ກະຊວງການຕ່າງປະເທດຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດໂຄງການ

ກະຊວງການຕ່າງປະເທດຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດໂຄງການ
ໃນວັນທີ 15 ກຸມພານີ້ ທີ່ ແຂວງຫຼວງພະບາງ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດໂຄງການໃນຫົວຂໍ້: ການຟື້ນຟູເສດຖະກິດພາຍຫຼັງໂຄວິດ-19 ໂດຍຜ່ານຮູບແບບເສດຖະກິດ ໝູນວຽນສີຂຽວ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ໜຶ່ງແລວ ໜຶ່ງເສັ້ນທາງ ໂດຍໄດ້ຮັບການສະໜັບສະໜູນຈາກກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ. 
ກອງປະຊຸມຄັ້ງນີ້ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດຍໄດ້ມີຜູ້ເຂົ້າຮ່ວມຈາກບັນດາກະຊວງ/ຂະແໜງການພາຍໃນຂອງ ສປປ ລາວ ແລະ ຜູ້ຕາງໜ້າຈາກສະຖານກົງສຸນ ປະຈຳ ສປ ຈີນ ແລະ ສະຖານກົງສູນ ປະຈຳ ສສ.ຫວຽດນາມ ທີ່ ຫຼວງພະບາງ ຫຼາຍກວ່າ 50 ທ່ານ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອສະຫຼຸບໝາກຜົນ ຂອງການຈັດຕັ້ງປະຕິບັດໂຄງການ ຟື້ນຟູເສດຖະກິດພາຍຫຼັງໂຄວິດ-19 ໂດຍຜ່ານຮູບແບບເສດຖະກິດໝູນວຽນສີຂຽວ ແລະ ທິດທາງໃນຕໍ່ໜ້າ. ພ້ອມທັງ, ປຶກສາຫາລືແລກປ່ຽນບົດຮຽນ ແບບເປີດກວ້າງ ເພື່ອເປັນທິດທາງວາງນະໂຍບາຍໃນການຈັດຕັ້ງປະຕິບັດຮູບແບບ ການໝູນວຽນເສດຖະກິດສີຂຽວ ຢູ່ ສປປ ລາວ ແລະ ປະເທດສະມາຊິກແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃຫ້ເກີດປະສິດທິພາບ ແລະ ໃຫ້ສາມາດບັນລຸເປົ້າໝາຍການພັດທະນາແບບຍືນຍົງຂອງອົງການສະຫະປະຊາຊາດ.  
    ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດທີ່ດີ, ມີການແລກປ່ຽນຄໍາຄິດເຫັນ, ຂໍ້ມູນຂ່າວສານ ແລະ ການປຶກສາຫາລື ແບບກົງໄປກົງມາ ແລະ ມີຄວາມອຸດົມສົມບູນທາງດ້ານເນື້ອໃນ ໂດຍເນັ້ນໃສ່ການສ້າງຄວາມ ເຂົ້າໃຈ ກ່ຽວກັບ ນະໂຍບາຍການພັດທະນາເດຖະກິດ-ສັງຄົມ ໃຫ້ມີຄວາມຍືນຍົງ, ບໍ່ກະທົບຕໍ່ສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດ, ສ້າງກົນໄກການມີສ່ວນຮ່ວມຂອງສັງຄົມໃນການເຊື່ອມໂຍງ-ເຊື່ອມຈອດ, ການຄ້າ ແລະ ການລົງທຶນ ເພື່ອຍົກລະດັບການພັດທະນາເສດຖະກິດ ແລະ ປັບປຸງຄຸນະພາບຊີວິດການເປັນຢູ່ຂອງປະຊາຊົນໃນພາກພື້ນ.  
ຮູບແບບເສດຖະກິດໝູນວຽນສີຂຽວ (Bio-Circular-Green (BCG) Economic Model) ແມ່ນຮູບແບບການພັດທະນາເສດຖະກິດສັງຄົມ ທີ່ແນໃສ່ການຮ່ວມມື ແລະ ມີສ່ວນຮ່ວມຂອງພາກລັດ, ເອກະຊົນ ແລະ ປະຊາຊົນ ໃນການພັດທະນາເສດຖະກິດ ຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມ, ຮັບປະກັນການນຳໃຊ້ຊັບພະຍາກອນທຳມະຊາດຢ່າງມີປະສິດທິພາບສູງສຸດ ໂດຍປະກອບມີ 3 ຈຸດສຸມຫຼັກຄື: 1), ເສດຖະ ກິດຊີວະພາບ ຫຼື Bio Economic ແມ່ນການເພີ່ມປະລິມານ ແລະ ຄຸນນະພາບໃນການຜະລິດສິນຄ້າ, ສ້າງມູນຄ່າເພີ່ມໃນສິນຄ້າ, ສ້າງຄວາມຫຼາກຫຼາຍ ໂດຍການນຳໃຊ້ນະວັດຕະກຳ ແລະ ເຕັກໂນໂລຊີທັນສະໄໝ. 2), ເສດຖະກິດໝູນວຽນ ຫຼື Circular Economic ແມ່ນແນໃສ່ການນຳໃຊ້ຊັບພະຍາກອນໃຫ້ຄຸ້ມຄ່າ ແລະ ມີປະສິດທິພາບສູງສຸດ ກໍຄືນະໂຍບາຍ ການໝູນເອົາສິ່ງທີ່ໃຊ້ແລ້ວນຳມາໃຊ້ຄືນໃໝ່ (Recycle). 3), ເສດຖະກິດສີຂຽວ ຫຼື Green Economic ແມ່ນສຸມໃສ່ການຫຼຸດຜ່ອນມົນລະຜິດໃນທຸກຊ່ອງທາງເພື່ອຮັບປະກັນບໍ່ໃຫ້ເກີດຜົນກະທົບຕໍ່ສິ່ງແວດລ້ອມ.
ຮູບແບບເສດຖະກິດ ດັ່ງກ່າວແມ່ນສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ 9 ຄືທິດຫັນເປັນຄຸນນະພາບ, ມີຈຸດສຸມ, ຍືນຍົງ ແລະ ສີຂຽວ ເພື່ອສາມາດບັນລຸເປົ້າໝາຍການພັດທະນາແບບຍືນຍົງ ຂອງອົງການສະຫະປະຊາຊາດ (SDGs). ເປັນຕົ້ນແມ່ນການສຸມໃສ່ກະສິກໍາສະອາດ, ນໍາໃຊ້ພະລັງງານທົດແທນ ແລະ ສະອາດ, ການທ່ອງທ່ຽວແບບອະນຸລັກທຳມະຊາດ ແລະ ອື່ນໆ.
(ຂ່າວ: ກົມເສດຖະກິດ, ກະຊວງການຕ່າງປະເທດ)

ຄໍາເຫັນ

ຂ່າວການຮ່ວມມື

UNFPA ຮຽກຮ້ອງໃຫ້ມີແຜນດຳເນີນງານ ແລະ ຈັດຕັ້ງປະຕິບັດໂດຍດ່ວນ ເພື່ອປົກປ້ອງອະນາຄົດຂອງໄວໜຸ່ມ

UNFPA ຮຽກຮ້ອງໃຫ້ມີແຜນດຳເນີນງານ ແລະ ຈັດຕັ້ງປະຕິບັດໂດຍດ່ວນ ເພື່ອປົກປ້ອງອະນາຄົດຂອງໄວໜຸ່ມ

ບົດລາຍງານສະຖານະພາບປະຊາກອນໂລກປີ 2026 ຂອງອົງການສະຫະປະຊາຊາດກອງທຶນ ສຳລັບປະຊາກອນ (UNFPA) ໄດ້ເຜີຍແຜ່ຢ່າງເປັນທາງການຢູ່ລັດຖະສະພານະຄອນຫຼວງແຄນເບີຣາ ປະເທດອົສຕຣາລີ ເມື່ອບໍ່ດົນມານີ້ ຊຶ່ງໄດ້ຮຽກຮ້ອງໃຫ້ມີການລົງທຶນຫຼາຍຂຶ້ນເຂົ້າໃນການສ້າງວຽກ ເຮັດງານທຳທີ່ດີ, ປົກປ້ອງສິດທິຂອງໄວໜຸ່ມ ແລະ ເປີດໂອກາດໃຫ້ເຂົາເຈົ້າສາມາດປະກອບສ່ວນເຂົ້າ ໃນຂະບວນການຕັດສິນໃຈຕ່າງໆ ທີ່ສົ່ງຜົນກະທົບຕໍ່ເຂົາເຈົ້າຫຼາຍຂຶ້ນ.
ຮຽນຮູ້ຊຶ່ງກັນ ແລະ ກັນ ແລະ ໄດ້ຮັບຜົນປະໂຫຍດຮ່ວມກັນສ້າງແບບຢ່າງໃໝ່ໃຫ້ແກ່ການຮ່ວມມືຂອງໂລກ

ຮຽນຮູ້ຊຶ່ງກັນ ແລະ ກັນ ແລະ ໄດ້ຮັບຜົນປະໂຫຍດຮ່ວມກັນສ້າງແບບຢ່າງໃໝ່ໃຫ້ແກ່ການຮ່ວມມືຂອງໂລກ

ໃນໂລກປັດຈຸບັນ, ການປ່ຽນແປງຄັ້ງໃຫຍ່ທີ່ບໍ່ເຄີຍມີມາໃນຮອບຮ້ອຍປີກຳລັງດຳເນີນໄປຢ່າງໄວວາ, ປັດໄຈທີ່ບໍ່ແນ່ນອນ, ບໍ່ໝັ້ນຄົງ ແລະ ຄາດຄະເນໄດ້ຍາກ ສືບຕໍ່ເພີ່ມຂຶ້ນ. ການຮ່ວມມືສອງຝ່າຍຈຳນວນບໍ່ໜ້ອຍ ຈຶ່ງມັກສັ່ນຄອນໄປຕາມຄວາມຜັນຜວນຂອງສະພາບແວດລ້ອມພາຍນອກ. ການຄົ້ນຫາແນວທາງສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການ, ກໍໄດ້ສະເໜີແບບຢ່າງໃໝ່ແຫ່ງການພົວພັນລະຫວ່າງປະເທດ: ມິດຕະພາບລະຫວ່າງປະເທດທີ່ໜັກແໜ້ນຢ່າງແທ້ຈິງ, ບໍ່ໄດ້ອີງໃສ່ການຜູກມັດກັບຜົນປະໂຫຍດໄລຍະສັ້ນ ແລະ ບໍ່ບັງຄັບໃຫ້ເສັ້ນທາງການພັດທະນາຕ້ອງຄືກັນ. ແກ່ນສານສຳຄັນແມ່ນການຢຶດໝັ້ນໃນການເຄົາລົບອະທິປະໄຕຊຶ່ງກັນ ແລະ ກັນ, ເຄົາລົບການເລືອກເສັ້ນທາງການພັດທະນາດ້ວຍຕົນເອງ, ຢຶດໝັ້ນໃນການປຶກສາຫາລືຢ່າງສະເໝີພາບ ແລະ ການຢູ່ຮ່ວມກັນແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.ແບບຢ່າງນີ້, ມີຄວາມສອດຄ່ອງຢ່າງເລິກເຊິ່ງກັບ “ສີ່ຂໍ້ລິເລີ່ມໃຫຍ່” ທີ່ຝ່າຍຈີນສະເໜີ ແລະ ຍັງໄດ້ຮັບການຕອບຮັບ ແລະ ສະໜັບສະໜູນຢ່າງຕັ້ງໜ້າຈາກພັກ ແລະ ລັດຖະບານລາວ.
ລັດຖະບານລາວ ປະດັບຫຼຽນກາມິດຕະພາບໃຫ້ແກ່ ທູດກຳປູເຈຍ ປະຈຳ ສປປ ລາວ

ລັດຖະບານລາວ ປະດັບຫຼຽນກາມິດຕະພາບໃຫ້ແກ່ ທູດກຳປູເຈຍ ປະຈຳ ສປປ ລາວ

ໃນວັນທີ 25 ພະຈິກຜ່ານມາ ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ຮຸນກລອງ ພະນອງ (HULKRANG Phanang) ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກກຳປູເຈຍ ປະຈຳ ສປປ ລາວ ພ້ອມທັງໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ປະດັບຫຼຽນກາມິດຕະພາບ ໃຫ້ແກ່ທ່ານທູດເພື່ອເປັນການຍ້ອງຍໍຊົມເຊີຍ ແລະ ສັນລະເສີນ ຕໍ່ຜົນງານໃນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍໃຫ້ມີບາດກ້າວຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງໆຂຶ້ນຕະຫຼອດໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ຫາລື ເລັ່ງຊຸກຍູ້ໂຄງການເສັ້ນທາງມິດຕະພາບລາວ-ຫວຽດນາມ

ຫາລື ເລັ່ງຊຸກຍູ້ໂຄງການເສັ້ນທາງມິດຕະພາບລາວ-ຫວຽດນາມ

ກອງປະຊຸມປຶກສາຫາລື, ເຜີຍແຜ່ຂໍ້ຕົກລົງ ແລະ ມອບໝາຍໜ້າທີ່ ຄະນະຮັບຜິດຊອບໂຄງການກໍ່ສ້າງເສັ້ນທາງຍຸດທະສາດ ປກຊ-ປກສ ລຽບຕາມຊາຍແດນລາວ-ຫວຽດນາມ ຫຼື ເສັ້ນທາງມິດຕະພາບລາວ-ຫວຽດ ນາມ ຈັດຂຶ້ນເມື່ອບໍ່ດົນມານີ້, ທີ່ຫ້ອງວ່າການປົກຄອງແຂວງຄຳມ່ວນ ໂດຍການເປັນປະທານຂອງທ່ານ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ມີທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍການນຳ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ອາຊຽນ ຊຸກຍູ້ການຮ່ວມມືດ້ານວັດທະນະທຳ ແລະ ຖະແຫຼງຂ່າວໃນພາກພື້ນ

ອາຊຽນ ຊຸກຍູ້ການຮ່ວມມືດ້ານວັດທະນະທຳ ແລະ ຖະແຫຼງຂ່າວໃນພາກພື້ນ

ກອງປະຊຸມຄະນະກຳມະການວັດທະນະທຳ ແລະ ຖະແຫຼງຂ່າວອາຊຽນ (ASEAN-COCI) ຄັ້ງທີ 61 ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 25 ພະຈິກນີ້ ທີ່ເມືອງວັງວຽງ,ແຂວງວຽງຈັນ ສປປ ລາວ, ເພື່ອເປັນການຊຸກຍູ້ການຮ່ວມມືດ້ານວັດທະນະທຳ ແລະ ຖະແຫຼງຂ່າວໃນພາກພື້ນອາຊຽນ, ໂດຍໃຫ້ກຽດເຂົ້າຮ່ວມ ແລະ ເປີດກອງປະຊຸມ ຂອງ ທ່ານ ພະຂັນໄຊ ສີຄັນໄຊ ຮອງລັດຖະມົນ ຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ), ມີທ່ານ ສີວຽງໄຊ ອໍລະບູນ ຮອງປະທານຄະນະ ກຳມະການປົກຄອງແຂວງວຽງຈັນ, ມີບັນດາຫົວໜ້າຄະນະກຳມະການວັດທະນະທຳ ແລະ ຖະແຫຼງ ຂ່າວປະອາຊຽນ(ASEAN-COCI),ຫົວໜ້າອະນຸກຳມະການວັດທະນະທຳ(SCC), ຫົວໜ້າອະນຸກຳມະການ ຖະແຫຼງຂ່າວ (SCI), ຜູ້ຕາງໜ້າກອງເລຂາອາຊຽນເຂົ້າຮ່ວມ.
ການເຊື່ອມໂຍງຈິດໃຈຂອງປະຊາຊົນເສີມສ້າງພື້ນຖານທາງສັງຄົມໃຫ້ໝັ້ນຄົງ ເພື່ອສ້າງຄູ່ຮ່ວມຊາຕາກຳທີ່ເຂັ້ມແຂງໜ້ຽວແໜ້ນໃນທຸກສະພາບການ

ການເຊື່ອມໂຍງຈິດໃຈຂອງປະຊາຊົນເສີມສ້າງພື້ນຖານທາງສັງຄົມໃຫ້ໝັ້ນຄົງ ເພື່ອສ້າງຄູ່ຮ່ວມຊາຕາກຳທີ່ເຂັ້ມແຂງໜ້ຽວແໜ້ນໃນທຸກສະພາບການ

ຮາກຖານຂອງຄູ່ຮ່ວມຊາຕາກຳທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຢູ່ທີ່ຈິດໃຈຂອງປະຊາຊົນ. ຄວາມເຫັນດີເປັນເອກະພາບໃນລະດັບສູງ ໄດ້ສ້າງຂອບການຮ່ວມມືສອງຝ່າຍໃນລະດັບສູງສຸດ, ແຕ່ສາຍພົວພັນຄູ່ຮ່ວມມືຈະສາມາດຍືນຍົງ ແລະ ໝັ້ນຄົງໄດ້ຍາວນານ ຫຼື ບໍ່ນັ້ນ, ທ້າຍທີ່ສຸດກໍຂຶ້ນກັບການຍອມຮັບ ແລະ ການສະໜັບສະໜູນຂອງປະຊາຊົນທົ່ວໄປ. ປະຫວັດສາດການພົວພັນສາກົນ,ໃນສະໄໝບູຮານ ແລະ ສະໄໝໃໝ່, ໃນຈີນ ແລະ ຕ່າງປະເທດ ໄດ້ສະແດງໃຫ້ເຫັນຊ້ຳແລ້ວຊ້ຳອີກວ່າ: ມິດຕະພາບລະຫວ່າງປະເທດກັບປະເທດ ບໍ່ໄດ້ຢູ່ໃນຖ້ອຍຄຳຂອງສົນທິສັນຍາ, ແຕ່ຢູ່ທີ່ຄວາມສໍາຄັນທາງຈິດໃຈທີ່ປະຊາຊົນມອບໃຫ້ມິດຕະພາບນັ້ນ. ນີ້ແມ່ນບົດຮຽນອັນເລິກເຊິ່ງທີ່ການພັດທະນາສາຍພົວພັນລາວ-ຈີນ ໄດ້ນຳມາໃຫ້ພວກເຮົາ. ສາຍພົວພັນຄູ່ຮ່ວມມືທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຖືກເອີ້ນວ່າ“ເຂັ້ມແຂງໜຽວແໜ້ນໃນທຸກສະພາບການ”, ກໍຍ້ອນວ່າມັນຝັງຮາກຢ່າງເລິກເຊິ່ງໃນໝູ່ປະຊາຊົນ, ບໍ່ວ່າສະພາບການສາກົນຈະປ່ຽນແປງແນວໃດ ກໍບໍ່ສາມາດສັ່ນຄອນໄດ້.
ມອບຫຼຽນກາປ້ອງກັນຄວາມສະຫງົບ ໃຫ້ທີ່ປຶກສາດ້ານຢາເສບຕິດຣາຊະອານາຈັກໄທ

ມອບຫຼຽນກາປ້ອງກັນຄວາມສະຫງົບ ໃຫ້ທີ່ປຶກສາດ້ານຢາເສບຕິດຣາຊະອານາຈັກໄທ

ວັນທີ 24 ພະຈິກຜ່ານມາ ທີ່ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີມອບຫຼຽນກາປ້ອງກັນຄວາມສະຫງົບ ໃຫ້ທ່ານ ນາງ ປຸລະພອນ ພານິດຊະການ ອັກຄະຣາຊະທູດ ທີ່ປຶກສາດ້ານຢາເສບຕິດ ແຫ່ງຣາຊະອານາຈັກໄທ ປະຈຳສປປ ລາວ, ໃຫ້ກຽດມອບຂອງທ່ານ ພົນຈັດຕະວາ ສາລີ ພຸດທະວົງ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ຫົວໜ້າກອງເລຂາຄະນະກຳມະການແກ້ໄຂບັນຫາຢາເສບຕິດລະດັບຊາດ ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໂຄງການ “ຈຸດເດັ່ນອາຫານຫວຽດນາມ” ທີ່ແຂວງຈໍາປາສັກ

ໂຄງການ “ຈຸດເດັ່ນອາຫານຫວຽດນາມ” ທີ່ແຂວງຈໍາປາສັກ

ເພື່ອເປັນການສະເຫຼີມສະຫຼອງ "ວັນມະຫາສາມັກຄີທົ່ວປວງຊົນ" ແລະ "ວັນວັດທະນະທຳຫວຽດນາມ", ສະຖານກົງສູນໃຫຍ່ ສສ ຫວຽດນາມ ປະຈຳນະຄອນປາກເຊ ແຂວງຈໍາປາສັກ ສປປ ລາວ ໄດ້ຈັດງານເທດສະການພາຍໃຕ້ຫົວຂໍ້; “ຈຸດເດັ່ນຂອງອາຫານຫວຽດນາມ” ໃນວັນທີ 23 ພະຈິກ 2026. ກິດຈະກຳດັ່ງກ່າວ ມີຈຸດປະສົງເພື່ອແນະນຳອາຫານພື້ນເມືອງ ທີ່ມີຊື່ສຽງທີ່ສຸດຂອງຫວຽດນາມ 2 ຢ່າງ ຄື: “ເຝີ ແລະ ແໜມ” ໃຫ້ເພື່ອນມິດຊາວລາວ ແລະ ປະຊາຄົມຊາວຫວຽດນາມ ໄດ້ຊິມລົດຊາດອາຫານເດັດຂອງຫວຽດນາມ.
ເວທີປຶກສາຫາລືພາກທຸລະກິດ ແລະ ງານລ້ຽງອາຫານຄໍ່າ ເພື່ອສ້າງເຄືອຂ່າຍ ລາວ-ມາເລເຊຍ 2026

ເວທີປຶກສາຫາລືພາກທຸລະກິດ ແລະ ງານລ້ຽງອາຫານຄໍ່າ ເພື່ອສ້າງເຄືອຂ່າຍ ລາວ-ມາເລເຊຍ 2026

ໃນວັນທີ 23 ພະຈິກ ຜ່ານມາ ທີ່ ນະຄອນຫຼວງກົວລາລໍາເປີ ປະເທດມາເລເຊຍ, ເພື່ອເປັນການຜັນຂະຫຍາຍນະໂຍບາຍກ່ຽວກັບວຽກງານການທູດເສດຖະກິດ ຂອງ ສປປ ລາວ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດເຂົ້າຮ່ວມເປັນປະທານກ່າວເປີດກອງປະຊຸມເວທີປຶກສາຫາລືພາກທຸລະກິດ ແລະ ງານລ້ຽງອາຫານຄໍ່າ ເພື່ອສ້າງເຄືອຂ່າຍລາວ-ມາເລເຊຍ 2026 (Laos-Malaysia Business Forum & Networking Dinner 2026) ພາຍໃຕ້ຫົວຂໍ້ “Powering AI Infrastructure, Smart Manufacturing, and Regional Logistics”, ໂດຍມີເຈົ້າພາບຈັດງານ ແລະ ທີມງານໃຫ້ການສະໜັບສະໜູນຈັດຮ່ວມໂດຍ: ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ສະພາທຸລະກິດມາເລເຊຍ ປະຈໍາ ສປປ ລາວ, ກະຊວງການຕ່າງປະເທດ (ກົມເສດຖະກິດ), ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄລທ), ສະຖານທູດ ແຫ່ງ ສປປ ລາວ ປະຈໍາ ມາເລເຊຍ ແລະ ພາກທຸລະກິດຂອງທັງສອງປະເທດ. ກອງປະຊຸມເວທີປຶກສາຫາລືພາກທຸລະກິດດັ່ງກ່າວແມ່ນໜຶ່ງໃນບັນດາກິດຈະກໍາປິ່ນອ້ອມການຢ້ຽມຢາມທາງການມາເລເຊຍ ແຕ່ວັນທີ 22-24 ພະຈິກ2026 ຂອງຄະນະຜູ້ແທນ ສປປ ລາວ ນໍາພາໂດຍ ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.
ຄະນະຜູ້ແທນເຢຍລະມັນຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນຫາລືຜົນສຳເລັດໂຄງການພັດທະນາຊົນນະບົດ

ຄະນະຜູ້ແທນເຢຍລະມັນຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນຫາລືຜົນສຳເລັດໂຄງການພັດທະນາຊົນນະບົດ

ທ່ານ ໄຊຊະນະ ໂຄດພູທອນ ເລຂາຄະນະບໍລິຫານພັກແຂວງ, ປະທານປະຊາຊົນແຂວງຄຳ​ມ່ວນ ໄດ້ຕ້ອນຮັບຄະນະຜູ້ແທນຈາກກະຊວງຮ່ວມມືເສດຖະກິດ ແລະ ການພັດທະນາ (BMZ), ສະຖານທູດເຢຍລະມັນປະຈຳ ສ​ປ​ປລາວ, ທະນາຄານເພື່ອການພັດທະນາ (KfW) ແລະ ອົງການ GIZ ນຳໂດຍ ທ່ານນາງ ມິຄາເອວລາ ເຮນນີງ ຮອງຫົວໜ້າພະແນກອາ​ຊີຕາເວັນອອກສຽງໃຕ້ພ້ອມຄະນະ, ​ໃນ​ວັນ​ທີ 23 ພະ​ຈິກ​ຜ່ານ​ມາທີ່ ແຂວງ​ຄຳ​ມ່ວນ, ເພື່ອປະເມີນຜົນ ແລະ ແລກປ່ຽນຄຳເຫັນກ່ຽວກັບການຮ່ວມມືພັດທະນາໃນແຂວງຄຳມ່ວນ.
ເພີ່ມເຕີມ