ວັນສື່ມວນຊົນແລະການພິມຈໍາໜ່າຍຄົບຮອບ 74 ປີ

ການເຕີບໃຫຍ່ຂະຫຍາຍຕົວຂອງໜັງສືພິມພາສາຕ່າງປະເທດ

ການເຕີບໃຫຍ່ຂະຫຍາຍຕົວຂອງໜັງສືພິມພາສາຕ່າງປະເທດ
ໂດຍ: ບຸນຕອມ ໃນໂອກາດວັນສື່ມວນຊົນແລະການພິມຈໍາໜ່າຍຄົບຮອບ 74 ປີທີ່ໃກ້ຈະໝູນວຽນມາເຖິງນີ້ ວັນທີ 13 ສິງຫາເປັນວັນທີ່ມີຄວາມໝາຍ-ຄວາມສຳຄັນທາງປະຫວັດສາດຂອງຊາດ, ຂອງພັກ, ຂອງການປະຕິວັດແລະຂອງປະຊາຊົນລາວບັນດາເຜົ່າ, ເປັນວັນສ້າງຕັ້ງແນວລາວອິດສະຫຼະທັງເປັນວັນສ້າງຕັ້ງໜັງສືພິມ

ປະຕິວັດສະບັບທຳອິດແລະເປັນວັນສ້າງຕັ້ງໂຮງພິມປະຕິວັດຂຶ້ນໃນວັນດຽວກັນຄືວັນທີ 13 ສິງຫາ 1950 ນັ້ນຄືທີ່ມາຂອງວັນສື່ມວນຊົນແລະການພິມຈຳໜ່າຍຂອງຊາດລາວຊຶ່ງປີນີ້ຄົບຮອບ 74 ປີແຫ່ງການສະເຫຼີມສະຫຼອງມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວແລະພັດທະນາຂອງວຽກງານສື່ມວນຊົນແລະ ການພິມຈຳໜ່າຍນັບແຕ່ມີການຕິດຕໍ່ພົວພັນສົ່ງຂ່າວທາງຈົດໝາຍ, ກ້າວຂຶ້ນມີໃບຂ່າວ, ໃບປີວແລະມີໜັງສືພິມ, ວິທະຍຸ, ໂທລະພາບຢູ່ປະເທດເຮົາຕາມລຳດັບຈົນກ້າວມາຮອດຍຸກສື່ເອເລັກໂຕຣນິກແລະການພິມຈຳໜ່າຍທາງເອເລັກໂຕຣນິກ (E-book) ສາມາດບໍລິການການອ່ານໄດ້ຢ່າງໄຮ້ຂີດຈຳກັດ.

ທ່ານ ທອງຫຼໍ່ ດວງສະຫວັນ ຫົວໜ້າບັນນາທິການໃຫຍ່ໜັງສືພິມພາສາຕ່າງປະເທດ (ໜັງສືພິມວຽງຈັນທາຍ)ກະຊວງຖະແຫຼງຂ່າວ, ວັດທະນະທໍາແລະທ່ອງທ່ຽວ (ຖວທ) ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນໃນວັນທີ7ສິງຫາຜ່ານມາທີ່ໜັງສືພິມດັ່ງກ່າວວ່າ:ໜັງສືພິມວຽງຈັນທາຍສະບັບທໍາອິດໄດ້ຈັດພິມອອກໃນວັນທີ 7 ເດືອນເມສາ ປີ 1994, ໃນໄລຍະຕົ້ນໄດ້ພິມໜັງສືພິມອອກເປັນລາຍສັບປະດາມີ 16 ໜ້າເປັນພາບຂາວ-ດຳແລະ ຈັດໜ້າໃນຮູບແບບການຕັດຕໍ່ດ້ວຍມື. ຈຸດປະສົງໃນການສ້າງຕັ້ງໜັງສືພິມພາສາອັງກິດ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງລັດຖະບານສປປລາວ ກໍຄືພັກປະຊາຊົນປະຕິວັດລາວໃນການເປີດກວ້າງການພົວພັນຮ່ວມມືກັບໂລກພາຍນອກພາຍຫຼັງທີ່ພັກປະຊາຊົນປະຕິວັດລາວໄດ້ດຳເນີນນະໂຍບາຍການປ່ຽນແປງໃໝ່ໃນປີ 1986.

ໜັງສືພິມວຽງຈັນທາຍ ໄດ້ລາຍງານຂ່າວເຫດການເດັ່ນໃນການປົກປັກຮັກສາ ແລະ ສ້າງສາພັດທະນາ ສປປ ລາວອອກສູ່ໂລກໄດ້ຢ່າງກວ້າງຂວາງຊຶ່ງໃນໄລຍະຕົ້ນເປັນລາຍສັບປະດາ, ຕໍ່ມາປີ 1996 ໄດ້ພິມອອກອາທິດໜຶ່ງ 2 ຄັ້ງ ແລະ ໃນປີ 2004 ໄດ້ພິມອອກເປັນລາຍວັນ ແຕ່ວັນຈັນເຖິງວັນສຸກ, ປີ 2007 ໄດ້ພິມໜັງສືພິມທ້າຍສັບປະດາອອກຊຶ່ງປະກອບມີ 6 ສະບັບຕໍ່ອາທິດ. ໜັງສືພິມປະກອບດ້ວຍຫຼາຍຄໍລໍາ ເປັນຕົ້ນຂ່າວພາຍໃນ, ຂ່າວຕ່າງປະເທດ, ຂ່າວທຸລະກິດ, ຂ່າວບັນເທິງ ແລະ ຂ່າວກິລາ. ນອກນັ້ນ, ຍັງມີຄໍລໍາບົດເຊັ່ນ: ສຶກສາ, ສາທາ, ວັດທະນະທໍາ, ທ່ອງທ່ຽວ ແລະ ບົດຄວາມຄິດເຫັນຈາກສັງຄົມທີ່ມີຫົວຂໍ້ແຕກຕ່າງກັນໃນແຕ່ລະໄລຍະແລະສະພາບແວດລ້ອມຕົວຈິງຂອງສັງຄົມ. ໜັງສືພິມພາສາຕ່າງປະເທດແມ່ນໜຶ່ງໃນບັນດາສື່ຫຼັກຂອງລັດຖະບານຂຶ້ນກັບກະຊວງ ຖວທປະກອບມີ 7 ພະແນກ, ມີພະນັກງານທັງໝົດ56 ຄົນ, ເປັນລັດຖະກອນ 42ຄົນ,ຍິງ 18 ຄົນເພື່ອຕອບສະໜອງຄວາມຮຽກ ຮ້ອງຕ້ອງການຂອງສັງຄົມ, ໃນປີ 1998 ໄດ້ສ້າງຕັ້ງວາລະສານເລີເຣໂນວາເຕີພາສາຝຣັ່ງ ແລະໄດ້ປ່ຽນຊື່ອົງການມາເປັນໜັງສືພິມພາສາຕ່າງປະເທດ ໂດຍມີເປົ້າໝາຍເພື່ອມາເຜີຍແຜ່ແນວທາງຂອງພັກ-ລັດ, ກະຈາຍຂໍ້ມູນຂ່າວສານດ້ານການພັດທະນາຂອງລາວເປັນຫຼາກຫຼາຍພາສາຢູ່ທັງພາຍໃນ ແລະ ຕ່າງປະເທດ,ໃນເວລາດຽວກັນກໍນຳເອົາຂໍ້ມູນຂ່າວສານທີ່ເປັນປະໂຫຍດຈາກສື່ອື່ນໆທີ່ເປັນພາຄີມາສູ່ຜູ້ອ່ານ.ໜັງສືພິມວຽງຈັນທາຍໄດ້ຮັບການສະໜັບສະໜູນໂດຍການຈອງອ່ານ ແລະລົງໂຄສະນາຜະລິດຕະພັນຕ່າງຈາກອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງທາງສັງຄົມ, ສ່ວນບຸກຄົນຢູ່ພາຍໃນ ແລະ ຕ່າງປະເທດ.ໃນປີ 1999 ໜັງສືພິມໄດ້ສ້າງເວັບໄຊຊຶ່ງເປັນເວັບໄຊຂອງສື່ມວນຊົນລາວທໍາອິດ,

ຂຶ້ນຢ່າງເປັນທາງການແນໃສ່ເຮັດໃຫ້ຂ່າວລາວໄດ້ກະຈາຍອອກສູ່ໂລກພາຍນອກວ່ອງໄວທັນກັບສະພາບການ, ກວ້າງຂວາງແລະ ໄປເຖິງຫຼາຍກຸ່ມເປົ້າໝາຍ.ໃນປີ 2001 ໄດ້ສ້າງຖານຂໍ້ມູນເພື່ອບັນທຶກເນື້ອໃນໜັງສືພິມທັງໝົດໄວ້ໃນລະບົບຖານຂໍ້ມູນ; ໄດ້ພັດທະນາໂປຣແກຣມວັດຈະນານຸກົມລາວ-ອັງກິດ-ລາວແລະລາວ-ລາວຂຶ້ນເພື່ອຮັບໃຊ້ພາຍໃນໜັງສືພິມແລະສັງຄົມທົ່ວໄປ. ທີມງານດັ່ງກ່າວຍັງຊ່ວຍສ້າງເວັບໄຊໃຫ້ອົງການສື່ມວນຊົນອື່ນໆໃນລາວຈໍານວນໜຶ່ງ ແລະ ໃນປີ 2004 ວຽງຈັນທາຍກໍໄດ້ເລີ່ມໃຫ້ລູກຄ້າຈອງອ່ານຂ່າວໄດ້ຢູ່ເວັບໄຊ.ນັບແຕ່ປີ2005ໜັງສືພິມໄດ້ຮັບ ເປັນສະມາຊິກຂອງອົງການເຄືອຂ່າຍຂ່າວພາກພື້ນ ແລະ ສາກົນເຊັ່ນ: ອົງການເຄືອຂ່າຍຂ່າວອາຊີທີ່ມີຢູ່ໃນ 20 ປະເທດໂດຍມີຄໍາຂວັນວ່າຂ່າວອາຊີໂດຍນັກຂ່າວອາຊີ, ໄດ້ຕົກລົງແລກປ່ຽນຂ່າວກັບສໍານັກຂ່າວຊິນຮວາ, ກຽວໂດ, ໜັງສືພິມທຸລະກິດແມອີວ ສເກົາຫຼີ, ເອຟີ, ສໍານັກຂາວສານ ສປປ ເກົາຫຼີແລະກຸ່ມບໍລິສັດສື່ມວນຊົນຢູນນານສປຈີນ,ໄດ້ຮ່ວມມືກັບ TV Novosti, ສໍານັກຂ່າວອີຕາ-ຕາສ, ສະປຸດນິກຣັດເຊຍ, ໜັງສືພິມລາຍວັນພາສາອັງກິດ Global Times,ອົງການເຄື່ອຂ່າຍຂ່າວໜຶ່ງແລວໜຶ່ງເສັ້ນທາງຂອງສປຈີນ, ສຳນັກຂ່າວຕວັກກີAnodola, ສໍານັກຂ່າວເອບີຊີ ອົສຕຣາລີແລະ ສໍານັກຂ່າວປະເທດກຸຍບາ,ນັບແຕ່ປີ 2009 ໜັງສືພິມວຽງຈັນທາຍໄດ້ເພີ່ມຜະລິດຕະພັນສື່ຂອງຕົນເຊັ່ນ: ບໍລິການຂ່າວຂໍ້ຄວາມສັ້ນພາສາລາວແລະອັງກິດຜ່ານບໍລິສັດລາວໂທລະຄົມ LTC,Unitelແລະ ETL, ສ້າງໜ້າຂ່າວຢູ່ສື່ອອນລາຍເຟສບຸກ, ຢູທູບ, ເວັບໄຊພາສາລາວແລະ ໜ້າຕິກຕັອກ. ໜັງສືພິມພາສາຕ່າງປະເທດໄດ້ກາຍເປັນເວທີຂອງມະຫາຊົນແລະເປັນອົງການສື່ມວນຊົນແຫ່ງໜຶ່ງທີ່ມີບັນດາແຂກຫຼາຍປະເທດມາຢ້ຽມຢາມ ແລະ ຝຶກງານ.ໃນປີ 2019ໜັງສືພິມໄດ້ພັດທະນາລະບົບການຮັບຊໍາລະເງິນຂອງລູກຄ້າຄ່າຈອງອ່ານຂ່າວ ແລະ ໂຄສະນາດ້ວຍບັດຕ່າງໆແລະຄິວອາໂຄດຜ່ານເວັບໄຊຂອງໜັງສືພິມວຽງຈັນທາຍ www.vientianetimes.org.laໂດຍການຮ່ວມມືກັບທະນາຄານການຄ້າຕ່າງປະເທດລາວ.

ທ່ານກ່າວໃຫ້ຮູ້ອີກວ່າ: ໜັງສືພິມພາສາຕ່າງປະເທດຍັງສືບຕໍ່ຢຶດໝັ້ນວິໄສທັດໃນການພັດທະນາສື່ມວນຊົນລາວໂດຍອີງໃສ່ບົດຮຽນ 30 ປີໃນການເປີນປະຕູຂໍ້ມູນຂ່າວສານໜຶ່ງທີ່ສໍາຄັນຂອງ ສປປ ລາວ ແລະ ເປັນເວທີຂອງມະຫາຊົນ, ຢຶດໝັ້ນມາດຕະຖານຈັນຍາບັນ, ຈັນຍາທໍາຂອງສື່ມວນຊົນໃນການສະໜອງຂໍ້ມູນຂ່າວສານໃຫ້ແກ່ສັງຄົມດ້ວຍການຮິ່ນຕອງຢ່າງຖີ່ຖ້ວນ, ເລິກເຊິ່ງ, ແຫຼມຄົມ, ມີຂໍ້ມູນຈາກຫຼາຍແຫຼ່ງທີ່ໜ້າເຊື່ອຖື, ຖືກຕ້ອງເຊັດເຈນ, ເປັນທໍາ, ກວ້າງໄກ, ວ່ອງໄວທັນກັບເຫດການ,ຕໍ່ເນື່ອງ, ມີຄວາມຮັບຜິດຊອບສູງ ແລະ ເປັນທີ່ໄວ້ໃຈຂອງຜູ້ບໍລິໂພກ.

ສຳລັບວັນສື່ມວນຊົນແຕ່ລະປີພວກເຮົາກໍໄດ້ມີການຈັດກິດຈະກຳຕ່າງໆ ຄືປີນີ້ກໍໄດ້ຈັດໄປແລ້ວໂດຍການຮ່ວມມືກັບສະມາຄົມນັກຂ່າວແຫ່ງ ສປປ ລາວ ເພື່ອເຮັດແນວໃດທີ່ຈະນຳໃຊ້ເອໄອປັນຍາປະດິດມາຊ່ວຍຫຼຸດຜ່ອນໃນການຕັດຕໍ່ຫຼື ໃຊ້ເວລາໃຫ້ມັນສັ້ນລົງເຊັ່ນຕົວຢ່າງຄືເຮົາເຄີຍຂຽນຂ່າວໜຶ່ງໃຊ້ເວລາຢູ່ຊົ່ວໂມງໜຶ່ງເຮົາເອົາເອໄອປັນຍາປະດິດມາຊ່ວຍຈະໃຊ້ເວລາພຽງແຕ່ຫ້ານາທີປະຢັດຂັ້ນຕອນໄປເຮັດອັນອື່ນ ອັນນີ້ພວກເຮົາກໍໄດ້ຈັດເສວະນາໄປແລ້ວໃນວັນສຸກທີ່ຜ່ານມາ ແລະ ໃນອະນາຄົດຈະຝຶກອົບຮົມວິທີໃຊ້ ວ່າໂປແກຣມໃດແດ່ທີ່ຈະມາຊ່ວຍໂດຍສະເພາະພາສາລາວເຮົາທີ່ດີທີ່ສຸດ ເພື່ອຫຼຸດຜ່ອນຂັ້ນຕອນ,ຫຼຸດຜ່ອນເວລາໃນການເຮັດວຽກວິຊາສະເພາະຂອງພວກເຮົາໃຫ້ມັນໄວຂຶ້ນໃນຍຸກໄອທີ 4.0 ກ່ອນຈະພັດທະນາໂຕນັ້ນໄດ້ພວກເຮົາກໍຕ້ອງໄດ້ພັດທະນາບຸກຄະລາກອນນຳໃຊ້ເຄື່ອງມືທັນສະໄໝດັ່ງກ່າວໃຫ້ມັນດຶງດູດຜູ້ອ່ານຜູ້ຈອງຜູ້ເບິ່ງຜູ້ຊົມເຮັດທັງໜ້າທີ່ການເມືອງທັງພາລະກິດໄປພ້ອມກັນຄຽງຄູ່ກັບການພັດທະນາປະເທດຊາດ ເພື່ອໃຫ້ສື່ມວນຊົນເຮົາສືບຕໍ່ຂະຫຍາຍຕົວຄຽງຄູ່ກັບການພັດທະນາ ສປປ ລາວ.

ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສື່ມວນຊົນແລະການພິມຈໍາໜ່າຍຄົບຮອບ 74 ປີຕາງໜ້າໜັງສືພິມວຽງຈັນທາຍ ຂໍສະແດງຄວາມຊົມເຊີຍແລະຂອບໃຈເປັນຢ່າງສູງຕໍ່ການນໍາພັກ-ລັດແລະທຸກພາກສ່ວນໃນສັງຄົມທີ່ໄດ້ປະກອບສ່ວນເຮັດໃຫ້ວຽກງານໜັງສືພິມວຽງຈັນທາຍເຕີບໃຫຍ່ຂະຫຍາຍຕົວຮັບໃຊ້ສັງຄົມມາຕະຫຼອດໄລຍະ30ປີ. ຂໍອວຍພອນໄຊອັນປະເສີດແດ່ການນໍາພັກ-ລັດທຸກຂັ້ນທຸກພາກສ່ວນ, ອົງການສື່ມວນຊົນແລະພະນັກງານ-ລັດຖະກອນ, ກໍາມະກອນ, ຜູ້ປະກອບການດ້ານສື່ມວນຊົນແລະການພິມຈໍາໜ່າຍແລະປະຊາຊົນລາວບັນດາເຜົ່າຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ, ຄອບຄົວປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດສະຫງ່າຂອງບັນດາທ່ານປະກອບສ່ວນໃນພາລະກິດປົກປັກຮັກສາສ້າງສາແລະພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າຂຶ້ນໄປຢ່າງບໍ່ຢຸດຢັ້ງ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ