ການເພີ່ມພື້ນທີ່ສີຂຽວໃນຕົວເມືອງມີຄວາມສໍາຄັນຫຼາຍ

ການເພີ່ມພື້ນທີ່ສີຂຽວໃນຕົວເມືອງມີຄວາມສໍາຄັນຫຼາຍ

ການເພີ່ມພື້ນທີ່ສີຂຽວໃນຕົວເມືອງມີຄວາມສໍາຄັນຫຼາຍ
ໂດຍ: ວັນເພັງ ອິນທະໄຊ ການເພີ່ມພື້ນທີ່ສີຂຽວໃນຕົວເມືອງ ໂດຍສະເພາະໃນນະຄອນຫຼວງວຽງຈັນ(ນວ) ເປັນໜຶ່ງບັນຫາສໍາຄັນຫຼາຍ ທີ່ພາກສ່ວນກ່ຽວຂ້ອງ ມີຄວາມພະຍາຍາມໃນການເພີ່ມພື້ນທີ່ສີຂຽວ ໃນຕົວເມືອງ. ໃນນັ້ນ, ປະເທດເພື່ອນບ້ານ,

 

ຫຼາຍປະເທດໃກ້ຄຽງ ກໍມີຄວາມພະຍາຍາມເຊັ່ນກັນ ທັງໝົດເພື່ອແນໃສ່ເຮັດໃຫ້ພື້ນທີ່ ໃນຕົວເມືອງກາຍເປັນພື້ນທີ່ສີຂຽວ ຫຼື ສ ສີຂຽວ, ເປັນມິດຕໍ່ສິ່ງແວດລ້ອມ ແລະ ເຮັດໃຫ້ຄຸນະພາບຊີວິດຂອງປະຊາຊົນດີຂຶ້ນ.

ຜູ້ຂຽນມີໂອກາດໄດ້ເຂົ້າຮ່ວມໂຄງການສ້າງຄວາມເຂັ້ມແຂງໃຫ້ສື່ມວນຊົນ ໂດຍການມີສ່ວນຮ່ວມຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອພັດທະນາສີຂຽວ ໃນ ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນຈາກສະຫະພາບເອີຣົບ. ໃນນັ້ນ, ຍັງໄດ້ໄປສຶກສາຮຽນຮູ້ການລາຍງານຂ່າວສີຂຽວ ກັບນັກຂ່າວສິ່ງແວດລ້ອມຊື່ດັງຂອງປະເທດໄທ ເຮັດໃຫ້ຜູ້ຂຽນເຂົ້າໃຈບັນຫາສິ່ງແວດລ້ອມຫຼາຍຂຶ້ນ ໂດຍສະເພາະການລາຍງານຂ່າວບັນຫາສີຂຽວ ເພື່ອນໍາມາເປັນບົດຮຽນ ເຜີຍແຜ່ໂຄສະນາຢູ່ ສປປ ລາວ ໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງ. ໂອກາດນີ້, ຜູ້ຂຽນຍັງໄດ້ຮັບຮູ້ວ່າ: ປັດຈຸບັນກຸງເທບມະຫານະຄອນ (ກທມ) ກໍໄດ້ຖືສໍາຄັນເອົາໃຈໃສ່ການເພີ່ມພື້ນທີ່ສີຂຽວດ້ວຍການສ້າງສວນ 15 ນາທີ ແລະ ມີນະໂຍບາຍການໃຊ້ກົນໄກຕ່າງໆ ທັງໝົດແມ່ນຄວາມຫວັງການສ້າງພື້ນທີ່ສີຂຽວ ກທມ.

ຫຼາຍທ່ານອາດຍັງບໍ່ເຂົ້າໃນວ່າສວນ 15 ນາທີ ແມ່ນສວນແນວໃດ, ສວນດັ່ງກ່າວເປັນນະໂຍບາຍການເພີ່ມພື້ນທີ່ສີຂຽວ ແລະ ພື້ນທີ່ສາທາລະນະ ທີ່ປະຊາຊົນສາມາດເຂົ້າເຖິງໄດ້ພາຍໃນ 10-15 ນາທີ ຫຼື ປະມານ 400-800 ແມັດ ໂດຍອາໃສຄວາມຮ່ວມມືຂອງພາກລັດ ແລະ ເອກະຊົນ ເພື່ອພັດທະນາພື້ນທີ່ເດີມຄວບຄູ່ໄປກັບການເພີ່ມພື້ນໃໝ່. ປັດຈຸບັນພື້ນທີ່ສີຂຽວໃນ ກທມ ມີພຽງ 2.6% ຂອງພື້ນທີ່ທັງໝົດ ຊຶ່ງຖືວ່າຍັງຕໍ່າເມືອງທຽບກັບເມືອງອື່ນໆໃນໂລກ. ດັ່ງນັ້ນ, ກທມ ຈຶ່ງມີຄວາມພະຍາຍາມເພີ່ມພື້ນທີ່ສີຂຽວ ໃຫ້ເປັນມິດຕໍ່ສິ່ງແວດລ້ອມ ໂດຍໄດ້ມີສວນ 15 ນາທີ ຫຼາຍຂຶ້ນ. ສວນດັ່ງກ່າວນີ້, ຈະຊ່ວຍໃຫ້ດູດຊັບມົນລະພິດທາງອາກາດ ແລະ ສ້າງອາກາດບໍລິສຸດ ໃຫ້ກັບປະຊາຊົນ, ຊ່ວຍໃຫ້ປະຊາຊົນມີພື້ນທີ່ສໍາລັບຜັກຜ່ອນຢ່ອນໃຈ, ອອກກໍາລັງກາຍ ແລະ ເຮັດກິດຈະກໍາຕ່າງໆ, ສາມາດຊ່ວຍກັກເກັບນໍ້າຝົນ ແລະ ຫຼຸດຜ່ອນບັນຫານໍ້າຖ້ວມໃນ ກທມ ໄດ້ ແລະ ເຮັດໃຫ້ປະຊາຊົນຫັນເອົາພື້ນທີ່ຮົກເຮື້ຶອ ຫຼື ພື້ນທີ່ບໍ່ໄດ້ໃຊ້ງານ ໃນ ກທມ ຂອງຕົນມານໍາໃຊ້ໃຫ້ເປັນສວນສາທາລະນະ (ສວນ 15 ນາທີ) ເພື່ອເພີ່ມພື້ນທີ່ສີຂຽວ ບໍ່ພຽງຕ້ອງເປັນສວນທີ່ຕອບສະໜອງການໃຊ້ງານໂດຍຈັດໃຫ້ມີຫຼາຍຮູບແບບຂອງສວນ ເປັນຕົ້ນສວນເພື່ອພັດທະນາຊຸມຊົນ ແລະ ຄຸນນະພາບຊີວິດ, ສວນທີ່ເປັນພື້ນທີ່ສໍາລັບກິດຈະກໍາສ້າງສັນ, ສວນທີ່ມີຫຼາກຫຼາຍທາງດ້ານຊີວະພາບ ແລະ ອື່ນໆ. ປັດຈຸບັນ ກທມ ຍັງມີຄວາມພະຍາຍາມເພີ່ມທະວີພື້ນທີ່ສີຂຽວດ້ວຍຫຼາຍຮູບຫຼາຍແບບ ບໍ່ວ່າຈະເປັນການນຳໃຊ້ທີ່ດິນໃນ ກທມ ຫຼື ເຊົ່າທີ່ດິນເພື່ອເຮັດສວນສາທາລະນະ. ປັດຈຸບັນ ກທມ ມີພື້ນທີ່ສີຂຽວສະເລ່ຍພຽງແຕ່ 7.8 ຕາແມັດຕໍ່ຄົນ ຊຶ່ງຕໍ່າກວ່າເກນມາດຕະຖານ ຂອງອົງການອະນາໄມໂລກ (WHO) ໄດ້ກໍານົດຢູ່ໃນ 9 ຕາແມັດຕໍ່ຄົນ. ນອກຈາກນັ້ນ, ເມື່ອປຽບທຽບກັບຕົວເມືອງອື່ນໆໃນອາຊີເຊັ່ນ: ໂຕກຽວ (38 ຕາແມັດຕໍ່ຄົນ), ສິງກະໂປ (66 ຕາແມັດຕໍ່ຄົນ), ສ່ວນຢູ່ ກທມ ຍັງມີອັດຕາສ່ວນພື້ນທີ່ສີຂຽວຕໍ່າທີ່ສຸດ ຊຶ່ງກວມເອົາພຽງແຕ່ 2.7% ຂອງເນື້ອທີ່ທັງໝົດ.ໂຄງການ ກທມ ຍັງໃຫ້ຮູ້ວ່າ: ການເພີ່ມພື້ນທີ່ສີຂຽວ ມາຮອດທ້າຍປີ 2024 ສວນ 15 ນາທີ ເພີ່ມຂຶ້ນ 19 ສວນ ແລະ 1 ປີ 11 ເດືອນ 2024 ຜ່ານມາ ໄດ້ເພີ່ມສວນ 15 ນາທີ ໃກ້ບ້ານມີທັງໝົດ 117 ສວນ ໃນເນື້ອທີ່ຫຼາຍກວ່າ 149 ເຮັກຕາ.

ໂຄງການ Green Bangkok ໄດ້ຄາດຄະເນແຜນການເພີ່ມພື້ນທີ່ສີຂຽວ ຮອດປີ 2030 ນອກຈາກຕ້ອງການເພີ່ມພື້ນທີ່ສີຂຽວເປັນ 10 ຕາແມັດ/ຄົນ ຍັງມີເປົ້າໝາຍທີ່ຈະເພີ່ມສວນໃຫ້ຫຼາຍຂຶ້ນແລະ ສວນສາທາລະນະຂະໜາດນ້ອຍ (Pocket Park) ປະຊາຊົນສາມາດເຂົ້າເຖິງພາຍໃນ 400-800 ແມັດ ຫຼື 15 ນາທີ ໃຫ້ໄດ້ 50% ແລະ ເພີ່ມພື້ນທີ່ຮົ່ມໄມ້ໃນເມືອງຈາກປັດຈຸບັນຢູ່ໃນປະມານ 17% ໃຫ້ເປັນ 30%. ປັດຈຸບັນ ກທມ ບໍ່ພຽງມີໂຄງການ ສວນ 15 ນາທີ ຍັງມີໂຄງການຕົ້ນໄມ້ລ້ານຕົ້ນ, ໂຄງການຮັກສາດູແລຕົ້ນໄມ້ປະຈໍາເຂດຕື່ມອີກ.

ທ່ານ ນາງຈາຣຸວັນ ຈາຣຸຈິນດາ ນັກຂ່າວສິ່ງແວດລ້ອມຊ່ອງ NBT ປະເທດໄທ ໄດ້ມີຄໍາເຫັນຜ່ານຜູ້ຂຽນເມື່ອບໍ່ດົນມານີ້ວ່າ: ການເພີ່ມພື້ນທີ່ສີຂຽວໃນ ກທມ ມີຄວາມກ້າວໜ້າເພີ່ມຂຶ້ນເລື້ອຍໆໃນໄລຍະ 1-2 ປີ ຜ່ານມາ ເຮັດໃຫ້ສວນທາລະນະເກີດຂຶ້ນໃໝ່ຫຼາຍ ແລະສວນສາທາລະນະຫຼາຍແຫ່ງທີ່ມີຢູ່ແລ້ວກໍຖືກປັບປຸງໃໝ່ເຮັດໃຫ້ປັດຈຸບັນຜູ້ຄົນໃນ ກທມ ຈະໃຊ້ເວລາຫວ່າງໄປສວນສາທາລະນະ ເພື່ອໄປຜັກຜ່ອນຢ່ອນໃຈຫຼາຍຂຶ້ນ.

ສະຫຼຸບລວມແລ້ວການເພີ່ມພື້ນທີ່ສີຂຽວໃນຕົວເມືອງ ບໍ່ວ່າຈະເປັນຢູ່ ສປປ ລາວ ກໍຄືປະເທດເພື່ອນບ້ານເຫັນວ່າມີຄວາມຈໍາເປັນ ແລະ ສໍາຄັນຫຼາຍ ຕ້ອງຢູ່ຄວບຄູ່ກັນກັບຕົວເມືອງໃຫຍ່ ເພື່ອເຮັດໃຫ້ສາມາດດູດຊັບອາຍແກັສຄາບອນໄດອອກໄຊ, ດູດຊັບນໍ້າ, ຫຼຸດຜ່ອນມົນລະພິດທາງອາກາດ, ເຮັດໃຫ້ອາກາດບໍລິສຸດ ທັງເຮັດໃຫ້ຄຸນນະພາບຊີວິດຂອງປະຊາຊົນ ມີສຸຂະພາບທີ່ດີທາງດ້ານຮ່າງກາຍ ແລະ ຈິດໃຈດີຂຶ້ນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຮືອທະນາຄານ JDB ຄອງແຊັມເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2026

ເຮືອທະນາຄານ JDB ຄອງແຊັມເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2026

ເຮືອທະນາຄານຮ່ວມພັດທະນາ (JDB) ຄອງແຊັມ (ຊະນະເລີດ) ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ). ພິທີມອບລາງວັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ໄດ້ຈັດຂຶ້ນ ແລະ ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 27 ຕຸລານີ້. ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນຂອງທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການປົກຄອງ ນວ, ມີທ່ານ ແສງສາທິດ ພິມເມືອງ ປະທານຄະນະກຳມະການປົກຄອງເມືອງຈັນທະບູລີ ປະທານຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026, ມີການນໍາຂັ້ນ ນວ, ຂັ້ນເມືອງ, ອະດີດການນໍາ, ນັກສີພາຍ, ນັກທຸລະກິດ, ມວນຊົນຊາວ ນວ, ແຂກຖືກເຊີນເຂົ້າຮ່ວມ.
ຄຳມ່ວນສະຫຼອງໃຫຍ່! ໄຫຼເຮືອໄຟ 13 ລຳ ປ່ອຍກະໂທງສາຍ 2,569 ດວງ ສືບສານປະເພນີລາວ

ຄຳມ່ວນສະຫຼອງໃຫຍ່! ໄຫຼເຮືອໄຟ 13 ລຳ ປ່ອຍກະໂທງສາຍ 2,569 ດວງ ສືບສານປະເພນີລາວ

ພິທີໄຫຼເຮືອໄຟ 13 ລໍາ ແລະ ປ່ອຍກະໂທງສາຍ 2,569 ດວງ ຈັດຂຶ້ນຢ່າງຄຶກຄື້ນ ແລະ ຍິ່ງໃຫຍ່ ໃນຕອນຄ່ຳວັນທີ 26 ຕຸລາ 2026 ທີ່ເມືອງທ່າແຂກ ແຂວງຄຳມ່ວນ ໃນງານບຸນອອກພັນສາປະວໍຣະນາ ແລະ ຊ່ວງເຮືອປະຈຳປີ 2026 ໂດຍມີທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ, ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ການນໍາສູນກາງ, ການນຳແຂວງ ແລະ ປະຊາຊົນທັງພາຍໃນ-ຕ່າງປະເທດເຂົ້າຮ່ວມຢ່າງຟົດຟື້ນ.
ເຮືອນາງຄໍາໄຫຼມັງກອນຄາຍຢວນ ຄອງອັນດັບ 1 ເຮືອ 55 ສີພາຍ ແຂ່ງຂັນຊ່ວງເຮືອແຂວງຄໍາມ່ວນ

ເຮືອນາງຄໍາໄຫຼມັງກອນຄາຍຢວນ ຄອງອັນດັບ 1 ເຮືອ 55 ສີພາຍ ແຂ່ງຂັນຊ່ວງເຮືອແຂວງຄໍາມ່ວນ

​ການແຂ່ງຂັນຊ່ວງເຮືອ ທີ່ເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ສໍາເລັດລົງໃນຕອນບ່າຍຂອງວັນທີ 26 ຕຸລາ 2026, ພາຍຫຼັງທີ່ມີການແຂ່ງຂັນມາເປັນເວລາ 3 ວັນ (24-26 ຕຸລາ 2026) ຊຶ່ງມີເຮືອເຂົ້າຮ່ວມແຂ່ງຂັນທັງໝົດ 39 ລໍາ ແບ່ງອອກເປັນ 5 ປະເພດການແຂ່ງຂັນຄື: ເຮືອຂຸດເຈາະປະເພນີ (ຊາຍ) 30-35 ສີພາຍ ມີ 7 ລໍາ, ເຮືອຂຸດເຈາະປະເພນີ (ຍິງ) 30-35 ສີພາຍ 7 ລໍາ, ເຮືອສູດປະກອບ (ຊາຍ) ໂອເພັ້ນ 30-35 ສີພາຍ 8 ລໍາ, ເຮືອສູດປະກອບ (ຊາຍ) ໂອເພັ້ນ 50-55 ສີພາຍ 6 ລໍາ ແລະ ເຮືອມິດຕະພາບ ທ່າແຂກ-ນະຄອນພະນົມ 11 ລໍາ. ໃນນີ້ມີເຮືອທ່າແຂກ 7 ລໍາ ແລະ ເຮືອຈາກນະຄອນພະນົມ 4 ລໍາ ຊີງຂັນລາງວັນ 5 ໜ່ວຍ ພ້ອມເງິນລາງວັນລວມ 500 ລ້ານກວ່າກີບ.
ເມືອງໄຊຍະບູລີ ແຂ່ງຂັນຊ່ວງເຮືອເພດຍິງ ໃນງານບຸນອອກພັນສາປະວໍຣະນາ ປະຈໍາປີ 2026

ເມືອງໄຊຍະບູລີ ແຂ່ງຂັນຊ່ວງເຮືອເພດຍິງ ໃນງານບຸນອອກພັນສາປະວໍຣະນາ ປະຈໍາປີ 2026

ວັນທີ 26 ຕຸລາຜ່ານມາ, ທີ່ທ່າຊ່ວງເຮືອບ້ານປົ່ງ ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດການແຂ່ງຂັນ ຊ່ວງເຮືອປະເພດຍິງ ເນື່ອງໃນໂອກາດບຸນປະເພນີອອກພັນສາປະວໍຣະນາ ປະຈໍາປີ 2026, ເປັນກຽດເຂົ້າຮ່ວມຂອງທ່ານ ພົອ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ທ່ານ ເພັງນິລັນ ຄຳພັນເພັງ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ, ມີບັນດາການນໍາແຂວງ, ເມືອງ, ຕະຫຼອດຮອດພໍ່ແມ່ປະຊາຊົນ ແລະ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຊົມ ແລະ ເຊຍຢ່າງຄຶກຄື້ນ.
ຈຳປາສັກ-ສູນກາງຊາວໜຸ່ມສ້າງ​ກົນ​ໄກ​ການ​ຮ່ວມ​ມືພັດທະນາຊາວໜຸ່ມ

ຈຳປາສັກ-ສູນກາງຊາວໜຸ່ມສ້າງ​ກົນ​ໄກ​ການ​ຮ່ວມ​ມືພັດທະນາຊາວໜຸ່ມ

ຄະນະບໍລິຫານງານພັກແຂວງຈຳປາສັກ ແລະສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຈະ​ຮ່ວມ​ມື​ກັນເພື່ອສ້າງກົນໄກທາງດ້ານນິຕິກຳສຳລັບການຮ່ວມມື, ຍົກສູງປະສິດທິຜົນການຈັດຕັ້ງປະຕິບັດໜ້າວຽກ ແລະ ສ້າງຄວາມເຂັ້ມແຂງໃຫ້ລະບົບການເມືອງຂັ້ນຮາກຖານ ຜ່ານການສຶກສາອົບຮົມດ້ານການເມືອງ-ແນວຄິດ, ການປູກຈິດສຳນຶກຮັກຊາດ, ຮັກອາຊີບ, ຮັກສາສິ່ງແວດລ້ອມ ແລະ ຂະຫຍາຍການຈັດຕັ້ງຊາວໜຸ່ມເຂົ້າສູ່ຂະແໜງການຜະລິດ, ໂຮງຈັກ, ໂຮງງານ ແລະ ເຂດເສດຖະກິດ.
ປກສ ເມືອງຈັນທະບູລີ ວາງກຳລັງອຳນວຍຄວາມສະດວກໃຫ້ປະຊາຊົນ ໃນໄລຍະບຸນອອກພັນສາ

ປກສ ເມືອງຈັນທະບູລີ ວາງກຳລັງອຳນວຍຄວາມສະດວກໃຫ້ປະຊາຊົນ ໃນໄລຍະບຸນອອກພັນສາ

​ ເຈົ້າໜ້າທີ່ຕຳຫຼວດຈາລະຈອນ ເມືອງຈັນທະບູລີ ເອົາໃຈໃສ່ຈັດສັນລະບຽບການສັນຈອນໃນງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອປະຈຳປີ 2026 ໂດຍໄດ້ຮັບການຮ່ວມມືເປັນຢ່າງດີຈາກປະຊາຊົນ ແລະ ຜູ້ໃຊ້ລົດໃຊ້ຖະໜົນ ພ້ອມທັງວາງກຳລັງເຈົ້າໜ້າທີ່ຕຳຫຼວດຈະລາຈອນ 49 ສະຫາຍ ປະຈຳການຢູ່ 15 ຈຸດ ພາຍໃນ ແລະ 2 ປ້ອມພາຍນອກເຂດຮັບຜິດຊອບ ເພື່ອອໍານວຍຄວາມສະດວກ ແລະ ຫຼຸດຜ່ອນຄວາມແອອັດ.
ປກສ ເມືອງຈັນທະບູລີ ວາງກຳລັງ 1 ພັນກວ່າຄົນ ປ້ອງກັນງານບຸນອອກພັນສາປະວໍຣະນາ 2026

ປກສ ເມືອງຈັນທະບູລີ ວາງກຳລັງ 1 ພັນກວ່າຄົນ ປ້ອງກັນງານບຸນອອກພັນສາປະວໍຣະນາ 2026

​ ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ໄດ້ລະດົມກຳລັງພົນລົງປະຈຳການຢ່າງເຕັມທີ່ ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພໃນງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ປະຈຳປີ 2026 ທີ່ທ່າວັດຈັນ ເມືອງຈັນທະບູລີ ນວ ໃຫ້ດຳເນີນໄປດ້ວຍຄວາມສະຫງົບຮຽບຮ້ອຍ ແລະ ປອດໄພ.
ມວນຊົນຫຼັ່ງໄຫຼເຂົ້າມາທ່ຽວຊົມ-ເຊຍການແຂ່ງຂັນຊ່ວງເຮືອ ທີ່ທ່າວັດຈັນຢ່າງຄຶກຄື້ນ

ມວນຊົນຫຼັ່ງໄຫຼເຂົ້າມາທ່ຽວຊົມ-ເຊຍການແຂ່ງຂັນຊ່ວງເຮືອ ທີ່ທ່າວັດຈັນຢ່າງຄຶກຄື້ນ

ງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອປະເພນີ ປະຈໍາປີ 2026 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນນັບແຕ່ວັນທີ 25 ຕຸລາ ມາຮອດວັນທີ 27 ຕຸລານີ້, ໄດ້ມີພິທີແຂ່ງຂັນຊ່ວງເຮືອ ປີນີ້ມີເຮືອເຂົ້າຮ່ວມແຂ່ງຂັນເຮືອ 30 ສີພາຍ ແລະ ເຮືອ 12 ສີພາ ມີທັງໝົດ 18 ລໍາ ຊຶ່ງການແຂ່ງ ຂັນຊ່ວງເຮືອ ແມ່ນໄດ້ເລີ່ມຂຶ້ນໃນຕອນເຊົ້າວັນທີ 27 ຕຸລາ. ປີນີ້ເຫັນໄດ້ວ່າມີມວນຊົນທຸກສາລະທິດ ພ້ອມພາກັນຫຼັ່ງໄຫຼເຂົ້າມາທ່ຽວງານບຸນ, ມາຊົມ-ເຊຍ ການແຂ່ງຂັນຊ່ວງເຮືອເປັນຈໍານວນຫຼວງຫຼາຍ, ເຖິງອາກາດຈະຮ້ອນເອົ້າ ແຕ່ກໍບໍ່ເປັນອຸປະສັກ, ຖ້າໃຈມັກແລ້ວ, ບາງຄົນກໍພາກັນມາເປັນຄອບຄົວ, ໝູ່ຄູ່, ຄູ່ຮັກ ແລະ ອື່ນໆ ເພື່ອມາເຊຍໃຫ້ກໍາລັງໃຈອ້າຍນ້ອງສີພາຍ ຊຶ່ງເປັນການສ້າງສີສັນ, ສຽງຫົວ, ສຽງເຊຍດັງກ້ອງຢູ່ແຄມນໍ້າຂອງທ່າວັດຈັນ ແຫ່ງນີ້ຢ່າງໜ້າປະທັບໃຈ ແລະ ຄຶກຄື້ນ. ພ້ອມທັງຮັກສາໄດ້ຮີດຄອງປະເພນີອັນດີງາມຂອງລາວເຮົາ, ຄວາມເປັນລະ ບຽບຮຽບຮ້ອຍ, ຄວາມສະຫງົບປອດໄພ.
ພະສົງຫຼາຍປະເທດ ພ້ອມກັນໄຫວ້ພະສູດມົນເພື່ອສັນຕິພາບໂລກ ທີ່ເດີ່ນພະທາດຫຼວງວຽງຈັນ

ພະສົງຫຼາຍປະເທດ ພ້ອມກັນໄຫວ້ພະສູດມົນເພື່ອສັນຕິພາບໂລກ ທີ່ເດີ່ນພະທາດຫຼວງວຽງຈັນ

ພິທີໄຫວ້ພະສູດມົນເພື່ອສັນຕິພາບໂລກ ແລະ ວຽນທຽນບູຊາພະທາດຫຼວງວຽງຈັນ ເພື່ອຕ້ອນຮັບກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ໄດ້ຈັດຂຶ້ນໃນຕອນແລງວັນທີ 26 ຕຸລາຜ່ານມາ ທີ່ເດີ່ນດ້ານໜ້າພະເຈົ້າໄຊຍະເສດຖາທິຣາດ ພະທາດຫຼວງວຽງຈັນ ນະຄອນຫຼວງວຽງຈັນ. ໂດຍມີພະອາຈານໃຫຍ່ ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ ແລະ ເຈົ້າອະທິ ການວັດສີສະເກດ ພ້ອມດ້ວຍພະອາຈານໃຫຍ່ ອິນຊູນ ຮອງປະທານຄະນະປະຈຳສະມາຄົມພຸດທະສາສະໜາແຂວງກວາງຕຸ້ງ, ປະທານສະມາຄົມພຸດທະສາສະໜາເມືອງເສີນເຈິນ ແລະ ເຈົ້າອາວາດວັດຫົງຟ້າ, ພະເຖ ລານຸເຖລະ, ທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານນາງ ບຸດສະດີ ທະນະເມືອງ ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ນາງ ນາລີ ສີສຸລິດ ພັນລະຍາປະທານປະເທດ, ມີການນຳພັກ-ລັດ, ການນຳນະຄອນຫຼວງ, ຄອບຄົວການນຳ ແລະ ພຸດທະສາສະນິກະຊົນຈຳນວນຫຼາຍເຂົ້າຮ່ວມ.
ເປີດການແຂ່ງຂັນຊ່ວງເຮືອປະເພນີ ປະຈໍາປີ 2026 ທີ່ທ່າວັດຈັນຢ່າງເປັນທາງການ

ເປີດການແຂ່ງຂັນຊ່ວງເຮືອປະເພນີ ປະຈໍາປີ 2026 ທີ່ທ່າວັດຈັນຢ່າງເປັນທາງການ

ພິທີເປີດການແຂ່ງຂັນຊ່ວງເຮືອປະເພນີ ປະຈໍາປີ 2026 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນ ຫຼວງວຽງຈັນ (ນວ) ໄດ້ເປີດຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 27 ຕຸລານີ້ ທີ່ໜ້ານໍ້າທ່າວັດຈັນ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ທະນົງໄຊ ຄຸດໄພທູນ ປະທານສະພາປະຊາຊົນ ນວ, ທ່ານ ທະວີໄຊ ເໝົາຊົມພູ ຮອງເລຂາຄະນະພັກ ນວ, ທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການປົກ ຄອງ ນວ, ທ່ານ ນາງ ສຸມາລີ ທຳມະວົງ ກຳມະການປະຈຳພັກ ນວ ເລຂາຄະນະພັກເມືອງຈັນທະບູລີ, ມີບັນດາທ່ານການນໍາພັກ-ລັດ, ຂັ້ນ ນວ ແລະ ເມືອງຈັນທະບູລີ, ບັນດາອະດີດການນໍາພັກ-ລັດ, ບັນດາຫົວໜ່ວຍທຸລະກິດ, ນັກສີພາຍ, ມວນຊົນທັງພາຍໃນ ແລະ ຕ່າງປະເທດ, ແຂກຖືກເຊີນເຂົ້າຮ່ວມ.
ເພີ່ມເຕີມ