ຫາ ເມືອງນານແຂວງຫຼວງພະບາງ ແລະ ເສັ້ນທາງອື່ນໆ, ຊຶ່ງປັດຈຸບັນມີພຽງການນຳໃຊ້ທືນເຂົ້າໃນການບູລະນະ ເພື່ອແກ້ໄຂສຸກເສີນເທົ່ານັ້ນ. ທ່ານ ບຼົ່ງວ່າງ ຫວ່າງເຈຍຊາ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງຫຼວງພະບາງ ໄດ້ໃຫ້ສຳພາດວ່າ: ການນຳໃຊ້ທືນເຂົ້າໃນການກໍ່ສ້າງ ແລະ ບູລະນະເສັ້ນທາງຫຼວງແຫ່ງຊາດ ຕ້ອງໃຊ້ທືນຫຼາຍສົມຄວນ ແຕ່ເພື່ອແກ້ໄຂບັນຫາ ເຮັດໃຫ້ການສັນຈອນມີຄວາມສະດວກ ລັດຖະບານ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຍາດແຍ່ງທືນເຂົ້າໃນການບູລະນະ.
ໂອກາດນີ້, ທ່ານໄດ້ຊີ້ແຈງກ່ຽວກັບບັນຫາເສັ້ນທາງເປ່ເພ ສາເຫດຫຼັກ ແມ່ນໝົດອາຍຸການນໍາໃຊ້ເສັ້ນທາງໄປຕາມການເວລາ ແລະ ການອອກແບບກໍ່ສ້າງເສັ້ນທາງໃນເມື່ອກ່ອນ ແມ່ນຮັບໃຊ້ສຳລັບລົດບັນທຸກຂະໜາດ 20-30 ໂຕ່ນ ຫຼື ຂະໜາມລົດກາມັດ ແລະ ລົດ 12 ລໍ້ ແຕ່ປັດຈຸບັນ ລົດຂົນສົ່ງສ່ວນໃຫຍ່ ມີການບັນທຸກນ້ຳໜັກເກີນ ແລະ ມີຂະໜາດຍາວ ຈື່ງເຮັດໃຫ້ເສັ້ນທາງໄດ້ຮັບຄວາມເສຍຫາຍໄດ້ງ່າຍ. ທ່ານ ບຼົ່ງວ່າງ ຫວ່າງເຈຍຊາ ໃຫ້ຮູ້ຕື່ມວ່າ: ສຳລັບເສັ້ນທາງຫຼວງທ້ອງຖີ່ນ ພາຍໃນແຂວງປັດຈຸບັນ ພວມດຳເນີນການສ້ອມແປງໄປຕາມແຜນການ.
(ແຫຼ່ງຂ່າວ: ແຂວງຫຼວງພະບາງ)
ຄໍາເຫັນ