ກະຊວງການຕ່າງປະເທດ ທາບທາມບຸກຄະລາກອນ (ຮອບທີ 3)

ກະຊວງການຕ່າງປະເທດ ທາບທາມບຸກຄະລາກອນ (ຮອບທີ 3)

ກະຊວງການຕ່າງປະເທດ ທາບທາມບຸກຄະລາກອນ (ຮອບທີ 3)
ໃນຕອນເຊົ້າຂອງວັນທີ 26 ສິງຫາ ນີ້ ທີ່ ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນ ອອກຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງການຕ່າງປະເທດສະ ໄໝທີ V (ຮອບທີ 3) ໂດຍການເປັນປະທານຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ມີບັນດາຄະນະພັກ-ຄະນະນຳ, ຄະນະໜ່ວຍພັກ, ຜູ້ແທນສົມບູນ ຂອງກະຊວງການຕ່າງປະເທດ ແລະ ຜູ້ຕາງໜ້າຈາກຫ້ອງວ່າການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ ແລະ ຄະນະກວດກາສູນກາງພັກ, ເຂົ້າຮ່ວມ ທັງໝົດ 210 ສະຫາຍ ຍິງ 63 ສະຫາຍ.

 

ກະຊວງການຕາງປະເທດ ທາບທາມບກຄະລາກອນ (ຮອບທ 3) - image 1
 

ໃນພິທີ, ສະຫາຍ ວັນດີ ບຸດສະດີ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ຕາງໜ້າໃຫ້ຄະນະບຸກຄະລາກອນ ໄດ້ຂຶ້ນກ່າວຈຸດປະສົງຂອງກອງປະຊຸມ, ຫຼັງຈາກນັ້ນ ສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ ເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ກຽດຂຶ້ນກ່າວເປີດພິທີຢ່າງເປັນທາງການ. ກອງປະຊຸມໄດ້ດໍາເນີນໄປເປັນເວລາເຄິ່ງວັນ ໂດຍ ມີ 2 ວາລະ ຄື: ວາລະທີ 1. ແມ່ນປະກອບຄໍາຄິດຄໍາເຫັນໃສ່ ຮ່າງເອກະສານ. ໃນນັ້ນ, ສະຫາຍ ໄມທອງ ທໍາມະວົງສາ ກໍາມະການປະຈໍາພັກ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຂຶ້ນລາຍງານຕໍ່ທີ່ປະຊຸມຜົນຂອງການຈັດກອງປະຊຸມທ້າຍສະໄໝ ຄັ້ງທີ IV ທີ່ຈັດຂຶ້ນໃນວັນທີ 17 ສິງຫາ ຜ່ານມາ. ນອກນັ້ນ, ກອງປະຊຸມໄດ້ສຸມໃສ່ການປະກອບຄໍາເຫັນຕໍ່ບັນດາເອກະສານສະບັບປັບປຸງມາຈາກຮອບທີ 2 ເຊັ່ນ: ເອກະສານທີໜຶ່ງ ແມ່ນຮ່າງບົດລາຍງານການເມືອງ ແລະ ທິດທາງແຜນການ 2025-2030 ໂດຍແມ່ນ ສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ ເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງການຕ່າງປະເທດ ເປັນຜູ້ຂຶ້ນຜ່ານ; ເອກະສານທີສອງ ແມ່ນຮ່າງແຜນພັດທະນາກະຊວງການຕ່າງປະເທດ 2025-2030 ໂດຍແມ່ນ ສະຫາຍ ໄມທອງ ທໍາມະວົງສາ ກໍາມະການປະຈໍາພັກ ຮອງລັດຖະມົນຕີກະຊວງການຕ່າງປະເທດ ເປັນຜູ້ຂຶ້ນຜ່ານ ແລະ ເອກະສານທີສາມ ແມ່ນຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກ ຕະຫຼອດໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ໂດຍແມ່ນ ສະຫາຍ ພົງສະຫວັນ ສີສຸລາດ ກໍາມະການປະຈໍາພັກ ຮອງລັດຖະມົນຕີກະຊວງການຕ່າງປະເທດ ເປັນຜູ້ຂຶ້ນຜ່ານ.

ຫຼັງຈາກນັ້ນ, ຜູ້ແທນກອງປະຊຸມກໍໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນ ຢ່າງກົງໄປກົງມາ ຕໍ່ບັນດາເອກະສານດັ່ງກ່າວ ພ້ອມທັງໄດ້ຍົກໃຫ້ເຫັນ ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ແລະ ຂໍ້ສະເໜີປັບປຸງຕ່າງໆ ຊຶ່ງຈະຕ້ອງໄດ້ຖອດຖອນບົດຮຽນ ແລະ ນໍາໄປປັບປຸງໃຫ້ດີຂຶ້ນເທື່ອລະກ້າວ.

ກະຊວງການຕາງປະເທດ ທາບທາມບກຄະລາກອນ (ຮອບທ 3) - image 2
 

ສ່ວນວາລະທີ 2: ແມ່ນການທາບທາມບຸກຄະລາກອນ. ກ່ອນຈະດໍາເນີນການທາບທາມ, ສະຫາຍ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳອັນມີຄວາມໝາຍສຳຄັນຢ່າງຍິ່ງຕໍ່ກອງປະຊຸມ ກ່ອນອື່ນສະຫາຍໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດຂອງອົງຄະນະພັກກະຊວງການຕ່າງປະເທດ ທີ່ໄດ້ມີຄວາມເອົາໃຈໃສ່ນຳພາ-ຊີ້ນຳ ຈັດຕັ້ງປະຕິບັດວຽກງານ ຢູ່ໃນຂະແໜງການຕ່າງປະເທດ ໃນໄລຍະຜ່ານມາ ຊຶ່ງໄດ້ສະແດງອອກຢູ່ຮ່າງລາຍງານການເມືອງ, ແຜນພັດທະນາຂະແໜງການ ແລະ ຮ່າງບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກກະຊວງການຕ່າງປະເທດ ໃນຄັ້ງນີ້, ໃນຂະນະດຽວກັນ ສະຫາຍກໍໄດ້ເນັ້ນຢໍ້າຕໍ່ບັນດາຜູ້ແທນກອງປະຊຸມ ຈົ່ງຍົກສູງສະຕິຄວາມຮັບຜິດຊອບ ແລະ ຄຳນຶງເຖິງຄວາມສຳຄັນຂອງການຕັດສິນໃຈ ໃນການເລືອກເອົາ ຄະນະບໍລິຫານງານພັກ ກະຊວງການຕ່າງປະເທດ ຊຸດໃໝ່ ຊຶ່ງຈະເປັນຜູ້ນຳພາການເຄື່ອນໄຫວວຽກງານຢູ່ໃນຂະແໜງການຕ່າງປະເທດ ໃນອີກ 5 ປີຕໍ່ໜ້າໃຫ້ມີຜົນສໍາເລັດຍິ່ງຂຶ້ນໄປເລື້ອຍໆ.

ຫຼັງຈາກນັ້ນ, ກອງປະຊຸມກໍໄດ້ຜ່ານບັນດາເອກະສານສໍາຄັນຕ່າງໆ ເຊັ່ນ: ມາດຕະຖານ, ເງື່ອນໄຂ ເພື່ອຄັດເລືອກເອົາຜູ້ສະໝັກເຂົ້າໃນຄະນະບໍລິຫານງານພັກ, ຄະນະປະຈໍາພັກ, ເລຂາ, ຮອງເລຂາພັກ, ປະທານ ແລະ ຮອງປະທານກວດກາພັກ ກະຊວງການຕ່າງປະເທດສະໄໝທີ V; ທັງນີ້ກໍເພື່ອເຮັດໃຫ້ກອງປະຊຸມທາບທາມຮອບທີ 3 ໃນຄັ້ງນີ້ ດໍາເນີນໄປຢ່າງຖືກຕ້ອງຕາມກົດລະບຽບຂອງພັກ ເພື່ອຮັບປະກັນການຄັດເລືອກເອົາຄະນະພັກຊຸດໃໝ່ທີ່ມີເງື່ອນໄຂຄົບຖ້ວນ. ຫຼັງຈາກນັ້ນ, ບັນດາຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ດໍາເນີນການປ່ອນບັດທາບທາມເອົາຜູ້ເເທນຂອງຕົນເພື່ອອອກຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງການຕ່າງປະເທດ ແລະ ຂັ້ນຕ່າງໆ ສະໄໝທີ V. ສ່ວນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການຕ່າງປະເທດ ແມ່ນຈະໄດ້ຈັດຂຶ້ນໃນເວລາອັນໃກ້ນີ້.

(ຂ່າວ: ກຕທ; ພາບ: ສຳນານ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ສສຊ ສສນວ ຮັບຮອງເອົາບົດລາຍງານຂອງສະພາປະຊາຊົນ ນວ

ສສຊ ສສນວ ຮັບຮອງເອົາບົດລາຍງານຂອງສະພາປະຊາຊົນ ນວ

ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ໃນວັນທີ 18 ທັນວານີ້ ທີ່ອົງການປົກຄອງ ນວ, ພາຍໃຕ້ການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນວ, ບັນດາສະມາຊິກສະພາແຫ່ງຊາດ(ສສຊ) ປະຈຳເຂດເລືອກຕັ້ງ ທີ່ 1 ນະຄອນຫຼວງວຽງຈັນ(ນວ) ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ(ສສນວ) ເຫັນດີເປັນເອກະພາບຮັບຮອງເອົາ ບົດລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປີ 2025 ຂອງສະພາປະຊາຊົນ ນວ ຊຸດທີ IV ແລະ ແຜນວຽກຈຸດສຸມຮອດກອງປະຊຸມຄັ້ງປະຖົມມະລືກ, ທິດທາງແຜນການ ປະຈຳປີ 2026 ຂອງສະພາປະຊາຊົນ ນວ ຊຸດທີ V ດ້ວຍຄະແນນສຽງເຫັນດີຢ່າງເປັນເອກະສັນ.
ເມືອງເງິນປິດສະຫຼຸບການສໍາຫຼວດພົນລະເມືອງ ແລະ ທີຢູ່ອາໄສ

ເມືອງເງິນປິດສະຫຼຸບການສໍາຫຼວດພົນລະເມືອງ ແລະ ທີຢູ່ອາໄສ

ວັນທີ 16 ທັນວາຜ່ານມາ ຢູ່ທີ່ຫ້ອງປະຊຸມຫ້ອງການ-ການເງິນເມືອງເງິນ ແຂວງ ໄຊຍະບູລີ. ໄດ້ປີດສະຫຼຸບການສໍາຫຼວດພົນລະເມືອງ ແລະ ທີຢູ່ອາໄສ ທົ່ວເມືອງເງິນ ຄັ້ງທີ V ປີ 2025, ເຂົ້າຮ່ວມເປັນກຽດຂອງທ່ານ ອຸ່ນຄໍາ ອຸບົນສັກ ຮອງປະທານຄະນະກຳມະການປົກຄອງເມືອງ ຮອງຄະນະຊີ້ນໍາການສໍາຫຼວດພົນລະເມືອງ ແລະ ທີຢູ່ອາໄສ ທົ່ວເມືອງເງິນ ຄັ້ງທີ V ປີ 2025, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ນັກກວດກາ ແລະ ນັກເດີນສໍາຫຼວດເຂົ້າຮ່ວມ.
ອັດຕະປື ຮັບຮອງເອົາໂຄງປະກອບກົງຈັກການຈັດຕັ້ງຂອງຄະນະກຳມະການປົກຄອງແຂວງ

ອັດຕະປື ຮັບຮອງເອົາໂຄງປະກອບກົງຈັກການຈັດຕັ້ງຂອງຄະນະກຳມະການປົກຄອງແຂວງ

ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງ ອັດຕະປື ຊຸດທີ່ IV ໄຂຂຶ້ນໃນວັນທີ 17 ທັນວາ 2025ນີ້ ທີ່ຫ້ອງປະຊຸມໃຫຍ່ແຂວງອັດຕະປື, ພາຍໃຕ້ການເປັນປະທານຂອງທ່ານ ນາງ ມີນາພອນ ໄຊສົມພູ ປະທານສະພາປະຊາຊົນແຂວງ, ມີບັນດາການນໍາພັກ-ລັດຂອງແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17, ສະມາຊິກສະພາປະຊາຊົນແຂວງ, ແຂກທີ່ຖືກເຊີນເຂົ້າຮ່ວມ.
2 ພາກສ່ວນລົງນາມສ້າງກົນໄກທາງນິຕິກໍາ ເພື່ອຮັກສາສະພາບແວດລ້ອມ

2 ພາກສ່ວນລົງນາມສ້າງກົນໄກທາງນິຕິກໍາ ເພື່ອຮັກສາສະພາບແວດລ້ອມ

ອົງການໄອຍະການປະຊາຊົນສູງສຸດ (ອອປສ) ແລະ ກະຊວງກະສິກຳ ແລະ ສິ່ງແວດລ້ອມ (ກສ) ຈັດພິທີເຊັນບົດບັນທຶກຮ່ວມ ວ່າດ້ວຍການປະສານງານໃນການດຳເນີນຄະດີອາຊະຍາກຳຕໍ່ຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມສະບັບປັບປຸງ ຂຶ້ນໃນວັນທີ 18 ທັນວານີ້ ທີ່ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານ ລິນຄໍາ ດວງສະ ຫວັນ ກຳມະການສໍາຮອງສູນກາງພັກ, ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະນຳ ແລະ ຜູ້ແທນຈາກພາກສ່ວນກ່ຽວຂ້ອງທັງສອງຝ່າຍ.
ອົງການລັກເດບ ພົບປະການນຳແຂວງຊຽງຂວາງ

ອົງການລັກເດບ ພົບປະການນຳແຂວງຊຽງຂວາງ

ທ່ານ ໂຣເບີດ ເດີເວຫາ ໄດ້ລາຍງານການມາເຮັດວຽກຢູ່ແຂວງຊຽງຂວາງໃນຄັ້ງນີ້, ເພື່ອແນະນຳຕົວ, ທົບທວນຜົນກະທົບຂອງໄພນ້ຳຖ້ວມໃນປີ 2025 ແລະ ກຳນົດຄວາມຕ້ອງການຟື້ນຟູປີ 2026, ສຳຫຼວດຍຸດທະສາດ ເພື່ອປັບປຸງຄຸນນະພາບແຮງງານຊາວໜຸ່ມ ຜ່ານໂຄງການຝຶກອົບຮົມວິຊາຊີບ, ການຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ, ວຽກງານສຸຂະພາບ ແລະ ໂພສະນາການ, ວຽກງານກະສິກຳ.
ທຄຕລ ເຊກອງ ມອບອຸປະກອນການຮຽນໃຫ້ໂຮງຮຽນ ມຕ ຕອກອົງແກ້ວ ແລະ ມສ ບໍ່ເຫຼັກຕະນຶງ

ທຄຕລ ເຊກອງ ມອບອຸປະກອນການຮຽນໃຫ້ໂຮງຮຽນ ມຕ ຕອກອົງແກ້ວ ແລະ ມສ ບໍ່ເຫຼັກຕະນຶງ

ໃນວັນທີ 16-17 ທັນວາ 2025, ທະນາຄານການຄ້າຕ່າງປະເທດລາວ (ທຄຕລ) ມະຫາຊົນ ສາຂາແຂວງເຊກອງ ຊຶ່ງນຳໂດຍ ທ່ານ ໄຊຊະນະ ພົມມະສີ ຮອງຫົວໜ້າ ທຄຕລ ສາຂາເຊກອງ, ພ້ອມຄະນະ ໄດ້ນຳເອົາອຸປະກອນການຮຽນ ແລະ ອຸປະກອນກິລາ ລວມມູນຄ່າເກືອບ 20 ລ້ານກີບ ມອບໃຫ້ນ້ອງນັກຮຽນໂຮງຮຽນ ມຕ ຕອກອົງແກ້ວ ເມືອງລະມາມ ແລະ ໂຮງຮຽນ ມສ ບໍ່ເຫຼັກຕະນຶງ ເມືອງກະລຶມ, ໂດຍມີທ່ານ ຄຳເພີນ ຈະເລີນຮັກ ຮອງຫົວໜ້າຫ້ອງການສຶກສາ ທິການ ແລະ ກິລາ ເມືອງກະລຶມ, ອົງການປົກຄອງບ້ານ, ຄະນະອໍານວຍການ, ຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.
ຈໍາປາສັກ ໂຮມຊຸມນຸມສະເຫຼີມສະຫຼອງວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ.

ຈໍາປາສັກ ໂຮມຊຸມນຸມສະເຫຼີມສະຫຼອງວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ.

ຄະນະພັກ -ອົງການປົກຄອງແຂວງຈໍາປາສັກ ໄດ້ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີຂຶ້ນ ໃນຕອນເຊົ້າວັນທີ 17 ທັນວານີ້ ໂດຍເປັນປະທານຂອງ ສະຫາຍ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີການນຳຂັ້ນແຂວງ, ນະຄອນ-ເມືອງ, ຕົວແທນທຸກອົງການຈັດຕັ້ງທົ່ວແຂວງເຂົ້າຮ່ວມ ທີ່ສະໂມສອນແຂວງ.
ເພີ່ມເຕີມ