ກະຊວງ ຍທຂ ເຜີຍແຜ່ເຊື່ອມຊຶມມູນເຊື້ອວັນສຳຄັນຂອງພັກ ຂອງຊາດ

ກະຊວງ ຍທຂ ເຜີຍແຜ່ເຊື່ອມຊຶມມູນເຊື້ອວັນສຳຄັນຂອງພັກ ຂອງຊາດ

ກະຊວງ ຍທຂ ເຜີຍແຜ່ເຊື່ອມຊຶມມູນເຊື້ອວັນສຳຄັນຂອງພັກ ຂອງຊາດ
ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ; ປາຖະກະຖາວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ ແລະ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ ໃນວັນທີ 16 ມີນານີ້, ທີ່ ກະຊວງ ຍທຂ ໃຫ້ກຽດເປັນປະທານໂດຍສະຫາຍ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງ ຍທຂ, ມີຄະນະປະຈຳພັກ, ກຳມະການພັກກະຊວງ, ຄະນະໜ່ວຍພັກຮາກຖານ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມ, ສະຖາບັນ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ກະຊວງ ຍທຂ ເຜຍແຜເຊອມຊມມນເຊອວນສຳຄນຂອງພກ ຂອງຊາດ - image 1
 

ໃນພິທີ, ສະຫາຍ ເຫຼັກໄຫຼ ສີວິໄລ ໄດ້ໃຫ້ກຽດເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025 ຈໍານວນ 15 ໜ່ວຍພັກຮາກຖານ ຊຶ່ງປະກອບມີ: ໜ່ວຍພັກຮາກຖານ ຫ້ອງການ; ໜ່ວຍພັກຮາກຖານ ກົມຈັດຕັ້ງ ແລະ ພະນັກງານ; ໜ່ວຍພັກຮາກຖານ ກົມກວດກາ; ໜ່ວຍພັກຮາກຖານ ກົມແຜນການ ແລະ ການເງິນ; ໜ່ວຍພັກຮາກຖານ ກົມຂົວທາງ; ໜ່ວຍພັກຮາກຖານ ກົມເຄຫາ ແລະ ຜັງເມືອງ; ໜ່ວຍພັກຮາກຖານ ກົມທາງນໍ້າ; ໜ່ວຍພັກຮາກຖານ ກົມທາງລົດໄຟ; ໜ່ວຍພັກຮາກຖານ ສະຖາບັນ ຍທຂ; ໜ່ວຍພັກຮາກຖານ ກອງຈາລະຈອນທາງອາກາດລາວ; ໜ່ວຍພັກຮາກຖານ ລັດວິສາຫະກິດ ການບິນລາວ; ໜ່ວຍພັກຮາກຖານ ລັດວິສາຫະກິດ ວິສະວະກຳຄົມມະນາຄົມ; ໜ່ວຍພັກຮາກຖານ ລັດວິສາຫະກິດ ກໍ່ສ້າງຄົມມະນາຄົມ; ໜ່ວຍພັກຮາກຖານ ລັດວິສາຫະກິດ ກໍ່ສ້າງທາງເລກ 8 ແລະ ໜ່ວຍພັກຮາກຖານ ລັດວິສາຫະກິດ ລົດໄຟແຫ່ງຊາດລາວ ໃຫ້ກຽດມອບໂດຍສະຫາຍ ເຫຼັກໄຫຼ ສີວິໄລ ແລະ ໄດ້ຜ່ານມະຕິຕົກລົງ ຂອງຄະນະບໍລິຫານງານພັກກະຊວງ ວ່າດ້ວຍຮັບຮອງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈໍາປີ 2026 ຈໍານວນ 19 ໜ່ວຍພັກຮາກຖານ ພ້ອມນັ້ນຕາງໜ້າບັນດາໜ່ວຍພັກຂຶ້ນຈັບມືແຂ່ງຂັນຈັດຕັ້ງປະຕິບັດ ແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈໍາປີ 2026.

ກະຊວງ ຍທຂ ເຜຍແຜເຊອມຊມມນເຊອວນສຳຄນຂອງພກ ຂອງຊາດ - image 2
 

ໃນຕອນບ່າຍ, ສະຫາຍ ງາມປະສົງ ເມືອງມະນີ ຮອງເລຂາຄະນະບໍລິຫານງານພັກ ຮອງລັດຖະມົນຕີ ກະຊວງ ຍທຂ ໄດ້ໃຫ້ກຽດປາຖະກະຖາວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ ແລະ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ ເພື່ອໃຫ້ພະນັກງານຫຼັກແຫຼ່ງ ຮັບຮູ້ເຊື່ອມຊຶມມູນເຊື້ອປະຫວັດຄວາມເປັນມາ ການກຳເນີດຂອງວັນສຳຄັນດັ່ງກ່າວ ແລະ ນໍາເອົາເນື້ອໃນຈິດໃຈ ໄປຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງຢ່າງມີປະສິດທິຜົນສູງ.

ຂ່າວ: ພູວັນ; ພາບ: ພຸດຕີ້

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຜີຍແຜ່ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງຢູ່ແຂວງສາລະວັນ

ເຜີຍແຜ່ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງຢູ່ແຂວງສາລະວັນ

ກົມກວດກາພັກ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ໄດ້ເຄື່ອນໄຫວເຜີຍແຜ່ວຽກງານສະກັນກັ້ນ, ກວດກາ, ສືບສວນ-ສອບສວນການສໍ້ລາດບັງຫຼວງ, ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ ແລະ ວຽກງານແຈ້ງຊັບສິນ ໃນວັນທີ 22 ກັນຍານີ້, ທີ່ພະແນກ ວທ ແຂວງສາລະວັນ ນໍາໂດຍທ່ານ ຄໍາເພົ້າ ວັນນະວົງ ຄະນະປະຈໍາພັກກະຊວງ, ຮອງປະທານກວດກາຄະນະພັກກະຊວງ, ຫົວໜ້າກົມກວດກາ ກະຊວງ ວທ ມີທ່ານ ນາງ ສູນໄຖ ໄຊຍະແສງ ກຳມະການພັກແຂວງ, ຫົວໜ້າພະແນກ ວທ ແຂວງ; ມີຄະນະພະແນກ, ຫົວໜ້າຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ມອບ-ຮັບລະບົບໄຟເຍືອງທາງໃຫ້ເມືອງໄຊເສດຖາ

ມອບ-ຮັບລະບົບໄຟເຍືອງທາງໃຫ້ເມືອງໄຊເສດຖາ

ພິທີມອບ-ຮັບ ໄຟເຍືອງທາງລະບົບນໍາໃຊ້ແສງຕາເວັນ ຫຼື ໂຊລາເຊວ ຕາມເສັ້ນທາງລຽບແຄມເຊກະໝານ ເຂດງານບຸນຊ່ວງເຮືອ ຢູ່ເມືອງໄຊເສດຖາແຂວງອັດຕະປື ໄດ້ຈັດຂື້ນໃນວັນທີ 18 ກັນຍາຜ່ານ​ມາ, ໂດຍການເຂົ້າຮ່ວມຂອງທ່ານ ສົມໄຊ ແກ້ວມະນີວັນ ກຳມະການພັກແຂວງ, ເລຂາພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຈຳເຂດເລືອກຕັ້ງເມືອງໄຊເສດຖາ, ມີຂະແໜງການທີ່ກ່ຽວຂ້ອງຂອງແຂວງ, ເມືອງ, ຕາແສງ ແລະ ບ້ານເຂົ້າຮ່ວມ.
ເຊກອງ ເມືອງແຫ່ງສະເໜ່ ໄດ້ຮັບລາງວັນຫ້ອງວາງສະແດງແຫ່ງຊາດ ດີເດັ່ນ-ສວຍງາມ

ເຊກອງ ເມືອງແຫ່ງສະເໜ່ ໄດ້ຮັບລາງວັນຫ້ອງວາງສະແດງແຫ່ງຊາດ ດີເດັ່ນ-ສວຍງາມ

ໃນໂອກາດທີ່ ແຂວງເຊກອງ ຕົວແທນເມືອງແຫ່ງສະເໜ່ ຂອງ ສປປ ລາວ ເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 23 ປະຈໍາປີ 2026 ທີ່ນະຄອນນານໜິງ ແຂວງກວາງຊີ ສປ ຈີນ, ຫ້ອງວາງສະແດງ “ເຊກອງ ເມືອງແຫ່ງສະເໜ່” ໄດ້ຮັບລາງວັນຫ້ອງວາງສະແດງດີເດັ່ນ-ສວຍງາມ (Best National Pavilion) ຈາກການຈັດຕົບແຕ່ງ ແລະ ນໍາສະເໜີເນື້ອໃນ ພາຍໃນຫ້ອງວາງສະແດງ.
ຄໍາມ່ວນ ສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງພ້ອມວາງແຜນການ5 ປີຕໍ່ໜ້າ

ຄໍາມ່ວນ ສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງພ້ອມວາງແຜນການ5 ປີຕໍ່ໜ້າ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ໃນໄລຍະ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030) ທົ່ວແຂວງຄໍາມ່ວນ, ໄດ້ຈັດຂຶ້ນໃນວັນທີ 22 ກັນຍາ 2026, ໂດໃຫ້​ກຽດ​ເຂົ້າ​ຮ່ວມເປັນປະທານຂອງສະຫາຍ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ, ມີສະຫາຍ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ, ສະຫາຍ ສາຍຄໍາ ພະໄຊສິດທິເດດ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ພ້ອມດ້ວຍບັນດາສະຫາຍໃນຄະນະບໍລິຫານງານພັກແຂວງ, ຄະນະເລຂາພັກເມືອງ, ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານອ້ອມຂ້າງແຂວງເຂົ້າຮ່ວມ.
ເຊກອງສະຫຼຸບການຈັດຕັ້ງປະຕິບັດວຽກງານກວດກາທົ່ວແຂວງ ໄລຍະ 5ປີ

ເຊກອງສະຫຼຸບການຈັດຕັ້ງປະຕິບັດວຽກງານກວດກາທົ່ວແຂວງ ໄລຍະ 5ປີ

ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກວດກາທົ່ວ ແຂວງເຊກອງ 5 ປີ ( 2021-2025) ແລະວາງທິດທາງແຜນການ 5 ປີ (2026-2030) ໄດ້ຈັດ​ຂຶ້ນໃນວັນທີ 21 ກັນຍາ 2026 ນີ້ ທີ່ ແຂວງເຊກອງ ໂດຍເຂົ້າຮ່ວມເປັນປະທານ ຂອງ ສະຫາຍ ວັນໄຊ ພອງສະຫວັນກຳມະການກົມການເມືອງສູນກາງພັກປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດຫົວຫນ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ມີສະຫາຍ ບຸນຫຼາຍ ບຸດທິ ກຳມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງເຊກອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຮອງລັດຖະມົນຕີ ກະຊວງ ອ​ຄ ເຄື່ອນໄຫວເຮັດວຽກ ຢູ່ແຂວງຄຳມ່ວນ

ຮອງລັດຖະມົນຕີ ກະຊວງ ອ​ຄ ເຄື່ອນໄຫວເຮັດວຽກ ຢູ່ແຂວງຄຳມ່ວນ

ເພື່ອຈັດຕັ້ງປະຕິບັດຕາມຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ (ອ​ຄ), ໃນວັນທີ 21 ກັນຍາ 2026 ນີ້, ທ່ານ ພຸດທະວັນ ນັນທະວົງຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະ, ໄດ້ເຄື່ອນໄຫວຕິດຕາມ ແລະ ກວດກາ ວຽກງານປົກກະຕິ ປະຈຳປີ 2026 ຢູ່ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຄຳມ່ວນໂດຍ​ມີທ່ານ ສົມວິໄຊ ວົງທິລາດ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງຄໍາມ່ວນພ້ອມ​ຄະ​ນະແລະພະ​ນັກ​ງານ-ລັດ​ຖະ​ກອນໃຫ້​ການ​ຕ້ອນ​ຮັບ.
ກອງປະຊຸມ 4 ພາກສ່ວນກ່ຽວກັບການດໍາເນີນຄະດີຕາມຂະບວນຍຸຕິທຳ

ກອງປະຊຸມ 4 ພາກສ່ວນກ່ຽວກັບການດໍາເນີນຄະດີຕາມຂະບວນຍຸຕິທຳ

ກະຊວງປ້ອງກັນຄວາມສະຫງົບ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ ແລະ ກະຊວງຍຸຕິທໍາ ໄດ້ຈັດກອງປະຊຸມຮ່ວມ 4 ພາກສ່ວນກ່ຽວກັບການດໍາເນີນຄະດີຕາມຂະບວນຍຸຕິທໍາຄັ້ງທີ VIII ໃນວັນທີ 21 ກັນຍາ ນີ້ ທີ່ສະໂມສອນກະຊວງປ້ອງກັນຄວາມສະຫງົບ, ເປັນປະທານຮ່ວມໂດຍ ທ່ານ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ໄພວີ ສີບົວລິພາ ກໍາມະການສູນກາງພັກ ປະທານສານປະຊາຊົນສູງສຸດ, ທ່ານ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານນາງ ສີສຸດາ ໂສພາວັນດີ ຮອງລັດຖະມົນຕີກະຊວງຍຸຕິທໍາ, ເປັນກຽດເຂົ້າຮ່ວມໂອ້ລົມໂດຍທ່ານ ພົອ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູງກາງພັກ ພ້ອມດ້ວຍການນໍາຂອງ 4 ພາກສ່ວນ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ກອງປະຊຸມຄົບຄະນະກໍາມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ສພຊ ປະຈໍາປີ

ກອງປະຊຸມຄົບຄະນະກໍາມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ສພຊ ປະຈໍາປີ

​ ກໍາມາທິການ ວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ສະພາແຫ່ງຊາດ ໄດ້ຈັດກອງປະຊຸມຄົບຄະນະ ປະຈໍາປີ 2026 ຂຶ້ນຢ່າງເປັນທາງການ ໃນວັນທີ 22 ກັນຍານີ້ ທີ່ໂຮງແຮມເມື່ອງແທັງ ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານ ຂອງ ທ່ານນາງ ອໍາໄພວອນ ລ້ອມບຸນແພງ ປະທານກໍາມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ, ມີບັນດາຄະນະປະທານກໍາມາທິການ, ສະມາຊິກສະພາແຫ່ງຊາດ ທີ່ເປັນກໍາມະການຂອງກໍາມາທິການ ຈາກເຂດເລືອກຕັ້ງທົ່ວປະເທດ, ພ້ອມດ້ວຍຜູ້ຕາງໜ້າຈາກຫ້ອງວ່າການສະພາແຫ່ງຊາດ, ບັນດາກະຊວງ, ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມແນະນຳດ້ານວິຊາການ ການຈັດຕັ້ງປະຕິບັດວາລະແຫ່ງຊາດ

ກອງປະຊຸມແນະນຳດ້ານວິຊາການ ການຈັດຕັ້ງປະຕິບັດວາລະແຫ່ງຊາດ

ກອງປະຊຸມແນະນຳດ້ານວິຊາການ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໄລຍະ 2027-2030 ໄດ້ຈັດຂຶ້ນ ລະຫວ່າງວັນທີ 21-22 ກັນຍານີ້ ທີ່ ຫໍປະຊຸມແຫ່ງຊາດ, ໂດຍການເປັນປະທານຂອງ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໂດຍມີຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.
ກອງບັນຊາການທະຫານແຂວງຄຳມ່ວນ ປະດັບທຽບຊັ້ນນາຍທະຫານ

ກອງບັນຊາການທະຫານແຂວງຄຳມ່ວນ ປະດັບທຽບຊັ້ນນາຍທະຫານ

ວັນທີ 18 ກັນຍາຜ່ານມາ, ກອງບັນຊາການທະຫານແຂວງຄໍາມ່ວນ ໄດ້ຈັດພິທີປະດັບທຽບຊັ້ນນາຍທະຫານ ໂດຍການເປັນປະທານຂອງສະຫາຍ ພັນໂທ ພົມວິຫານ ອິນສັກດາ ກໍາມະການຄະນະພັກ ກອງບັນຊາການ, ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງຄຳມ່ວນ, ມີຄະນະພັກ-ຄະນະບັນຊາ ອົງການ 6 ຫ້ອງ, ພະແນກການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ