ການສົ່ງອອກເຂົ້າຂອງອິນເດຍ ກຳລັງຕົກຢູ່ໃນຄວາມສ່ຽງ ທ່າມກາງຄວາມເຄັ່ງຕຶງໃນພາກພື້ນອາຊີຕາເວັນຕົກ

ການສົ່ງອອກເຂົ້າຂອງອິນເດຍ ກຳລັງຕົກຢູ່ໃນຄວາມສ່ຽງ ທ່າມກາງຄວາມເຄັ່ງຕຶງໃນພາກພື້ນອາຊີຕາເວັນຕົກ

ການສົ່ງອອກເຂົ້າຂອງອິນເດຍ ກຳລັງຕົກຢູ່ໃນຄວາມສ່ຽງ ທ່າມກາງຄວາມເຄັ່ງຕຶງໃນພາກພື້ນອາຊີຕາເວັນຕົກ
ຂ່າວຕ່າງປະເທດລາຍງານ ໃນວັນທີ 2 ມີນາ ຜ່ານມາວ່າ: ການສົ່ງອອກເຂົ້າຂອງອິນເດຍຕົກຢູ່ໃນຄວາມສ່ຽງທ່າມກາງຄວາມເຄັ່ງຕຶງທີ່ເພີ່ມຂຶ້ນໃນພາກພື້ນອາຊີຕາເວັນຕົກ, ໂດຍຜູ້ສົ່ງອອກສະແດງຄວາມກັງວົນກ່ຽວກັບບັນຫາການຈ່າຍເງິນທີ່ຊັກຊ້າ ແລະ ອຸປະສັກໃນການຂົນສົ່ງໄປອີຣ່ານ, ອັຟການິສະຖານ ແລະ ຫຼາຍປະເທດໃນອ່າວເປີເຊຍ.

 

ຖ້າຫາກສະຖານະການຄວາມບໍ່ສະຫງົບຍັງຄົງຢູ່, ການສົ່ງອອກເຂົ້າບາສມາຕິຈະໄດ້ຮັບຜົນກະທົບຫຼາຍທີ່ສຸດ, ຍ້ອນວ່າເກືອບ 50% ຂອງການສົ່ງອອກເຂົ້າບາສມາຕິຂອງອິນເດຍແມ່ນສົ່ງໄປ 5 ປະເທດໃນອາຊີຕາເວັນຕົກຄື: ຊາອຸດິດ ອາຣັບບີ, ອີຣ່ານ, ອີຣັກ, ສະຫະລັດ ອາຣັບເອມີເຣດ (UAE) ແລະ ເຢເມນ.

ສະຫະພັນຜູ້ສົ່ງອອກເຂົ້າອິນເດຍ (IREF) ໄດ້ອອກຖະແຫຼງການໃນທີ 1 ມີນາ ຜ່ານມາວ່າ: ໄດ້ແນະນຳໃຫ້ສະມາຊິກຂອງຕົນຫຼີກລ່ຽງການເຮັດສັນຍາໃໝ່ໃນຮູບແບບ CIF (Cost, Insurance, and Freight) ກັບຈຸດ ໝາຍປາຍທາງໃນອີຣ່ານ ແລະ ບັນດາປະເທດອ່າວເປີເຊຍ, ຫຼັງຈາກການໂຈມຕີອີຣ່ານ ລະຫວ່າງ ສະຫະລັດ ອາເມຣິກາ ແລະ ອິສຣາແອນ ໃນທີ 28 ກຸມພາ ຜ່ານມາ, ເຮັດໃຫ້ເກີດຄວາມຢ້ານກົວກ່ຽວກັບຄວາມບໍ່ສະຫງົບທີ່ເພີ່ມຂຶ້ນ ແລະ ອາດນຳໄປສູ່ການຈຳກັດເສັ້ນທາງແລ່ນເຮືອນຜ່ານຊ່ອງແຄບຮໍມຸສ.

ທັງນີ້, ພາຍໃຕ້ຂໍ້ຕົກລົງ CIF ຜູ້ຂາຍຈະຕ້ອງຮັບຜິດຊອບຄ່າໃຊ້ຈ່າຍຂອງສິນຄ້າ, ປະກັນໄພ ແລະ ຄ່າຂົນສົ່ງຈົນກວ່າສິນຄ້າຈະໄປຮອດທ່າເຮືອຂອງຜູ້ຊື້. ດັ່ງນັ້ນ, IREF ຈຶ່ງແນະນຳໃຫ້ຜູ້ສົ່ງອອກປ່ຽນໄປໃຊ້ເງື່ອນໄຂການຂາຍແບບ FOB (Free-on-Board) ແທນເມື່ອເປັນໄປໄດ້, ເພື່ອໃຫ້ພາລະຂອງຄ່າຂົນສົ່ງ, ປະກັນໄພ ແລະ ຄວາມສ່ຽງທີ່ກ່ຽວຂ້ອງຕົກຢູ່ກັບຜູ້ຊື້ຢູ່ຕ່າງປະເທດ.

IREF ຍັງໄດ້ເຕືອນວ່າ: ສະຖານະການໃນອີຣ່ານ ແລະ UAE ອາດຈະສົ່ງຜົນກະທົບ ໂດຍກົງຕໍ່ລາຄານໍ້າມັນເຊື້ອໄຟເຮືອ ແລະ ຂັດຂວາງການສະໜອງເຮືອຕູ້ຄອນເທນເນີ ແລະ ເຮືອບັນທຸກສິນຄ້າຂະໜາດໃຫຍ່, ໂດຍກ່າວວ່າ: "ພາຍໃຕ້ສະຖານະການເຫຼົ່ານີ້..." "ຄ່າຂົນສົ່ງອາດຈະເພີ່ມຂຶ້ນຢ່າງໄວວາໃນໄລຍະເວລາສັ້ນໆ ຊຶ່ງອາດຈະເຮັດໃຫ້ຜູ້ສົ່ງອອກປະເຊີນກັບການຂາດທຶນຫາກຍັງສືບຕໍ່ໃຊ້ສັນຍາລາຄາຄົງທີ່ລວມທັງຄ່າຂົນສົ່ງ."

ນອກຈາກນັ້ນ, ອົງການດັ່ງກ່າວຍັງໄດ້ເຕືອນກ່ຽວກັບຄ່າປະກັນໄພທີ່ອາດຈະເພີ່ມຂຶ້ນຢ່າງຫຼວງຫຼາຍ ຖ້າຄວາມເຄັ່ງຕຶງທາງພູມິສາດທາງການເມືອງຮ້າຍແຮງຂຶ້ນ, ໂດຍຮຽກຮ້ອງໃຫ້ຜູ້ສົ່ງອອກໃຊ້ຄວາມລະມັດລະວັງໃນການຮັບເອົາຄຳສັ່ງຊື້ໃໝ່ ແລະ ຫຼີກລ່ຽງການເປີດຕຳແໜ່ງທີ່ບໍ່ມີການປ້ອງກັນຄວາມສ່ຽງ.

ປັດຈຸບັນ, ລາຄາຂາຍສົ່ງເຂົ້າບາສມາຕິໄດ້ເພີ່ມຂຶ້ນ 10-15% ໃນເດືອນທີ່ຜ່ານມາ ແລະ ເນື່ອງຈາກອີຣ່ານເປັນຕະຫຼາດຫຼັກ, IREF ຄາດວ່າລາຄາຈະມີຄວາມຜັນຜວນຕື່ມອີກໃນມື້ຕໍ່ໆໄປ.

ຂໍ້ມູນຈາກອົງການພັດທະນາການສົ່ງອອກສິນຄ້າກະສິກຳ-ອາຫານປຸງແຕ່ງ (APEDA) ຂອງອິນເດຍສະແດງໃຫ້ເຫັນວ່າ: ອິນເດຍເປັນຜູ້ສົ່ງອອກເຂົ້າບາສມາຕິທີ່ໃຫຍ່ທີ່ສຸດໃນໂລກ, ໂດຍມີການສົ່ງອອກປະມານ 6 ລ້ານໂຕນ ລະຫວ່າງປີ 2024 – 2025 ຊຶ່ງຄວາມຕ້ອງຕົ້ນຕໍແມ່ນມາຈາກບັນດາປະເທດອາຊີຕາເວັນຕົກ.

ຄໍາເຫັນ

ຂ່າວຕ່າງປະເທດ

ອິນໂດເນເຊຍ ກຳນົດລາຄານໍ້າມັນເຊື້ອໄຟ ເພື່ອຊ່ວຍເຮືອປະມົງຂະໜາດກາງ

ອິນໂດເນເຊຍ ກຳນົດລາຄານໍ້າມັນເຊື້ອໄຟ ເພື່ອຊ່ວຍເຮືອປະມົງຂະໜາດກາງ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 14 ກໍລະກົດ ຜ່ານມາວ່າ: ລັດຖະບານອິນໂດເນເຊຍລາຍງານວ່າ, ທ່ານ ພຣາໂບໂວ ຊູບຽນໂຕ ປະທານາທິບໍດີອິນໂດເນເຊຍ ໄດ້ອະນຸມັດລາຄານໍ້າມັນເຊື້ອໄຟພິເສດ 15,000 ຣູເປຍຕໍ່ລິດ ສຳລັບເຮືອປະມົງທີ່ມີກຳລັງການບັນທຸກທັງໝົດ 30-200 ໂຕນ, ເພື່ອຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍໃນການດຳເນີນງານທີ່ເພີ່ມຂຶ້ນສຳລັບທຸລະກິດປະມົງຂະໜາດກາງ.
ກຳປູເຈຍ ກູ້ຢືມເງິນ 119 ລ້ານໂດລາ ເພື່ອຂະຫຍາຍທ່າເຮືອອັດຕະໂນມັດສີຫານຸວິລ

ກຳປູເຈຍ ກູ້ຢືມເງິນ 119 ລ້ານໂດລາ ເພື່ອຂະຫຍາຍທ່າເຮືອອັດຕະໂນມັດສີຫານຸວິລ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 14 ກໍລະກົດ ຜ່ານມາວ່າ: ກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນຂອງກຳປູເຈຍ ລາຍງານວ່າ, ໄດ້ຮັບເງິນກູ້ຈຳນວນ 119 ລ້ານໂດລາ ຈາກຍີ່ປຸ່ນ ເພື່ອສະໜັບສະໜູນໂຄງການພັດທະນາສະຖານີຂົນສົ່ງສິນຄ້າແຫ່ງໃໝ່ຂອງທ່າເຮືອອັດຕະໂນມັດສີຫານຸວິລ ໄລຍະທີ 2, ທ່ານ ປຣັກ ໂສຄົນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ກຳປູເຈຍ ແລະ ທ່ານ ອູເອໂນະ ອັດຊູຊິ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳກຳປູເຈຍ ໄດ້ລົງນາມໃນສັນຍາກູ້ຢືມເງິນໃນວັນທີ 13 ກໍລະກົດ ຜ່ານມາ.
ມາເລເຊຍ ປັບປຸງແຮງຈູງໃຈດ້ານລົດ EV ເພື່ອເລັ່ງການຂະຫຍາຍສະຖານີສາກໄຟ

ມາເລເຊຍ ປັບປຸງແຮງຈູງໃຈດ້ານລົດ EV ເພື່ອເລັ່ງການຂະຫຍາຍສະຖານີສາກໄຟ

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ທ່ານ ຊິມຈືຊິນ ຮອງລັດຖະມົນຕີກະຊວງການລົງທຶນ, ການຄ້າ ແລະ ອຸດສາຫະກຳມາເລເຊຍໄດ້ເປີດເຜີຍວ່າ, ລັດຖະບານມາເລເຊຍກຳລັງປັບປຸງມາດຕະການຈູງໃຈເພື່ອເລັ່ງການເຕີບໂຕຂອງລະບົບນິເວດລົດໄຟຟ້າ (EV) ຂອງປະເທດ. ລວມທັງສົ່ງເສີມການເປີດພື້ນຖານໂຄງລ່າງດ້ານການສາກໄຟ ແລະ ສະໜັບສະໜູນການນຳໃຊ້ລົດໄຟຟ້າທີ່ກວ້າງຂວາງ. ໂດຍມາເລເຊຍມີເປົ້າໝາຍທີ່ຈະຕິດຕັ້ງສະຖານີສາກລົດໄຟຟ້າ 30,000 ແຫ່ງທົ່ວປະເທດພາຍໃນປີ 2030.
ເກືອບເຄິ່ງໜຶ່ງຂອງຜູ້ໃຫຍ່ອົສຕຣາລີໃຊ້ Gen AI

ເກືອບເຄິ່ງໜຶ່ງຂອງຜູ້ໃຫຍ່ອົສຕຣາລີໃຊ້ Gen AI

ຂ່າວຕ່າງປະເທດລາຍງານໃນທ້າຍອາທິດຜ່ານມາວ່າ: ມະຫາວິທະຍາໄລແຫ່ງຊາດອົສຕຣາລີ ແລະ ຄູ່ຮ່ວມງານຂອງຕົນໄດ້ເຜີຍແຜ່ບົດລາຍງານກ່ຽວກັບການນໍາໃຊ້ປັນຍາປະດິດ (AI) ໃນອົສຕຣາລີ, ໂດຍອີງໃສ່ການສຳຫຼວດຜູ້ໃຫຍ່ຫຼາຍກວ່າ 3,500 ຄົນ ແລະ ການສໍາພາດຜູ້ນໍາອົງກອນຕ່າງໆ ຊຶ່ງບົດລາຍງານຊີ້ໃຫ້ເຫັນວ່າເກືອບເຄິ່ງໜຶ່ງຂອງຜູ້ໃຫຍ່ອົສຕຣາລີໄດ້ໃຊ້ປັນຍາປະດິດທີ່ສ້າງສັນ (Generative AI), ໂດຍຫຼາຍຄົນລະບຸວ່າຊ່ວຍເພີ່ມປະສິດທິພາບໃນການເຮັດວຽກ ແລະ ການສຶກສາ.
3 ເດືອນ ມຽນມາສົ່ງອອກພືດຕະກຸນຖົ່ວຫຼາຍກວ່າ 1 ລ້ານໂຕນ

3 ເດືອນ ມຽນມາສົ່ງອອກພືດຕະກຸນຖົ່ວຫຼາຍກວ່າ 1 ລ້ານໂຕນ

ສຳນັກຂ່າວສານຊິນຮວາລາຍງານໃນທ້າຍອາທິດຜ່ານມາວ່າ: ສະມາຄົມຜູ້ຄ້າຂາຍພືດຕະກຸນຖົ່ວ, ໝາກຖົ່ວຝັກຍາວ, ສາລີ ແລະ ງາຂອງມຽນມາລາຍງານວ່າ, ການສົ່ງອອກພືດຕະກຸນຖົ່ວ, ໝາກຖົ່ວຝັກຍາວ, ສາລີ ແລະ ງາໃນໄລຍະສາມເດືອນທຳອິດຂອງປີງົບປະມານ 2026-2027 ຊຶ່ງເລີ່ມຕົ້ນໃນເດືອນເມສາ ສູງເກີນ 1 ລ້ານໂຕນ, ສ້າງລາຍຮັບໄດ້ຫຼາຍກວ່າ 538 ລ້ານໂດລາ.
ນະວັດຕະກຳດ້ານເຕັກໂນໂລຊີພະລັງງານໄຟຟ້າຂອງຈີນເປັນອັນດັບໜຶ່ງຂອງໂລກ

ນະວັດຕະກຳດ້ານເຕັກໂນໂລຊີພະລັງງານໄຟຟ້າຂອງຈີນເປັນອັນດັບໜຶ່ງຂອງໂລກ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍການວ່າ: ຫວ່າງມໍ່ໆມານີ້ ເວທີປຶກສາຫາລືການເມືອງຂັ້ນສູງກ່ຽວກັບການພັດທະນາແບບຍືນຍົງຂອງອົງການສະຫະປະຊາຊາດ ໄດ້ເຜີຍແຜ່ບົດລາຍງານຄົ້ນຄວ້າ "ຕົວຊີ້ວັດການພັດທະນາພະລັງງານໄຟຟ້າທົ່ວໂລກ (2026)".
ເສັ້ນ​ທາງ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ທີ່​ມີ​ເອ​ກະ​ລັກ​ຂອງ​ຈີນ

ເສັ້ນ​ທາງ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ທີ່​ມີ​ເອ​ກະ​ລັກ​ຂອງ​ຈີນ

ຈາກຖ້ຳຫີນເກົ່າແກ່ຮອດໂຮງງານທັນສະໄໝ, ຈາກເຂດພາກເໜືອທີ່ມີຫິມະ ແລະ ນ້ຳກ້ອນ ຮອດ ເມືອງແຄມນ້ຳທາງພາກແມ່ນ້ຳຢາງຊີກ້ຽງ, ຈີນກຳລັງບຸກເບີກເສັ້ນທາງພັດທະນາການທ່ອງທ່ຽວທີ່ມີເອກະລັກຂອງຕົນ, ສຳລັບການເຊື່ອມໂຍງວັດທະນະທຳກັບການທ່ອງທ່ຽວຢ່າງເລິກເຊິ່ງ, ແມ່ນສັນຍາລັກພົ້ນເດັ່ນທີ່ສຸດຂອງເສັ້ນທາງດັ່ງກ່າວ.
ຈຳນວນຜູ້ເສຍຊີວິດຍ້ອນພະຍາດອີໂບລາ ໃນກົງໂກ ເກີນ 500 ຄົນ

ຈຳນວນຜູ້ເສຍຊີວິດຍ້ອນພະຍາດອີໂບລາ ໃນກົງໂກ ເກີນ 500 ຄົນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 8 ກໍລະກົດ ຜ່ານມາວ່າ: ອົງການອະນາໄມໂລກ (WHO) ລາຍງານວ່າການລະບາດຂອງພະຍາດອີໂບລາ ສາຍພັນ Bundibugyo ໃນພາກຕາເວັນອອກຂອງສາທາລະນະລັດ ປະຊາທິປະໄຕ ກົງໂກ ຫຼື DR Congo ຍັງສືບຕໍ່ແຜ່ລະບາດ, ໂດຍຍັງບໍ່ສາມາດຢືນຢັນຂອບເຂດທີ່ແນ່ນອນຂອງການລະບາດໄດ້ ແລະ ສະຖານະການຍັງຄົງບໍ່ແນ່ນອນ.
ອາກາດຮ້ອນຮຸນແຮງ ສົ່ງຜົນກະທົບຕໍ່ສຸຂະພາບຈິດຂອງໄວໜຸ່ມ

ອາກາດຮ້ອນຮຸນແຮງ ສົ່ງຜົນກະທົບຕໍ່ສຸຂະພາບຈິດຂອງໄວໜຸ່ມ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 7 ກໍລະກົດ ຜ່ານມາວ່າ: ການສຶກສາທີ່ສຳຄັນທີ່ນຳພາໂດຍມະຫາ ວິທະຍາໄລຊິດນີຂອງອົສຕຣາລີ ຊຶ່ງໄດ້ຕີພິມໃນວາລະສານສະຖາບັນຈິດຕະແພດເດັກ ແລະ ໄວໜຸ່ມ ຂອງ ສະຫະລັດ ອາເມຣິກາ ເປີດເຜີຍວ່າ: ສະພາບອາກາດຮ້ອນຮຸນແຮງເຮັດໃຫ້ໄວໜຸ່ມສ່ຽງຕໍ່ການເຂົ້າໂຮງໝໍຍ້ອນບັນຫາສຸຂະພາບຈິດ ເພີ່ມຂຶ້ນຢ່າງຫຼວງຫຼາຍ, ສະທ້ອນໃຫ້ເຫັນເຖິງຄວາມກັງວົນດ້ານສາທາລະນະສຸກທີ່ເພີ່ມຂຶ້ນຈາກການປ່ຽນແປງຂອງດິນຟ້າອາກາດ. ທ່ານ ໄຊເບລ ເດ ນັກຈິດຕະແພດເດັກ ແລະ ໄວໜຸ່ມຈາກໂຮງໝໍເດັກຊິດນີ ໄດ້ກ່າວວ່າ: ການປ່ຽນແປງຂອງດິນຟ້າອາກາດກຳລັງສົ່ງຜົນກະທົບຕໍ່ສຸຂະພາບຈິດຂອງເດັກນ້ອຍ ແລະ ໄວໜຸ່ມໃນຫຼາຍດ້ານ.
ການເຕີບໂຕຂອງອຸດສາຫະກໍາທີ່ກ່ຽວຂ້ອງກັບປັນຍາປະດິດຂອງຈີນ ຈະບັນລຸຫຼາຍກວ່າ 30%

ການເຕີບໂຕຂອງອຸດສາຫະກໍາທີ່ກ່ຽວຂ້ອງກັບປັນຍາປະດິດຂອງຈີນ ຈະບັນລຸຫຼາຍກວ່າ 30%

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 8 ກໍລະກົດ ຜ່ານມາວ່າ: ຄະນະກຳມະການພັດທະນາ ແລະ ປະຕິຮູບແຫ່ງຊາດຈີນໄດ້ເປີດເຜີຍໃນວັນທີ 7 ກໍລະກົດ ຜ່ານມາວ່າ, ປີກາຍນີ້ ຍອດມູນຄ່າອຸດສາຫະກໍາທີ່ກ່ຽວຂ້ອງກັບປັນຍາປະດິດຂອງຈີນມີຫຼາຍກວ່າ 1,000 ຕື້ຢວນ, ອີງຕາມການຄາດຄະເນໃນເບື້ອງຕົ້ນ, ຈັງຫວະການເຕີບໂຕຂອງອຸດສາຫະກໍາດັ່ງກ່າວໃນປີນີ້ຈະບັນລຸຫຼາຍກວ່າ 30%.​ ພ້ອມດຽວກັນນີ້, ຈີນຈະຕິດຕາມຜົນສະທ້ອນຂອງປັນຍາປະດິດຕໍ່ການປະກອບອາຊີບ ເພື່ອຊຸກຍູ້ໃຫ້ປັນຍາປະດິດສ້າງອາຊີບໃໝ່ ແລະ ເພີ່ມຄວາມສາມາດໃຫ້ແກ່ອາຊີບດັ້ງເດີມ, ລວມເຖິງການສົ່ງເສີມການປະຍຸກໃຊ້ປັນຍາປະດິດໃນອາຊີບທີ່ “ອັນຕະລາຍ, ເປີະເປື້ອນ, ເໝື່ອຍ ແລະ ໜັກ” ເປັນບຸລິມະສິດ.
ເພີ່ມເຕີມ