ການສະຫຼອງບຸນປີໃໝ່ລາວປີນີ້, ສາລະວັນເນັ້ນໃສ່ 2 ກິດຈະກໍາຕົ້ນຕໍເພື່ອອະນຸລັກຄຸນຄ່າທາງດ້ານວັດທະນະທໍາ

ການສະຫຼອງບຸນປີໃໝ່ລາວປີນີ້, ສາລະວັນເນັ້ນໃສ່ 2 ກິດຈະກໍາຕົ້ນຕໍເພື່ອອະນຸລັກຄຸນຄ່າທາງດ້ານວັດທະນະທໍາ
ການສະຫຼອງບຸນປີໃໝ່ລາວປີນີ້, ແຂວງສາລະວັນ ເນັ້ນໃສ່ 2 ກິດຈະກໍາ ເປັນຕົ້ນ:ກິດຈະກໍາການອະນຸລັກຮັກສາຄຸນຄ່າທາງດ້ານວັດທະນະທໍາອັນດີງາມຂອງຊາດ ແລະ ສົ່ງເສີມການທ່ອງທ່ຽວ ຕິດພັນກັບຄໍາຂວັນທີ່ວ່າ: ທ່ອງທ່ຽວລາວປອດໄພ ຊື່ນໃຈໃນທໍາມະຊາດ, ວັດທະນະທໍາ ແລະ ປະຫວັດສາດ. ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ ໄດ້ໃຫ້ຮູ້ວ່າ: ການສະເຫຼີມສະຫຼອງບຸນປີໃໝ່ລາວ, ແມ່ນມີຄວາມໝາຍຄວາມສໍາຄັນ, ເປັນການສືບທອດປະເພນີອັນດີງາມທີ່ເປັນເອກະລັກຂອງຊາດ, ຮັບປະກັນໃຫ້ໄດ້ 3 ຄາດໝາຍໃຫຍ່ທີ່ສໍາຄັນເຊັ່ນ: ການອະນຸລັກ ສົ່ງເສີມວັດທະນະທໍາ ຂະໜົບທໍານຽມ ຮີດຄອງປະເພນີອັນດີງາມຂອງຊາດ ດ້ວຍການຫົດສົງພະພຸດທະຣູບ, ຫົດສົງເຊິ່ງກັນ ແລະ ກັນ, ດ້ວຍນ້ຳຫອມ, ນໍ້າສະອາດ, ການສົມມາຄາລະວະຂໍບຸນຂໍຄຸນນໍາພໍ່ແມ່, ຄູບາອາຈານ ແລະຜູ້ເຖົ້າຜູ້ແກ່.ບາສີສູ່ຂວັນຮັບພອນປີໃໝ່ ແລະພິທີທາງສາສະໜາ; ຮັບປະກັນດ້ານການທ່ອງທ່ຽວ ດ້ວຍການດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ສົ່ງເສີມລາວທ່ຽວລາວໃຫ້ນັບນັບຫຼາຍຂຶ້ນ; ທັງຮັບປະກັນໃຫ້ມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພ, ການເກີດອຸບັດຕິເຫດຕ່າງໆ. ນອກນັ້ນ, ທ່ານຍັງໄດ້ເນັ້ນໃຫ້ຂະແໜງການທີ່ກ່ຽວຂ້ອງ ຈົ່ງເອົາໃຈໃສ່ຕິດຕາມກວດກາ ແລະຄຸ້ມຄອງຜູ້ປະກອບການ ບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າ, ກັກຕຸນສິນຄ້າ ແລະເອົາລັດເອົາປຽບຜູ້ບໍລິໂພກ, ການໃຊ້ໄຟຟ້າຢ່າງຖືກວິທີ, ການສະໜອງນໍ້າໃຫ້ພຽງພໍກັບຜູ້ບໍລິໂພກ, ຕະຫຼອດໄລຍະຂອງການສະເຫຼີມສະຫຼອງບຸນປີໃໝ່ລາວ.
ສໍາລັບມື້ສັງຂານລ່ວງປີນີ້ ແມ່ນກົງກັບວັນທີ 13 ເມສາ ຄສ 2024, ກົງກັບມື້ຂຶ້ນ 5 ຄໍ່າ ເດືອນ 5 ລາວ ພສ 2567 ເປັນມື້ທໍາອິດຂອງການສະຫຼອງບຸນປີໃໝ່ລາວ ຊຶ່ງປະຊາຊົນຊາວພຸດໃນຂອບເຂດທົ່ວປະເທດ, ກໍໄດ້ຫ້າງຫາກະກຽມດອກໄມ້, ທູບທຽນ, ເຄື່ອງຫອມ ແລະອະນາໄມປັດກວາດເຮືອນຊານໃຫ້ສະອາດງາມຕາ, ຈັດແຕ່ງພາຫວານ, ພາເຂົ້າເພື່ອເອົາລົງໄປວັດ, ຫຼັງຈາກຖວາຍເພນແລ້ວ, ໃນຕອນບ່າຍພະສົງໃນແຕ່ວັດທົ່ວປະເທດເວົ້າລວມ, ເວົ້າສະເພາະແມ່ນຢູ່ວັດສີມຸງຄຸນ ວັດກາງ ຫຼື ບັນດາວັດແຫ່ງຕ່າງໆຢູ່ພາຍໃນແຂວງສາລະວັນ ກໍໄດ້ຈັດພິທີອັນເຊີນພະພຸດທະຣູບລົງຈາກບັນລັງ ຫຼື ບຸດສະບົກ ຫຼື ຈາກຮ້ານພະ ເພື່ອໃຫ້ພຸດທະສາສະນິກະຊົນໄດ້ຫົດສົງ ດ້ວຍນ້ຳຫອມ ທີ່ຈັດຕຽມມາ ເພື່ອເປັນສິຣິມົງຄຸນແກ່ຕົນເອງ ແລະຄອບຄົວ. ຫຼັງຈາກຫົດສົງພະພຸດທະຣູບແລ້ວ ພໍ່ແມ່ປະຊາຊົນ, ກໍໄດ້ພ້ອມກັນກັບຕ່າວເມືອເຮືອນ ເພື່ອອາຣາດທະນາ ພະພຸດທະຣູບທີ່ບູຊາຄູ່ເຮືອນ ລົງຈາກຮ້ານເພື່ອມາຫົດສົງ ແລະຂໍພອນໃຫ້ເປັນສີລິມຸງຄຸນໃຫ້ແກ່ເຮືອນຊານຂອງຕົນນຳອີກ.
(ຂ່າວ: ລັດຕະນາ ແສງສຸວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກະຊວງປ້ອງກັນປະເທດ ເຜີຍແຜ່ເຊື່ຶອມຊຶມ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ກະຊວງປ້ອງກັນປະເທດ ເຜີຍແຜ່ເຊື່ຶອມຊຶມ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ວັນທີ 23 ກໍລະກົດ ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໃຫ້ພະນັກງານຫຼັກແຫຼ່ງກໍາລັງຫຼວງ ແລະ ກຳລັງທ້ອງຖິນ (ດ້ວຍການເຊື່ອມຕໍ່ວີດີໂອອອນລາຍ), ໂດຍການເປັນປະທານ ຂອງສະຫາຍ ພົນໂທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກກະຊວງ, ບັນດາກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາ ບັນດາກົມກອງກຳລັງບັນດາກົມກອງກຳລັງຫຼວງ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ໂຮງງານຕັດຫຍິບ ຫຼັກ 19 ເປີດການນໍາໃຊ້ຢ່າງເປັນທາງການ

ໂຮງງານຕັດຫຍິບ ຫຼັກ 19 ເປີດການນໍາໃຊ້ຢ່າງເປັນທາງການ

ພິທີເປີດການນຳໃຊ້ໂຮງງານພັດທະນາອຸດສາຫະກຳຕັດຫຍິບ ຫຼັກ 19 ໄດ້ຈັນຂຶ້ນໃນວັນທີ 23 ກໍລະກົດຜ່ານມາ ໂດຍມີ ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ຄະນະປະຈຳພັກກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີທ່ານ ນາງ ເທບພະລັກ ຄຳວີສອນ ປະທານບໍລິສັດ PSL ກຣຸບ, ຄະນະນຳກະຊວງປ້ອງກັນປະເທດ, ແຂກຖືກເຊີນ ແລະ ພາກສ່ວນທີ່ກ້ຽວຂ້ອງເຂົ້າຮ່ວມ.
ອົງການກວດສອບແຫ່ງລັດປະກາດການແຕ່ງຕັ້ງ

ອົງການກວດສອບແຫ່ງລັດປະກາດການແຕ່ງຕັ້ງ

ໃນວັນທີ 22 ກໍລະກົດ ຜ່ານມານີ້, ອົງການກວດສອບແຫ່ງລັດ ໄດ້ຈັດຕັ້ງພິທີປະກາດການແຕ່ງຕັ້ງຮອງປະທານອົງການກວດສອບແຫ່ງລັດ ແລະ ພະນັກງານການນໍາຂັ້ນກົມ ຢູ່ພາຍໃນອົງການກວດສອບແຫ່ງລັດ, ພາຍໃຕ້ການເປັນປະທານຂອງທ່ານ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານອົງການກວດສອບແຫ່ງລັດ ຊຶ່ງເຂົ້າຮ່ວມກອງປະຊຸມມີຮອງປະທານອົງການກວດສອບແຫ່ງລັດ, ຄະນະນໍາອົງການກວດສອບປະຈໍາພາກກາງ 1, ຄະນະນໍາ ບັນດາກົມ, ຄະນະພະແນກ ພ້ອມດ້ວຍພະນັກງານພາຍໃນອົງການກວດສອບແຫ່ງລັດ.
ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ ຢ້ຽມຢາມໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຂອງຫຼວງພະບາງ

ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ ຢ້ຽມຢາມໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຂອງຫຼວງພະບາງ

ທ່າ​ນ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມໂຄງການກໍ່ສ້າງ ເຂື່ອນໄຟຟ້ານຳຂອງ ຫຼວງພະບາງ, ໃນ​ວັນ​ທີ 22 ກໍ​ລະ​ກົດ​ຜ່ານ​ມາ ໂດຍໄດ້ຮັບການຕ້ອນຮັບຈາກຄະນະຜູ້ບໍລິການໂຄງການ.
ແຂວງຈຳປາສັກ ດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 5 ສະໄໝທີ IX

ແຂວງຈຳປາສັກ ດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 5 ສະໄໝທີ IX

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຈຳປາສັກ ຄັ້ງທີ 5 ສະໄໝທີ IX ໄດ້ເປີດ​ຂຶ້ນ ໃນວັນທີ 23 ກໍລະກົດ 2026 ຢູ່ສະໂມສອນເມືອງໂຂງ ໂດຍ​ການເປັນປະທານຂອງ ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຈຳປາສັກ; ມີ ສະຫາຍ ຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກນະຄອນ, ເລຂາພັກເມືອງ, ຫົວໜ້າພະແນກການ-ກົມກອງອ້ອມຂ້າງແຂວງເຂົ້າ​ຮ່ວມ.
ເລຂາພັກແຂວງຈຳປາສັກ ຊຸກຍູ້ວຽກງານ ຢູ່ດ່ານສາກົນໜອງນົກຂຽນ

ເລຂາພັກແຂວງຈຳປາສັກ ຊຸກຍູ້ວຽກງານ ຢູ່ດ່ານສາກົນໜອງນົກຂຽນ

ທ່ານ ອາລຸນໄຊ ສູນນະລາດ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ພ້ອມການນໍາຂອງແຂວງ ໄດ້ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ການພັດທະນາວຽກງານ ຢູ່ດ່ານສາກົນໜອງນົກຂຽນ ເມືອງໂຂງແຂວງຈຳປາສັກ ໃນ​ວັນ​ທີ 22 ກໍ​ລະ​ກົດ​ຜ່ານ​ມາ, ເພື່ອຕິດຕາມສະພາບຄວາມສະດວກ, ຄວາມຫຍຸ້ງຍາກ, ການປັບປຸງພື້ນຖານໂຄງລ່າງ, ສາງຄ່ຽນຖ່າຍສິນຄ້າ ແລະ ການຄຸ້ມຄອງພາຍໃນດ່ານໃຫ້ເຂົ້າສິ່ລະບົບ.
ກອງປະຊຸມຄະນະກໍາມະການຊີ້ນໍາລະດັບຊາດ ແລະ ອະນຸກໍາມະການກະກຽມເປັນເຈົ້າພາບຈັດກອງປະຊຸມ 3RC-CCM ປະຈຳເດືອນ

ກອງປະຊຸມຄະນະກໍາມະການຊີ້ນໍາລະດັບຊາດ ແລະ ອະນຸກໍາມະການກະກຽມເປັນເຈົ້າພາບຈັດກອງປະຊຸມ 3RC-CCM ປະຈຳເດືອນ

ໃນວັນທີ 23 ກໍລະກົດ ນີ້ ທີ່ ໂຮງແຮມສຸພັດຕຣາ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນນາມປະທານຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ໄດ້ຈັດກອງປະຊຸມຄະນະກໍາມະການຊີ້ນໍາລະດັບຊາດ ແລະ ອະນຸກໍາມະການ ກະກຽມເປັນເຈົ້າພາບຈັດກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ປະຈຳເດືອນກໍລະກົດ.
ແມ່ຍິງ ຄອສພ ປາຖະກະຖາວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ແລະ ສະຫຼຸບຂໍ້ແຂ່ງຂັນ 3 ດີ

ແມ່ຍິງ ຄອສພ ປາຖະກະຖາວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ແລະ ສະຫຼຸບຂໍ້ແຂ່ງຂັນ 3 ດີ

ຄະນະບໍລິຫານງານສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດຕັ້ງປາຖະກະຖາ ວັນສ້າງຕັ້ງອົງການຈັດຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 71 ປີ (20/7/1955-20/7/ 2026) ແລະ ສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ 2021-2025 ແລະ ທິດທາງແຜນການ 2026-2030, ຂຶ້ນໃນວັນທີ 23 ກໍລະກົດນີ້, ທີ່ຫ້ອງປະຊຸມ ຄອສພ, ໂດຍການເປັນ ປະທານຮ່ວມ ຂອງ ທ່ານ ວັນສີ ກົວມົວ ກຳມະການສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ນາງ ທຳມາ ເພັດວິໄຊ ຮອງປະທານສູນກາງສະຫະພັນແມ່ຍິງລາວ, ມີຄະນະບໍລິ ຫານງານສະຫະພັນແມ່ຍິງ ຄອສພ, ຄະນະໜ່ວຍ ແລະ ບັນດາຮາກຖານ ແລະ ສະມາຊິກແມ່ຍິງເຂົ້າຮ່ວມ.
6 ເດືອນຕົ້ນປີ ດ່ານສາກົນພູເກືອ ຍາດໄດ້ຜົນງານພົນເດັ່ນຫຼາຍດ້ານ

6 ເດືອນຕົ້ນປີ ດ່ານສາກົນພູເກືອ ຍາດໄດ້ຜົນງານພົນເດັ່ນຫຼາຍດ້ານ

ດ່ານສາກົນພູເກືອ ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ແລະ ວາງທິດທາງ 6 ເດືອນທ້າຍປີ 2026 ຂຶ້ນໃນວັນທີ 22 ກໍລະກົດຜ່ານມາ, ທີ່ຫ້ອງປະຊຸມຂອງດ່ານດັ່ງກ່າວ, ໂດຍການເປັນປະທານຂອງທ່ານ ສີອຸດົມ ອາລົມຈິດ ກໍາມະການພັກແຂວງ ຫົວໜ້າຄະນະຄຸ້ມຄອງດ່ານສາກົນພູເກືອ, ມີຄະນະຄຸ້ມຄອງດ່ານ, ແຂກຖືກເຊີນ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ປະທານ ອພສ ແຂວງຫຼວງພະບາງ ຊຸກຍູ້ວຽກງານພຸດທະສາສະໜາ ຢູ່ເມືອງນານ

ປະທານ ອພສ ແຂວງຫຼວງພະບາງ ຊຸກຍູ້ວຽກງານພຸດທະສາສະໜາ ຢູ່ເມືອງນານ

ໃນວັນທີ 20 ກໍລະກົດຜ່ານມາ, ພະອາຈານໃຫຍ່ ອ່ອນແກ້ວ ກິຕຕິພັທໂທ ຄະນະບໍລິຫານງານປະຈຳ ການສູນກາງ ອົງການພຸດທະສາສະໜາສຳພັນລາວ (ອພສ) ຜູ້ຊ່ວຍປະທານສູນກາງ (ອພສ) ປະທານ (ອພສ) ແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ, ຊຸກຍູ້-ຊີ້ນຳ ວຽກງານພຸດທະສາສະໜາ ຢູ່ເມືອງນານ, ໂດຍການຕ້ອນຮັບຂອງທ່ານ ໄຊນະຄອນ ສຸດທິດາ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ