![]() |
ໃນພິທີ, ຄະນະຈັດຕັ້ງໄດ້ຜ່ານດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 28, ລົງວັນທີ 4 ມີນາ 2026 ວ່າດ້ວຍການແຕ່ງຕັ້ງຮອງລັດຖະມົນຕີ ກະຊວງ ຮສສ.
ໂອກາດນີ້, ທ່ານ ໂພໄຊ ໄຊຍະສອນ ໄດ້ໃຫ້ກຽດໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງ ຊຶ່ງເປັນຜູ້ທີ່ໄດ້ຮັບຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຈາກຂັ້ນເທິງໃນການສືບຕໍ່ຊີ້ນຳ-ນຳພາວຽກງານຂອງກະຊວງໃຫ້ມີຄວາມເຂັ້ມແຂງ ພ້ອມທັງເນັ້ນໜັກໃຫ້ຄະນະບໍລິຫານງານພັກ ແລະ ຄະນະພັກ-ຄະນະນຳທຸກຂັ້ນເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຈຸດສຸມຈຳນວນໜຶ່ງດັ່ງນີ້: ວຽກງານການເມືອງ-ແນວຄິດ: ສຸມໃສ່ສຶກສາອົບຮົມການເມືອງ-ແນວຄິດ ຂອງສະມາຊິກພັກ-ພະນັກງານໃຫ້ມີຄວາມອຸ່ນອ່ຽນທຸ່ນທ່ຽງ ແລະ ເສີມຂະຫຍາຍຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ.
![]() |
ການປັບປຸງກົນໄກການເຮັດວຽກ: ປັບປຸງແບບແຜນວິທີເຮັດວຽກໃຫ້ມີປະສິດທິພາບ, ວ່ອງໄວ, ທັນສະພາບການ ແລະ ສ້າງຄວາມເປັນເອກະພາບສູງກັບບັນດາຂະແໜງການທີ່ກ່ຽວຂ້ອງ, ການສ້າງເສດຖະກິດເອກະລາດ: ເລັ່ງຈັດຕັ້ງປະຕິບັດການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ (ສອຈ) ໃຫ້ປະກົດຜົນເປັນຈິງ, ການຫັນເປັນທັນສະໄໝ: ເປັນເຈົ້າການໃນການຕິດຕາມ-ກວດກາ ການຈັດຕັ້ງປະຕິບັດຕາມສັນຍາຕ່າງໆ ໂດຍນຳໃຊ້ລະບົບທີ່ທັນສະໄໝເຂົ້າໃນການບໍລິຫານລັດ, ການພັດທະນາບຸກຄະລາກອນ: ຍົກສູງຂີດຄວາມສາມາດຂອງພະນັກງານຕາມພາລະບົດບາດ, ສ້າງຊ່ຽວຊານທາງດ້ານກົດໝາຍບັນດານິຕິກຳທີ່ກ່ຽວຂ້ອງກັບຂະແໜງການຂອງຕົນ.
(ຂ່າວສານຮສສ)


ຄໍາເຫັນ