົດນີ້ ທີ່ນະຄອນຫຼວງວຽງຈັນ, ໄດ້ມີການພົບປະ ລະຫວ່າງ ວາລະສານອະ ລຸນໃໝ່ ຂອງ ພັກປະຊາຊົນ ປະຕິວັດລາວ ແລະ ວາລະສານກົງສ້ານ ຂອງພັກກອມມູນິດຫວຽດນາມ, ຝ່າຍລາວນຳໂດຍ ທ່ານ ຫີນເພັດ ໄຊຍະສີພັນດອນ ຮັກສາການຫົວໜ້າບັນນາທິການໃຫຍ່ ວາລະສານ ອະລຸນໃໝ່, ພ້ອມຄະນະ, ຝ່າຍຫວຽດນາມນຳໂດຍທ່ານ ຫງວຽນ ຫງັອກ ຮາ ຮອງຫົວໜ້າບັນນາທິ ການໃຫຍ່ ວາລະສານກົງສ້ານ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄຳມອນ ຈັນທະຈິດ ຮອງຫົວໜ້າຄະ ນະໂຄສະນາອົບຮົມສູນກາງພັກ ຮອງປະທານ ຜູ້ປະຈຳການ ສະພາທິດສະດີສູນກາງພັກ.
ປິດຝຶກອົບຮົມຄູຝຶກວຽກງານໂຄສະນາຕ້ານການຄ້າມະນຸດ

ປິດຝຶກອົບຮົມຄູຝຶກວຽກງານໂຄສະນາຕ້ານການຄ້າມະນຸດ

ຫວ່າງບໍ່ດົນມານີ້, ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປິດການຝຶກອົບຮົມຄູຝຶກວຽກງານໂຄສະນາຕ້ານການຄ້າມະນຸດຂຶ້ນຢ່າງເປັນທາງການ. ໂດຍໃຫ້ກຽດເປັນປະທານຂອງທ່ານ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີຄະນະກົມ, ຄູ-ອາ ຈານ, ບັນດາພະແນກ, ສູນ, ອົງການຈັດຕັ້ງມະຫາຊົນ, ແຂກຖືກເຊີນ, ນັກສຳມະນາກອນ ແລະ ກອງກໍ່ສ້າງຮາກຖານ 11 ກອງ ເຂົ້າຮ່ວມ.
ສະພາ ນວ ລົງຕິດຕາມວຽກງານຂອງສານປະຊາຊົນ ນວ

ສະພາ ນວ ລົງຕິດຕາມວຽກງານຂອງສານປະຊາຊົນ ນວ

ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ລົງຊຸກຍູ້, ຕິດຕາມ ການຈັດຕັ້ງປະຕິບັດວຽກງານຂອງສານປະຊາຊົນນະຄອນຫຼວງວຽງຈັນ ໃນວັນທີ 27 ກໍລະກົດນີ້ ທີ່ຫ້ອງປະຊຸມຂອງສານປະຊາຊົນ ນວ. ໃຫ້ກຽດນໍາພາຄະນະ ໂດຍ ທ່ານ ນະຄະເສນ ສີຫາລາດ ຮອງປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ທັງເປັນຜູ້ຊີ້ນໍາວຽກງານ​ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກົດໝາຍ ແລະ ຍຸຕິທໍາ, ຕ້ອນຮັບ ໂດຍ ທ່ານ ນາງ ມະໄລຄໍາ ສຸນາພັນ ປະທານສານປະຊາຊົນນະຄອນຫຼວງວຽງຈັນ ພ້ອມຄະນະ, ຈຸດປະສົງ ເພື່ອຊຸກຍູ້, ຕິດຕາມການຈັດຕັ້ງປະຕິບັດແຜນການ, ຄາດໝາຍ 6 ເດືອນຕົ້ນປີ ແລະ 6 ເດືອນທ້າຍປີ 2026, ຂໍ້ສະເໜີຕ່າງໆ.
ຮອງປະທານສະພາແຫ່ງຊາດ ເຄື່ອນໄຫວເຮັດວຽກຢູ່ແຂວງວຽງຈັນ

ຮອງປະທານສະພາແຫ່ງຊາດ ເຄື່ອນໄຫວເຮັດວຽກຢູ່ແຂວງວຽງຈັນ

‎ ວັນທີ 24 ກໍລະກົດ ຜ່ານມາ ທີ່ສະໂມສອນໃຫຍ່ແຂວງວຽງຈັນ, ໄດ້ມີພິທີປະກາດກົງຈັກທີ່ຄະນະປະຈໍາສະພາແຫ່ງຊາດສ້າງຕັ້ງ ແລະ ການແຕ່ງຕັ້ງບຸກຄະລາກອນ ປະຈໍາເຂດເລືອກຕັ້ງທີ 10 ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ); ເຂົ້າຮ່ວມມີທ່ານ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ (ສພຂ); ທ່ານ ພູວົງ ບຸນຊູ ຮອງເລຂາພັກແຂວງ ປະທານຄະນະກໍາມະການປົກຄອງແຂວງ; ບັນດາທ່ານຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ (ສສຂ) ປະຈຳເມືອງອ້ອມຂ້າງ, ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຜູ້ຕາງໜ້າຂອງພະແນກການ ແລະ ອົງການອ້ອມຂ້າງແຂວງ, ຄະນະຫ້ອງວ່າການ ແລະ ພະນັກງານເສນາທິການຂອງ ສພຂ.
ວາງສີລາລືກ ໂຄງການກໍ່ສ້າງໂຮງໝໍເມືອງແກ່ນທ້າວ

ວາງສີລາລືກ ໂຄງການກໍ່ສ້າງໂຮງໝໍເມືອງແກ່ນທ້າວ

ພິທີວາງສີລາລືກໂຄງການກໍ່ສ້າງ ແລະ ສ້ອມແປງໂຮງໝໍເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 27 ກໍລະກົດນີ້, ທີ່ໂຮງໝໍດັ່ງກ່າວ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ບຸນເພັງ ວົງຊົມພູ ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງ, ພ້ອມດ້ວຍຮອງຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ, ມີຕາງໜ້າບໍລິສັດ ດວງຈັນຮຸ່ງເຮືອງ ຈຳກັດຜູ້ດຽວ, ຄະນະອໍານວຍການໂຮງໝໍ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສກຂ ຄໍາມ່ວນ ຫວນຄືນມູນເຊື້ອ 71 ປີວັນສ້າງຕັ້ງສະຫະພັນແມ່ຍິງລາວ

ສກຂ ຄໍາມ່ວນ ຫວນຄືນມູນເຊື້ອ 71 ປີວັນສ້າງຕັ້ງສະຫະພັນແມ່ຍິງລາວ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງ ອົງການຈັດຕັ້ງສະຫະພັນແມ່ຍິງລາວ (20 ກໍລະກົດ 1955-20 ກໍລະ ກົດ 2026) ຄົບຮອບ 71 ປີ ຈັດຂຶ້ນໃນວັນທີ 22 ກໍລະກົດຜ່ານມາ, ທີ່ສະໂມສອນພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງຄໍາມ່ວນ, ໂດຍການເປັນປະທານຮ່ວມຂອງທ່ານ ດວງມາລາ ພົມມະຈັນ ຮອງຫົວໜ້າພະແນກ ສກຂ ແລະ ທ່ານ ສຸດທິລົມ ສຸລິວົງ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ທ່ານ ວັດສະລະ ກຽດນະລົງລົບ ຜູ້ອໍານວຍໂຮງຮຽນສາມັນມິດຕະພາບ ຄໍາມ່ວນ-ກວາງບິ່ງ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ກະຊວງປ້ອງກັນປະເທດ ເຜີຍແຜ່ເຊື່ຶອມຊຶມ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ກະຊວງປ້ອງກັນປະເທດ ເຜີຍແຜ່ເຊື່ຶອມຊຶມ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ວັນທີ 23 ກໍລະກົດ ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໃຫ້ພະນັກງານຫຼັກແຫຼ່ງກໍາລັງຫຼວງ ແລະ ກຳລັງທ້ອງຖິນ (ດ້ວຍການເຊື່ອມຕໍ່ວີດີໂອອອນລາຍ), ໂດຍການເປັນປະທານ ຂອງສະຫາຍ ພົນໂທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກກະຊວງ, ບັນດາກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາ ບັນດາກົມກອງກຳລັງບັນດາກົມກອງກຳລັງຫຼວງ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ໂຮງງານຕັດຫຍິບ ຫຼັກ 19 ເປີດການນໍາໃຊ້ຢ່າງເປັນທາງການ

ໂຮງງານຕັດຫຍິບ ຫຼັກ 19 ເປີດການນໍາໃຊ້ຢ່າງເປັນທາງການ

ພິທີເປີດການນຳໃຊ້ໂຮງງານພັດທະນາອຸດສາຫະກຳຕັດຫຍິບ ຫຼັກ 19 ໄດ້ຈັນຂຶ້ນໃນວັນທີ 23 ກໍລະກົດຜ່ານມາ ໂດຍມີ ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ຄະນະປະຈຳພັກກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີທ່ານ ນາງ ເທບພະລັກ ຄຳວີສອນ ປະທານບໍລິສັດ PSL ກຣຸບ, ຄະນະນຳກະຊວງປ້ອງກັນປະເທດ, ແຂກຖືກເຊີນ ແລະ ພາກສ່ວນທີ່ກ້ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ