ກະຊວງຍຸຕິທຳຕີລາຄາການຈັດຕັ້ງປະຕິບັດວຽກງານຍຸຕິທຳປະຈຳປີ 2023

ກະຊວງຍຸຕິທຳຕີລາຄາການຈັດຕັ້ງປະຕິບັດວຽກງານຍຸຕິທຳປະຈຳປີ 2023
ກະຊວງຍຸຕິທຳໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຍຸຕິທຳປະຈຳປີ 2023 ແລະ ວາງທິດທາງແຜນການປີ 2024 ຂຶ້ນໃນວັນທີ 17 ມັງກອນນີ້ທີ່ກະຊວງດັ່ງກ່າວ ພາຍໃຕ້ການເປັນປະທານຂອງທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທຳ, ມີບັນດາທ່ານຮອງລັດຖະມົນຕີ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມ, 
ພ້ອມດ້ວຍພະນັກງານຫຼັກແຫຼ່ງກ່ຽວຂ້ອງຈາກສູນກາງ-ທ້ອງຖິ່ນເຂົ້າຮ່ວມ.
ທ່ານ ໄພວີ ສີບົວລິພາ ກ່າວວ່າ: ກອງປະຊຸມຄັ້ງນີ້, ຈະໄດ້ພ້ອມກັນສະຫຼຸບຕີລາຄາການນຳພາ ແລະ ຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຂະແໜງການຍຸຕິທຳປະຈຳປີ 2023ທີ່ຜ່ານມາໂດຍຍົກໃຫ້ເຫັນດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ ເພື່ອພ້ອມກັນປຶກສາຫາລືກໍານົດທິດທາງ, ໜ້າທີ່ວຽກງານຈຸດສຸມສຳລັບປີ2024. ພ້ອມກັນນັ້ນ, ກອງປະຊຸມຈະໄດ້ລົງເລິກຕີລາຄາວຽກງານໂຄສະນາ ແລະ ເຜີຍແຜ່ກົດໝາຍ, ວຽກງານຍຸຕິທໍາຮາກຖານແນໃສ່ຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດຜ່ານມາ, ກຳນົດທິດທາງ ແລະກົນໄກການຈັດຕັ້ງປະຕິບັດໃນຊຸມປີຕໍ່ໜ້າຢ່າງພາວະວິໄສ ແລະ ສອດຄ່ອງກັບສະພາບເງື່ອນໄຂຕົວຈິງ.
ເພື່ອເຮັດໃຫ້ກອງປະຊຸມພວກເຮົາດຳເນີນໄປດ້ວຍບັນຍາກາດຟົດຟື້ນ, ມີລັກສະນະສ້າງສັນແລະມີຜົນສຳເລັດຕາມຈຸດປະສົງລະດັບຄາດໝາຍນັ້ນ, ສະເໜີໃຫ້ບັນດາທ່ານຜູ້ແທນກອງປະຊຸມຈົ່ງໄດ້ເອົາໃຈໃສ່ຕັ້ງໜ້າຄົ້ນຄວ້າປະກອບຄຳເຫັນໃຫ້ກວ້າງຂວາງ, ເລິກເຊິ່ງ, ຊອກໃຫ້ເຫັນດ້ານດີຜົນສຳເລັດແລະຈຸດອ່ອນຂໍ້ຄົງຄ້າງຂອງຂະແໜງຍຸຕິທຳພ້ອມທັງບັນດາສາເຫດທີ່ພາໃຫ້ມີດ້ານດີ, ດ້ານອ່ອນຂໍ້ຄົງຄ້າງເພື່ອພ້ອມກັນປຶກສາຫາລືຊອກວິທີແກ້ໄຂໃຫ້ທັນການເຮັດໃຫ້ການຈັດຕັ້ງແລະການເຄື່ອນໄຫວວຽກງານຂອງຂະແໜງການຍຸຕິທຳພວກເຮົາໃນປີ2024 ກໍຄືປີຕໍ່ໆໄປມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າແລະມີຄຸນນະພາບສູງຂຶ້ນກວ່າເກົ່າ.
ກອງປະຊຸມໄດ້ຮັບຟັງການປະກອບຄໍາຄິດເຫັນຈາກບັນດາທ່ານຜູ້ແທນທ້ອງຖິ່ນ ແລະ ກົມກອງຢ່າງກົງໄປກົງມາດ້ວຍຄວາມຮັບຜິດຊອບສູງ ຕໍ່ການເຄື່ອນໄຫວວຽກງານຮອບດ້ານຂອງຂະແໜງຍຸຕິທຳ ແຕ່ສູນກາງຮອດທ້ອງຖິ່ນຊຶ່ງເຮັດໃຫ້ກອງປະຊຸມດຳເນີນໄປດ້ວຍບັນຍາກາດອັນຟົດຟື້ນ, ມີເນື້ອໃນ ແລະ ເປັນທິດທາງໃນການສືບຕໍ່ປັບປຸງວຽກງານຂອງຂະແໜງຍຸຕິທຳໃນຊຸມປີຕໍ່ໜ້າ. ກອງປະຊຸມໃນຄັ້ງນີ້ຈະດຳເນີນໄປເປັນເວລາພຽງໜຶ່ງມື້ເຄິ່ງເທົ່ານັ້ນ.
ຂ່າວ-ພາບ: ພູວັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຊີ້ເເຈງກ່ຽວກັບການເກັບຄ່າບໍລິການຄວາມປອດໄພຈໍານວນເງິນ 3,000 ກີບ/ເດືອນ

ຊີ້ເເຈງກ່ຽວກັບການເກັບຄ່າບໍລິການຄວາມປອດໄພຈໍານວນເງິນ 3,000 ກີບ/ເດືອນ

ການເກັບຄ່າຄວາມປອດໄພໂທລະຄົມມະນາຄົມ ແລະ ອິນເຕີເນັດ 3,000 ກີບຕໍ່ເດືອນ ໃນໄລຍະຜ່ານມາໄດ້ກາຍເປັນບັນຫາເຄັ່ງຮ້ອນ ເເລະ ຟົດເດືອດທີ່ສຸດທີ່ສັງຄົມໃຫ້ຄວາມສົນໃຈໃນປັດຈຸບັນ. ເນື່ອງຈາກມີຄວາມຂ້ອງໃຈວ່າເງິນຈໍານວນດັ່ງກ່າວທີ່ຕັດໄປຖ້າລວມກັນເເລ້ວມີມູນຄ່າເທົ່າໃດ, ຕົກໄປຢູ່ໃສ ເເລະ ນໍາໃຊ້ເຂົ້າໃນວຽກງານໃດເເລ້ວເປັນຫຍັງພາຍຫຼັງທີ່ຊໍາລະເເລ້ວຍັງມີກຸ່ມແກ້ງສໍ້ໂກງທາງໂທລະຄົມ ຫຼື ຄໍເຊັນເຕີ ລວມເຖິງບໍລິສັດເຊົ່າສິນເຊື່ອຈໍານວນໜຶ່ງຍັງສາມາດໂທມາລົບກວນໄດ້ຢູ່.
ກອງປະຊຸມ ກວດສອບການຄຸ້ມຄອງຊັບສິນແຫ່ງລັດ ແລະ ສ່ວຍສາອາກອນ ປະຈຳປີ 2024

ກອງປະຊຸມ ກວດສອບການຄຸ້ມຄອງຊັບສິນແຫ່ງລັດ ແລະ ສ່ວຍສາອາກອນ ປະຈຳປີ 2024

ໃນທ້າຍອາທິດຜ່ານມານີ້, ທີ່ຫ້ອງປະຊຸມພະແນການເງິນແຂວງຜົ້ງສາລີ ໄດ້ປິດກອງປະຊຸມບັ້ນກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດການຄຸ້ມຄອງລາຍຮັບຊັບສີນ ແລະ ສ່ວຍສາອາກອນ ປະຈຳປີ 2024 ໂດຍການເປັນປະທານຂອງ ທ່ານ ຄໍາຫລ້າ ໝັ້ນມະນີວົງ ຮອງປະທານ ອົງການກວດສອບ ປະຈຳພາກເໜືອ 2, ມີທ່ານ ວັນໄຊ ສຸກສັນ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກການເງິນແຂວງຜົ້ງສາລີ.
ແນະນໍານັກປະພັນນັກກະວີ ເຂົ້າຮ່ວມຂຽນປະພັນໂຮມເຫຼັ້ມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ແນະນໍານັກປະພັນນັກກະວີ ເຂົ້າຮ່ວມຂຽນປະພັນໂຮມເຫຼັ້ມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ເພື່ອແນະນໍາໃຫ້ນັກປະພັນ, ນັກກະວີໃນການເຂົ້າຮ່ວມຂຽນປະພັນໂຮມເຫຼັ້ມ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ຈະມາເຖິງນີ້.ກົມໂຄສະນາສູນກາງແນວລາວສ້າງຊາດ (ສນຊ) ຮ່ວມກັບສະມາຄົມນັກປະພັນລາວໄດ້ຈັດກອງປະຊຸມພົບປະນັກປະພັນ, ນັກກະວີຂຶ້ນໃນວັນທີ 20 ມິຖຸນາ ຜ່ານມານີ້ທີ່ ສນຊ ໂດຍມີທ່ານ ທອງໃບ ໂພທິສານ ກໍາມະການ ສນຊ ຄະນະຂົນຂວາຍປະຊາຊົນ ສນຊ ປະທານສະມາຄົມນັກປະພັນລາວ, ທ່ານ ນາງ ແພງພັນ ບຸບຜາພອນ ຫົວໜ້າກົມໂຄສະນາ ສນຊ ທັງເປັນຫົວໜ້າກອງເລຂາຂອງອະນຸໂຄສະນາ - ຂະບວນການ ແລະ ບຸກຄະລາກອນ-ຍ້ອງຍໍ, ມີບັນດານັກປະພັນ, ນັກກະວີຈາກພາກສ່ວນຕ່າງໆ, ພ້ອມດ້ວຍຄະນະຮັບຜິດຊອບກ່ຽວຂ້ອງເຂົ້າຮ່ວມ.
ກາເຟ ທຣູສະເລນ ມີຈຳໜ່າຍຢູ່ເຈມາກໃນນະຄອນຫຼວງວຽງຈັນ

ກາເຟ ທຣູສະເລນ ມີຈຳໜ່າຍຢູ່ເຈມາກໃນນະຄອນຫຼວງວຽງຈັນ

ຕົວແທນບໍລິສັດຮ່ວມພັດທະນາການຢາ ໄດ້ຈັດໂປຣໂມຊັັນ (ແຈກແຖມ) ເພື່ອເປັນການ ຄືນກຳໄລໃຫ້ລູກຄ້າ ຊຶ່ງມີຫຼາກຫຼາຍຜະລິດຕະພັນ ບັນດາລູກຄາທີ່ຊື້ຜະລິດຕະພັນຂອງຕົວແທນ ບໍລິສັດຮ່ວມພັດທະນາການຢາ ຈະໄດ້ຮັບຂອງແຖມຈາກຕົວແທນບໍລິສັດຫຼາກຫຼາຍລາຍການ ໃນຂະນະດຽວກັນສາມາດຊື້ ແລະ ຮ່ວມຊິມກາເຟ ທຣູສະເລນ ກັບຕົວແທນບໍລິສັດໄດ້.
ຮັກສາການ ປະທານສານປະຊາຊົນພາກໃຕ້ ຊີ້ນໍາວຽກງານວິຊາສະເພາະ ຢູ່ທີ່ສານປະຊາຊົນແຂວງສະຫວັນນະເຂດ

ຮັກສາການ ປະທານສານປະຊາຊົນພາກໃຕ້ ຊີ້ນໍາວຽກງານວິຊາສະເພາະ ຢູ່ທີ່ສານປະຊາຊົນແຂວງສະຫວັນນະເຂດ

ໃນວັນທີ 19 ມິຖຸນາຜ່ານມານີ້, ທ່ານ ກຽງສັກ ບຸນທາວົງ ຮັກສາການປະທານສານປະຊາຊົນພາກໃຕ້ ໄດ້ເຄື່ອນໄຫວຊຸກຍູ້ ແລະ ຊີ້ນໍາວຽກງານຢູ່ສານປະຊາຊົນແຂວງສະຫວັນນະເຂດ. ເຂົ້າຮ່ວມມີທ່ານ ປະທານສານປະຊາຊົນແຂວງ ແລະ ຄະນະສານປະຊາຊົນທັງ 4 ເຂດ.
ມອນຊູນ ວິນ ພາວເວີ ມອບເບ້ຍກາເຟ ໃຫ້ປະຊາຊົນ ເມືອງດາກຈຶງ ແລະ ຊານໄຊ

ມອນຊູນ ວິນ ພາວເວີ ມອບເບ້ຍກາເຟ ໃຫ້ປະຊາຊົນ ເມືອງດາກຈຶງ ແລະ ຊານໄຊ

ພິທີມອບເບ້ຍກາເຟໃຫ້ປະຊາຊົນ ເມືອງດາກຈຶງ ແຂວງເຊກອງ ແລະ ເມືອງຊານໄຊ ແຂວງອັດຕະປື ໄດ້ມີຂຶ້ນໃນວັນທີ 19 ມິຖຸນາຜ່ານມາ ທີ່ເດີ່ນໂຮງຮຽນມັດທະຍົມສົມບູນ ບ້ານຊຽງຫຼວງ ເມືອງດາກຈຶງ ໂດຍເຂົ້າຮ່ວມຂອງ ທ່ານ ສົມພອນ ສາຍສຸວັນ ຮອງເຈົ້າເມືອງດາກຈຶງ ແຂວງເຊກອງ, ມີທ່ານ ຫັດສະໄນ ສີບຸນເຫຼືອງ ວ່າການເຈົ້າເມືອງຊານໄຊ ແຂວງອັດຕະປື, ທ່ານ ເຊົາວະລິດ ຂັນໄຊຍະພູມ ຜູ້ອຳນວຍການເຂດພາກໃຕ້ ຄະນະບໍລິຫານງານໂຄງການມອນຊູນ ວິນ ພາວເວີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ປະຊາຊົນ ເຂົ້າຮ່ວມ.
ກອງປະຊຸມວຽກງານປະຕິບັດຄຳຕັດສິນຂອງສານ

ກອງປະຊຸມວຽກງານປະຕິບັດຄຳຕັດສິນຂອງສານ

ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມວຽກງານປະຕິບັດຄຳຕັດສິນຂອງສານ ປະຈຳປີ 2024 ຂຶ້ນໃນວັນທີ 19 ມິຖຸນານີ້ ທີ່ຫ້ອງປະຊຸມກະຊວງດັ່ງກ່າວ ໂດຍການເປັນປະທານຂອງ ທ່ານ ໄພວີ ສີບົວລິພາ ລັດຖະມົນຕີ ກະຊວງຍຸຕິທຳ ມີບັນດາຮອງລັດຖະມົນຕີ, ຮອງປະທານສານປະຊາຊົນສູງສຸດ, ຫົວໜ້າກົມ-ຮອງກົມ, ບັນດາຄະນະກອງ, ຄະນະຂະແໜງປະຕິບັດຄຳຕັດສິນຂອງສານທົ່ວປະເທດເຂົ້າຮ່ວມ.
ປະກາດໂຮມກະຊວງພາຍໃນຂຶ້ນກັບຄະນະຈັດຕັ້ງສູນກາງພັກ

ປະກາດໂຮມກະຊວງພາຍໃນຂຶ້ນກັບຄະນະຈັດຕັ້ງສູນກາງພັກ

ວັນທີ 18 ມິຖຸນາ ຜ່ານມາ ທີ່ຫໍປະຊຸມຫ້ອງວ່າການສູນກາງພັກ ໄດ້ມີພິທີປະກາດກົງຈັກການຈັດຕັ້ງໂຮມກະຊວງພາຍໃນຂຶ້ນກັບຄະນະຈັດຕັ້ງສູນກາງພັກ ໂດຍການເປັນປະທານສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ; ມີ ສະຫາຍລັດຖະມົນຕີ, ຮອງລັດຖະມົນຕີກະຊວງພາຍໃນ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຫົວໜ້າກົມ, ຮອງກົມ ແລະພະນັກທັງໝົດຂອງສອງພາກສ່ວນເຂົ້າຮ່ວມ.
ປະກາດການຈັດຕັ້ງພາຍຫຼັງໂຮມ ກຜທ ເຂົ້າກັບກະຊວງການເງິນ

ປະກາດການຈັດຕັ້ງພາຍຫຼັງໂຮມ ກຜທ ເຂົ້າກັບກະຊວງການເງິນ

ພິທີປະກາດການຈັດຕັ້ງ ພາຍຫຼັງໂຮມກະຊວງແຜນການ ແລະ ການລົງທຶນ (ກຜທ) ເຂົ້າກັບ ກະຊວງການເງິນ ໄດ້ຈັດຂຶ້ນໃນວັນທີ 18 ມິຖຸນາຜ່ານມາ ທີ່ສະໂມສອນ ກຜທ ໂດຍການເປັນປະທານຂອງສະຫາຍພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ; ມີຄະນະລັດຖະມົນຕີ, ຄະນະກົມ, ພະແນກການກ່ຽວຂ້ອງເຂົ້າຮ່ວມ.
ກອງພັນໃຫຍ່ 202 ສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນຊາດ 6 ເດືອນຕົ້ນປີ 2025

ກອງພັນໃຫຍ່ 202 ສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນຊາດ 6 ເດືອນຕົ້ນປີ 2025

ວັນທີ 18 ມິຖຸນາຜ່ານມານີ້, ກອງພັນໃຫຍ່ 202 ກອງພົນທີ 2 ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນຊາດ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2025 ຢູ່ທີ່ສະໂມສອນຂອງກອງດັ່ງກ່າວ, ໂດຍການເຂົ້າຮ່ວມຂອງສະຫາຍ ພັນເອກ ສົມໝາຍ ດອນພະຈັນ ເລຂາຄະນະພັກ ຫົວໜ້າການເມືອງ ກອງພັນໃຫຍ່ 202.
ເພີ່ມເຕີມ