ກະຊວງກະສິກຳ ແລະ ສິ່ງແວດລ້ອມ ມອບແນວພັນສັດ-ພືດ ໃຫ້ກອງບັນຊາການທະຫານແຂວງອຸດົມໄຊ ແລະ ກອງພົນທະຫານຮາບທີ 3
ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນສຳຄັນຂອງຊາດ ແລະ ປະກອບສ່ວນເຂົ້າໃນວຽກງານສ້າງພະລາທິການກັບທີ່ ຂອງກຳລັງປ້ອງກັນຊາດ, ໃນວັນທີ 16 ທັນວານີ້ທີ່ກອງບັນຊາການທະຫານແຂວງອຸດົມໄຊ ໄດ້ມີພິທີມອບ-ຮັບ ແນວພັນສັດລ້ຽງ (ງົວ), ແນວພັນສາລີ, ອຸປະກອນກິລາ ແລະ ເຄື່ອງອຸປະໂພກ-ບໍລິໂພກ ລະຫວ່າງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ກັບ ກອງບັນຊາການທະຫານແຂວງອຸດົມໄຊ ແລະ ກອງພົນທະຫານຮາບທີ 3, ໂດຍໃຫ້ກຽດກ່າວມອບຂອງ ທ່ານ ລິນຄຳ ດວງສະຫວັນລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ,ມີບັນດາທ່ານການນຳແຂວງ, ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງ, ກອງພົນທະຫານຮາບທີ3 ພ້ອມດ້ວຍພະນັກງານວິຊາການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.
ເຄື່ອງຊ່ວຍເຫຼືອທີ່ນຳມາມອບໃນຄັ້ງນີ້,ປະກອບມີແນວພັນງົວ ແລະ ແນວພັນສາລີ, ອຸປະກອນກິລາ ແລະ ເຄື່ອງອຸປະໂພກ-ບໍລິໂພກ ລວມມູນຄ່າທັງໝົດກວ່າ 100 ລ້ານກ່ວາກີບ.
ໃນຕອນທ້າຍ, ຕາງໜ້າກອງບັນຊາການທະຫານແຂວງ ແລະ ກອງພົນທະຫານຮາບທີ 3 ໄດ້ສະແດງຄວາມຂອບໃຈຢ່າງສູງມາຍັງ ທ່ານ ລັດຖະມົນຕີ ແລະ ຄະນະ ທີ່ໄດ້ເຫັນຄວາມສຳຄັນ ແລະ ໃຫ້ການຊ່ວຍເຫຼືອອັນລ້ຳຄ່ານີ້, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະນຳໃຊ້ວັດຖຸ ແລະ ແນວພັນທີ່ໄດ້ຮັບ ໃຫ້ເກີດປະໂຫຍດສູງສຸດ ໃນການຍົກລະດັບຊີວິດການເປັນຢູ່ຂອງອ້າຍນ້ອງທະຫານໃຫ້ດີຂຶ້ນ.
(ຂ່າວ: ແສງອາທິດ)
ຄໍາເຫັນ