ການຕຳໜິສົ່ງຂ່າວ ຄືແວ່ນແຍງ ທີ່ປະເສີດ

ການຕຳນິສົ່ງຂ່າວ ຄືແວ່ນແຍງທີ່ປະເສີດ

ໂດຍຣັດສະໝີ ດວງສັດຈະ. ການຕຳນິຕິຊົມ ຫຼື ການສົ່ງຂ່າວ ເຊິ່ງກັນ ແລະ ກັນ ມີບົດບາດສຳຄັນຫຼາຍ ໃນລະບົບການເມືອງປະຊາທິປະໄຕ ປະຊາຊົນ ພາຍໃຕ້ການນຳພາຂອງພັກ ອັນໄດ້ກາຍເປັນຫົວຂໍ້ທີ່ສຳຄັນ ໃນລະບອບສ່ອງແສງລາຍງານ ໂດຍຖືເອົາການຕຳນິຕິຊົມ ເປັນແວ່ນແຍງທີ່ໃສແຈ້ງ, ເປັນກະຈົກສ່ອງເງົາ-ສ່ອງເຮົາ ຫຼື ເປັນມະໂຫສົດ ທີ່ຄອຍປ້ອງກັນແລະປິ່ນປົວພະຍາດ ແນວຄິດທີ່ຜິດເຂວອອກຈາກລະບຽບກົດໝາຍ, ວັດທະນະທຳ,ຈັນຍາບັນ-ຈັນຍາທຳ...

ຫາກເວົ້າໃຫ້ຖືກແທ້, ການຕຳນິຕິຊົມ ເປັນບັນຫາທີ່ດີໃຫ້ແກ່ບັ້ນດຳເນີນຊີວິດການເມືອງ ປັບປຸງພາຍໃນພັກ, ລັດ, ອົງການຈັດຕັ້ງມະຫາຊົນ, ພາກສັງຄົມ-ເອກະຊົນ, ປະຊາຊົນ ແລະ ສະຖາບັນຄອບຄົວ ຊຶ່ງເປັນໃຈກາງໃນການສຶກສາອົບຮົມການເມືອງແນວຄິດ, ເປັນການສ້າງຄົນ, ບໍ່ມີມະນຸດຄົນໃດ ທີ່ຈະດີເລີດທຸກຢ່າງ,ຈະບໍ່ມີໃຜ ທີ່ບໍ່ມີຄວາມຜິດພາດ ແລະສຳຄັນ ຕໍ່ຜູ້ທີ່ກະທຳຜິດ ຈະຈິງໃຈປັບປຸງແກ້ໄຂ ຫຼື ຈະຮັບເອົາການຕຳນິກໍ່ສ້າງນັ້ນ ຫຼື ບໍ? ແຕ່ຕຳນິຢ່າງໃດ ເພື່ອໃຫ້ບຸກຄົນທີ່ກະທຳຜິດຮັບເອົາແບບເຕັມໃຈ, ຄວນມີຮູບການ-ວິທີການ ທີ່ສົມເຫດສົມຜົນ, ທັງນີ້ ກໍເພື່ອກັ່ນກອງ ແຕ່ບໍ່ແມ່ນກັ້ນແກ້ງ ຫຼື ໂຄ່ນລົ້ມໂຈມຕີ, ອາຄາດບາດໝາງກັນ, ຄວນເອົາຄວາມຈິງມາເວົ້າກັນ, ເວົ້າຢ່າງມີສິລະປະ ແລະຕ້ອງເບິ່ງຄົນໆນັ້ນ ມັກເວົ້າໃນວົງກວ້າງ ຫຼື ວົງແຄບ, ຖ້າກຳແນວຄິດກັນບໍ່ໄດ້ ຍິ່ງເຮັດໃຫ້ບໍ່ມີຄວາມສາມັກຄີ ກ້າວໄປເຖິງຂາດຄວາມບໍ່ສະຫງົບໃນໜ່ວຍງານ ຫຼື ກົມກອງ.

ແຕ່ໃນຄວາມເປັນຈິງການຕຳນິ ແນໃສ່ປົດປ່ອຍຄວາມຄິດ-ພຶດຕິກຳ ທີ່ບໍ່ຖືກຕ້ອງອອກໄປ, ຮັບປະກັນການເຮັດສຳເລັດໜ້າທີ່ວຽກງານ; ດັ່ງພະນັກງານປະຕິວັດຮຸ່ນກ່ອນເຄີຍສັ່ງສອນວ່າ: “ຂີ້ໝິ່ນໝໍ້ຕິດໜ້າແມ່ນບໍ່ຮູ້ ຖ້າໝູ່ບໍ່ບອກ“ ແຕ່ບັນຫານີ້ ພະນັກງານຮຸ້ນໃໝ່ຄວນໃສ່ໃຈ ເຮັດຢ່າງໃດບົວບໍ່ໃຫ້ຊໍ້າ ນໍ້າບໍ່ໃຫ້ຂຸ້ນ ໃຫ້ທຸກຄົນຫັນປ່ຽນໄປສູ່ສິ່ງທີ່ດີ; ສຳລັບວຽກນີ້ ສະໄໝສົງຄາມ ເພິ່ນຖືສຳຄັນຫຼາຍໃນການດຳເນີນຊີວິດການເມືອງ ແມ່ນໄດ້ຈິງໃຈຕຳນິຕົນເອງ ແລະ ໝູ່ສະຫາຍ ຈົນເຮັດໃຫ້ຜູ້ຖືກຕຳໜິດີໃຈຈົນນໍ້າຕາໄຫຼ ແລະຍອມປ່ຽນແປງ ກາຍເປັນອ້າຍນ້ອງກອດຄໍກັນຈັບປືນໄລ່ຕີສັດຕູຈົນມີໄຊ.

ຈັ່ງໃດກໍຕາມ, ບັນຫາການຕຳນິຕິຊົມຍັງມີຄຸນຄ່າ ເປັນສິ່ງຈຳເປັນສຳລັບພະນັກງານ ໂດຍສະເພາະໃນຍຸກກົນໄກເສດຖະກິດຕະຫຼາດ ຍິ່ງເລັ່ງທວງໃຫ້ຖັນແຖວພະນັກງານເພີ່ມທະວີການເມືອງແນວຄີດ ໃຫ້ສູງຂຶ້ນ ໂດຍສະເພາະ ໃນຂະນະນີ້ກໍຢູ່ທ່າມກາງການດຳເນີນກອງປະຊຸມທ້າຍສະໄໝ ແລະສູ່ກອງປະຊຸມໃຫຍ່ອົງຄະນະພັກກະຊວງ/ແຂວງ ແລະກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ XII ຂອງພັກ, ການດຳເນີນຊີວິດການເມືອງ ຕ້ອງໄດ້ເຮັດຢ່າງຕັ້ງໜ້າ, ຊອກໃຫ້ໄດ້ຜົນງານທີ່ພົ້ນເດັ່ນ, ຊອກໃຫ້ເຫັນຂໍ້ຄົງຄ້າງ ແລ້ວນຳມາແກ້ໄຂຢ່າງທັນການ, ແຕ່ສິ່ງສຳຄັນຕ້ອງສ້າງຂະບວນການໃຫ້ເກີດຂຶ້ນ ມີວຽກດີຄົນເດັ່ນ, ກົມກອງເຂັ້ມແຂງ ແລະ ບໍ່ຄວນເຮັດແບບມ້າມແປະພຸງ, ເອົາອົກເອົາໃຈກັນ ເພາະຊິຕຳນິໝູ່ ກໍຢ້ານໝູ່ຊັດກັບຄືນ ຫຼື ວ່າຂີ່ຢ້ານໝູ່ບໍ່ປ່ອນບັດເທຄະແນນໃຫ້.

ສຳລັບບົດລາຍງານຕ້ອງເປັນຈິງ, ຢ່າລາຍງານແບບດອກໄມ້ ເພາະຜ່ານມາແມ່ນມີແຜ່ຫຼາຍ ລູກນ້ອງຕົວະນາຍ-ຂັ້ນລຸ່ມຕົວະຂັ້ນເທິງ, ອັນໃດກໍດີ, ວຽກໃດກໍເຮັດໄດ້, ບາງບ່ອນ ມີຄົນເສຍທາດຂາດຄຸນ, ແຕ່ມັກລູບແຂ່ງເລຍຂາ, ບາງວິສາຫະກິດກຳລັງໃສ່ອົກຊີ ຍ້ອນຫຼຸບທຶນ; ແຕ່ເງິນເດືອນ-ສະຫວັດດີການນາຍ ພັດຢູ່ປາຍຕານ, ບາດຍ້ອງຍໍ ກໍໄດ້ຮັບຫຼຽນໄຊ-ຫຼຽນກາ...ຊາບລາບ, ແຕ່ຜົນງານ ພັດບໍ່ມີອີສັງ.

ພ້ອມກັນນັ້ນ, ສິ່ງທີ່ຄວນເຮັດເປັນປະຈຳ ກໍຕ້ອງຕັ້ງໜ້າຕຳນິກໍ່ສ້າງຢ່າງເອົາຈິງເອົາຈັງ, ຕຳນິໃຫ້ຖືກບ່ອນຜິດ, ເກົາໃຫ້ຖືກບ່ອນຄັນ, ບໍ່ປົກປ້ອງຜູ້ກະທຳຜິດ ຕ້ອງກ້າຫານປາບພະຍາດເອົາຄົນ ຢ່າຄິດວ່າ ຕຳນິນາຍພາຍຖົງໜີ ຫຼື ຕຳນິນາຍຕາຍທັງຢືນ, ແຕ່ດຽວນີ້ພັດມີຄຳສັບໃໝ່ເກີດຂຶ້ນ: ຕຳນິນາຍ ຕ້ອງແຊ່ແຂງ.

ບາງບັນຫາທີ່ກ່າວມານີ້, ມັກເກີດຂຶ້ນຢູ່ລະບອບສັງຄົມສັກດິນາ ຫຼື ນາຍທຶນພຸ້ນ ແມ່ນແຕ່ເບິ່ງໜ້າກໍມີເລື່ອງ, ຖ້າໄປເວົ້າວ່າເພິ່ນກໍຮັບອັນຕະລາຍໂລດລະ; ແຕ່ພາຍໃຕ້ລະບອບໃໝ່ຂອງພວກເຮົາຄົງຈະບໍ່ມີ, ຫາກມີກໍຈະໜ້ອຍ ເພາະແນວທາງຂອງພັກ, ລັດ ໄດ້ປົກປ້ອງ ແລະຖືສຳຄັນບັນຫາການຕຳນິຕິຊົມ, ຫາກບຸກຄົນໃດບໍ່ຮັບ ຫຼື ບໍ່ປ່ຽນແປງ, ກົງກັນຂ້າມ ຍັງມີຄວາມອາດຄາດບາດໝາງ ຕໍ່ຜູ້ຕໍານິກໍຊໍ່າກັບວ່າວາງລະເບີດເວລາໃສ່ຕົນເອງ ເພາະເປັນການລະເມີດລະບຽບພັກ-ກົດໝາຍບ້ານເມືອງ, ມັກ ຫຼື ບໍ່ ກົມກອງ ທີ່ກ່ຽວຂ້ອງອາດຈະພິຈາລະນາ ຕໍ່ບຸກຄົນນັ້ນໆ ຕາມຄວາມເໝາະສົມ ເພາະທຸກຄົນຢູ່ພາຍໃຕ້ກົດ ໝາຍດຽວກັນ.

ການຕຳນິຕິຊົມ ເນື້ອແທ້ແມ່ນການຂູດເກົາເຜົາລ້າງຈຸດອ່ອນ, ຂໍ້ກະທຳຜິດ ທີ່ເກີດຂຶ້ນໃນຕົວບຸກ ຄົນ ແລະອົງກອນໃຫ້ໝົດໄປ, ເມື່ອເປັນເຊັ່ນນັ້ນໃນສະພາບການໃໝ່ ຈຶ່ງເລັ່ງທວງໃຫ້ທຸກຄົນ ໃນສັງຄົມຕ້ອງຍອມຮັບເອົາການຕໍານິກໍ່ສ້າງຢ່າງຈິງໃຈ, ໃນການຕຳນິຕິຊົມ ເມື່ອກ່ອນເຄີຍເວົ້າວ່າ: ຂູດເກົາເຜົາລ້າງຈຸດອ່ອນ ຄວບຄູ່ກັບວຽກອື່ນຊຶ່ງໄດ້ໃຊ້ເວລາຮໍ່າຮຽນຫຼາຍມື້ ລວມກັນແລ້ວ ປີໜຶ່ງຈະໄດ້ 2-3 ເດືອນ ເພື່ອເຮັດໃຫ້ພະນັກງານ ມີຄຸນທາດການເມືອງໜັກແໜ້ນ, ດຳລົງຊີວີດປອດໃສ, ມີຄວາມຈົ່ງຮັກພັກດີ ແລະເຊື່ອໝັ້ນຢ່າງຕາຍໃຈຕໍ່ການນຳພາຂອງພັກ, ເປັນແບບຢ່າງໃນການປະຕິບັດໜ້າທີ່, ມີຄວາມຊື່ສັດໂປ່ງໃສ, ມີນໍ້າໃຈປະຢັດ, ມີຄວາມອົດທົນ, ນັບຖືກົດລະບຽບຂອງອົງກອນ-ກົດໝາຍບ້ານເມືອງ ແລະ ໄດ້ກາຍເປັນມູນເຊື້ອ, ເປັນໜຶ່ງໃນຫົວບົດຂອງບັ້ນດຳເນີນຊີວິດການເມືອງໃນແຕ່ລະຄັ້ງ, ຖ້າກົມກອງ, ໜ່ວຍ ແລະບຸກຄົນໃດຫາກຖືເບົາ ຕໍ່ການຕຳນິຕິຊົມກໍຊໍ່າກັບວ່າ: ນຳພາກົມກອງ ຫຼື ຕົນເອງໄປສູ່ຄວາມຫຼ້າຫຼັງຢ່າງແນ່ນອນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

81 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການທູດລາວ  ​(ເນື່ອງ​ໃນ​ໂອກາດ ຄົບຮອບ 81 ປີ ວັນ​ການ​ທູດ​ລາວ: 12 ຕຸລາ 1945-12 ຕຸລາ 2026)

81 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການທູດລາວ ​(ເນື່ອງ​ໃນ​ໂອກາດ ຄົບຮອບ 81 ປີ ວັນ​ການ​ທູດ​ລາວ: 12 ຕຸລາ 1945-12 ຕຸລາ 2026)

ວັນການທູດລາວ 12 ຕຸລາ 1945 ແມ່ນກົງກັບວັນປະກາດເອກະລາດໂຮມລາວທີ່ເຮັດໃຫ້ປະຊາຄົມໂລກຮັບຮູ້ເຖິງອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດລາວ, ເປັນວັນແຫ່ງຄວາມພາກພູມໃຈຂອງປະຊາຊົນລາວບັນດາເຜົ່າກໍຄືວັນປະກາດເອກະລາດຄັ້ງທໍາອິດຂອງປະເທດລາວຊຶ່ງເປັນການໄຂສັງກາດໃໝ່ທີ່ໄດ້ເຮັດໃຫ້ປະຊາຄົມສາກົນຮັບຮູ້ຄວາມເປັນເອກະລາດຂອງລາວທີ່ບໍ່ເຄີຍຖືກຮັບຮູ້ມາເປັນເວລາຫຼາຍຮ້ອຍປີເນື່ອງຈາກເປັນຫົວເມືອງຂຶ້ນຂອງຈັກກະພັດຜູ້ຮຸກຮານ. ໄຊຊະນະດັ່ງ ກ່າວນັ້ນແມ່ນໝາກຜົນແຫ່ງການຕໍ່ສູ້ດ້ວຍກໍາລັງປະກອບອາວຸດ ແລະ ການຕໍ່ສູ້ທາງການເມືອງຂອງລັດຖະບານລາວອິດສະຫຼະ ດ້ວຍການນໍາໃຊ້ວີທີທາງການທູດຢ່າງຕັ້ງໜ້າຜ່ານການໄກ່ເກ່ຍເຈລະຈາແລະ ອາໄສປັດໄຈທີ່ເອື້ອອໍານວຍຈາກພາຍນອກ ຊຶ່ງມີບົດບາດອັນສໍາຄັນຕໍ່ການປະກາດເອກະລາດ ແລະ ຕໍ່ຕ້ານກໍາລັງຂອງສັດຕູໃນໄລຍະນັ້ນ.
ຄຕພ ເຊື່ອມຊຶມເອກະສານສໍາຄັນ ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ

ຄຕພ ເຊື່ອມຊຶມເອກະສານສໍາຄັນ ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ

ໃນວັນທີ 12 ຕຸລານີ້, ທີ່ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມມູນເຊື້ອວັນປະກາດເອກະລາດ ແລະ ວັນການທູດລາວ ຄົບຮອບ 81 ປີ (12/10/1945 - 12/10/2026) ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ ໂດຍການເປັນປະທານຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ເລຂາຄະນະພັກ ຫົວໜ້າ ຄຕພ, ມີບັນດາສະຫາຍຄະນະນໍາ ຄຕພ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ ຄຕພ ເຂົ້າຮ່ວມ.
ປກສ ເມືອງທຸລະຄົມ ດໍາເນີນຊີວິດການເມືອງ ປະຈໍາປີ 2026

ປກສ ເມືອງທຸລະຄົມ ດໍາເນີນຊີວິດການເມືອງ ປະຈໍາປີ 2026

ໃນວັນທີ 9 ຕຸລາ 2026 ນີ້, ຢູ່ທີ່ຫ້ອງປະຊຸມກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງທຸລະຄົມ ແຂວງວຽງຈັນ ໄດ້ເປີດບັ້ນດໍາເນີນຊີວິດການເມືອງປະຈໍາປີ 2026 ໂດຍການເປັນປະທານຂອງສະຫາຍ ພັທ ສິນນະຄອນ ແສງສັກດາ ຄະນະປະຈໍາພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງທຸລະຄົມ, ມີຄະນະພັກ-ຄະນະບັນຊາ, ເລຂາໜ່ວຍພັກ, ສະມາຊິກພັກພາຍໃນພະແນກ ແລະ ກຸ່ມບ້ານເຂົ້າຮ່ວມ.
ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ໄດ້ຮັບເຄື່ອງອຸປະໂພກ-ບໍລິໂພກ

ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ໄດ້ຮັບເຄື່ອງອຸປະໂພກ-ບໍລິໂພກ

ເມື່ອບໍ່ດົນມານີ້ ທີ່ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ, ໄດ້ມີພິທີ ມອບ-ຮັບ ເຄື່ອງອຸປະໂພກ-ບໍລິໂພກ ,ໃຫ້ກຽດມອບໂດຍ ທ່ານ ສົງການ ສີວົງໄຊ ປະທານກຸ່ມຄອບຄົວ ຊຸບເປີ ໄບ້ ລາວ, ທ່ານ ຄຳນ້ອຍ ພະພັກພົມມະຈັນ ປະທານສອງລໍ້ ນະຄອນຫຼວງວຽງຈັນ ພ້ອມດ້ວຍ ແລະ ຕາງໜ້າຮັບໂດຍ ທ່ານ ນາງ ຈັນສະໝອນ ຜາງທະວົງ ຮອງຜູ້ອຳນວຍການໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ມີບັນດາຄູ-ອາຈານ, ນັກຮຽນທີ່ມີບັນຫາດ້ານການໄດ້ຍິນ ແລະ ສາຍຕາ ເຂົ້າຮ່ວມ.
ທະນາຄານແຫ່ງ ສປປ ລາວ ມອບເງິນ 100 ລ້ານກີບ ຊ່ວຍເຫຼືອບັນເທົາໄພນໍ້າຖ້ວມແຂວງຄຳມ່ວນ

ທະນາຄານແຫ່ງ ສປປ ລາວ ມອບເງິນ 100 ລ້ານກີບ ຊ່ວຍເຫຼືອບັນເທົາໄພນໍ້າຖ້ວມແຂວງຄຳມ່ວນ

ວັນທີ 7 ຕຸລາ 2026 ທີ່ສະພາແຫ່ງຊາດ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ມອບເງິນຈຳນວນ 100 ລ້ານກີບ ໃຫ້ແຂວງຄຳມ່ວນ ເພື່ອສົມທົບຊ່ວຍເຫຼືອ ແລະ ບັນເທົາຄວາມເດືອດຮ້ອນແກ່ປະຊາຊົນຜູ້ປະສົບໄພນ້ຳຖ້ວມ.
ໜ່ວຍສີລະປະສະມັກຫຼິ້ນ​ກອງພົນທີ 2 ສະແດງ​ສີລະປະ ​ຊົມເຊີຍ​ວັນສ້າງຕັ້ງ​ກອງພົນທີ​ 2​ ຄົບຮອບ​ 45​ ​ປີ​

ໜ່ວຍສີລະປະສະມັກຫຼິ້ນ​ກອງພົນທີ 2 ສະແດງ​ສີລະປະ ​ຊົມເຊີຍ​ວັນສ້າງຕັ້ງ​ກອງພົນທີ​ 2​ ຄົບຮອບ​ 45​ ​ປີ​

ໃນຄໍ່າຄືນຂອງ​ວັນທີ 6​-​7 ຕຸລາ​ 2026, ໜ່ວຍສີລະປະສະມັກຫຼິ້ນກອງພົນທີ 2 ໄດ້ສະແດງຮັບໃຊ້ໃນໂອກາດ​ກອງພົນທີ​ 2​ ພວມຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງພົນທີ 2 ຄົບຮອບ 45 ປີ ໂດຍມີສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ຫົວໜ້າການເມືອງກອງພົນທີ 2 ພ້ອມດ້ວຍຄະນະ,​ ມີພະນັກງານ​-ນັກຮົບ​ ແລະ​​ປະຊາຊົນ​ບັນດາ​ເຜົ່າ​ ເຂົ້າຮ່ວມຮັບຊົມ.
ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ ດີໃຈທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນອາຊຽນ ປີ​ 2026​

ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ ດີໃຈທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນອາຊຽນ ປີ​ 2026​

ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ​ ສະມາຊິກສະມາຄົມນັກທຸລະກິດແມ່ຍິງແຂວງຈໍາປາສັກ​ ເປັນ​ 1​ ໃນ​ 4​ ນັກທຸລະກິດແມ່ຍິງແຂວງຈໍາປາສັກ ທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນ​ ອາຊຽນ ຫຼື​ ASEAN Entrepreneurs​ Women Award ປີ​ 2026​ ເຊິ່ງຈັດຂຶ້ນ​ໂດຍເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ ຫຼື​ ASEAN Women Entrepreneurs Network. ພິທີມອບ​ -​ ຮັບ ລາງວັນດັ່ງກ່າວ​ ຈັດຂຶ້ນ​ໃນວັນທີ 2 ຕຸລາ 2026 ທີ່ຜ່ານມາ ຢູ່ໂຮງແຮມ ອາມາລີ​ນະຄອນຫຼວງວຽງຈັນ ສປປ ລາວ.​ ໃຫ້ກຽດ​ມອບໂດຍ​ ທ່ານ​ ມະໄລທອງ ກົມທະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ​ ການຄ້າ.
ການພັດທະນາ ເສດຖະກິດ-ສັງຄົມ ຢູ່ເມືອງໂຂງ

ການພັດທະນາ ເສດຖະກິດ-ສັງຄົມ ຢູ່ເມືອງໂຂງ

​ ວັນທີ 7 ຕຸລາ 2026, ທ່ານ ວິໄຊ ສັນຕິວົງ ຮອງຫົວໜ້າສູນສະຖິຕິແຫ່ງຊາດກະຊວງການເງິນ ພ້ອມດ້ວຍ ທ່ານ ນາງ ດຸງດ່ວນ (Dung Doan) ນັກເສດຖະກິດອາວຸໂສ ຈາກທະນາຄານໂລກ ແລະ ຄະນະນໍາ-ຊ່ຽວຊານຈາກສູນກາງ ແລະ ແຂວງ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງໂຂງ, ແຂວງຈໍາປາສັກ. ໂດຍໃຫ້ການຕ້ອນຮັບຂອງ ທ່ານ ຈັນທະນົງສິນ ຈັນທະພິມ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງໂຂງ, ມີຫົວໜ້າຫ້ອງການການເງິນເມືອງ,ຫົວໜ້າຫ້ອງວ່າການເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ກົມປ່າໄມ້, ກະຊວງກະສິກໍາ ແລະ ສີ່ງແວດລ້ອມ ຮ່ວມກັບ ບໍລິສັດ ເຈເອັດສ໌ເຄ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ສຶກສາຄວາມເປັນໄປໄດ້ ເພື່ອພັດທະນາສ່ວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍໃຫ້ເປັນພືຶ້ນທີ່ສີຂຽວ ແລະ ປົກປັກຮັກສາປ່າໄມ້ທໍາມະຊາດໃນເນື້ອທີ່ 100 ເຮັກຕາ.
ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ເມືອງຊານໄຊ ແຂວງອັດຕະປື ໄດ້ເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ໃຫ້ແກ່ພະນັກງານຂັ້ນຕາແສງ, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່ ເມືອງ​ຊານ​ໄຊໂດຍການເປັນປະທານຂອງທ່ານ ທະນູໄຊ ບັນຊາລິດ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີຄະນະພັກ, ຄະນະນໍາຂອງແຂວງ, ເມືອງ, ພ້ອມດ້ວຍ ວິທະຍາກອນ ແລະ ສຳມະນາກອນຈາກ 4 ຕາແສງຂອງເມືອງຊານໄຊ ປະກອບມີ: ຕາແສງວັງຕັດ, ຕາແສງກອງນາ, ຕາແສງນ້ຳຊຸ ແລະ ຕາແສງຄຳເບໄຊເຂົ້າຮ່ວມ.
ເພີ່ມເຕີມ