ການສົ່ງອອກເຂົ້າສານ ຫວຽດນາມ ບັນລຸລະດັບສູງສຸດ

ການສົ່ງອອກເຂົ້າສານ ຫວຽດນາມ ບັນລຸລະດັບສູງສຸດ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນປີຜ່ານມາ, ການສົ່ງອອກເຂົ້າສານຂອງ ຫວຽດນາມ ບັນລຸ 8,13 ລ້ານໂຕນ ດ້ວຍມູນຄ່າ 4,7 ຕື້ໂດລາ ຊຶ່ງເປັນສະຖິຕິລະດັບສູງຂອງຂະແໜງເຂົ້າສານຫວຽດນາມ. ນີ້ແມ່ນໂຕເລກສະຖິຕິຫຼ້າສຸດຂອງກົມໃຫຍ່ພາສີ ທີ່ປະກາດໃນວັນທີ 12 ມັງກອນ ຜ່ານມາ. ເມື່ອທຽບໃສ່ປີ 2022, ການສົ່ງອອກເຂົ້າສານຂອງ ຫວຽດນາມ ເພີ່ມຂຶ້ນ 14,4% ກ່ຽວກັບປະລິມານ ແລະ 35,3% ກ່ຽວກັບຄຸນຄ່າ ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.  ຟີລິບປິນ ແມ່ນຕະຫຼາດນຳເຂົ້າເຂົ້າສານຫຼາຍທີ່ສຸດຈາກ ຫວຽດນາມ ໃນປີ 2023 ດ້ວຍປະລິມານ 3,1 ລ້ານກວ່າໂຕນ; ຖັດຈາກນັ້ນແມ່ນ ອິນໂດເນເຊຍ, ຈີນ ແລະ ການາ.
ຫວຽດນາມ ແມ່ນປະເທດຜະລິດເຂົ້າສານໃຫຍ່ອັນດັບທີ 5 ໃນໂລກ ແລະ ແມ່ນແຫຼ່ງສົ່ງອອກເຂົ້າໃຫຍ່ອັນດັບທີ 3 ໃນໂລກ (ໄລ່ຕາມປະລິມານ). ເຖິງວ່າຖືກຜົນກະທົບຈາກປະກົດການແອວນີໂຢ (El Nino) ແຕ່ປະລິມານສົ່ງອອກເຂົ້າຂອງ ຫວຽດນາມ ຍັງເພີ່ມຂຶ້ນຢ່າງກະໂດດຂັ້ນ. ຕາມບັນດາວິສາຫະກິດແລ້ວ, ການສົ່ງອອກເຂົ້າສານຂອງ ຫວຽດນາມ ເພີ່ມຂຶ້ນຢ່າງແຂງແຮງ ນັບແຕ່ລັດຖະບານ ອິນເດຍ ໄດ້ປະກາດໃຊ້ຄຳສັ່ງຫ້າມສົ່ງອອກເຂົ້າສານທີ່ບໍ່ແມ່ນເຂົ້າຂາວບາສມາຕິ (basmati)  ໃນເດືອນກໍລະກົດ ປີ 2023. ໄລ່ມາຮອດປັດຈຸບັນ, ຄຳສັ່ງຫ້າມດັ່ງກ່າວ ຍັງບໍ່ທັນໄດ້ຍົກເລີກເທື່ອ. ສະນັ້ນ, ການສົ່ງອອກເຂົ້າສານຂອງ ຫວຽດນາມ ໃນປີ 2024 ນີ້ ຈະມີສັນຍານຕັ້ງໜ້າຫຼາຍຢ່າງ.
 

ຄໍາເຫັນ

ຂ່າວຕ່າງປະເທດ

ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​​ລະ​ຫວ່າງ ອາ​ເມ​ຣິ​ກາ - ອີ​ຣານ​ ມີ​ຜົນ​ບັງ​ຄັບ​ໃຊ້

ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​​ລະ​ຫວ່າງ ອາ​ເມ​ຣິ​ກາ - ອີ​ຣານ​ ມີ​ຜົນ​ບັງ​ຄັບ​ໃຊ້

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 17 ມິ​ຖຸ​ນາຜ່ານມາ, ສະຫະລັດ ອາ​ເມ​ຣິ​ກາ ແລະ ອີ​ຣານ​ ໄດ້​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ໂດຍ​ຜ່ານ​ຮູບ​ແບບ​ທາງ​ໄກ.
ຫວຽດນາມ - ຣັດເຊຍ ເຊື່ອມຕໍ່ການຄ້າ ແລະ ການລົງທຶນ

ຫວຽດນາມ - ຣັດເຊຍ ເຊື່ອມຕໍ່ການຄ້າ ແລະ ການລົງທຶນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ຂອບ​ເຂດ​ການ​ໄປ​ປະ​ຕິ​ບັດ​ງານ​ຂອງ ​ທ່ານ ເລ​ມິງຮຶງ ນາ​ຍົ​ກ​ລັ​ດ​ຖະ​ມົນ​ຕີ ຫວຽດ​ນາມ ຢູ່​ສະ​ຫະ​ພັນ ຣັດ​ເຊຍ. ໃນວັນ​ທີ 17 ມິ​ຖຸ​ນາ ຜ່ານມາ, ສະ​ຫະ​ພັນການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ຫວຽດ​ນາມ (VCCI) ໄດ້​ສົມ​ທົບ​ກັບ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ສະ​ຫະ​ພັນ ຣັດ​ເຊຍ, ສະ​ມາ​ຄົມສົ່ງ​ອອກ - ນໍາ​ເຂົ້າ​ ສະ​ຫະ​ພັນ ຣັດ​ເຊຍ ແລະ ບໍ​ລິ​ສັດສາຍ​ການ​ບິນ Vietjet ໄດ້​ຈັດ​ລາຍ​ການ​ເຊື່ອ​ມ​ຕໍ່​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ. ໂດຍ​ການ​ເຂົ້າ​ຮ່ວມ​ຂອງ ​ທ່ານ​ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດນາມ ແລະ ການ​ນຳ​ຂັ້ນ​ສູງ 2 ປະ​ເທດ, ພ້ອມ​ກັບ​ວິ​ສາ​ຫະ​ກິດ ​ ຫວຽດ​ນາມ ແລະ ສະ​ຫະ​ພັນ ຣັດ​ເຊຍ 100 ກວ່າແຫ່ງ.
Fed ຮັກສາອັດຕາດອກເບ້ຍໄລຍະສັ້ນ ໄວ້ 3.50-3.75%

Fed ຮັກສາອັດຕາດອກເບ້ຍໄລຍະສັ້ນ ໄວ້ 3.50-3.75%

ຂ່າວຕ່າງປະເທດລາຍງານວ່າ: ທະນາຄານກາງສະຫະລັດ ອາເມຣິກາ (Fed) ໄດ້ອອກຖະແຫຼງການພາຍຫຼັງກອງປະຊຸມຄະນະກຳມະການນະໂຍບາຍການເງິນ (FOMC) ສຳເລັດ ໃນ 17 ມິຖຸນາ ຜ່ານມາ (ຕາມເວລາສະຫະລັດ ອາເມຣິກາ). FOMC ໄດ້ລົງຄະແນນສຽງ 12-0 ເພື່ອຮັກສາອັດຕາດອກເບ້ຍໄລຍະສັ້ນໄວ້ທີ່ 3.50-3.75%, ເພື່ອສະໜັບສະໜູນພາລະກິດ 2 ຂໍ້ ຂອງ Fed ຄື: ການຈ້າງງານເຕັມຮູບແບບ ແລະ ອັດຕາເງິນເຟີ້ທີ່ກ້າວໄປສູ່ເປົ້າໝາຍ 2%. ທັງນີ້, FOMC ຍັງໄດ້ຢືນຢັນເຖິງນະໂຍບາຍຂອງຕົນໃນການຮັກສາຄັງສຳຮອງໃຫ້ພຽງພໍໃນລະບົບທະນາຄານ.
ສິງກະໂປ ກຽມເປີດລະບົບການຊຳລະບັນຊີຄຳ ໃນທ້າຍປີ 2026

ສິງກະໂປ ກຽມເປີດລະບົບການຊຳລະບັນຊີຄຳ ໃນທ້າຍປີ 2026

ຂ່າວຕ່າງປະເທດລາຍງານ ໃນວັນທີ 16 ມິຖຸນາ ຜ່ານມາວ່າ: ທ່ານ ການ ກິມ ຢົງ ຮອງນາຍົກລັດຖະມົນຕີສິງກະໂປ ໄດ້ກ່າວໃນລະຫວ່າງກອງປະຊຸມໂລຫະທີ່ມີຄ່າປະຈຳພາກພື້ນອາຊີ-ປາຊີຟິກ ວ່າ: ຕະຫຼາດຫຼັກຊັບສິງກະໂປ (SGX) ຈະສ້າງຕັ້ງລະບົບການຊຳລະ ແລະ ຈັດສົ່ງຄຳແບບຊື້-ຂາຍຫຼັກຊັບນອກຕະຫຼາດ (OTC ) ສຳລັບ Loco Singapore ຫຼື ຄຳ ທີ່ເກັບໄວ້ໃນສິງກະໂປ, ໃນທ້າຍປີ 2026. ໂດຍມີຈຸດປະສົງເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ສິງກະໂປໃນຖານະເປັນສູນກາງການຊື້-ຂາຍຄຳໃນພາກພື້ນ.
ກອງປະຊຸມສຸດຍອດ ອາຊຽນ - ຣັດເຊຍ ສ້າງໂອກາດການຮ່ວມມື ອາຊຽນ - ຣັດເຊຍ

ກອງປະຊຸມສຸດຍອດ ອາຊຽນ - ຣັດເຊຍ ສ້າງໂອກາດການຮ່ວມມື ອາຊຽນ - ຣັດເຊຍ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ກອງປະຊຸມສຸດຍອດ ອາຊຽນ - ຣັດເຊຍ ປີ 2026 ເປີດຂຶ້ນຢ່າງເປັນທາງການໃນວັນທີ 17 ມິຖຸນາ ຜ່ານມາ ຢູ່ນະຄອນຄາຊານ ສະຫະພັນ ຣັດເຊຍ, ໄດ້ສ້າງຂີດໝາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ອາຊຽນ ແລະ ສະຫະພັນ ຣັດເຊຍ ຄົບຮອບ 35 ປີ (1991 – 2026).
ເຄິ່ງຫຼັງຂອງປີ 2026 ແອວນີໂຢຈະຮຸ່ນແຮງທີ່ສຸດໃນຮອບ 70 ປີ

ເຄິ່ງຫຼັງຂອງປີ 2026 ແອວນີໂຢຈະຮຸ່ນແຮງທີ່ສຸດໃນຮອບ 70 ປີ

ຂ່າວຕ່າງປະເທດລາຍງານໃນວັນທີ 16 ມິຖຸນາ ຜ່ານມາວ່າ: ສຳນັກງານອຸຕຸນິຍົມວິທະຍາອົສຕຣາລີໄດ້ເຕືອນວ່າ,ປະກົດການແອວນີໂຢ ໄດ້ເກີດຂຶ້ນແລ້ວໃນມະຫາສະໝຸດປາຊີຟິກເຂດຮ້ອນ ແລະ ອາດຈະຮຸນແຮງຂຶ້ນໃນເຄິ່ງຫຼັງຂອງປີ 2026 ຈົນກາຍເປັນຄັ້ງທີ່ຮຸ່ນແຮງທີ່ສຸດຄັ້ງໜຶ່ງໃນຮອບ 70 ປີ.
ແຜ່ນດິນໄຫວຮຸນແຮງຢູ່ພາກໃຕ້ຂອງຟິລິບປິນສົ່ງຜົນກະທົບຕໍ່ປະຊາຊົນ 1,380,000 ຄົນ

ແຜ່ນດິນໄຫວຮຸນແຮງຢູ່ພາກໃຕ້ຂອງຟິລິບປິນສົ່ງຜົນກະທົບຕໍ່ປະຊາຊົນ 1,380,000 ຄົນ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 17 ມິຖຸນາ ຜ່ານມາວ່າ: ຄະນະກຳມະການຄຸ້ມຄອງ ແລະ ຫຼຸດຜ່ອນຄວາມສ່ຽງຈາກໄພພິບັດແຫ່ງຊາດຟີລິບປິນປະກາດບົດລາຍງານວ່າ:
ວິໄສທັດ 100 ປີຕໍ່ໜ້າຂອງຫວຽດນາມ ຕ້ອງສືບຕໍ່ສະແດງຄວາມຄາດຫວັງການພັດທະນາຂອງຊາດ

ວິໄສທັດ 100 ປີຕໍ່ໜ້າຂອງຫວຽດນາມ ຕ້ອງສືບຕໍ່ສະແດງຄວາມຄາດຫວັງການພັດທະນາຂອງຊາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 17 ມິຖຸນາ ຜ່ານມາ ຢູ່ສຳນັກງານສູນກາງພັກ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ປະທານປະເທດ ຫວຽດນາມ ໄດ້ເຮັດວຽກກັບຄະນະປະຈຳຄະນະຊີ້ນຳສະຫຼຸບ 100 ປີ ພັກນຳພາການປະຕິວັດ ຫວຽດນາມ (1930 – 2030), ກຳນົດທິດນຳພາພັດທະນາປະເທດໃນ 100 ປີຕໍ່ໜ້າ (2030 – 2130) ແລະ ສະຫຼຸບ 40 ປີແຫ່ງການປະຕິບັດໂຄງການສ້າງສາປະເທດຊາດໃນໄລຍະກ້າວຂຶ້ນລັດທິສັງຄົມນິຍົມ.
ຄຳ​ຖາມ-​ຕອບ ຢູ່ກ້ອງ​ຮົ່ມ​ຕົ້ນ​ຫວຍ​ບູ​ຮານ ​ທີ່ສ່ອງ​ແສງ​ເຖິງ​ຈິດໃຈ​ເພື່ອ​ປະ​ຊາ​ຊົນ

ຄຳ​ຖາມ-​ຕອບ ຢູ່ກ້ອງ​ຮົ່ມ​ຕົ້ນ​ຫວຍ​ບູ​ຮານ ​ທີ່ສ່ອງ​ແສງ​ເຖິງ​ຈິດໃຈ​ເພື່ອ​ປະ​ຊາ​ຊົນ

ການ​ສ້າງ​ ແລະ ຈັດ​ຕັ້ງປະ​ຕິ​ບັດ​ທັດ​ສະ​ນະ​ອັນ​ຖືກ​ຕ້ອງ​ກ່ຽວ​ກັບ​ຜົນ​ງານ​ການ​ບໍ​ລິ​ຫານເປັນ​ຫົວ​ຂໍ້​ຄົ້ນ​ຄວ້າ​ຕະ​ຫຼອດ​ຊີ​ວິດ​ສຳ​ລັບ​ພະ​ນັກ​ງານ​ສະ​ມາ​ຊິກ​ພັກ​ກອມ​ມູ​ນິດ​ຈີນ. ທັດ​ສະ​ນະ​ອັນ​ຖືກ​ຕ້ອງ​ກ່ຽວ​ກັບ​ຜົນ​ງານ​ການ​ບໍ​ລິ​ຫານ​ແມ່ນ​ຫຍັງ? ຄວນ​ສ້າງ​ຜົນ​ງານ​ການ​ບໍ​ລິ​ຫານ​ເພື່ອ​ປະ​ຊາ​ຊົນ​ຄືແນວ​ໃດ? ການ​ຕັ້ງ​ຄຳ​ຖາມ​ກ່ຽວ​ກັບ​ຕົ້ນ​ຫວຍ​​ບູ​ຮານ​ຂໍ້​ໜຶ່ງ​ໃນ​ຕົ້ນ​ຊຸມ​ປີ 1980 ແມ່ນ​ໄດ້​ໃຫ້​ຄຳ​ຕອບ​ທຳ​ອິດ.
ກອງປະຊຸມສຸດຍອດຜູ້ນຳບໍລິສັດຂ້າມຊາດຊິງຕາວ ຄັ້ງທີ 7

ກອງປະຊຸມສຸດຍອດຜູ້ນຳບໍລິສັດຂ້າມຊາດຊິງຕາວ ຄັ້ງທີ 7

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 15 ມິ​ຖຸ​ນາ ຜ່ານມາ​ນີ້, ກອງ​ປະ​ຊຸມ​ສຸດຍອດ​ຜູ້​ນຳ​ບໍ​ລິ​ສັດ​ຂ້າມ​ຊາດ​ຊິງ​ຕາວ​ ຄັ້ງ​ທີ 7 ໄດ້​ຈັດ​ຂຶ້ນ​ຢູ່​ສູນ​ປະ​ຊຸມ​ສາ​ກົນ​ ນ​ະ​ຄອນ​ຊິ​ຕາວ ແຂວງ​ຊ່ານ​ຕົ່ງ​ ຂອງ​ຈີນ.
ເພີ່ມເຕີມ