ກະຊວງ ຖວທ ລົງສຸກຍູ້ ວຽກງານສົ່ງເສີມຄວາມກ້າວໜ້າແມ່ຍິງຢູ່ແຂວງໄຊສົມບູນ

ກະຊວງ ຖວທ ລົງສຸກຍູ້ ວຽກງານສົ່ງເສີມຄວາມກ້າວໜ້າແມ່ຍິງຢູ່ແຂວງໄຊສົມບູນ

ກະຊວງ ຖວທ ລົງສຸກຍູ້ ວຽກງານສົ່ງເສີມຄວາມກ້າວໜ້າແມ່ຍິງຢູ່ແຂວງໄຊສົມບູນ
ໃນວັນທີ 30 ເມສາຜ່ນມານີ້, ຫ້ອງການ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ລົງສຸກຍູ້ ວຽກງານສົ່ງເສີມຄວາມກ້າວໜ້າແມ່ຍິງ, ແມ່ ແລະ ເດັກ ຢູ່ທີ່ພະແນກ ຖວທ ແຂວງໄຊສົມບູນ ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນເພັງ ສຸພາບ ຮອງຫົວໜ້າຫ້ອງການກະຊວງ ຖວທ, ທ່ານ ທົງສະຫວັນ ໂພສາລາດ ຫົວໜ້າພະແນກ ຖວທ ແຂວງໄຊສົມບູນ.

ທ່ານ ບຸນເພັງ ສຸພາບ ໄດ້ມີຄຳເຫັນວ່າ: ກອງປະຊຸມໃນຄັ້ງນີ້, ແມ່ນແນ່ໃສ່ສົງເສີມວຽກງານສິດທິມະນຸດ ແລະ ສິດທິພົນລະເມືອງ, ຍຸດທະສາດ ແລະ ແຜນງານສົ່ງເສີມວຽກງານແມ່ຍິງ ກະຊວງ ຖວທ, ເພດ ແລະ ບົດບາດຍິງ-ຊາຍ ໃຫ້ກັບຜູ້ເຂົ້າຮ່ວມໄດ້ຮັບຮູ້ ເຂົ້າໃຈຕໍ່ວຽກງານດັ່ງກ່າວໃຫ້ເລິກເຊິ່ງກວ້າງຂວາງ ພ້ອມທັງນຳໄປເຜີຍແຜ່ເຊື່ອມໃຫ້ກັບພະນັກງານພາຍໃຕ້ການຄູ້ມຄອງຂອງຕົນຢ່າງທົ່ວເຖິງ. ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ເອກະສານສິດທິມະນຸດ ແລະ ສິດທິພົນລະເມືອງ, ຍຸດທະສາດ ແລະ ແຜນງານສົ່ງເສີມວຽກງານແມ່ຍິງ ກະຊວງ ຖວທ, ເພດ ແລະ ບົດບາດຍິງ-ຊາຍ.

ສິດທິມະນຸດແມ່ນ ສິດທິພື້ນຖານ ແລະ ເສລີພາບ ທີ່ເປັນຂອງທຸກຄົນໃນໂລກ ຕັ້ງແຕ່ກຳເນີດ ສິດທິເຫຼົ່ານີ້ແມ່ນມີຢູ່ນໍາພວກເຮົາທຸກຄົນ ໂດຍບໍ່ຄໍານຶງເຖິງສັນຊາດ, ເພດ, ຊົນຊາດ ຫຼື ຊົນເຜົ່າ, ສີຜິວ, ສາດສະໜາ, ພາສາ ຫຼື ສະຖານະພາບອື່ນໆ. ໂອກາດດຽວກັນ ຜູ້ເຂົ້າຮ່ວມຍັງໄດ້ພັດປຽນກັນປະກອບຄຳຄິດຄຳເຫັນ ເປັນການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຕື່ມອີກ.

(ຂ່າວ: ຄຳໝັ້ນ ພຽງພິລາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫະພັນກຳມະບານ ຟຟລ ຈັດງານແຂ່ງຂັນສີມືແຮງງານປະຈໍາປີ 2025

ສະຫະພັນກຳມະບານ ຟຟລ ຈັດງານແຂ່ງຂັນສີມືແຮງງານປະຈໍາປີ 2025

ລະຫວ່າງ ວັນທີ 29-30 ເມສາທີ່ຜ່ານມາ, ລັດວິສາຫະກິດໄຟຟ້າລາວ (ຟຟລ) ໄດ້ຈັດງານແຂ່ງຂັນສີມືແຮງງານ ປະຈໍາປີ 2025 ຂຶ້ນ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນ ວັນກໍາມະກອນສາກົນ ຄົບຮອບ 139 ປີ ໃຫ້ກຽດເຂົ້າຮ່ວມງານເປີດພິທີ ໂດຍສະຫາຍ ໂພໄຊ ໄຊຍະສອນ ກຳມະການສູນກາງພັກເລຂາຄະນະພັກລັດຖະມົນຕີກະຊວງພະລັງງານ
ເມືອງໄຊຍະບູລີ ໂຄສະນາເຜີຍແຜ່ກົດໝາຍ ແລະ ວຽກງານຍຸຕີທຳຮາກຖານຢູ່ບ້ານນ້ຳລອດ

ເມືອງໄຊຍະບູລີ ໂຄສະນາເຜີຍແຜ່ກົດໝາຍ ແລະ ວຽກງານຍຸຕີທຳຮາກຖານຢູ່ບ້ານນ້ຳລອດ

ໃນວັນທີ 30 ເມສາຜ່ານມາ ຫ້ອງການຍຸຕິທໍາເມືອງໄຊຍະບູລີ ແຂວງໄຊຍະບູລີ ລົງເຜີຍແຜ່ກົດໝາຍ ແລະ ຊຸກຍູ້ວຽກງານຍຸຕິທຳຮາກຖານຢູ່ບ້ານຖ້ຳລອດນໍາພາໂດຍ ທ່ານ ເມກວິຊຽນ ພັດທະວົງ ຮອງຫົວໜ້າຫ້ອງການຍຸຕິເມືອງ.
ກຳມະບານແຂວງສະຫວັນນະເຂດ ຍ່າງເພື່ອສຸຂະພາບເນື່ອງໃນໂອກາດສະຫຼອງວັນກຳມະກອນສາກົນ ຄົບຮອບ 139 ປີ

ກຳມະບານແຂວງສະຫວັນນະເຂດ ຍ່າງເພື່ອສຸຂະພາບເນື່ອງໃນໂອກາດສະຫຼອງວັນກຳມະກອນສາກົນ ຄົບຮອບ 139 ປີ

ໃນຕອນເຊົ້າວັນທີ 1 ພຶດສະພາຜ່ານມານີ້, ສະຫະພັນກຳມະບານແຂວງສະຫວັນນະເຂດ ໄດ້ຈັດຂະບວນການຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງວັນກຳມະກອນສາກົນ ຄົບຮອບ 139ປີ ຂຶ້ນທີ່ເດີ່ນຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ,
ຊັນສັນຍາ ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ (ບໍ່ລວມເຂດ B)

ຊັນສັນຍາ ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ (ບໍ່ລວມເຂດ B)

ໂຄງການພັດທະນາຕົວເມືອງຕາມແລວທາງອະນຸພາກພື້ນແມ່ນ້ຳຂອງ IV ຫຼື (GMS4) ແມ່ນໄດ້ຮັບທຶນຊ່ວຍເຫຼືອລ້າຈາກທະນາຄານພັດທະນາອາຊີ ຊຶ່ງປະກອບມີ 2 ຕົວເມືອງຄື: ເມືອງປາກຊັນ ແຂວງບໍລິຄຳໄຊ ແລະ ເມືອງທ່າແຂກ ແຂວງຄຳມ່ວນ
ເຊກອງ ຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ.

ເຊກອງ ຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ.

ແຂວງເຊກອງ ຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ປະຈໍາປີ 2025 ພາຍໃຕ້ຄໍາຂວັນ ‘‘ຖະໜົນເພື່ອຊີວິດ ຂັບລົດຊ້າ ຊີວິດຍືນຍາວ’’ ຂຶ້ນໃນວັນທີ 30 ເມສານີ້, ໂດຍມີ ທ່ານ ເຫຼັກໄຫລ ສີວິໄລ ເຈົ້າແຂວງເຊກອງ ພ້ອມດ້ວຍການນໍາຂັ້ນແຂວງ, ພະແນກການ, ອົງການທຽບເທົ່າ, ພະນັກງານ, ນັກຮຽນ ແລະ ນັກສຶກສາ ເຂົ້າຮ່ວມ.
ສະຫະພັນກໍາມະບານ ກະຊວງ ພບ ແລະ ກະຊວງ ອຄ ຈັດພິທີ ເລົ່າມູນເຊື້ອ ວັນກໍາມະກອນສາກົນ

ສະຫະພັນກໍາມະບານ ກະຊວງ ພບ ແລະ ກະຊວງ ອຄ ຈັດພິທີ ເລົ່າມູນເຊື້ອ ວັນກໍາມະກອນສາກົນ

ສະຫະພັນກຳມະບານ ກະຊວງ ພະລັງງານ ແລະ ບໍ່ແຮ່ (ພບ) ແລະ ສະຫະພັນກໍາມະບານ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຈັດພິທີປະຖະກະຖາ ສະເຫຼີມສະຫຼອງວັນກຳມະກອນສາກົນຄົບຮອບ 139 ປີ (1 ພຶດສະພາ 1886-1 ພຶດສະພາ 2025)ຂຶ້ນຫວ່າງມໍ່ໆມານີ້ ທີ່ຫ້ອງປະຊຸມ ລັດວິສາຫະກິດໄຟຟ້າລາວ ໂດຍການເຂົ້າຮ່ວມເປັນປະທານກອງປະຊຸມ
ກວດກາເນື້ອໃນຮອບດ້ານຮ່າງກົດໝາຍສັງຄົມສົງເຄາະ

ກວດກາເນື້ອໃນຮອບດ້ານຮ່າງກົດໝາຍສັງຄົມສົງເຄາະ

ກອງປະຊຸມກວດກາເນື້ອໃນຮອບດ້ານຕໍ່ຮ່າງກົດໝາຍວ່າດ້ວຍສັງຄົມສົງເຄາະ (ສ້າງໃໝ່) ໄດ້ຈັດຂຶ້ນໃນວັນທີ 30 ເມສາ ຜ່ານມາ ທີ່ແຂວງວຽງຈັນໂດຍການເປັນປະທານຂອງທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ(ສພຊ); ເຂົ້າຮ່ວມມີບັນດາທ່ານປະທານ ແລະຮອງປະທານກຳມາທິການທີ່ກ່ຽວຂ້ອງຂອງ ສພຊ, ຮອງລັດຖະມົນຕີກະຊວງ
ຍ່າງເພື່ອສຸຂະພາບສະຫຼອງວັນ​ກໍາມະກອນ​ສາກົນ ຄົບຮອບ 139 ປີ

ຍ່າງເພື່ອສຸຂະພາບສະຫຼອງວັນ​ກໍາມະກອນ​ສາກົນ ຄົບຮອບ 139 ປີ

ພິທີຍ່າງເພື່ອສຸຂະພາບສະເຫຼີມສະຫຼອງວັນ​ກໍາມະກອນ​ສາກົນ ຄົບຮອບ 139 ປີ ວັນທີ 1 ພຶດສະພາ 2025 ໄດ້ຈັດຂຶ້ນໃນວັນທີ 1 ພຶດສະພານີ້ ທີ່ປະຕູໄຊໂດຍການເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ມີບັນດາທ່ານຜູ້ນຳ​ພັກ-ລັດ,
ກອງພັນໃຫຍ່ 202 ປະກາດການຈັດຕັ້ງ

ກອງພັນໃຫຍ່ 202 ປະກາດການຈັດຕັ້ງ

ວັນທີ 30 ເມສາຜ່ານມາ ຢູ່ສະໂມສອນກອງພັນໃຫຍ່ 202 ກອງພົນທີ 2 ໄດ້ຈັດພິທີປະກາດການຈັດຕັ້ງຄະນະພັກ-ຄະນະບັນຊາ ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຄຳດີ ໄຊຍະວົງ ເລຂາຄະນະພັກ ຫົວໜ້າການເມືອງກອງພົນທີ 2.
ກໍາມະບານແຂວງເຊກອງຈັດກິດຈະກຳຍ່າງເພື່ອສຸຂະພາບ

ກໍາມະບານແຂວງເຊກອງຈັດກິດຈະກຳຍ່າງເພື່ອສຸຂະພາບ

ໃນວັນທີ 1 ພຶດສະພານີ້, ສະຫະພັນກໍາມະບານແຂວງເຊກອງໄດ້ຈັດກິດຈະກຳຍ່າງເພື່ອສຸຂະພາບ ຕ້ອນຮັບວັນກຳມະກອນສາກົນ ຄົບຮອບ 139ປີ (1/5/1886-1/5/2025) ໃຫ້ເປັນຂະບວນຟົດຟື້ນ, ໂດຍການເຂົ້າຮ່ວມໂດຍທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ, ມີທ່ານຄຳພາ ໄຊຍະແສງ ປະທານສະຫະພັນກໍາມະບານແຂວງ, ມີຄະນະນຳຂັ້ນແຂວງ,
ເພີ່ມເຕີມ