ເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມໃຫຍ່ ລັດວິສາຫະກິດ ໄຟຟ້າລາວ ນະຄອນຫຼວງວຽງຈັນ, ບໍລິສັດ ໄຊຍະບູລີ ພາວເວີ ຈໍາກັດ ຜູ້ດໍາເນີນການເຂື່ອນໄຟຟ້າພະລັງນ້ໍາໄຊຍະບູລີ ໄດ້ຮັບຫຼຽນໄຊແຮງງານ ຊັ້ນ 2 ຈາກ ລັດຖະບານ ແຫ່ງ ສປປ ລາວ ທີ່ມີຜົນງານໂດດເດັ່ນດ້ານການພັດທະນາ ເຂື່ອນໄຟຟ້າພະລັງນໍ້າໄຊຍະບູລີ ຕາມມາດຕະຖານສາກົນ, ໃຫ້ກ່ຽດມອບໂດຍ ທ່ານ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຮັບໂດຍ ທ່ານ ວໍລະພົດ ອຸຊຸໄພບູນວົງ ກຳມະການຜູ້ຈັດການ ບໍລິສັດ ໄຊຍະບູລີ ພາວເວີ ຈຳກັດ
ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ໄດ້ຈັດກອງປະຊຸມປະກອບຄໍາເຫັນໃສ່ບົດລາຍງານການເມືອງ, ບົດສໍາຫຼວດການນໍາພາລວມ ແລະ ທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງ ວທ ສະໄໝທີ VI ຮອບທີ 3 ຂຶ້ນໃນວັນທີ 9 ກັນຍາຜ່ານມາ ທີ່ຫໍວັດທະນະທຳແຫ່ງຊາດ ໂດຍການເປັນປະທານຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ເລຂາຄະນະບໍລິຫານງານພັກ ກະຊວງ ວທ, ມີຮອງເລຂາຄະນະບໍລິຫານງານພັກກະຊວງ, ກຳມະການປະຈຳພັກກະຊວງ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ພິທີ ເຊັນສັນຍາໃນການສຳຫຼວດ-ອອແບບ, ຄິດໄລ່ປະເມີນມູນຄ່າໂຄງການ, ຂຽນບົດວິພາກເສດຖະກິດ-ເຕັກນິກ, ສຶກສາຜົນກະທົບສິ່ງແວດລ້ອມ-ສັງຄົມ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ຫາ ເມືອງຈອມເພັດ ແລະ ຂົວຂ້າມນໍ້າຂອງ 1 ແຫ່ງ, ໄດ້ຈັດຂຶ້ນ ໃນຕອນບ່າຍວັນທີ່ 9 ກັນຍານີ້ ທີ່ພະແນກໂຍທາທິການ ແລະ ຂົນສົ່ງແຂວງຫຼວງພະບາງ, ມີທ່ານ ນາງ ສິລິພອນ ສຸພັນທອງ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ທັງພາກລັດ ແລະ ບໍລິສັດຮັບເໝົາເຂົ້າຮ່ວມ.
ງານວາງສະແດງຜະລິດຕະພັນລາວ ປະຈຳປີ 2025 (Made in Laos 2025) ຈະຈັດຂຶ້ນ ໃນລະຫວ່າງວັນທີ 1-8 ຕຸລາ 2025 ທີ່ຈະມາເຖິງນີ້, ຢູ່ສູນການຄ້າລາວ-ໄອເຕັກ ນະຄອນ ຫລວງວຽງຈັນ ໂດຍຈະນຳເອົາຜະລິດຕະພັນຫລາຍປະເພດ, ຈາກຫລາຍຂະແໜງການ, ຜະລິດຕະພັນ ຈາກ 17 ແຂວງ ໃນຂອບເຂດທົ່ວປະເທດ ແລະ ຈາກປະເທດເພື່ອນບ້ານຈໍານວນໜຶ່ງ ມາຮ່ວມວາງ ສະແດງ.
ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະ ຄໍ້າປະກັນໃນການດໍາລົງຊີວິດແບບຍືນຍົງ ໃນແຂວງເຊກອງ ລະຫວ່າງ ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ ເຊກອງ ກັບ ອົງການອາສາສະໝັກຍີ່ປຸ່ນ ປະຈໍາ ສປປ ລາວ (JVC) ໄດ້ຈັດຂຶ້ນໃນວັນທີ 9 ກັນຍານີ້ ທີ່ສະໂມສອນເມືອງລະມາມ, ໂດຍມີທ່ານ ຂັນຕີ ສີລະວົງສາ ຮອງເລຂາພັກແຂວງເຊກອງ, ມີບັນດາຂະແໜງການກ່ຽວຂ້ອງຈາກສູນກາງ, ແຂວງ, ເມືອງດາກຈຶງ ແລະ ເມືອງກະລຶມເຂົ້າຮ່ວມ.
ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ໄດ້ຮັບເລືອກເປັນປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວຄັ້ງທີ IX, ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ປິດລົງດ້ວຍຜົນສຳເລັດຢ່າງຈົບງານໃນວັນທີ 10 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ ກໍາມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ (ສສຍລ), ເປັນກຽດເຂົ້າຮ່ວມຂອງສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ, ມີສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາການນໍາພັກ-ລັດ ພ້ອມດ້ວຍແຂກຖືກເຊີນກ່ຽວຂ້ອງເຂົ້າຮ່ວມ.
ໃນວັນທີ 9 ກັນຍານີ້ ທີ່ບ້ານໜອງບົວ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ມີພິທີເປີດສູນຝຶກວິຊາຊີບຄົນຫູໜວກມືແຫ່ງຄວາມຫວັງ ເປັນກຽດເຂົ້າຮ່ວມມີທ່ານ ສິນລະກອນ ພົມມະໄຊສີ ຮັກສາການເຈົ້າເມືອງໄຊທານີ, ທ່ານ ນາງ ໂສພາພອນ ເຮືອງລິດ ຜູ້ອຳນວຍການສູນຝຶກວິຊາຊີບຄົນຫູໜວກມືແຫ່ງຄວາມຫວັງ, ມີບັນດາແຂກທີ່ຖຶກເຊີນ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ໃນ 5 ປີ (2026-2030) ແຂວງເຊກອງ ມີຄວາມຕ້ອງການທຶນເຂົ້າໃນການພັດທະນາພື້ນຖານໂຄງລ່າງທັງໝົດ 8,039 ຕື້ກີບ ກວມເອົາ 36% ຂອງ GDP (ສະເລ່ຍປະມານ 1,608 ຕື້ກີບ/ປີ). ໃນນີ້, ການລົງທຶນຂອງລັດ 804 ຕື້ກີບ (ສະເລ່ຍ 161 ຕື້ກີບ/ປີ); ທຶນຊ່ວຍເຫຼືອລ້າ ແລະ ກູ້ຢືມ 1,206 ຕື້ກີບ (ສະເລ່ຍ 241 ຕື້ກີບ/ປີ); ການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ 6,029 ຕື້ກີບ (ສະເລ່ຍ 1,206 ຕື້ກີບ/ປີ).
ກະຊວງການຕ່າງປະເທດ ໃນນາມປະທານ ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ) ຮ່ວມກັບ ອົງການ ສະຫະປະຊາຊາດ ເພື່ອການພັດທະນາ ໄດ້ຈັດພິທີສະເຫຼີມສະຫຼອງຄົບຮອບ 15 ປີ ວັນມີຜົນບັງຄັບໃຊ້ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ພາຍໃຕ້ຫົວຂໍ້: “ຜົນທະທົບຕໍ່ມະນຸດ ແລະ ສິ່ງທ້າທາຍຈາກລະເບີດບໍ່ທັນແຕກທີ່ຍັງຕົກຄ້າງ” ໃນວັນທີ 8 ກັນຍານິ້ ທີ່ສະໂມສອນຄະນະເສດຖະສາດ ເເລະ ບໍລິຫານທຸລະກິດ, ມະຫາວິທະຍາໄລເເຫ່ງຊາດ.
ໃນວັນທີ 8 ກັນຍາຜ່ານມານີ້, ທ່ານ ດາວເຮືອງ ນັນທາວົງ ຮອງເຈົ້າແຂວງວຽງຈັນ ສປປ ລາວ ໄດ້ ຕ້ອນຄະນະຮັບຜິດຊອບອົງການພັດທະນາພື້ນທີ່ພິເສດເພື່ອການທ່ອງທ່ຽວຢ່າງຢັ້ງຢືນ ແຂວງເລີຍ ປະເທດໄທ, ໃນໂອກາດ ທີ່ເດີນທາງມາເຮັດວຽກ ຮ່ວມກັບ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວແຂວງວຽງຈັນ ຊຶ່ງນຳພາໂດຍ ທ່ານ ປະຢູນ ອະຣັນຣຸດ ຮອງເຈົ້າແຂວງໆເລີຍ ລາຊາອານາຈັກໄທ ພ້ອມດ້ວຍຄະນະທັງ 2 ຝ່າຍເຂົ້າຮ່ວມ.
ຄໍາເຫັນ