ການສະຫຼອງປີໃໝ່ລາວພ.ສ 2567 ຢູ່ນວມີບັນຍາກາດຄຶກຄື້ນ

ການສະຫຼອງປີໃໝ່ລາວພ.ສ 2567 ຢູ່ນວມີບັນຍາກາດຄຶກຄື້ນ
ການສະເຫຼີມສະຫຼອງບຸນປີໃໝ່ລາວ ພ.ສ 2567 ຕິດພັນກັບປີທ່ອງທ່ຽວລາວ 2024 ຢູ່ນະຄອນຫຼວງວຽງຈັນ (ນວ) ມີບັນຍາກາດຟົດຟື້ນມ່ວນຊື່ນຫຼາກຫຼາຍກິດຈະກຳ ຕາມຮີດຄອງປະເພນີອັນດີງາມຂອງຊາດລາວ.
ໂດຍສະເພາະຢູ່ເຂດຄຸ້ມເມືອງເກົ່າວັດຈັນ ເມືອງຈັນທະບູລີ ນວໄດ້ຈັດຫຼາກຫຼາຍກິດຈະກຳ ເພື່ອສະຫຼອງປີໃໝ່ລາວໃຫ້ມີບັນຍາກາດຄຶກຄື້ນ ເປັນຕົ້ນກິດຈະກຳທາງສາສະໜາຊຶ່ງໄດ້ອັນເຊີນພະພຸດທະຮູບຄູ່ບ້ານຄູ່ເມືອງລົງຫົດສົງ ພ້ອມແຫ່ໄປຕາມເສັ້ນທາງໃຫ້ມວນຊົນໄດ້ຫົດສົງ ເພື່ອຄວາມເປັນສິສິມຸງຄຸນໃຫ້ກັບຕົນເອງ ແລະ ຄອບຄົວ. ພ້ອມນີ້, ມວນຊົນຊາວນວ ກໍຄືນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄດ້ຫົດສົງພະພຸດທະຮູບຢູ່ຕາມວັດວາອາຮາມຕ່າງໆ, ມີການຫົດສົງນ້ຳອວຍພອນຊຶ່ງກັນ ແລະ ກັນ ຕາມຮີດຄອງປະເພນີຢູ່ຕາມສອງຟາກເສັ້ນທາງຢ່າງຄຶກຄື້ນມ່ວນຊື່ນ.
ແມ່ຕູ້ ອ່ອນສາ ບໍລິຫານ ປະຊາຊົນບ້ານຫາຍໂສກ ເມືອງຈັນທະບູລີ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນເມື່ອບໍ່ດົນມານີ້ ທີ່ວັດອິນແປງວ່າ: ໃນແຕ່ລະປີຮອດບຸນປີໃໝ່ລາວແມ່ນໄດ້ພາຄອບຄົວ, ລູກຫຼານມາຫົດສົງພະພຸດທະຮູບ, ມາມັດຂໍ້ຕໍ່ແຂນ ເພື່ອຂໍພອນຈາກຄູບາ-ອາຈານ ພ້ອມນີ້, ຍັງເປັນການໃຫ້ລູກຫຼານໄດ້ຮຽນຮູ້ຂະນົບທຳນຽມ-ຮີດຄອງປະເພນີບຸນປີໃໝ່ລາວ ແລະ ການເຂົ້າວັດທຳບຸນ, ຫົດສົງພະພຸດທະຮູບໃນວັນປີໃໝ່ລາວ ເພື່ອເປັນສິລິມຸງຄຸນໃຫ້ແກ່ຕົນເອງ ແລະ ຄອບຄົວໃຫ້ຢູ່ດີມີແຮງ ມີໂຊກ, ມີໄຊ ຕະຫຼອດໄປນັ້ນເອງ. ພ້ອມນີ້, ແມ່ຕູ້ ອ່ອນສາ ບໍລິຫານ ຍັງໄດ້ຝາກເຖິງມວນຊົນ ຕະຫຼອດຮອດລູກ-ຫຼານທີ່ເຂົ້າໄປຫົດສົງພະພຸດທະຮູບພາຍໃນວັດໃຫ້ນຸ່ງຖືເປັນລະບຽບຮຽບຮ້ອຍນຸ່ງຖືສຸພາບ, ຜູ້ຍິງນຸ່ງສິ້ນ, ເສື້ອສຸພາບບໍ່ສັ້ນເຂີນເກີນໄປ. ພ້ອມນັ້ນ, ການຫົດສົງກໍຕ້ອງແມ່ນນໍ້າທີ່ສະອາດ ຫຼື ນໍ້າອົບນໍ້າຫອມ ຕາມປະເພນີທີ່ເຄີຍປະຕິບັດສຶບທອດກັນມາ.
ເຖິງແນວໃດກໍຕາມຢູ່ ນວ ຍັງໄດ້ຈັດສັນເຂດສະຫຼອງປີໃໝ່ຢູ່ຕາມເສັ້ນທາງບໍລິເວນສະໜາມກິລາເຈົ້າອານຸວົງ, ບໍລິເວນສວນນ້ຳພຸ ແລະ ບໍລິເວນເຂດແຄມຂອງ ຊຶ່ງເຂດດັ່ງກ່າວນີ້ ໄດ້ຈັດເປັນກິດຈະກຳເຕັມຮູບແບບ ເພື່ອໃຫ້ມວນຊົນ ກໍຄື ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດຮ່ວມສະເຫຼີມສະຫຼອງດ້ວຍຄວາມມ່ວນຊື່ນ ແລະ ມີການຂາຍສິນຄ້າອຸປະໂພກ-ບໍລິໂພກ, ສິນຄ້າຫັດຖະກຳ, ຜະລິດຕະພັນຂອງໄວໜຸ່ມ ຢູ່ເຂດດ້ານຫຼັງວັດອິນແປງ-ຮ່ອມວັດອົງຕື້ ແນໃສ່ສົ່ງເສີມກິດຈະກຳການທ່ອງທ່ຽວໃຫ້ມີຄວາມຫຼາກຫຼາຍ, ມີສີສັນໂດດເດັ່ນເພື່ອດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດໃຫ້ ເຂົ້າມາທ່ອງທ່ຽວ ສປປ ລາວ ກໍຄື ນວ ໃຫ້ຫຼາຍຂຶ້ນທັງມີບັນຍາກາດຄຶກຄື້ນ-ເບີກບານຈິດໃຈຕາມຄໍາຂວັນ: ທ່ອງທ່ຽວລາວ ປອດໄພ, ຊື່ນໃຈໃນວັດທະນະທໍາ, ທໍາມະຊາດ ແລະ ປະຫວັດສາດ.
ຂ່າວ-ພາບ: ວັນເພັງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຊກອງ ປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ

ເຊກອງ ປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ

ໃນວັນທີ 13 ພະຈິກນີ້, ພະແນກການເງິນແຂວງເຊກອງ ຮ່ວມກັບກະຊວງການເງິນ ຈັດກອງປະຊຸມປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ ແລະວຽກງານກວດກາໄລ່ລຽງອາກອນ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ, ມີທ່ານ ຄຳຮຸ້ ອ່ອນມະນີ ຫົວໜ້າພະແນກການເງິນແຂວງ, ມີຄະນະກຳມະການປະເມີນ ຈາກກະຊວງ, ພະແນກການເງິນແຂວງ ແລະຫ້ອງການໆເງິນ 4 ເມືອງເຂົ້າຮ່ວມ.
ກຳລັງ ປກຊ-ປກສ ຊ້ອມເດີນສວນສະໜາມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ກຳລັງ ປກຊ-ປກສ ຊ້ອມເດີນສວນສະໜາມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ພິທີສະແດງທົດລອງ ການສວນສະໜາມສະເຫຼີມ​ສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ປະສານກ້ອນກຳລັງ ປກຊ-ປກສ ຄັ້ງທີ 3 ໄດ້ຈັດຂຶ້ນວັນທີ 12 ພະຈິກ 2025 ນີ້ ທີ່ສະໜາມຫຼວງ ໂດຍມີສະຫາຍ ບຸນທອງ ຈິດມະນີ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກຜູ້ປະຈໍາການຄະນະເລຂາທິການສູນກາງພັກຮອງ​ປະ​ທານ​ປະ​ເທດ,ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານ ປກຊ-ປກສ ຂັ້ນສູນກາງ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກຳນົດຫຼາຍວຽກງານຈຸດສຸມພັດທະນາຂະແໜງ ອຄ

ກຳນົດຫຼາຍວຽກງານຈຸດສຸມພັດທະນາຂະແໜງ ອຄ

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ(ອຄ) ໄດ້ຊີ້ແຈງ ຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ,ໃນວັນທີ 13 ພະຈິກນີ້,ທີ່ສະພາແຫ່ງຊາດ,ໂດຍການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ປາກກະດິງ ເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025

ປາກກະດິງ ເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025

ໃນຕອນເຊົ້າວັນທີ 11 ພະຈິກນີ້, ຫ້ອງການກະສິກຳ ແລະ ສີ່ງແວດລ້ອມເມືອງປາກກະດິງ ແຂວງບໍລິຄໍາໄຊ ໄດ້ຈັດພິທີເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025 ຢູ່ທີ່ບ້ານທົ່ງນາມີ ເນື່ອງໃນໂອກາດວັນສັກວັກຊີນປ້ອງກັນພະຍາດສັດແຫ່ງຊາດ (11 ພະຈິກ)ຂອງທຸກໆປີ.
ສະຫາຍ ໄຊຍະເດດ ຜຸຍຍະວົງໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງ ຊົນນະບູລີຄົນໃໝ່

ສະຫາຍ ໄຊຍະເດດ ຜຸຍຍະວົງໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງ ຊົນນະບູລີຄົນໃໝ່

ພິທີປະກາດການຈັດຕັ້ງການນຳຂັ້ນສູງຂອງເມືອງຊົນນະບູລີ ໄດ້ຈັດຂຶ້ນໃນວັນທີ 12 ພະຈິກນີ້ ທີ່ສະໂມສອນຂອງເມືອງ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີບັນດາທ່ານຈາກພະແນກການ, ກົມກອງ ແລະພະນັກງານຫຼັກແຫຼ່ງພາຍໃນເມືອງເຂົ້າຮ່ວມ.
ກອງປະຊຸມ ວຽກງານການຕິດຕາມກວດກາການດຳເນີນຄະດີອາຍາ

ກອງປະຊຸມ ວຽກງານການຕິດຕາມກວດກາການດຳເນີນຄະດີອາຍາ

ວັນທີ 12 ພະຈິກ 2025 ທີ່ ລີສອດນາປ່າກວາງເມືອງ ແກ້ວອຸດົມແຂວງວຽງຈັນ. ອົງການໄອຍະການປະຊາຊົນສູງສຸດ(ອອປສ) ໄດ້ຈັດກອງປະຊຸມ ກວຽກງານການຕິດຕາມກວດກາການດຳເນີນຄະດີອາຍາ ທີ່ກ່ຽວຂ້ອງກັບ ອາຊະຍາກຳສັດປ່າ ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແລະ ເຄືອຂ່າຍບັງຄັບໃຊ້ກົດໝາຍ ກ່ຽວກັບສັດນໍ້າ ແລະ ສັດປ່າ (LAO-WEN) ທີ່ກ່ຽວຂ້ອງກັບ ອາຊະຍາກຳສັດປ່າ ພາຍໃຕ້ການເປັນປະທານຂອງ ທ່ານ ໄພຄຳ ວິໄລສຸກ ຄະນະບໍລິຫານງານພັກຫົວໜ້າກົມຕິດຕາມກວດກາການດຳເນີນຄະດີອາຍາ ອອປສ, ມີບັນດາທ່ານຫົວໜ້າກົມ, ຮອງກົມ ຈາກ ພາກສວ່ນກ່ຽວຂ້ອງເຂົ້າຮ່ວມ.
ພາຍໃຕ້ການນໍາພາຂອງພັກ ໄດ້ເຮັດໃຫ້ໂສມໜ້າຂອງປະເທດເຮົາມີການປ່ຽນແປງໃຫຍ່ຫຼວງຢ່າງຮອບດ້ານ

ພາຍໃຕ້ການນໍາພາຂອງພັກ ໄດ້ເຮັດໃຫ້ໂສມໜ້າຂອງປະເທດເຮົາມີການປ່ຽນແປງໃຫຍ່ຫຼວງຢ່າງຮອບດ້ານ

ເນື່ອງໃນໂອກາດກະກຽມສະເຫຼີມສະຫຼອງສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ. ສະຫາຍ ພົນຈັດຕະວາ ພັນວິໄລ ລາດສະຍົນ ຫົວໜ້າການເມືອງ ກອງບັນຊາການ ທະຫານແຂວງສະຫວັນນະເຂດ ໄດ້ສະແດງທັດສະນະຕໍ່ວັນດັ່ງກ່າວວ່າ: ກ່ອນໜ້ານີ້ 50 ປີ ສປປ ລາວ ເປັນປະເທດໜຶ່ງທີ່ຕົກເປັນຫົວເມືອງຂຶ້ນຂອງພວກຈັກກະພັດຕ່າງດ້າວທັງແບບເກົ່າ ແລະ ແບບໃໝ່, ປະຊາຊົນລາວບັນດາເຜົ່າໄດ້ສູນເສຍອິດສະຫຼະພາບ, ສິດເປັນເຈົ້າຂອງປະເທດຊາດ ແລະ ຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ແຕ່ດ້ວຍນໍ້າໃຈຮັກຊາດອັນດູດດື່ມ ແລະ ຄວາມຄຽດແຄ້ນຕໍ່ພວກສັດຕູທີ່ມາຮຸກຮານ, ປະຊາຊົນລາວບັນດາເຜົ່າ ຈຶ່ງໄດ້ສາມັກຄີກັນລຸກຮື້ຂຶ້ນຕໍ່ສູ້ຢ່າງພິລະອາດຫານ ໂດຍພາຍໃຕ້ ການນໍາພາຂອງພັກ ປະຊາຊົນປະຕິວັດລາວ, ເຮັດໃຫ້ຂະບວນການຕໍ່ສູ້ຂອງປະຊາຊົນລາວ ໄດ້ຮັບໄຊຊະນະເປັນກ້າວໆມາ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ກອງພົນທີ 2 ເປີດຂະບວນການແຂ່ງຂັນກິລາການທະຫານ-ກິລາມວນຊົນ

ກອງພົນທີ 2 ເປີດຂະບວນການແຂ່ງຂັນກິລາການທະຫານ-ກິລາມວນຊົນ

ໃນວັນທີ 12 ພະຈິກ 2025, ກອງພົນທີ 2 ໄດ້ເປີດຂະບວນການແຂ່ງຂັນກິລາການທະຫານ-ກິລາມວນຊົນ ເພື່ອຂໍ່ານັບຮັບຕ້ອນວັນວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ໂດຍການເປັນປະທານຂອງສະຫາຍ ພັນເອກ ສອນເພັດ ຈັນສົມ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງພົນທີ 2, ມີບັນດາສະຫາຍ ຄະນະຫ້ອງ, ພະແນກການ, ຄະນະພັກ-ຄະນະບັນຊາກົມກອງ ຕະຫລອດຮອດນັກກິລາເຂົ້າຮ່ວມ.
ພິທີເປີດນໍ້າ ວັນຊົນລະປະທານ ແລະ ວັນສັກຢາປ້ອງກັນສັດແຫ່ງຊາດ

ພິທີເປີດນໍ້າ ວັນຊົນລະປະທານ ແລະ ວັນສັກຢາປ້ອງກັນສັດແຫ່ງຊາດ

ວັນທີ 11 ພະຈິກຜ່ານມາ, ຫ້ອງການກະສີກຳ ແລະ ສິ່ງແວດລ້ອມ ເມືອງ ມຸນລະປາໂມກ ແຂວງ ຈຳປາສັກ ໄດ້ຈັດພິທີເປີດນໍ້າ ວັນຊົນລະປະທານແຫ່ງຊາດ 3 ພະຈິກ ແລະ ວັນສັກຢາປ້ອງກັນພະຍາດສັດ ແຫ່ງຊາດ 11 ພະຈິກ ຂຶ້ນຢູ່ທີ່ກຸ່ມ ນາດີ ບ້ານ ຊານຫວ້າ ໂດຍການເປັນປະທານຂອງທ່ານ ວັນລະເດດ ແກ້ວຈັນທາ ປະທານຄະນະກຳມະການປົກຄອງເມືອງ, ທ່ານ ສີສຸພັນ ແວງທີສານ ຕ່າງໜ້າພະແນກກະສີກຳ ແລະ ສິ່ງແວດລ້ອມແຂວງ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ອະດີດຮອງນາຍົກລັດຖະມົນຕີ ຢ້ຽມຊົມສະຖານທີ່ທ່ອງທ່ຽວ ບຶງໜອງເທົາ ແລະ ຖໍ້າປາເຊືອມ

ອະດີດຮອງນາຍົກລັດຖະມົນຕີ ຢ້ຽມຊົມສະຖານທີ່ທ່ອງທ່ຽວ ບຶງໜອງເທົາ ແລະ ຖໍ້າປາເຊືອມ

ວັນທີ 11 ພະຈິກຜ່ານມານີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ໄດ້ຢ້ຽມຊົມສະຖານທີ່ທ່ອງທ່ຽວບຶງໜອງເທົາ ແລະ ຖໍ້າປາເຊືອມ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຂັມເພັດ ແກ້ວເພຍຈັນ ປະທານບໍລິສັດ ເພັດມະນີ ເຄພີຊີ ຈໍາກັດຜູ້ດຽວ ໃນນາມຜູ້ສໍາປະທານ ແລະ ພັດທະນາແຫຼ່ງທ່ອງທ່ຽວດັ່ງກ່າວ.
ເພີ່ມເຕີມ