ກະຊວງປ້ອງກັນປະເທດມອບນາມມະຍົດໃຫ້ນາຍທະຫານ

ກະຊວງປ້ອງກັນປະເທດມອບນາມມະຍົດໃຫ້ນາຍທະຫານ
ກະຊວງປ້ອງກັນປະເທດໄດ້ຈັດພິທີມອບນາມມະຍົດສາດສະດາຈານ, ຮອງສາດສະດາຈານ ແລະ ມອບໃບຍ້ອງຍໍໃຫ້ນາຍທະຫານໃນວັນທີ 7 ກຸມພາຜ່ານມາ ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ ໂດຍການເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍຮອງສາດສະດາຈານ(ຮສ)ປະລິນຍາເອກ(ປອ) ພຸດ ສິມມາລາວົງ ກຳມະການສູນກາງພັກລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ມີຄະນະນໍາກະຊວງປ້ອງກັນປະເທດແຂກຖືກເຊີນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
     ສະຫາຍຮອງສາດສະດາຈານປະລິນຍາເອກ ຫຼ້າວັນ ວົງຄຳສານ ຫົວໜ້າກົມການສຶກສາຊັ້ນສູງ ກະຊວງ ສສກ ໄດ້ຜ່ານດໍາລັດນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງສາດສະດາຈານກຽດຕິຄຸນ, ຮອງສາດສະດາຈານ, ອີງຕາມກົດໝາຍວ່າດ້ວຍລັດຖະບານສະບັບເລກທີ 03/ສພຊ, ລົງວັນທີ 16 ພະຈິກ 2021, ອີງຕາມກົດໝາຍວ່າດ້ວຍການສຶກສາຊັ້ນສູງສະບັບເລກທີ 87/ສພຊ, ລົງວັນທີ 11 ພະຈິກ 2020, ອີງຕາມດຳລັດວ່າດ້ວຍຕໍາແໜ່ງວິຊາການຄູຢູ່ສະຖານການສຶກສາຊັ້ນສູງສະບັບເລກທີ 03/ລບ, ລົງວັນທີ 10 ມັງກອນ 2020; ອີງຕາມໜັງສືສະເໜີຂອງກະຊວງ ສສກ ສະບັບເລກທີ 1942/ສສກ, ລົງວັນທີ 11 ທັນວາ 2023, ນາຍົກລັດຖະມົນຕີອອກດໍາລັດ: ແຕ່ງຕັ້ງສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ດຳລົງຕຳແໜ່ງສາດສະດາຈານກຽດຕິຄຸນ ສາຂາຍຸດທະສາດປ້ອງກັນຊາດ, ສະຫາຍ ພົນໂທ ປອ ວົງຄຳ ພົມມະກອນ ດຳລົງຕໍາແໜ່ງສາດສະດາຈານກຽດຕິຄຸນ ສາຂາຍຸດທະສາດປ້ອງກັນຊາດ, ສະຫາຍ ພົນຈັດຕະວາ ປອ ຄຳຜາຍ ສະພັງເໜືອ ດຳລົງຕຳແໜ່ງຮອງສາດສະດາຈານ ສາຂາຍຸດທະສາດປ້ອງກັນຊາດ, ສະຫາຍ ພົນຈັດຕະວາ ປອ ສົມພອນ ສີສຸວັນນະ ດຳລົງຕຳແໜ່ງຮອງສາດສະດາຈານ ສາຂາຍຸດທະສາດປ້ອງກັນຊາດ, ສະຫາຍ ພົນຈັດຕະວາ ປອ ຈັນສະໝອນ ມະຫາວົງ ດຳລົງຕຳແໜ່ງຮອງສາດສະດາຈານ ສາຂາພະຍາດຊຶມເຊື້ອເຂດຮ້ອນ-ແມ່ກາຝາກ ແລະ ຕິດແປດ, ສະຫາຍ ພັນເອກ ປອ ກິ່ງແກ້ວ ແສງຄຳປອງ ດຳລົງຕຳແໜ່ງຮອງສາດສະດາຈານ ສາຂາຜ່າຕັດສະໝອງ-ເສົາສັນຫຼັງ, ສະຫາຍ ພັນເອກ ປອ ສະແຫວງໄຊ ດາລາສາດ ດຳລົງຕຳແໜ່ງຮອງສາດສະດາຈານ ສາຂາຜ່າຕັດຜົ້ງເອິກ, ສະຫາຍ ພັນໂທ ປອ ຄໍາມູນ ສົມຕະກຸນ ດຳລົງຕຳແໜ່ງຮອງສາດສະດາຈານ ສາຂາກະທົບຜ່າຕັດກະດູກ ແລະ ແຕ່ງຕັ້ງສະຫາຍ ພັນໂທ ຄໍາຫຼ້າ ສາລີວົງຄໍາໃສ ດຳລົງຕຳແໜ່ງຮອງສາດສະດາຈານ ສາຂາພະຍາດລະບົບລະລາຍ. 
    ຈາກນັ້ນ, ສະຫາຍ ພົນຈັດຕະວາ ວັນລະວົງ ນັນທະວົງ ຫົວໜ້າກົມນະໂຍບາຍ ກະຊວງປ້ອງກັນປະເທດ ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການປະດັບຫຼຽນໄຊພິລະອາດຫານ, ອີງຕາມດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 116/ລບ, ລົງວັນທີ 22 ເມສາ 2019 ວ່າດ້ວຍການແຂ່ງຂັນ ແລະ ຍ້ອງຍໍ, ອີງຕາມໜັງສືສະເໜີຂອງກົມໃຫຍ່ການເມືອງກອງທັບ ສະບັບເລກທີ 294/ກມທ, ລົງວັນທີ 18/12/2013 ເພື່ອຍ້ອງຍໍສັນລະເສີນຜົນງານ, ຄຸນງາມຄວາມດີໃຫ້ແກ່ການນຳກະຊວງສສກ ທີ່ມີຜົນງານປະກອບສ່ວນຊ່ວຍສ້າງໂຄງການຫຼັກສູດການຮຽນ-ການສອນ, ຄົ້ນຄວ້າວິທະຍາສາດການທະຫານໃຫ້ແກ່ບັນດາໂຮງຮຽນ, ວິທະຍາຄານທົ່ວກອງທັບປະຊາຊົນລາວ. ກະຊວງປ້ອງກັນປະເທດຕົກລົງ: ມອບຫຼຽນໄຊພິລະອາດຫານຊັ້ນ I ໃຫ້ກະຊວງ ສສກ; ປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ສະຫາຍ ຮສ ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງ ສສກ, ຫຼຽນໄຊພິລະອາດຫານຊັ້ນ III ໃຫ້ຈຳນວນ 3 ສະຫາຍຄື: ສະຫາຍ ຮສ ປອ ຫຼ້າວັນ ວົງຄຳສານ ຫົວໜ້າກົມການສຶກສາຊັ້ນສູງ ກະຊວງ ສສກ, ສະຫາຍ ວິໄຊ ຈັນທະສອນຫົວໜ້າຫ້ອງການສະພາການສຶກສາຊັ້ນສູງ ແລະ ສະຫາຍ ຄໍາລຽງ ນາມບຸດຮອງຫົວໜ້າຫ້ອງການສະພາການສຶກສາຊັ້ນສູງຢ່າງສົມກຽດ.
    ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຊົມເຊີຍມາຍັງຄະນະນໍາກະຊວງປ້ອງກັນປະເທດ ທີ່ເຫັນໄດ້ຄວາມສໍາຄັນທາງດ້ານການສຶກສາ ແລະ ຍົກສູງຄວາມຮູ້-ຄວາມສາມາດໃນການຄົ້ນຄວ້າທາງວິທະຍາສາດໄດ້ຕັ້ງໜ້າສ້າງບຸກຄະລາກອນຕະຫຼອດໄລຍະເວລາທີ່ຜ່ານມາຈົນສາມາດປະດັບນາມມະຍົດໄດ້ຮອດ ຂັ້ນສາດສະດາຈານ ແລະ ຮອງສາດສະດາຈານ, ສະຫາຍຍັງໄດ້ຮຽກຮ້ອງໃຫ້ພ້ອມກັນສຸມສະຕິເຫື່ອແຮງກໍາລັງຄວາມຮູ້-ຄວາມສາມາດເຂົ້າໃນການພັດທະນາກົມກອງໃຫ້ມີຄວາມກ້າວໜ້າຂຶ້ນໄປເລື້ອຍໆ ແລະ ປະກອບສ່ວນເຂົ້າໃນການຄົ້ນຄວ້າທາງດ້ານວິທະຍາສາດປົກປັກຮັກສາ ແລະ ສ້າງສາປະເທດຊາດ ເພື່ອເຮັດໃຫ້ປະເທດຊາດມີຄວາມຈະເລີນສີວິໄລ.
ຂ່າວ-ພາບ: ບິກໄຊ ສົມພູ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຊກອງ ປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ

ເຊກອງ ປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ

ໃນວັນທີ 13 ພະຈິກນີ້, ພະແນກການເງິນແຂວງເຊກອງ ຮ່ວມກັບກະຊວງການເງິນ ຈັດກອງປະຊຸມປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ ແລະວຽກງານກວດກາໄລ່ລຽງອາກອນ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ, ມີທ່ານ ຄຳຮຸ້ ອ່ອນມະນີ ຫົວໜ້າພະແນກການເງິນແຂວງ, ມີຄະນະກຳມະການປະເມີນ ຈາກກະຊວງ, ພະແນກການເງິນແຂວງ ແລະຫ້ອງການໆເງິນ 4 ເມືອງເຂົ້າຮ່ວມ.
ກຳລັງ ປກຊ-ປກສ ຊ້ອມເດີນສວນສະໜາມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ກຳລັງ ປກຊ-ປກສ ຊ້ອມເດີນສວນສະໜາມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ພິທີສະແດງທົດລອງ ການສວນສະໜາມສະເຫຼີມ​ສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ປະສານກ້ອນກຳລັງ ປກຊ-ປກສ ຄັ້ງທີ 3 ໄດ້ຈັດຂຶ້ນວັນທີ 12 ພະຈິກ 2025 ນີ້ ທີ່ສະໜາມຫຼວງ ໂດຍມີສະຫາຍ ບຸນທອງ ຈິດມະນີ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກຜູ້ປະຈໍາການຄະນະເລຂາທິການສູນກາງພັກຮອງ​ປະ​ທານ​ປະ​ເທດ,ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານ ປກຊ-ປກສ ຂັ້ນສູນກາງ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກຳນົດຫຼາຍວຽກງານຈຸດສຸມພັດທະນາຂະແໜງ ອຄ

ກຳນົດຫຼາຍວຽກງານຈຸດສຸມພັດທະນາຂະແໜງ ອຄ

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ(ອຄ) ໄດ້ຊີ້ແຈງ ຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ,ໃນວັນທີ 13 ພະຈິກນີ້,ທີ່ສະພາແຫ່ງຊາດ,ໂດຍການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ປາກກະດິງ ເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025

ປາກກະດິງ ເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025

ໃນຕອນເຊົ້າວັນທີ 11 ພະຈິກນີ້, ຫ້ອງການກະສິກຳ ແລະ ສີ່ງແວດລ້ອມເມືອງປາກກະດິງ ແຂວງບໍລິຄໍາໄຊ ໄດ້ຈັດພິທີເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025 ຢູ່ທີ່ບ້ານທົ່ງນາມີ ເນື່ອງໃນໂອກາດວັນສັກວັກຊີນປ້ອງກັນພະຍາດສັດແຫ່ງຊາດ (11 ພະຈິກ)ຂອງທຸກໆປີ.
ສະຫາຍ ໄຊຍະເດດ ຜຸຍຍະວົງໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງ ຊົນນະບູລີຄົນໃໝ່

ສະຫາຍ ໄຊຍະເດດ ຜຸຍຍະວົງໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງ ຊົນນະບູລີຄົນໃໝ່

ພິທີປະກາດການຈັດຕັ້ງການນຳຂັ້ນສູງຂອງເມືອງຊົນນະບູລີ ໄດ້ຈັດຂຶ້ນໃນວັນທີ 12 ພະຈິກນີ້ ທີ່ສະໂມສອນຂອງເມືອງ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີບັນດາທ່ານຈາກພະແນກການ, ກົມກອງ ແລະພະນັກງານຫຼັກແຫຼ່ງພາຍໃນເມືອງເຂົ້າຮ່ວມ.
ກອງປະຊຸມ ວຽກງານການຕິດຕາມກວດກາການດຳເນີນຄະດີອາຍາ

ກອງປະຊຸມ ວຽກງານການຕິດຕາມກວດກາການດຳເນີນຄະດີອາຍາ

ວັນທີ 12 ພະຈິກ 2025 ທີ່ ລີສອດນາປ່າກວາງເມືອງ ແກ້ວອຸດົມແຂວງວຽງຈັນ. ອົງການໄອຍະການປະຊາຊົນສູງສຸດ(ອອປສ) ໄດ້ຈັດກອງປະຊຸມ ກວຽກງານການຕິດຕາມກວດກາການດຳເນີນຄະດີອາຍາ ທີ່ກ່ຽວຂ້ອງກັບ ອາຊະຍາກຳສັດປ່າ ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແລະ ເຄືອຂ່າຍບັງຄັບໃຊ້ກົດໝາຍ ກ່ຽວກັບສັດນໍ້າ ແລະ ສັດປ່າ (LAO-WEN) ທີ່ກ່ຽວຂ້ອງກັບ ອາຊະຍາກຳສັດປ່າ ພາຍໃຕ້ການເປັນປະທານຂອງ ທ່ານ ໄພຄຳ ວິໄລສຸກ ຄະນະບໍລິຫານງານພັກຫົວໜ້າກົມຕິດຕາມກວດກາການດຳເນີນຄະດີອາຍາ ອອປສ, ມີບັນດາທ່ານຫົວໜ້າກົມ, ຮອງກົມ ຈາກ ພາກສວ່ນກ່ຽວຂ້ອງເຂົ້າຮ່ວມ.
ພາຍໃຕ້ການນໍາພາຂອງພັກ ໄດ້ເຮັດໃຫ້ໂສມໜ້າຂອງປະເທດເຮົາມີການປ່ຽນແປງໃຫຍ່ຫຼວງຢ່າງຮອບດ້ານ

ພາຍໃຕ້ການນໍາພາຂອງພັກ ໄດ້ເຮັດໃຫ້ໂສມໜ້າຂອງປະເທດເຮົາມີການປ່ຽນແປງໃຫຍ່ຫຼວງຢ່າງຮອບດ້ານ

ເນື່ອງໃນໂອກາດກະກຽມສະເຫຼີມສະຫຼອງສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ. ສະຫາຍ ພົນຈັດຕະວາ ພັນວິໄລ ລາດສະຍົນ ຫົວໜ້າການເມືອງ ກອງບັນຊາການ ທະຫານແຂວງສະຫວັນນະເຂດ ໄດ້ສະແດງທັດສະນະຕໍ່ວັນດັ່ງກ່າວວ່າ: ກ່ອນໜ້ານີ້ 50 ປີ ສປປ ລາວ ເປັນປະເທດໜຶ່ງທີ່ຕົກເປັນຫົວເມືອງຂຶ້ນຂອງພວກຈັກກະພັດຕ່າງດ້າວທັງແບບເກົ່າ ແລະ ແບບໃໝ່, ປະຊາຊົນລາວບັນດາເຜົ່າໄດ້ສູນເສຍອິດສະຫຼະພາບ, ສິດເປັນເຈົ້າຂອງປະເທດຊາດ ແລະ ຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ແຕ່ດ້ວຍນໍ້າໃຈຮັກຊາດອັນດູດດື່ມ ແລະ ຄວາມຄຽດແຄ້ນຕໍ່ພວກສັດຕູທີ່ມາຮຸກຮານ, ປະຊາຊົນລາວບັນດາເຜົ່າ ຈຶ່ງໄດ້ສາມັກຄີກັນລຸກຮື້ຂຶ້ນຕໍ່ສູ້ຢ່າງພິລະອາດຫານ ໂດຍພາຍໃຕ້ ການນໍາພາຂອງພັກ ປະຊາຊົນປະຕິວັດລາວ, ເຮັດໃຫ້ຂະບວນການຕໍ່ສູ້ຂອງປະຊາຊົນລາວ ໄດ້ຮັບໄຊຊະນະເປັນກ້າວໆມາ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ກອງພົນທີ 2 ເປີດຂະບວນການແຂ່ງຂັນກິລາການທະຫານ-ກິລາມວນຊົນ

ກອງພົນທີ 2 ເປີດຂະບວນການແຂ່ງຂັນກິລາການທະຫານ-ກິລາມວນຊົນ

ໃນວັນທີ 12 ພະຈິກ 2025, ກອງພົນທີ 2 ໄດ້ເປີດຂະບວນການແຂ່ງຂັນກິລາການທະຫານ-ກິລາມວນຊົນ ເພື່ອຂໍ່ານັບຮັບຕ້ອນວັນວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ໂດຍການເປັນປະທານຂອງສະຫາຍ ພັນເອກ ສອນເພັດ ຈັນສົມ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງພົນທີ 2, ມີບັນດາສະຫາຍ ຄະນະຫ້ອງ, ພະແນກການ, ຄະນະພັກ-ຄະນະບັນຊາກົມກອງ ຕະຫລອດຮອດນັກກິລາເຂົ້າຮ່ວມ.
ພິທີເປີດນໍ້າ ວັນຊົນລະປະທານ ແລະ ວັນສັກຢາປ້ອງກັນສັດແຫ່ງຊາດ

ພິທີເປີດນໍ້າ ວັນຊົນລະປະທານ ແລະ ວັນສັກຢາປ້ອງກັນສັດແຫ່ງຊາດ

ວັນທີ 11 ພະຈິກຜ່ານມາ, ຫ້ອງການກະສີກຳ ແລະ ສິ່ງແວດລ້ອມ ເມືອງ ມຸນລະປາໂມກ ແຂວງ ຈຳປາສັກ ໄດ້ຈັດພິທີເປີດນໍ້າ ວັນຊົນລະປະທານແຫ່ງຊາດ 3 ພະຈິກ ແລະ ວັນສັກຢາປ້ອງກັນພະຍາດສັດ ແຫ່ງຊາດ 11 ພະຈິກ ຂຶ້ນຢູ່ທີ່ກຸ່ມ ນາດີ ບ້ານ ຊານຫວ້າ ໂດຍການເປັນປະທານຂອງທ່ານ ວັນລະເດດ ແກ້ວຈັນທາ ປະທານຄະນະກຳມະການປົກຄອງເມືອງ, ທ່ານ ສີສຸພັນ ແວງທີສານ ຕ່າງໜ້າພະແນກກະສີກຳ ແລະ ສິ່ງແວດລ້ອມແຂວງ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ອະດີດຮອງນາຍົກລັດຖະມົນຕີ ຢ້ຽມຊົມສະຖານທີ່ທ່ອງທ່ຽວ ບຶງໜອງເທົາ ແລະ ຖໍ້າປາເຊືອມ

ອະດີດຮອງນາຍົກລັດຖະມົນຕີ ຢ້ຽມຊົມສະຖານທີ່ທ່ອງທ່ຽວ ບຶງໜອງເທົາ ແລະ ຖໍ້າປາເຊືອມ

ວັນທີ 11 ພະຈິກຜ່ານມານີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ໄດ້ຢ້ຽມຊົມສະຖານທີ່ທ່ອງທ່ຽວບຶງໜອງເທົາ ແລະ ຖໍ້າປາເຊືອມ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຂັມເພັດ ແກ້ວເພຍຈັນ ປະທານບໍລິສັດ ເພັດມະນີ ເຄພີຊີ ຈໍາກັດຜູ້ດຽວ ໃນນາມຜູ້ສໍາປະທານ ແລະ ພັດທະນາແຫຼ່ງທ່ອງທ່ຽວດັ່ງກ່າວ.
ເພີ່ມເຕີມ