ກະຕໍ້ເປັນຂົວຕໍ່ລະຫວ່າງຊາວໜຸ່ມປະເທດຕ່າງໆ

ກະຕໍ້ເປັນຂົວຕໍ່ລະຫວ່າງຊາວໜຸ່ມປະເທດຕ່າງໆ
ໃນງານມະຫາະກຳກິລາເອຊຽນເກມ ຄັ້ງທີ 19, ການແຂ່ງຂັນເຕະກະຕໍ້ ໄດ້ຮັບຄວາມສົນໃຈຢ່າງກວ້າງຂວາງຈາກຜູ້ຄົນທັງຫຼາຍ ຍ້ອນມີການແຂ່ງຂັນທີ່ດຸເດືອດ ແລະ ໜ້າຊົມ. ໃນງານມະຫະກຳກິລາເອຊຽນເກມຄັ້ງທີ 19 ທີມກະຕໍ້ຍິງຂອງປະເທດລາວຄວ້າໄດ້ຫຼຽນ ທອງ, ເຮັດໃຫ້ ທ້າວ ທະນົງຄານ ຄຸນມະນີ ຮູ້້ສຶກພາກພູມໃຈຫຼາຍ.
ປັດຈຸບັນນີ້ ທ້າວ ທະນົງຄານ ຄຸນມະນີ ພວມສຶກສາຢູ່ມະຫາວິທະຍາໄລຢູນນານ, ລາວໄດ້ສ້າງຄວາມຜູກພັນກັບກະຕໍ້ຕັ້ງແຕ່ນ້ອຍ. ໃນໄລຍະງານມະຫະກຳກິລາເອຊຽນເກມຫາງໂຈ່ວ, ຍ້ອນກະຕໍ້ ທ້າວ ທະນົງຄານ ຄຸນມະນີ ໄດ້ຜູກມິດສຳພັນທີ່ລືືມຍາກຢູ່ກິ່ງແຂວງປົກຄອງຕົນເອງເຜົ່າລືເຜົ່າຈິງໂພ ເຕີຫົງ.
ວັນທີ 1 ຕຸລາ ຜ່ານມາ, ການແຂ່ງຂັນເຕະກະຕໍ້ມິດຕະພາບ ພາຍໃຕ້ຫົວຂໍ້ “ເຕະກະຕໍ້ນໍາກັນເທາະ” ໂດຍມີຊາວໜຸ່ມຈາກປະເທດລ້ອງແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງເຂົ້າຮ່ວມ ຖືກຈັດຂຶ້ນຢູ່ກິ່ງແຂວງເຕີຫົງ ຊຶ່ງໄດ້ດຶງດູດຄວາມສົນໃຈຈາກຫຼາຍຝ່າຍ. ທ້າວ ທະນົງຄານ ຄຸນມະນີ ກັບ ຊາວໜຸ່ມຜູ້ມັກເຕະກະຕໍ້ຈາກ 6 ປະເທດ ເຊັ່ນ: ຈີນ, ລາວ, ມຽນມາ, ໄທ, ຫວຽດນາມ ເປັນຕົ້ນ ໄດ້ເຂົ້າຮ່ວມກິດຈະກໍາຕ່າງໆກ່ຽວກັບກະຕໍ້ນໍາກັນ, ເລົ່າຄວາມໄຝ່ຝັນກ່ຽວກັບກະຕໍ້ ແລະ ອຸດົມການຊາວໜຸ່ມ ລະຫວ່າງຊາວໜຸ່ມຈາກປະເທດຕ່າງໆ. ບ້ານເກີດຂອງ ທ້າວ ທະນົງຄານ ຄຸນມະນີ ຢູ່ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ໃນຖານະເປັນຫຼັກສູດກິລາຂອງນັກຮຽນມັດມະຍົມຕົ້ນ ກະຕໍ້ໄດ້ດຶງດູດນັກຮຽນຫຼາຍຄົນເຂົ້າຮ່ວມ. ຫຼັງຈາກທ້າວ ທະນົງຄານ ຄຸນມະນີ ມາຮອດປະເທດຈີນແລ້ວ ລາວໄດ້ພົບເຫັນວ່າໝູ່ຮຽນນຳກັນຫຼາຍຄົນກໍມັກກິລາກະຕໍ້ເຊັ່ນກັນ. ທ່າມກາງກິລາທີ່ເຕັມໄປດ້ວຍຄວາມກະຕືລືລົ້ນແບບນີ້, ທຸກຄົນໄດ້ບາກບັ່ນສູ້ຊົນ ແລະ ຮ່ວມມືກັນ ເພີ່ມຄວາມຮັກແພງຊຶ່ງກັນ ແລະ ກັນ. ທຸກປີກໍຈະມີຊາວໜຸ່ມທີ່ມາຈາກປະເທດ ແລະ ເຂດແຄ້ວນຕ່າງໆ ມາເຕົ້າໂຮມກັນໃນງານກິລາແຂ່ງຂັນເຕະກະຕໍ້ລະດັບສາກົນ, ເພື່ອແບ່ງປັນຄວາມຮັກແພງຕໍ່ກິລານີ້ ຊຶ່ງບໍ່ພຽງແຕ່ເປັນການແຂ່ງຂັນກິລາເທົ່ານັ້ນ, ແຕ່ຍັງເປັນໂອກາດການແລກປ່ຽນຊຶ່ງກັນ ແລະ ກັນ. ທ້າວ ທະນົງຄານ ຄຸນມະນີ ເຫັນວ່າ, ໂດຍຜ່ານກິດຈະກໍາເຫຼົ່ານີ້, ຊາວໜຸ່ມທັງຫຼາຍສາມາດຖອດຖອນບົດຮຽນນຳກັນ, ຮຽນຮູ້ເຕັກນິກການເຕະກະຕໍ້ລະຫວ່າງປະເທດທີ່ແຕກຕ່າງກັນ, ພ້ອມທັງຮັດແໜ້ນສາຍພົວພັນລະຫວ່າງຊາວໜຸ່ມປະເທດຕ່າງໆ. ນີ້ບໍ່ພຽງແຕ່ໄດ້ສົ່ງເສີມການພັດທະນາຂອງກິລາ, ຍັງໄດ້ເພີ່ມທະວີໄມຕິຈິດມິດຕະພາບລະຫວ່າງປະເທດຕ່າງໆອີກດ້ວຍ.
ຂ່າວ: ຫຼີລິງ, ຟູ້ຈາງໝິງແຢ້, ຫູຫຼີຊຽນ
 

ຄໍາເຫັນ

ຂ່າວຕ່າງປະເທດ

ປະຊາຊົນຫຼາຍກວ່າ 14,000 ຄົນ ໄດ້ຮັບຜົນກະທົບຈາກນ້ຳຖ້ວມໃນເຂດພິເສດອາເຈະ

ປະຊາຊົນຫຼາຍກວ່າ 14,000 ຄົນ ໄດ້ຮັບຜົນກະທົບຈາກນ້ຳຖ້ວມໃນເຂດພິເສດອາເຈະ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 25 ພະຈິກ ຜ່ານມາ, ອົງການຕ້ານໄພພິບັດແຫ່ງຊາດອິນໂດເນເຊຍແຈ້ງໃຫ້ຮູ້ວ່າ, ຍ້ອນຝົນຕົກໜັກຢ່າງຕໍ່ເນື່ອງ, ຢູ່ເຂດພິເສດອາເຈະເມື່ອບໍ່ດົນມານີ້ ໄດ້ເຮັດໃຫ້ເກີດໄພນ້ຳຖ້ວມ, ສົ່ງຜົນກະທົບຕໍ່ປະຊາຊົນຫຼາຍກວ່າ 14,000 ຄົນ.
BOK ປັບການຄາດຄະເນການເຕີບໂຕທາງເສດຖະກິດ ປີ 2026 ເປັນ 3.9%

BOK ປັບການຄາດຄະເນການເຕີບໂຕທາງເສດຖະກິດ ປີ 2026 ເປັນ 3.9%

ຂ່າວຕ່າງປະເທດລາຍງານ ໃນວັນທີ 26 ພະຈິກນີ້ວ່າ: ທະນາຄານກາງ ສ ເກົາຫຼີ (BOK) ໄດ້ປັບເພີ່ມການຄາດຄະເນການເຕີບໂຕທາງເສດຖະກິດໃນປີ 2026 ເປັນ 3.9% ຈາກເດີມ 3.3%, ໂດຍໄດ້ຮັບແຮງຂັບເຄື່ອນຈາກການສົ່ງອອກຊິບເຊມິຄອນດັກເຕີດ້ານປັນຍາປະດິດ (AI) ທີ່ເຂັ້ມແຂງ ຊຶ່ງຊ່ວຍຊຸກຍູ້ໃຫ້ເສດຖະກິດເຕີບໂຕໄດ້ດີກວ່າທີ່ຄາດຄະເນໄວ້ກ່ອນໜ້ານີ້.
ການລົງທຶນ ແລະ ການຮ່ວມມື ໃນຂົງເຂດພະລັງງານ ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ມີຫຼາຍກວ່າ 3,330 ຕື້ຢວນ

ການລົງທຶນ ແລະ ການຮ່ວມມື ໃນຂົງເຂດພະລັງງານ ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ມີຫຼາຍກວ່າ 3,330 ຕື້ຢວນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 26 ພະຈິກ ຜ່ານມາ, ກອງປະຊຸມລັດຖະມົນຕີພະລັງງານ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 4 ໄດ້ຈັດຂຶ້ນຢູ່ນະຄອນຊີ່ງຕາວ ແຂວງສ່ານຕົ່ງ ທາງທິດຕາເວັນອອກຂອງຈີນ.
ຫວຽດນາມ ສະເໜີທິດທາງການພັດທະນາເສດຖະກິດ ຮາລານ ທົ່ວໂລກ

ຫວຽດນາມ ສະເໜີທິດທາງການພັດທະນາເສດຖະກິດ ຮາລານ ທົ່ວໂລກ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 24 - 25 ພະຈິກ ຜ່ານມາ, ຢູ່ເມືອງອິສຕັນບູລ ປະເທດຕວັກ​ກີ, ທ່ານ​ນາງ ຫງວຽນ​ມິນ​ຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດ​ນາມ ໄດ້ນຳພາຄະນະຜູ້ແທນຫຼາຍ​ຂະ​ແໜງ​ການ ເຂົ້າຮ່ວມກອງປະຊຸມ​ຂັ້ນ​ສູງ ຮາລານ ໂລກຄັ້ງທີ 12 ແລະ ຊຸກ​ຍູ້ການຮ່ວມມື ຮາລານ ກັບ ຕວັກ​ກີ.
ສິງກະໂປ - ອົສຕຣາລີ ລົງນາມຂໍ້ຕົກລົງ ການດັກຈັບ ແລະ ກັກເກັບກາກບອນ ຂ້າມຊາຍແດນ

ສິງກະໂປ - ອົສຕຣາລີ ລົງນາມຂໍ້ຕົກລົງ ການດັກຈັບ ແລະ ກັກເກັບກາກບອນ ຂ້າມຊາຍແດນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 25 ພະຈິກ ຜ່ານມາວ່າ: ກະຊວງພະລັງງານ, ການຄ້າ ແລະ ອຸດສາຫະກຳສິງກະໂປລາຍງານວ່າ, ສິງກະໂປ ແລະ ອົສຕຣາລີ ໄດ້ລົງນາມໃນຂໍ້ຕົກລົງເພື່ອອຳນວຍຄວາມສະດວກໃຫ້ແກ່ການເຄື່ອນຍ້າຍກາກບອນໄດອອກໄຊຂ້າມຊາຍແດນຈາກສິງກະໂປໄປຍັງອົສຕຣາລີ ສຳລັບການກັກເກັບທາງທໍລະນີວິທະຍານອກຝັ່ງ ຊຶ່ງເປັນການປູທາງໃຫ້ແກ່ການຮ່ວມມືດ້ານການດັກຈັບ ແລະ ເກັບຮັກສາກາກບອນລະຫວ່າງສອງປະເທດ.
ສີລັງກາ ອະນຸມັດເງິນກູ້ 30 ລ້ານໂດລາ ຈາກກອງທຶນ OPEC

ສີລັງກາ ອະນຸມັດເງິນກູ້ 30 ລ້ານໂດລາ ຈາກກອງທຶນ OPEC

ສຳນັກຂ່າວສານຊິນຮວາ ລາຍງານໃນວັນທີ 24 ພະຈິກ ຜ່ານມາວ່າ: ຄະນະລັດຖະມົນຕີສີລັງກາໄດ້ອະນຸມັດຂໍ້ສະເໜີສຳລັບເງິນກູ້ 30 ລ້ານໂດລາ ຈາກກອງທຶນພັດທະນາສາກົນ OPEC. ເພື່ອສະໜັບສະໜູນໂຄງການປະຕິຮູບຂອງສີລັງກາເພື່ອການເຕີບໂຕ, ຄວາມຍືດຍຸ່ນ ແລະ ເປີດກວ້າງ ຊຶ່ງມີຮູບແບບການຈັດຫາແຫຼ່ງທຶນທີ່ສອດຄ່ອງກັບທຶນສະໜັບສະໜູນຈາກທະນາຄານໂລກພາຍໃຕ້ໂຄງການດຽວກັນ.
ນັບ​ມາ​ຮອດ​ທ້າຍ​ເດືອນ​ຕຸ​ລາ ຈີນ​ສາ​ມາດ​ຜະ​ລິດ​ໄຟ​ຟ້າ​ເພີ່ມ​ຂຶ້ນ 10.9%

ນັບ​ມາ​ຮອດ​ທ້າຍ​ເດືອນ​ຕຸ​ລາ ຈີນ​ສາ​ມາດ​ຜະ​ລິດ​ໄຟ​ຟ້າ​ເພີ່ມ​ຂຶ້ນ 10.9%

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 25 ພະ​ຈິກ ຜ່ານມາ, ອົງ​ການ​ພະ​ລັງ​ງານ​ແຫ່ງ​ຊາດ​ຈີນ​ໄດ້​ເປີດ​ເຜີຍ​ສະ​ຖິ​ຕິ​ກ່ຽວ​ກັບ​ພະ​ລັງ​ງານ​ໄຟ​ຟ້າ​ທົ່ວ​ປະ​ເທດ​ຈີນ​ລະ​ຫວ່າງ​ເດືອນ​ມັງ​ກອນ​-ເດືອນ​ຕຸ​ລາ​ປີ​ນີ້.
ທ່ານ ເລມິງຮຶງ ຮຽກຮ້ອງສ້າງແຜນພັດທະນາເສດຖະກິດໃຫ້ບັນລຸການເຕີບໂຕສອງໂຕເລກໃຫ້ແກ່ປີ 2027

ທ່ານ ເລມິງຮຶງ ຮຽກຮ້ອງສ້າງແຜນພັດທະນາເສດຖະກິດໃຫ້ບັນລຸການເຕີບໂຕສອງໂຕເລກໃຫ້ແກ່ປີ 2027

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ​ ​ໃນວັນ​ທີ 25 ພະຈິກ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ເລ​ມິງ​ຮຶງ ນາຍົກລັດຖະມົນຕີ ຫວຽດ​ນາມ ໄດ້ກ່າວ​ຄຳ​ເຫັນສະຫຼຸບກອງປະຊຸມກ່ຽວກັບ​ແຜນ​ການເຕີບໂຕປີ 2027 ແລະ ບັນ​ດາ​ມາດ​ຕະ​ການ​ບໍ​ລິ​ຫານ​ໃນ​ຊຸມເດືອນທີ່ຍັງເຫຼືອຂອງປີ 2026, ໂດຍໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆສຸມ​ໃສ່​ຢ່າງ​ເຂັ້ມງວດ, ຜັນ​ຂະ​ຫຍາຍ​ຢ່າງ​ຂ້ຽວຂາດບັນ​ດາ​ໜ້າ​ທີ່, ມາດ​ຕະ​ການແກ້ໄຂ​ເພື່ອ​ບັນ​ລຸເປົ້າ ໝາຍເຕີບໂຕປີ 2026; ສືບຕໍ່ຄວບຄຸມລາຄາ, ໄພເງິນເຟີ້, ​ຮັດ​ແໜ້ນ​ລະ​ບຽບ​ວິ​ໄນການລົງທຶນພາກລັດ ແລະ ​ຍູ້​ແຮງ​ການ​ປ່​ອຍ​ເງິນລົງທຶນ.
ອົສຕຣາລີ ມີຄວາມສ່ຽງຕໍ່ເສດຖະກິດຊຸດໂຊມລົງ ເພີ່ມສູງຂຶ້ນ

ອົສຕຣາລີ ມີຄວາມສ່ຽງຕໍ່ເສດຖະກິດຊຸດໂຊມລົງ ເພີ່ມສູງຂຶ້ນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 24 ພະຈິກ ຜ່ານມາ, ແມກຄົວຣີ ຊຶ່ງເປັນກຸ່ມບໍລິສັດບໍລິການດ້ານທະນາຄານຂະໜາດໃຫຍ່ຂອງອົສຕຣາລີ ໄດ້ເຕືອນວ່າ, ຍ້ອນໄດ້ຮັບຜົນກະທົບຈາກຫຼາຍປັດໄຈ ເຊັ່ນ: ໄພເງິນເຟີ້, ອັດຕາດອກເບ້ຍເພີ່ມຂຶ້ນ ແລະ ອັດຕາການວ່າງງານສູງຂຶ້ນເປັນຕົ້ນ, ຄວາມເປັນໄປໄດ້ທີ່ເສດຖະ ກິດອົສຕຣາລີຈະເຂົ້າສູ່ພາວະຊຸດໂຊມລົງມີເຖິງເກືອບ 50%.
ອິນເດຍ-ເນປານ ເປີດຂະບວນລົດໄຟຂ້າມຊາຍແດນ ສາຍໃໝ່

ອິນເດຍ-ເນປານ ເປີດຂະບວນລົດໄຟຂ້າມຊາຍແດນ ສາຍໃໝ່

ສຳນັກຂ່າວສານຊິນຮວາລາຍງານວ່າ: ທ່ານ ບາເລນທຣາ ຊາ ນາຍົກລັດຖະມົນຕີເນປານ ຊຶ່ງເດີນທາງຢ້ຽມຢາມປະເທດອິນເດຍຢ່າງເປັນທາງການໃນວັນທີ 22-23 ພະຈິກ ຜ່ານມາ, ພ້ອມດ້ວຍທ່ານ ນາເຣນດາ ໂມດີນາຍົກລັດຖະມົນຕີອິນເດຍ ໄດ້ຮ່ວມກັນເປີດຂະບວນລົດໄຟໂດຍສານ ຊາຣຢູ-ກາມາລາ ເອັກສເພຣສ (U-Kamala Express) ຊຶ່ງເປັນລົດໄຟຂ້າມຊາຍແດນສາຍໃໝ່ ຜ່ານລະບົບອອນລາຍ. ລົດໄຟຂະບວນໃໝ່ນີ້ມີກຳນົດຈະໃຫ້ບໍລິການອາທິດລະໜຶ່ງຄັ້ງ, ໂດຍແລ່ນເຊື່ອມຕໍ່ລະຫວ່າງ 2 ເມືອງສຳຄັນທາງສາສະໜາຄື: ເມືອງອະໂຍທະຍາ ໃນລັດອຸດຕະຣະປະເທດ ທາງພາກເໜືອຂອງອິນເດຍ ແລະ ເມືອງຈານັກປູຣ ຂອງເນປານ.
ເພີ່ມເຕີມ