ກະຊວງການຕ່າງປະເທດ ປະກາດການຈັດຕັ້ງຕຳແໜ່ງບໍລິຫານ

ກະຊວງການຕ່າງປະເທດ ປະກາດການຈັດຕັ້ງຕຳແໜ່ງບໍລິຫານ

ກະຊວງການຕ່າງປະເທດ ປະກາດການຈັດຕັ້ງຕຳແໜ່ງບໍລິຫານ
ກະຊວງການຕ່າງປະເທດ ໄດ້ປະກາດການຈັດຕັ້ງສັບຊ້ອນຕໍາແໜ່ງບໍລິຫານຂັ້ນກົມ ແລະ ພະແນກ ໃນຕອນເຊົ້າທີ 21 ມັງກອນນີ້, ພາຍໃຕ້ການເປັນປະທານຂອງທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ, ມີຄະນະພັກ-ຄະນະນຳກະຊວງ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ກະຊວງການຕາງປະເທດ ປະກາດການຈດຕງຕຳແໜງບລຫານ - image 1
 

ໃນພິທີ, ທ່ານ ຄຳໄພ ພັນທອງດີ ຮອງຫົວໜ້າກົມຈັດຕັ້ງ ໄດ້ຂຶ້ນຜ່ານ ດໍາລັດ ຂອງນາຍົກລັດຖະມົນຕີວ່າດ້ວຍການແຕ່ງຕັ້ງຫົວໜ້າກົມຜູ້ໃໝ່ ເພື່ອປ່ຽນແທນ ຫົວໜ້າກົມຜູ້ເກົ່າ ທີ່ໄດ້ຮັບການແຕ່ງຕັ້ງ ເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ໄປປະຈຳ ຢູ່ຕ່າງປະເທດ ຈຳນວນ 4 ທ່ານ ຄື: 1. ທ່ານ ບຸນທະລາ ປັນຍາວິຈິດ ຫົວໜ້າກົມການຂ່າວ ໄດ້ສັບຊ້ອນໄປເປັນ ຫົວໜ້າກົມພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ; 2. ທ່ານ ສີສຸພັນ ແກ້ວບັນດາວົງ ຮອງຫົວໜ້າກົມຈັດຕັ້ງ ເປັນ ຫົວໜ້າກົມກວດກາ; 3. ທ່ານ ສົມຄິດ ວັນຄໍາ ຮອງຫົວໜ້າກົມການຂ່າວ ເປັນ ຫົວໜ້າກົມການຂ່າວ ແລະ 4. ທ່ານ ວັດຖຸນິຍົມ ດວງມາລາ ຮອງຫົວໜ້າກົມເອີຣົບ ແລະ ອາເມຣິກາ ເປັນ ຫົວໜ້າສະຖາບັນການຕ່າງປະເທດ. ພ້ອມດຽວກັນນີ້, ໄດ້ຜ່ານ ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ຮອງຫົວໜ້າກົມ ຈຳນວນ 4 ທ່ານ ແລະ ຫົວໜ້າພະແນກ ຈຳນວນ 4 ທ່ານ.

ກະຊວງການຕາງປະເທດ ປະກາດການຈດຕງຕຳແໜງບລຫານ - image 2
 

ໃນໂອກາດດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຊົມເຊີຍຕໍ່ ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງຕໍາແໜ່ງບໍລິຫານໃນຄັ້ງນີ້, ພ້ອມນີ້ກໍໄດ້ຊີ້ນຳ ແລະ ມອບໝາຍໜ້າທີ່ການເມືອງ ແລະ ຄວາມຮັບຜິດຊອບ, ເພື່ອເປັນການເພີ່ມກໍາລັງແຮງໃນການນຳພາ-ຊີ້ນຳວຽກງານການຕ່າງປະເທດ ທີ່ພັກ-ລັດ ມອບໝາຍໃຫ້ ໂດຍໄດ້ເນັ້ນໜັກໃຫ້ບັນດາທ່ານທີ່ໄດ້ຮັບຕໍາແໜ່ງບໍລິຫານ ແລະ ພະນັກງານ-ລັດຖະກອນ ທັງໝົດ ຂອງກະຊວງການຕ່າງປະເທດ ຈົ່ງໄດ້ເປັນເຈົ້າການຍົກສູງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຄວາມເສຍສະຫຼະເພື່ອສ່ວນລວມ, ຄວາມສາມັກຄີເປັນປຶກແຜ່ນ, ເດັດດ່ຽວສະກັດກັ້ນ, ຕ້ານປະກົດການຫຍໍ້ທໍ້ຕ່າງໆ ແລະ ເຊີດຊູຄວາມເປັນແບບຢ່າງນຳໜ້າຂອງພະນັກງານ-ລັດຖະກອນ ໃນການປະຕິບັດໜ້າທີ່ການເມືອງ ແລະ ການຕ່າງປະເທດ ຕາມທິດບຸກທະລຸການທູດປ້ອງກັນເຫດ ເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດໃນໄລຍະໃໝ່, ໄປພ້ອມໆກັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກຢ່າງຕັ້ງໜ້າ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກກະຊວງການຕ່າງປະເທດ ຄັ້ງທີ V ພາຍໃຕ້ຄໍາຂວັນ ບຸກທະລຸການທູດເສດຖະກິດ, ຫັນທິດເປັນທັນສະໄໝ, ວ່ອງໄວດ້ານເສນາທິການ ເຂົ້າສູ່ລວງເລິກເພື່ອປະຕິບັດບັນດາແຜນງານ, ໂຄງການ ປີ 2026-2030 ແລະ ມະຕິກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ XIV ໃຫ້ປະກົດຜົນເປັນຈິງ.

ກະຊວງການຕາງປະເທດ ປະກາດການຈດຕງຕຳແໜງບລຫານ - image 3
 

ພາຍຫຼັງສຳເລັດປະກາດການຈັດຕັ້ງ ກໍໄດສືບຕໍ່ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ຊຶ່ງເປັນການຫວນຄືນເຖິງມູນເຊື້ອການກຳເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ທີ່ໄດ້ອຸທິດຕົນໃນພາລະກິດຕໍ່ສູ້ຄຽງບ່າຄຽງໄລ່ກັບປະຊາຊົນລາວບັນດາເຜົ່າຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄືການປະຕິບັດສອງໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຢ່າງສົມກຽດ ແລະ ມີໄຊຕະຫຼອດ 77 ປີຜ່ານມາ ດ້ວຍຄວາມເອກອ້າງທະນົງໃຈຂອງທົ່ວພະນັກງານ-ລັດຖະກອນ ແລະ ທົ່ວປວງຊົນລາວທັງຊາດ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫສປທ ເຜີຍແຜ່ເອກກະສານ ສຳຄັນຂອງພັກ-ຊາດ

ຫສປທ ເຜີຍແຜ່ເອກກະສານ ສຳຄັນຂອງພັກ-ຊາດ

ຫ້ອງວ່າການສຳນັກງານປະທານປະເທດ (ຫສປທ) ໄດ້ຈັດຕັ້ງເຜີຍແຜ່ເອກກະສານສຳຄັນຂອງພັກ-ຂອງຊາດຂຶ້ນໃນວັນທີ 20 ມັງກອນນີ້ ທີ່ຫ້ອງປະຊຸມຂອງຫ້ອງວ່າການ ສຳນັກງານດັ່ງກ່າວ, ໂດຍມີບັນດາຄະນະພັກ, ຄະນະກົມ, ຄະນະພະແນກ, ສະມາຊິກພັກ-ພະນັກງານລັດຖະກອນພາຍໃນ ຫສປທ ເຂົ້າຮ່ວມ.
ເມືອງພຽງ ສຳເລັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 5 ສະໄຫມທີ IX.

ເມືອງພຽງ ສຳເລັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 5 ສະໄຫມທີ IX.

ເມືອງພຽງ ແຂວງໄຊຍະບູລີ ຈັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 5 ສະໄຫມທີ IX ຂຶ້ນໃນວັນທີ 20 ມັງກອນຜ່ານມາ ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ພາຍໃຕ້ການເປັນປະທານຂອງສະຫາຍ ເສນ ພັນລັກ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ອາເມ ຊົງເຢ້ຽເລັ່ງ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງໄຊຍະບູລີ, ມີພ່ກສ່ວນກ່ຽວຂ້ອງອ້ອມຂ້າງເມືອງ ເຂົ້າຮ່ວມ.
ເຊກອງ ສະຫຼຸບການກຳຂໍ້ມູນວຽກງານກວດກາ 5 ປີ ແລະ ປະຈຳປີ

ເຊກອງ ສະຫຼຸບການກຳຂໍ້ມູນວຽກງານກວດກາ 5 ປີ ແລະ ປະຈຳປີ

ກອງປະຊຸມ ຕິດຕາມ, ກວດກາ, ຊຸກຍູ້ ແລະ ກຳຂໍ້ມູນວຽກງານກວດກາ 5 ປີ 2021-2025 ແລະ ປະຈຳປີ 2025 ໄດ້ຈັດຂຶ້ນໃນວັນທີ 19 ມັງກອນຜ່ານມານີ້, ທີ່ຫ້ອງປະຊຸມຫ້ອງວ່າການແຂວງເຊກອງ ໂດຍມີທ່ານ ສາກົນ ພອນປະເສີດ ຄະນະປະຈຳພັກແຂວງ ປະທານກວດກາພັກ, ປະທານອົງການກວດກາລັດແຂວງ, ມີທ່ານ ນາງ ບຸນເສີມ ໄຊຍະຄຳ ຮອງຫົວໜ້າຫ້ອງການກວດກາສູນກາງພັກ, ພ້ອມດ້ວຍພະນັກງານກວດກາຂັ້ນແຂວງ ແລະ ສູນກາງເຂົ້າຮ່ວມ.
ເມືອງຫຼວງນໍ້າທາ ປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 77ປີ

ເມືອງຫຼວງນໍ້າທາ ປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 77ປີ

ໃນວັນທີ 20 ມັງກອນ 2026 ທີ່ສະໂມສອນເມືອງຫຼວງນ້ຳທາ ແຂວງຫຼວງນໍ້າທາ ໄດ້ຈັດປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 77 ປີ (20 ມັງກອນ 1949 - 20 ມັງກອງ 2026) ໂດຍການເຂົ້າຮ່ວມຂອງທ່ານ ບຸນຄົງ ພິມມະສອນ ກຳມະການພັກແຂວງ ເລຂາພັກເມືອງ ປະທານ ປກຊ-ປກສ ຂັ້ນເມືອງ ແລະ ພາກສ່ວນກ່ຽວຂ້ອງພາຍໃນເມືຶອງ ເຂົ້າຮ່ວມ.
ສນຊ ປາຖະກະຖາວັນສ້າງຕັ້ງກອງທັບ ແລະ ເຜີຍແຜ່-ແນະນຳນິຕິກຳການເລືອກຕັ້ງ

ສນຊ ປາຖະກະຖາວັນສ້າງຕັ້ງກອງທັບ ແລະ ເຜີຍແຜ່-ແນະນຳນິຕິກຳການເລືອກຕັ້ງ

ສູນກາງແນວລາວສ້າງຊາດ (ສນຊ) ຈັດພິທີປາຖະກະຖາມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 77 ປີ (20/1/1949-20/1/2026) ແລະ ເຜີຍແຜ່, ແນະນຳນິຕິກຳການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ໃນວັນທີ 20 ມັງກອນຜ່ານມາ, ໃຫ້ກຽດປາຖະກະຖາຂອງທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ ຮອງປະທານ ສນຊ, ມີຮອງປະທານ ສນຊ ຜູ້ປະຈຳການ ແລະ ຜູ້ບໍ່ປະຈຳການ, ຄະນະພັກ-ຄະນະປະຈຳ ສນຊ ກ່ຽວຂ້ອງເຂົ້າຮ່ວມ.
ບໍລິສັດ ຊິນເຫ ຢິນພິນ ມອບນໍ້າດື່ມຊຸກຍູ້ຊຸດຮຽນທິດສະດີຂັ້ນຕົ້ນຊຸດທີ III ຄອສພ

ບໍລິສັດ ຊິນເຫ ຢິນພິນ ມອບນໍ້າດື່ມຊຸກຍູ້ຊຸດຮຽນທິດສະດີຂັ້ນຕົ້ນຊຸດທີ III ຄອສພ

ບໍລິສັດ ຊິນເຫ ຢິນພິນ ຈຳກັດຜູ້ດຽວ ມອບນ້ຳດື່ມຊຸກຍູ້ຊຸດຮຽນທິດສະດີຂັ້ນຕົ້ນ ຊຸດທີ III ໃຫ້ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຈໍານວນ 40 ແກັດ ມູນຄ່າ 9,600,000 ກີບ ໃນວັນທີ 20 ມັງກອນຜ່ານມານີ້ ທີ່ ຄອສພ ໃຫ້ກຽດກ່າວມອບໂດຍສະຫາຍ ຫວາງເຊິງກົວ ຜູ້ອຳນວຍການໃຫຍ່ ບໍລິສັດ ຊິນເຫ ຍິນພິນ ຈຳກັດຜູ້ດຽວ ຊຶ່ງນ້ຳດື່ມທີ່ນໍາມາມອບໃນຄັ້ງນີ້ ມີຂະໜາດ 558ml ຈຳນວນ 40 ແກັດ ເປັນນໍ້າດື່ມທໍາມະຊາດ ໂຮງງານຕັ້ງຢູ່ບ້ານຄອນພຸກ ເມືອງຫີນເຫີບ ແຂວງວຽງຈັນ, ຕາງໜ້າຮັບໂດຍສະຫາຍ ອານົງສັກ ອິນທະວົງ ກຳມະການຄະນະພັກ ຫົວໜ້າກົມຈັດຕັ້ງ-ພະນັກງານ ຄະນະຮັບຜິດຊອບຊີ້ນຳລວມຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ຄອສພ.
ກະຊວງຍຸຕິທຳ ຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບ ຄົບຮອບ 77 ປີ

ກະຊວງຍຸຕິທຳ ຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບ ຄົບຮອບ 77 ປີ

ກະຊວງຍຸຕິທຳ ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ(20/1/1949 - 20/1/2026) ໃນວັນທີ 21 ມັງກອນນີ້ ທີ່ກະຊວງດັ່ງກ່າວ ໂດຍໃຫ້ກຽດປາຖະກະຖາຂອງທ່ານ ພົນໂທ ວົງຄໍາ ພົມມະກອນ ຮອງປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ເຂົ້າຮ່ວມຮັບຟັງຂອງທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທຳ, ມີບັນດາຮອງລັດຖະມົນຕີ, ຫົວໜ້າພະແນກ, ຮອງພະແນກ, ພະນັກງານ-ລັດຖະກອນເຂົ້າຮ່ວມ.
ສສຊ ແລະ ສສຂ ເປັນປັດໄຈສໍາຄັນຕັດສິນຄຸນນະພາບການເຄື່ອນໄຫວປະຕິບັດໜ້າທີ່ການເມືອງໃນຕໍ່ໜ້າ

ສສຊ ແລະ ສສຂ ເປັນປັດໄຈສໍາຄັນຕັດສິນຄຸນນະພາບການເຄື່ອນໄຫວປະຕິບັດໜ້າທີ່ການເມືອງໃນຕໍ່ໜ້າ

ການເລືອກເຟັ້ນເອົາຜູ້ທີ່ມີມາດຕະຖານເງື່ອນໄຂຄົບຖ້ວນອອກສະໝັກຮັບເລືອກຕັ້ງເປັນ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ມີຄວາມໝາຍສໍາຄັນຢ່າງຍິ່ງ ຊຶ່ງເປັນປັດໄຈສໍາຄັນຕັດສິນຄຸນນະພາບ, ປະສິດທິພາບ ແລະ ປະສິດທິຜົນຂອງການເຄື່ອນໄຫວປະຕິບັດໜ້າທີ່ການເມືອງຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງໃນຕໍ່ໜ້າ.
ປິດລັບຫຼອນຕີ, ບັ່ນທອນກໍາລັງຂອງສັດຕູ ສ້າງເງື່ອນໄຂໃຫ້ເຫຼົ່າຮົບອື່ນໆ ບຸກຕີດັບສູນສັດຕູ

ປິດລັບຫຼອນຕີ, ບັ່ນທອນກໍາລັງຂອງສັດຕູ ສ້າງເງື່ອນໄຂໃຫ້ເຫຼົ່າຮົບອື່ນໆ ບຸກຕີດັບສູນສັດຕູ

ຕະຫຼອດໄລຍະ 77 ປີຜ່ານມາ, ກອງທັບປະຊາຊົນລາວ ພາຍໃຕ້ການຊີ້ນຳ-ນຳພາໂດຍກົງຂອງພັກ, ນັບແຕ່ມື້ກຳເນີດຂຶ້ນມາໃນວັນທີ 20 ມັງກອນ 1949 ຊຶ່ງເປັນເຫດການປະຫວັດສາດທີ່ກຳເນີດເກີດຂຶ້ນຂອງກຳລັງປະຕິວັດ ເກີດມາຈາກປະຊາຊົນ ໂດຍປະຊາຊົນ ແລະ ຮັບໃຊ້ປະຊາຊົນ. ໃນໄລຍະຕໍ່ສູ້ປົດປ່ອຍປະເທດຊາດ ກອງທັບປະຊາຊົນລາວໄດ້ຜ່ານຜ່າອຸປະສັກຫຍຸ້ງຍາກນາໆປະການ ແລະ ເສຍສະຫຼະເລືອດເນື້ອເພື່ອປະເທດຊາດ, ແຕ່ພາຍໃຕ້ການນຳພາໂດຍກົງຮອບດ້ານຂອງພັກ ກອງທັບປະຊາຊົນລາວ ນັບແຕ່ມື້ສ້າງຕັ້ງຈົນເຖິງປັດຈຸບັນໄດ້ເຕີບໃຫຍ່ເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ.
ສນຫລ ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ສນຫລ ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ສະຫະພັນນັກຮົບເກົ່າແຫ່ງຊາດລາວ (ສນຫລ) ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20/1/1949-20/1/2026) ໃນວັນທີ 21 ມັງກອນນີ້ ທີ່ ສນຫລ ພາຍໃຕ້ການເປັນປະທານ ແລະ ໃຫ້ກຽດປາຖະກະຖາຂອງສະຫາຍ ພົ.ວ ພອນໃຈ ພັນທະວົງ ຮອງປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ມີຄະນະບໍລິຫານງານພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນເຂົ້າຮ່ວມ.
ເພີ່ມເຕີມ