ຂ່າວລະບຸວ່າ: ກ່ຽວກັບການສົ່ງອອກ, ໄລ່ມາຮອດວັນທີ 15 ກໍລະກົດ, ຍອດມູນຄ່າສົ່ງອອກຂອງ ຫວຽດນາມ ບັນລຸ 239 ຕື້ກວ່າໂດລາ, ເພີ່ມຂຶ້ນ 14.7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ກົງກັນຂ້າມ, ມູນຄ່ານຳເຂົ້າສິນຄ້າໃນທົ່ວປະເທດໄລ່ຮອດວັນທີ 15 ກໍລະກົດ ບັນລຸ 231.4 ຕື້ໂດລາ, ເພີ່ມຂຶ້ນ 17,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ມີບາງໝວດສິນຄ້າໄດ້ເພີ່ມຂຶ້ນ ຄື: ຄອມພິວເຕີ, ຜະລິດຕະພັນເອເລັກໂຕຣນິກ, ເຄື່ອງຈັກ, ອຸປະກອນ ແລະ ອາໄຫຼ່. ສະນັ້ນ, ນັບແຕ່ຕົ້ນປີມາຮອດວັນທີ 15 ກໍລະກົດ, ສ່ວນເກີນດຸ່ນການຄ້າສິນຄ້າແມ່ນ 7.74 ຕື້ໂດລາ.
ຄໍາເຫັນ