ກະຊວງຍຸຕິທໍາ ປະກາດສ້າງຕັ້ງອົງການປະຕິບັດຄໍາຕັດສິນຂອງສານ ຢູ່ແຂວງວຽງຈັນ

ກະຊວງຍຸຕິທໍາ ປະກາດສ້າງຕັ້ງອົງການປະຕິບັດຄໍາຕັດສິນຂອງສານ  ຢູ່ແຂວງວຽງຈັນ
ເພື່ອເປັນການຈັດຕັ້ງປະຕິບັດຕາມກົດໝາຍ ວ່າດ້ວຍການປະຕິບັດຄໍາຕັດສິນຂອງສານ ສະບັບເລກທີ 12/ສພຊ, ລົງວັນທີ 17 ພະຈິກ 2021 ແລະ ເປັນການຈັດຕັ້ງຜັນຂະຫຍາຍມະຕິກົມການເມືອງສູນກາງພັກ ວ່າດ້ວຍການຍົກສູງປະສິດທິພາບການດໍາເນີນຄະດີຕາມຂະບວນຍຸຕິທໍາ ສະບັບເລກທີ 112/ກມສພ, ລົງວັນທີ 2 ມິຖຸນາ 2020 ໃຫ້ມີປະສິດທິຜົນ. ສະນັ້ນ, ໃນວັນທີ 15 ມີນາ 2024 ທີ່ຫ້ອງວ່າການປົກຄອງແຂວງ ວຽງຈັນ ໄດ້ຈັດຕັ້ງພິທີປະກາດສ້າງຕັ້ງອົງການປະຕິບັດຄໍາຕັດສິນຂອງສານຂຶ້ນຢ່າງເປັນທາງການ ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ໄພວີ ສີບົວລິພາ ກໍາມະການສູນກາງພັກ ລັດຖະມົນຕີກະຊວງຍຸຕິທໍາ, ມີບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ພະແນກການ, ອົງການອ້ອມຂ້າງແຂວງ, ພະນັກງານປະຕິບັດຄໍາຕັດສິນຂອງສານ ແຂວງວຽງຈັນ ເຂົ້າຮ່ວມ.
ໃນພິທີ, ທ່ານ ຄໍາເສີດ ວິລະພັັນ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກໍໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງຍຸຕິທໍາ ວ່າດ້ວຍການຮັບເອົາພະນັກງານທີ່ຍົົກຍ້າຍມາຈາກພະແນກຍຸຕິທໍາແຂວງ ແລະ ຫ້ອງການຍຸຕິທໍາເມືອງ ມາປະຈໍາຢູ່ກອງ ແລະ ຫ້ອງປະຕິບັດຄໍາຕັດສິນຂອງສານ ປະຈໍາແຂວງວຽງຈັນ. ພ້ອມກັນນີ້ກໍໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຫົວໜ້າກອງ ແລະ ຫົວໜ້າຫ້ອງການປະຕິບັດຄໍາຕັດສິນຂອງສານ ໃນນີ້ໄດ້ແຕ່ງຕັ້ງ ທ່ານ ແສງພະຈັນ ວົງໂພທອງ ຮອງຫົວໜ້າຫ້ອງການກະຊວງຍຸຕິທໍາ ເປັນຫົວໜ້າກອງປະຕິບັດຄໍາຕັດສິນຂອງສານ ປະຈໍາແຂວງວຽງຈັນ ພ້ອມດ້ວຍຮອງຫົວໜ້າຈໍານວນໜຶ່ງ, ແຕ່ງຕັ້ງ ທ່ານ ຂັນທອນ ວົງສາ ຮັກສາການຫົວ ໜ້າໜ່ວຍງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານເມືອງວັງວຽງ ເປັນຮອງຫົວໜ້າຫ້ອງ ທັງເປັນຜູ້ຮັກສາການຫົວໜ້າຫ້ອງປະຕິບັດຄໍາຕັດສິນຂອງສານປະຈໍາເມືອງວັງວຽງ ແລະ ແຕ່ງຕັ້ງ ທ່ານ ຄໍາສັນ ວົງຍະລາດ ຫົວໜ້າໜ່ວຍງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ເປັນຫົວໜ້າຫ້ອງປະຕິບັດຄໍາຕັດສິນຂອງສານ ປະຈໍາເມືອງຊະນະຄາມ ແລະ ພະນັກງານຈໍານວນໜຶ່ງ ເພື່ອປະກອບເຂົ້າອົງການດັ່ງກ່າວ, ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານຕົວຈິງໃນໄລຍະໃໝ່.
ຫຼັງຈາກນັ້ນ, ທ່ານ ສີວິໄລ ທະວີສີນ ຮອງຫົວໜ້າກົມຄຸ້ມຄອງການປະຕິບັດຄໍາຕັດສິນຂອງສານ ກໍໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານປະຕິບັດຄໍາຕັດສີນຂອງສານ ໃນໄລຍະຜ່ານມາວ່າ: ການປັບປຸງອົງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ໂດຍແຍກຈາກການຄຸ້ມຄອງຂອງສານປະຊາຊົນທ້ອງຖິ່ນ ມາຂຶ້ນກັບການຄຸ້ມຄອງຂອງຂະແໜງຍຸຕິທຳເປັນຕົ້ນມາ, ພັກ, ສະພາແຫ່ງຊາດ ແລະ ລັດຖະບານ ໂດຍສະເພາະ ກະຊວງຍຸຕິທຳ, ອົງການປົກຄອງທ້ອງຖິ່ນ ກໍໄດ້ເອົາໃຈໃສ່ ພ້ອມທັງສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກຫຼາຍດ້ານຕໍ່ວຽກງານປະຕິບັດຄຳຕັດສິນຂອງສານ, ອົງການປະຕິບັດຄໍາຕັດສິນຂອງສານ ແມ່ນການຈັດຕັ້ງໜຶ່ງທີ່ຂຶ້ນກັບກະຊວງຍຸຕິທໍາ ຕາມສາຍຕັ້ງ ຊຶ່ງປະກອບມີກົມຄຸ້ມຄອງການປະຕິບັດຄຳຕັດສິນຂອງສານ, ກອງປະຕິບັດຄຳຕັດສິນຂອງສານ ປະຈຳແຂວງ, ນະຄອນຫຼວງ ແລະ ຫ້ອງປະຕິບັດຄຳຕັດສິນຂອງສານ ປະຈຳເມືອງ, ເທດສະບານ ແລະ ນະຄອນຫຼວງ.
ໃນໂອກາດປະກາດດັ່ງກ່າວ, ທ່ານ ໄພວີ ສີບົວລິພາ ໄດ້ມີຄໍາເຫັນໂອ້ລົມຕໍ່ພິທີ ໂດຍສະເພາະຕໍ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງເປັນຫົວໜ້າກອງປະຕິບັດຄໍາຕັດສິນຂອງສານພ້ອມດ້ວຍຄະນະ ແລະ ຫົວໜ້າຫ້ອງປະຕິບັດຄໍາຕັດສິນຂອງສານ ພ້ອມດ້ວຍຄະນະ ແລະ ພະນັກງານຈໍານວນໜຶ່ງ ປະຈໍາຢູ່ແຂວງວຽງຈັນ ແລະ ເມືອງ ແລະ ເນັ້ນໜັກ ໃຫ້ຄະນະພັກ-ຄະນະນໍາຂອງອົງການປະຕິບັດຄໍາຕັດສິນຂອງສານ ເຊີດຊູບົດບາດການນໍາພາຂອງພັກຕໍ່ວຽກງານປະຕິບັດຄຳຕັດສິນຂອງສານ, ເອົາໃຈໃສ່ຄົ້ນຄວ້າ, ເຊື່ອມຊຶມ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດໃນແຕ່ລະໄລຍະ ໃຫ້ເປັນປົກກະຕິ ແລະ ເລິກເຊິ່ງ, ຍົກສູງຄວາມເປັນແບບຢ່າງນໍາໜ້າໃນການປະຕິບັດໜ້າທີ່ວຽກງານທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ມີຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າ.
ທ່ານ ໄພວີ ສີບົວລິພາ ຍັງໄດ້ເຂົ້າພົບປະ ທ່ານ ດາວເຮືອງ ນັນທະວົງ ກໍາມະການຄະນະປະຈໍາພັກແຂວງ ຮອງເຈົ້າແຂວງວຽງຈັນ ເພື່ອແຈ້ງຈຸດປະສົງໃນການ ເຄື່ອນໄຫວວຽກງານຄັ້ງນີ້ ໄດ້ຮັບຊາບອີກ.
ຂ່າວ-ພາບ: ໄຊຍະສິດ ບັນຍາວົງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ເພີ່ມເຕີມ