ການພົວພັນການຄ້າລະຫວ່າງຈີນ ແລະບັນດາປະເທດBRICSນັບມື້ນັບແໜ້ນແຟ້ນຂຶ້ນ

ການພົວພັນການຄ້າລະຫວ່າງຈີນ ແລະບັນດາປະເທດBRICSນັບມື້ນັບແໜ້ນແຟ້ນຂຶ້ນ
ຂ່າວສານຊີອາໄອລາຍງານ ເມື່ອບໍ່ດົນມານີ້ວ່າ: ໃນປີ 2024, BRICSໄດ້ຂະຫຍາຍຕົວເຖິງ 10 ປະເທດສະມາຊິກ. ຕາມຂໍ້ມູນສະຖິຕິຈາກດ່ານພາສີ, ໃນໄຕມາດທີ 1 ປີ 2024, ມູນຄ່າການຄ້າຂາເຂົ້າ-ຂາອອກຂອງຈີນຕໍ່9 ປະເທດBRICSໄດ້ບັນລຸເຖິງ 1.490 ຕື້ຢວນ, ເພີ່ມຂຶ້ນ 11,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ກວມ 14,7% ໃນຍອດມູນຄ່າການຄ້າຂາເຂົ້າ-ຂາອອກຂອງຈີນ.
ໂດຍປະເທດບຣາຊິນແມ່ນຄູ່ຮ່ວມການຄ້າໃຫຍ່ອັນດັບ 1 ຂອງຈີນຢູ່ອາເມຣິກາລາຕິນ, ໃນໄຕມາດທີ 1, ການສົ່ງອອກ ແລະນຳເຂົ້າຂອງຈີນຕໍ່ບຣາຊິນໄດ້ເພີ່ມຂຶ້ນ 25,7% ແລະ 30,1% ຕາມລຳດັບເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ການຄ້າລະຫວ່າງຈີນ ແລະຣັດເຊຍສືບຕໍ່ຂະຫຍາຍຕົວ, ນັບແຕ່ຕົ້ນປີ 2024 ເປັນຕົ້ນມາ, ການຄ້າໃນຂົງເຂດພະລັງງານ, ລົດ ແລະອື່ນໆລະຫວ່າງສອງປະເທດສືບຕໍ່ເພີ່ມຂຶ້ນ. ການຄ້າລະຫວ່າງຈີນ ແລະອິນເດຍໄດ້ເພີ່ມຂຶ້ນໃນ 5 ໄຕມາດລຽນຕິດ. ອາຟຣິກາໃຕ້ເປັນຄູ່ຮ່ວມການຄ້າອັນດັບ 1 ຂອງຈີນຢູ່ອາຟຣິກາໃນ 14 ປີລຽນຕິດ. ນອກນີ້, ຈີນຍັງໄດ້ຮັກສາການຮ່ວມມືທີ່ດີກັບຊາອຸດິດ ອາຣັບບີ ແລະເອທິໂອປີໃນຂົງເຂດການຄ້າພະລັງງານ, ພື້ນຖານໂຄງລ່າງ ແລະອື່ນໆ.

ຄໍາເຫັນ

ຂ່າວຕ່າງປະເທດ

ທ່ານນາງເຜີງລີ້ຢວນແລະມະເຫສີແອັດສະປາຍຢ້ຽມຢາມສູນບໍລິການຄົນພິການ

ທ່ານນາງເຜີງລີ້ຢວນແລະມະເຫສີແອັດສະປາຍຢ້ຽມຢາມສູນບໍລິການຄົນພິການ

ຂ່າວສານຊີອາໄອລາຍງານວ່າ: ໃນເຊົ້າວັນທີ 12 ພະຈິກນີ້, ທ່ານນາງເຜີງລີ້ຢວນພັນລະຍາຂອງທ່ານສີຈິ້ນຜິງປະທານປະເທດຈີນແລະທ່ານນາງເລຕິເຊຍມະເຫສີແອັດສະປາຍທີ່ເດີນທາງຮ່ວມກັບເຈົ້າຊີວິດເຟລິເປ 6 ຂອງແອັດສະປາຍ ມາຢ້ຽມຢາມຈີນທາງລັດຖະກິດນັ້ນໄດ້ໄປຢ້ຽມຢາມສູນບໍລິການຄົນພິການນະຄອນຫຼວງປັກກິ່ງ.
ຣັດເຊຍ ແນະນຳຊິມກາດເດັກນ້ອຍເພື່ອຕິດຕາມຕຳແໜ່ງ

ຣັດເຊຍ ແນະນຳຊິມກາດເດັກນ້ອຍເພື່ອຕິດຕາມຕຳແໜ່ງ

ຂ່າວຕ່າງປະເທດລາຍງານຫວ່າງບໍ່ດົນມານີ້ວ່າ: ທ່ານ ມັກຊຸດ ຊາດາເຢຟ ລັດຖະມົນຕີກະຊວງພັດທະນາດີຈີຕອນ, ການສື່ສານ ແລະ ສື່ມວນຊົນຂອງຣັດເຊຍ ໄດ້ປະກາດຢ່າງເປັນທາງການກ່ຽວກັບການແນະນຳຊິມກາດເດັກນ້ອຍ ຊຶ່ງຊ່ວຍໃຫ້ພໍ່ແມ່ຜູ້​ປົກ​ຄອງສາມາດຕິດຕາມຕຳແໜ່ງທີ່ຢູ່ຂອງລູກໆໄດ້ແບບສົດໆ.
ຜູ້​ນຳຫຼາຍ​ປະ​ເທດສະໜັບສະໜູນການເພີ່ມການໃຊ້ເຊື້ອໄຟແບບຍືນຍົງ

ຜູ້​ນຳຫຼາຍ​ປະ​ເທດສະໜັບສະໜູນການເພີ່ມການໃຊ້ເຊື້ອໄຟແບບຍືນຍົງ

ຂ່າວຕ່າງປະເທດລາຍງານເມື່ອ​ບໍ່​ດົນ​ມາ​ນີ້ວ່າ: ບັນດາຜູ້ນຳທີ່ເຂົ້າຮ່ວມກອງປະຊຸມສຸດຍອດດ້ານສະພາບອາກາດຂອງສະຫະປະຊາຊາດ ຊຶ່ງໄດ້ສິ້ນສຸດລົງຫວ່າງມໍ່ໆມານີ້ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະຂະຫຍາຍການນຳໃຊ້ເຊື້ອໄຟທີ່ຍືນຍົງ(sustainable fuels)ຢ່າງໜ້ອຍ 4 ເທົ່າພາຍໃນປີ 2035, ໂດຍມີຍີ່ປຸ່ນ ແລະ ອີຕາລີ ໄດ້ເຂົ້າຮ່ວມກັບປະເທດເຈົ້າພາບບຣາຊິນໃນການສະເໜີແນວຄວາມຄິດດັ່ງກ່າວ.
ຍີ່ປຸ່ນວາງແຜນຂຶ້ນຄ່າທຳນຽມວີຊາໃນປີ 2026

ຍີ່ປຸ່ນວາງແຜນຂຶ້ນຄ່າທຳນຽມວີຊາໃນປີ 2026

ຂ່າວຕ່າງປະເທດລາຍງານ ໃນວັນທີ 10 ພະຈິກ ຜ່ານມາວ່າ: ລັດຖະບານຍີ່ປຸ່ນວາງແຜນທີ່ຈະເພີ່ມຄ່າທຳນຽມວີຊາສຳລັບຄົນຕ່າງປະເທດໃນປີງົບປະມານ 2026, ຍ້ອນວ່າຄ່າທຳນຽມໃນປັດຈຸບັນຍັງຕໍ່າເມື່ອທຽບກັບຄ່າທຳນຽມໃນສະຫະລັດ ອາເມຣິກາ ແລະ ເອີຣົບ. ໂດຍມີເປົ້າໝາຍສ່ວນໜຶ່ງແມ່ນເພື່ອແກ້ໄຂບັນຫານັກທ່ອງທ່ຽວຫຼາຍເກີນໄປສົ່ງຜົນກະທົບຕໍ່ຄົນທ້ອງຖິ່ນ.
ການເປີດປະຕູສູ່ພາຍນອກລະດັບສູງຂອງຈີນກ້າວໄປໜ້າຕື່ມອີກ

ການເປີດປະຕູສູ່ພາຍນອກລະດັບສູງຂອງຈີນກ້າວໄປໜ້າຕື່ມອີກ

ຂ່າວສານຊີອາໄອລາຍງານ ໃນວັນທີ 10 ພະຈິກ ຜ່ານມາວ່າ: ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 8 ໄດ້ດຶງດູດ 155 ປະເທດ,ເຂດແຄວ້ນ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.ໂທລະພາບສາກົນຈີນ ຫຼື CGTN ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ດຳເນີນການສຳຫຼວດຄວາມເຫັນຕໍ່ຜູ້ຕອບແບບສອບຖາມຈຳນວນ 14,000ຄົນຈາກ 46 ປະເທດໃນທົ່ວໂລກ ຜົນການສຳຫຼວດສະແດງໃຫ້ເຫັນວ່າ: ຜູ້ຕອບແບບສອບຖາມ 72.6% ເຫັນວ່າຈີນແມ່ນຕະຫຼາດເສລີທີ່ເປີດປະຕູສູ່ພາຍນອກ ແລະ ມີກຳລັງແຂ່ງຂັນ​ສູງ.
ການ​ເຕີບ​ໂຕ​ສີ​ຂຽວ ໃນ​ສັງ​ກາດ​ດີ​ຈີ​ຕອນ​​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຂອງ ຫວຽດ​ນາມ

ການ​ເຕີບ​ໂຕ​ສີ​ຂຽວ ໃນ​ສັງ​ກາດ​ດີ​ຈີ​ຕອນ​​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຂອງ ຫວຽດ​ນາມ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນວັນທີ 10 ພະຈິກ ຜ່ານມາຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມປະຈຳປີ ພາຍ​ໃຕ້ຫົວຂໍ້ “ວິສາຫະກິດ FDI ນຳໜ້າໃນການປະຕິບັດຍຸດທະສາດການເຕີບໂຕສີຂຽວ ໃນສັງກາດດີຈີຕອນ”. ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມກ່າວວ່າ: ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດມີຫົວຄິດປະດິດສ້າງແມ່ນຄວາມຮຽກຮ້ອງຕ້ອງການໂດຍພາວະວິໄສ, ແມ່ນການຄັດເລືອກຍຸດທະສາດ ແລະ ບຸລິມະສິດແຖວໜ້າຂອງ ຫວຽດນາມ.
OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ພະຈິກ ຜ່ານມາວ່າ: ອົງການປະເທດຜູ້ສົ່ງອອກນ້ຳມັນ (OPEC) ແລະ ພັນທະມິດ ຫຼື ເອີ້ນລວມກັນວ່າ OPEC+ ໄດ້ຕົກລົງທີ່ຈະເພີ່ມກຳລັງການຜະລິດນ້ຳມັນຂຶ້ນເປັນ137,000 ບາເຣວຕໍ່ມື້ໃນເດືອນທັນວານີ້.ຫຼັງຈາກປະເທດສະມາຊິກເຊັ່ນ: ຊາອຸດິດ ອາຣັບບີ, ຣັດເຊຍ, ອີຣັກ, ສະຫະລັດອາຣັບເອມິເຣດ, ກູເວດ, ກາຊັກສະຖານ, ອານເຊຣີ ແລະ ໂອມານ ປະຊຸມອອນລາຍເພື່ອທົບທວນສະພາບຕະຫຼາດໂລກ ແລະ ທ່າອ່ຽງເສດຖະກິດ.
ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ລີເຈມຽນ ປະທານາທິບໍດີ ສ ເກົາຫຼີຊຶ່ງເປັນປະທານກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32 ທີ່ເມືອງ Gyeongju ປະເທດ ສ ເກົາຫຼີໄດ້ຮຽກຮ້ອງໃຫ້ເພີ່ມການຮ່ວມມື ແລະ ຄວາມສາມັກຄີໃນພາກພື້ນອາຊີປາຊີຟິກ ເພື່ອເອົາຊະນະສິ່ງທ້າທາຍໃໝ່ໆ ໃນຂະນະທີ່ໂລກກຳລັງເຂົ້າສູ່ຈຸດປ່ຽນທີ່ສຳຄັນ.
ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີວ່າ: ກະຊວງພະລັງງານ ແລະ ຊັບພະຍາກອນບໍ່ແຮ່ຂອງອິນໂດເນເຊຍໄດ້ປະກາດເປົ້າໝາຍໃນການເພີ່ມກຳລັງການຜະລິດພະລັງງານໄຟຟ້າຈາກພະລັງງານໝູນວຽນ 42.6 ກິໂລວັດໃນໄລຍະທົດສະວັດຕໍ່ໄປ ຊຶ່ງເປັນສ່ວນໜຶ່ງຂອງຍຸດທະສາດເພື່ອເລັ່ງການຫັນປ່ຽນຈາກເຊື້ອໄຟຟອດຊິວໄປສູ່ລະບົບພະລັງງານທີ່ມີກາກບອນຕ່ຳ.
ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງແກ່ການຄຸ້ມຄອງດິນຟ້າອາກາດໂລກ

ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງແກ່ການຄຸ້ມຄອງດິນຟ້າອາກາດໂລກ

ຂ່າວສານຊີອາໄອລາຍງານໃນທ້າຍອາທິດຜ່ານມາວ່າ: ທ່ານ ໂກ່ວເຈ່ຍຄຸນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ໂດຍມີນັກຂ່າວຖາມກ່ຽວກັບກອງປະຊຸມພາຄີສົນທິສັນຍາຂອບການປ່ຽນແປງຂອງດິນຟ້າອາກາດອົງການສະຫະປະຊາຊາດຄັ້ງທີ 30 ຫຼື COP30 ທີ່ຈັດຂຶ້ນຢູ່ນະຄອນເບເລິມ ປະເທດບ​ຣາ​ຊິນ.
ເພີ່ມເຕີມ