ພິທີໂຮມຊຸມນຸມເນື່ອງໃນໂອກາດ ວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 74 ປີ

ກະຊວງ ຖວທ ໂຮມຊຸມນຸມວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 74 ປີ

ກະຊວງ ຖວທ ໂຮມຊຸມນຸມວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 74 ປີ
ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດພິທີໂຮມຊຸມນຸມເນື່ອງໃນໂອກາດ ວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 74 ປີຂຶ້ນໃນວັນທີ 9 ສິງຫາ ນີ້ ທີ່ຫໍວັດທະນະທໍາ

ແຫ່ງຊາດ ໂດຍມີທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ, ມີຮອງລັດຖະມົນຕີ, ຫົວໜ້າກົມ, ຫົວພະແນກ, ຜູ້ຕາງໜ້າສື່ມວນຊົນວິທະຍຸ, ໂທລະພາບ, ໜັງສືພິມ, ວາລະສານ ແລະ ແຂກຖືກເຊີນເຂົ້າຮ່ວມ.

ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງ ຖວທ ໄດ້ຍົກໃຫ້ເຫັນປະຫວັດມູນເຊື້ອຂອງສື່ມວນຊົນ ແລະ ການພິມຈໍາໜ່າຍ 74 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຊຶ່ງໄດ້ມີການປ່ຽນແປງ, ປັບປຸງ, ພັດທະນາໃນແຕ່ລະໄລຍະຢ່າງເປັນລະບົບ ແລະ ຕໍ່ເນື່ອງເປັນກ້າວໆມາ ຕິດພັນກັບການນໍາພາ, ຊີ້ນໍາຂອງພັກຢ່າງໃກ້ຊິດ ແລະ ສະໜິດແໜ້ນຕະຫຼອດໄລຍະແຫ່ງການຕໍ່ສູ້ປົດປ່ອຍຊາດ, ຍາດເອົາເອກະລາດແຫ່ງຊາດ ກໍຄືໄລຍະ 49 ປີຜ່ານ ມາແຫ່ງພາລະກິດປົກປັກຮັກ ແລະ ສ້າງສາປະເທດຊາດ. ພັກ-ລັດຖະບານຍາມໃດກໍຖືເອົາວຽກງານໂຄສະນາ ສຶກສາອົບຮົມ, ປຸກລະດົມຂົນຂວາຍປະຊາຊົນເຂົ້າຮ່ວມປະກອບສ່ວນປົກປັກຮັກສາ ແລະ ສ້າງສາປະເທດຊາດ ໄປຕາມແນວທາງຂອງພັກ, ນະໂຍບາຍ, ລະບຽບກົດໝາຍຂອງລັດ. ສື່ມວນຊົນ ແລະ ກາມພິມຈຳໜ່າຍໄດ້ກາຍເປັນອາວຸດອັນແຫຼມຄົມຂອງພັກ, ເປັນປາກກະບອກສຽງໃຫ້ພັກ-ລັດ ແລະ ປະຊາຊົນ, ເປັນເວທີສົ່ງເສີມລະບອບປະຊາທິປະໄຕປະຊາຊົນ, ທັງຕໍ່ສູ້ທາງດ້ານການເມືອງ-ແນວຄິດ, ນໍາພາຫາງສຽງສັງຄົມ, ຕອບໂຕ້ຖ້ອຍທໍານອງຂອງກຸ່ມຄົນບໍ່ດີ, ອິດທິກໍາລັງປໍລະປັກຢ່າງເລິກເຊິ່ງ, ທັນການ ແລະ ວຽກງານສື່ມວນຊົນ, ການພິມຈໍາໜ່າຍໄດ້ພັດທະນາທາງດ້ານປະລິມານ ແລະ ຄຸນນະພາບຢ່າງເປັນລະບົບຕໍ່ເນື່ອງ.

ສຳລັບຜົນງານທີ່ພົ້ນເດັ່ນຂອງການເຄື່ອນໄຫວວຽກງານຂົງເຂດສື່ມວນຊົນປະຈໍາປີ 2023-2024 ອັນພົ້ນເດັ່ນໄດ້ໂຄສະນາການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໃນໄລຍະທ້າຍສະໄໝ ໂດຍສະເພາະການໂຄສະນາຊຸກຍູ້ການຈັດຕັ້ງປະຕິບັດມະຕິຂອງພັກໃນແຕ່ລະໄລຍະ ເປັນຕົ້ນມະຕິວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່; ໄດ້ໂຄສະນາການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX ເປັນຕົ້ນການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ການສົ່ງເສີມການຜະລິດສິນຄ້າພາຍໃນ ແລະ ການສົ່ງເສີມການຊົມໃຊ້ສິນຄ້າຂອງຕົນ, ຫຼຸດການນໍາເຂົ້າສິນຄ້າທີ່ບໍ່ຈໍາເປັນ ແລະ ອື່ນໆ; ໂຄສະນາວັນສໍາຄັນຕ່າງໆຂອງພັກ, ຂອງຊາດ; ເປັນເຈົ້າການ, ຕື່ນຕົວໂຄສະນາຕອບໂຕ້, ຕອບຕ້ານປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ; ສາມາດຊຸກຍູ້ການຂະຫຍາຍຕາໜ່າງໂທລະໂຄ່ງລົງສູ່ທ້ອງຖິ່ນທົ່ວປະເທດ ມາຮອດປີ 2024 ຕິດຕັ້ງໂທລະໂຄ່ງໄດ້ທັງໝົດ 6.000 ກວ່າຊຸດໃນທົ່ວປະເທດ ແລະ ລົງທະບຽນ ໜ້າຂ່າວອອນລາຍໄດ້ທັງໝົດ. ມາຮອດປີ 2024 ໄດ້ 170 ກວ່າໜ້າຂ່າວ. ນອກຈາກນີ້, ຍັງໄດ້ຝຶກອົບຮົມບຸກຄະລາກອນສື່ມວນຊົນ ກໍຄືຄະນະບັນນາທິການ, ນັກຂ່າວທັງຮູບແບບອອນລາຍ, ຮູບແບບເຊິ່ງໜ້າຢ່າງຕໍ່ເນື່ອງ ທັງຢູ່ພາຍໃນ ແລະ ຕ່າງປະເທດ. ສຳລັບຂົງເຂດການພິມຈໍາໜ່າຍໄດ້ສໍາເລັດການປັບປຸງກົດໝາຍວ່າດ້ວຍການພິມຈໍາໜ່າຍ (ສະບັບປັບປຸງ) ມາຮອດປັດຈຸບັນມີ 44 ໂຮງພິມ ແລະ 15 ສຳນັກພິມ.

ໂອກາດນີ້, ທ່ານນາງ ສວນສະຫວັນ ວິຍະເກດ ໄດ້ເນັ້ນໃຫ້ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນສືບຕໍ່ຫັນເອົາແນວທາງຂອງພັກ, ລະບຽບກົດໝາຍຂອງລັດເປັນອັນລະອຽດເຂົ້າສູ່ວຽກງານຕົວຈິງຂອງສື່ມວນຊົນ ແລະ ພິມຈຳໜ່າຍເພື່ອໃຫ້ວຽກງານສື່ມວນຊົນພັດທະນາໄປຢ່າງຖືກທິດ, ໜັກແໜ້ນ ແລະ ສາມາດເຂົ້າຮ່ວມການເຄື່ອນໄຫວໃນພາກພື້ນ, ສາກົນ ເພື່ອຮັບໃຊ້ໃຫ້ແກ່ວຽກງານປົກປັກຮັກສາ ແລະ ພັດທະນາປະເທດຊາດ ແລະ ເກີດປະໂຫຍດສູງສຸດຕໍ່ສ່ວນລວມ ໂດຍສະເພາະແມ່ນການຜັນຂະຫຍາຍເນື້ອໃນຈິດໃຈມະຕິວ່າດ້ວຍການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່; ສືບຕໍ່ເປັນເຈົ້າການປັບປຸງພັດທະນາດ້ານເນື້ອໃນ ແລະ ຮູບການໂຄສະນາໃຫ້ດຶງດູດຜູ້ອ່ານ, ຜູ້ຟັງ, ຜູ້ຊົມບົນພື້ນຖານຂໍ້ມູນຕົວຈິງ ແລະ ຮັບປະກັນຄວາມໝັ້ນຄົງດ້ານຂໍ້ມູນຂ່າວສານ ກໍຄືບໍ່ໃຫ້ຜິດພາດ, ຜິດເຂວອອກຈາກແນວທາງການເມືອງ; ສືບຕໍ່ປັບປຸງພື້ນຖານໂຄງລ່າງ, ວັດຖຸເຕັກ ນິກທີ່ມີຢູ່ໃຫ້ສາມາດໃຊ້ການໄດ້ປົກກະຕິ ແລະ ສືບຕໍ່ຍາດແຍ່ງການຊ່ວຍເຫຼືອຈາກປະເທດເພື່ອນມິດສາກົນຕື່ມອີກ;ສືບຕໍ່ເອົາໃຈໃສ່ກໍ່ສ້າງ ແລະ ປັບປຸງຮາກຖານພັກໃນຂົງເຂດສື່ມວນຊົນ ແລະ ການພິມຈໍາໜ່າຍໃຫ້ເຂັ້ມແຂງ, ປອດໃສ, ໜັກແໜ້ນ ຕິດພັນກັບການປັບປຸງກົງຈັກການຈັດຕັ້ງໃນຂົງເຂດນີ້ໃຫ້ແທດເໝາະກັບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ; ສືບຕໍ່ເອົາໃຈໃສ່ການສ້າງຄວາມເຂັ້ມແຂງ ຫັນໄປສູ່ກຸ້ມຕົນເອງເທື່ອລະກ້າວຕາມເງື່ອນ ໄຂຕົວຈິງ ໂດຍຊຸກຍູ້ໃຫ້ມີການປັບປຸງ, ກົນໄກ, ຂັ້ນຕອນ, ວິທີການ ແລະ ລະບຽບການຕ່າງໆທີ່ກ່ຽວຂ້ອງເພື່ອ ອໍານວຍຄວາມສະດວກໃຫ້ອົງການສື່ມວນຊົນ, ອົງການພິມຈໍາໜ່າຍ ແລະ ອົງການລັດວິຊາການ ປະຕິບັດໜ້າທີ່ຮັບໃຊ້ໜ້າທີ່ການເມືອງໃຫ້ທ່ວງທັນກັບວຽກງານ ແລະ ສອດຄ່ອງກັບສະພາບຕົວຈິງ; ເພີ່ມທະວີສຸມໃສ່ໂຄສະນາປຸກລະດົມນໍ້າໃຈຮັກຊາດ, ເຜີຍແຜ່ຄ່ານິຍົມທີ່ຮັກຊາດ, ຮັກລະບອບໃໝ່ຊົມໃຊ້ຜະລິດຕະພັນລາວ, ສົ່ງເສີມການຜະລິດເປັນສິນຄ້າຂອງປະຊາຊົນ, ປົກປັກຮັກສາວັດທະນະທໍາອັນດີງາມຂອງຊາດ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆຂອງສັງຄົມ ພ້ອມທັງໂຄສະນາການນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ຕິດພັນກັບການສົ່ງເສີມ ແລະ ການດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ອງທ່ຽວປະເທດລາວເຮົາໃຫ້ນັບມື້ເພີ່ມຂຶ້ນ.

ຂ່າວ-ພາບ: ບຸນອູ້ມ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ