ແກ່ນທ້າວ ປະກາດສ້າງຕັ້ງ ຕາແສງ ດອນເມນ ເປັນຕາແສງສຸດທ້າຍຂອງເມືອງ

ແກ່ນທ້າວ ປະກາດສ້າງຕັ້ງ ຕາແສງ ດອນເມນ ເປັນຕາແສງສຸດທ້າຍຂອງເມືອງ

ແກ່ນທ້າວ ປະກາດສ້າງຕັ້ງ ຕາແສງ ດອນເມນ ເປັນຕາແສງສຸດທ້າຍຂອງເມືອງ
ພິທີປະກາດສ້າງຕັ້ງ ຕາແສງ ດອນເມນ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 8 ກໍລະກົດ 2026 ນີ້ ທີ່ບ້ານດອນເມນ ໂດຍມີທ່ານ ຄຳ​ເຫຼັກ ແກ້ວ​ວິ​ໄລ​ພອນ ກຳ​ມະ​ການ​ປະ​ຈຳ​ພັກ​ແຂວງປະ​ທານ​ຄະ​ນະ​ກວດ​ກາ​ພັກປະ​ທານ​ອົງ​ການກວດ​ກາ​ລັດ​ແຂວງ,ທ່ານ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງ,ທ່ານ ຈິນດາ ກະທາທອງ ຮອງເລຂາຄະນະບໍລິຫານງານພັກເມືອງ, ມີການນໍາຂັ້ນແຂວງ, ຂັ້ນເມືອງແລະພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ແກນທາວ ປະກາດສາງຕງ ຕາແສງ ດອນເມນ ເປນຕາແສງສດທາຍຂອງເມອງ - image 1
 

 

ທ່ານ ສົມສີ ຊາວພິລາ ຮອງປະທານຄະນະກໍາມະການປົກຄອງເມືອງ ໄດ້ລາຍງານວ່າ: ຕາແສງ ດອນເມນ ຕັ້ງຢູ່ທາງທິດເໜືອ ຂອງເມືອງແກ່ນທ້າວ ຫ່າງຈາກເທດສະບານເມືອງ ປະມານ 31.5 ກິໂລແມັດ,ມີເນື້ອທີ່ທັງໝົດ 24,983.25 ເຮັກຕາ; ປະກອບມີ 7 ບ້ານຄື: ບ້ານຫ້ວຍເປັດ, ບ້ານຫ້ວຍຫຼອດ, ບ້ານນາຄູນ, ບ້ານດອນເມນ, ບ້ານແຄ, ບ້ານນາຄຳ ແລະ ບ້ານດອນສັ້ງ,ມີພົນລະເມືອງທັງໝົດ 5,227 ຄົນ, ຍິງ 2,447 ຄົນ (ໃນນີ້ ເຜົ່າລາວ ກວມເອົາ 99.97% ແລະ ເຜົ່າອື່ນໆ ກວມເອົາ 0,03%).

ສໍາລັບສໍານັກງານຕາແສງ ແມ່ນຕັ້ງຢູ່ບ້ານດອນເມນ (ນຳໃຊ້ຫ້ອງການກຸ່ມບ້ານພັດທະນາດອນເມນຫຼັງເກົ່າ); ດ້ານການຈັດຕັ້ງພັກ-ພະນັກງານ ປະກອບມີ 1 ອົງຄະນະພັກຮາກຖານ, ມີໜ່ວຍພັກຂຶ້ນກັບທັງໝົດ 8 ໜ່ວຍ (ໜ່ວຍພັກບ້ານ 7 ໜ່ວຍ ແລະ ໜ່ວຍພັກໂຮງຮຽນ 1 ໜ່ວຍ),ມີສະມາຊິກພັກທັງໝົດ 108 ສະຫາຍ, ຍິງ 27 ສະຫາຍ (ສະມາຊິກພັກສໍາຮອງ 12 ສະຫາຍ, ຍິງ 6 ສະຫາຍ).

ແກນທາວ ປະກາດສາງຕງ ຕາແສງ ດອນເມນ ເປນຕາແສງສດທາຍຂອງເມອງ - image 2
 

ຈາກນັ້ນ, ທ່ານ ໄພທອງ ຈັນດາ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງແຂວງ ວ່າດ້ວຍການສ້າງຕັ້ງຕາແສງ ດອນເມນ ແລະ ທ່ານ ຈິນດາ ກະທາທອງ ຮອງເລຂາຄະນະບໍລິຫານງານພັກເມືອງ ໄດ້ຜ່ານ ມະຕິຕົກລົງ ຂອງຄະນະປະຈໍາພັກເມືອງ ວ່າດ້ວຍການສ້າງຕັ້ງອົງຄະນະພັກຮາກຖານຕາແສງດອນເມນ, ການສ້າງຕັ້ງໜ່ວຍພັກຫ້ອງການຕາແສງດອນເມນ, ຂໍ້ຕົກລົງວ່າດ້ວຍການຍົກຍ້າຍພະນັກງານໄປຮັບໜ້າທີ່ໃໝ່ຢູ່ຫ້ອງການຕາແສງດອນເມນ, ມະຕິຕົກລົງວ່າດ້ວຍການບົ່ງຕົວແຕ່ງຕັ້ງຄະນະບໍລິຫານງານພັກຕາແສງດອນເມນ, ເລຂາ-ຮອງເລຂາແລະ ປະທານ-ຮອງປະທານກວດກາຄະນະພັກຕາແສງດອນເມນ, ມະຕິຕົກລົງບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກຫ້ອງການຕາແສງດອນເມນ ແລະ ຂໍ້ຕົກລົງ ຂອງປະທານຄະນະກໍາມະການປົກຄອງເມືອງ ວ່າດ້ວຍການແຕ່ງຕັ້ງປະທານ, ຮອງປະທານຄະນະກໍາມະການປົກຄອງຕາແສງດອນເມນ ເຊິ່ງປະກອບມີ: ທ່ານ ສະເຫຼີມທອງ ລາດສະແກ້ວເປັນປະທານຄະນະກຳມະການປົກຄອງຕາແສງ, ທ່ານ ວິມົນ ແກ້ວມາລາແລະ ທ່ານ ທອງຄູນ ບຸນຈະເລີນເປັນຮອງປະທານຄະນະກຳມະການປົກຄອງຕາແສງ.

ຂ່າວ: ແກ່ນທ້າວ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເລຂາພັກແຂວງ ສາລະວັນຕ້ອນຮັບ ຮອງປະທານກໍາມາທິການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ ສ​ພ​ຊ

ເລຂາພັກແຂວງ ສາລະວັນຕ້ອນຮັບ ຮອງປະທານກໍາມາທິການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ ສ​ພ​ຊ

ທ່ານ ນາງ ວິລະວອນ ພັນທະວົງ ຮອງປະທານກຳມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະກັບທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງສາ​ລະ​ວັນ, ໃນວັນທີ 1 ກັນຍາຜ່ານ​ມາ, ທີ່ ຫ້ອງວ່າການແຂວງ, ເພື່ອແຈ້ງຈຸດປະສົງໃນການລົງເຄື່ອນໄຫວວຽກງານຢູ່ແຂວງສາລະວັນ ໃນຄັ້ງນີ້, ແມ່ນເພື່ອຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍສະເພາະບັນດາຄາດໝາຍໃນຂົງເຂດວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ປະຈຳປີ 2026 ເພື່ອເກັບກຳຂໍ້ມູນລາຍງານຕໍ່ກອງປະຊຸມຄະນະປະຈຳສະພາແຫ່ງຊາດ ແລະ ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງ ສພຊ ຊຸດທີ X ທີ່ຈະມາເຖີງນີ້.
ກອງພົນທີ 2 ເປີດຂະບວນການແຂ່ງຂັນກິລາ

ກອງພົນທີ 2 ເປີດຂະບວນການແຂ່ງຂັນກິລາ

ໃນວັນທີ 1 ກັນຍາ ຜ່ານມາ, ກອງພົນທີ 2 ໄດ້ຈັດພິທີເປີດຂະບວນການແຂ່ງຂັນກິລາການທະຫານ ແລະ ກິລາມວນຊົນ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງພົນທີ 2 ຄົບຮອບ 45 ປີ ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ຫົວໜ້າການເມືອງກອງພົນທີ 2, ມີຄະນະພັກ-ຄະນະບັນຊາກອງພົນ, ຄະນະຫ້ອງ, ພະແນກການ, ອະນຸກໍາມະການແຂ່ງຂັນ, ແຂກຖືກເຊີນ ແລະ ນັກກິລາເຂົ້າຮ່ວມ.
ຄອບຄົວການນໍາ ຢ້ຽມຊົມຫໍມູນເຊື້ອແນວລາວສ້າງຊາດ

ຄອບຄົວການນໍາ ຢ້ຽມຊົມຫໍມູນເຊື້ອແນວລາວສ້າງຊາດ

ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ (13 ສິງຫາ 1950 - 13 ສິງຫາ 2026) ໃນວັນທີ 31 ສິງຫາ ຜ່ານມາ ທີ່ຫໍມູນເຊື້ອແນວລາວສ້າງຊາດ ຄອບຄົວການນໍາໄດ້ເຄື່ອນໄຫວຢ້ຽມຊົມຫໍມູນເຊື້ອແນວລາວສ້າງຊາດ ນຳໂດຍທ່ານ ນາງ ວຽງເງິນ ໄຂຄຳພິທູນ ພ້ອມດ້ວຍຄະນະ ໃຫ້ການຕ້ອນ ຮັບຂອງທ່ານ ນາງ ແພງພັນ ບຸບຜາພອນ ຄະນະປະຈໍາ ຫົວໜ້າກົມໂຄສະນາສູນກາງແນວລາວສ້າງຊາດ.
ພົນເອກ ຄໍາລຽງ ອຸທະໄກສອນ ເຄື່ອນໄຫວເຮັດວຽກຢູ່ແຂວງອຸດົມໄຊ

ພົນເອກ ຄໍາລຽງ ອຸທະໄກສອນ ເຄື່ອນໄຫວເຮັດວຽກຢູ່ແຂວງອຸດົມໄຊ

ໃນວັນທີ 1 ກັນຍາຜ່ານມາ, ທ່ານ ພົນເອກ ຄໍາລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ທ່ານ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດ ດີການສັງຄົມ ພ້ອມດ້ວຍຫົວໜ້າກົມ-ຮອງກົມ ໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງອຸດົມໄຊ ຮ່ວມກັບຄະນະປະຈຳ, ຄະນະພັກແຂວງ, ຫົວໜ້າພະແນກ-ອົງການ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ-ເມືອງພາຍໃນແຂວງອຸດົມໄຊ.
ກອງພັນໃຫຍ່ 619 ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ກອງພັນໃຫຍ່ 619 ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ກອງພັນໃຫຍ່ 619 ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຂຶ້ນໃນວັນທີ 1 ກັນຍາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພັນເອກ ລອນທອງ ສິງລືໄຊ ຫົວໜ້າການເມືອງ ກອງພັນໃຫຍ່ 619, ມີຄະນະພັກ-ຄະນະບັນຊາ, ພະແນກການ, ກອງພັນ, ກອງຮ້ອຍ ແລະ ສະມາຊິກພັກ ເຂົ້າຮ່ວມ.
ປະກາດແຕ່ງຕັ້ງຄະນະບໍລິຫານງານຊາວໜຸ່ມກອງພັນ 416

ປະກາດແຕ່ງຕັ້ງຄະນະບໍລິຫານງານຊາວໜຸ່ມກອງພັນ 416

ໃນວັນທີ 2 ກັນຍານີ້, ທີ່ຫ້ອງປະຊຸມກອງພັນ 416 ກອງພັນໃຫຍ່ 302 ກອງພົນທີ 3 ໄດ້ປະກາດການແຕ່ງຕັ້ງຄະນະບໍລິຫານງານຊາວໜຸ່ມ ກອງພັນ 416 ໂດຍການເປັນປະທານຂອງສະຫາຍ ພັນໂທ ຄໍາພັນ ໄຊຍະວົງສີ ກໍາມະການຄະນະພັກ, ຮອງຫົວໜ້າພະແນກການເມືອງ ກອງພັນໃຫຍ່ 302 ຜູ້ຊີ້ນໍາຂົງເຂດວຽກງານມະຫາ ຊົນ, ມີສະຫາຍ ພັນໂທ ວຽງໄຊ ດາພັນ ຫົວໜ້າການເມືອງ ກອງພັນ 416, ມີຄະນະພັກ-ຄະນະບັນຊາ, ຕາງໜ້າຂະແໜງຊາວໜຸ່ມ, ຄະນະບໍລິຫານງານ ແລະ ຄະນະໜ່ວຍຊາວໜຸ່ມເຂົ້າຮ່ວມ.
ຈັນທະບູລີ ຈັດສັນຄວາມເປັນລະບຽບຮຽບຮ້ອຍຕາມແຄມທາງ

ຈັນທະບູລີ ຈັດສັນຄວາມເປັນລະບຽບຮຽບຮ້ອຍຕາມແຄມທາງ

ໃນວັນທີ 31 ສິງຫາຜ່ານມາ, ຄະນະກຳມະການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ນໍາໂດຍທ່ານ ເກດສຸດາກອນ ວັດທະນາໄຊ ຮອງປະທານຄະນະກໍາມະການປົກຄອງເມືອງຈັນທະບູລີ ໄດ້ເຄື່ອນໄຫວຈັດສັນຄວາມເປັນລະບຽບຮຽບຮ້ອຍຕາມແຄມທາງ ໂດຍໄດ້ຢຶດສິນຄ້າທີ່ວາງຂາຍຊະຊາຍ ແລະ ກວມເອົາທາງຄົນຍ່າງ ໃນນັ້ນມີເສັ້ນທາງໂພນຕ້ອງເຂດບໍລິເວນຕໍ່ໜ້າໂຮງໝໍເດັກ, ໂຮງໝໍມິດຕະພາບເຊັ່ນ: ລົດຂາຍໝາກໄມ້, ລໍ້ຂາຍເສື້ອຜ້າ ແລະ ອື່ນໆ ເນື່ອງຈາກກໍ່ໃຫ້ເກີດຄວາມແອອັດ ສ່ຽງຕໍ່ການເກີດອຸບັດເຫດ ແລະ ເຮັດໃຫ້ຕົວເມືອງຂາດຄວາມເປັນລະບຽບຮຽບຮ້ອຍ.
ເຊັນສັນຍາການຮ່ວມມືພັດທະນາເຕັກນິກສະຫຼາຍໜິ້ວນອກຮ່າງກາຍ

ເຊັນສັນຍາການຮ່ວມມືພັດທະນາເຕັກນິກສະຫຼາຍໜິ້ວນອກຮ່າງກາຍ

ພິທີເຊັນສັນຍາການຮ່ວມມືພັດທະນາເຕັກນິກສະຫຼາຍໜິ້ວນອກຮ່າງກາຍ ລະຫວ່າງ ໂຮງໝໍສູນກາງ 103 ກອງທັບ ແລະ ບໍລິສັດ ຕ້າຮົ້ວ ການຄ້າສາກົນ ຈໍາກັດຜູ້ດຽວ ໄດ້ຈັດຂຶ້ນໃນວັນທີ 1 ກັນຍາ 2026 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຄຳແພງ ພູມມາແກ້ວ ຫົວໜ້າກົມເສນາຮັກ ກົມໃຫຍ່ພະລາທິການການກອງທັບ, ມີ ສະຫາຍ ພົນຈັດຕະວາ ສະແຫວງໄຊ ດາລາສາດ ຫົວໜ້າການທະຫານ ໂຮງໝໍສູນກາງ 103 ກອງທັບ, ທ່ານ ສິດປະສົງ ລູ່ພາໄຊ ປະທານ ບໍລິສັດ ຕ້າຮົ້ວ ການຄ້າສາກົນ ຈໍາກັດຜູ້ດຽວ, ມີຄະນະພັກ-ຄະນະອໍານວຍການ ແລະ ວິຊາການ ທັງສອງຝ່າຍເຂົ້າຮ່ວມ.
ກອງບັນຊາການທະຫານແຂວງຫຼວງພະບາງ ມອບເຮືອ ແລະ ອຸປະກອນ  ໃຫ້ກອງບັນຊາການທະຫານແຂວງອຸດົມໄຊ

ກອງບັນຊາການທະຫານແຂວງຫຼວງພະບາງ ມອບເຮືອ ແລະ ອຸປະກອນ ໃຫ້ກອງບັນຊາການທະຫານແຂວງອຸດົມໄຊ

ວັນທີ 1 ກັນຍາ 2026 ນີ້, ຢູ່ທີ່ສູນບັນຊາການ ກອງບັນຊາການທະຫານແຂວງອຸດົມໄຊ ໄດ້ຈັດພິທີ ມອບ-ຮັບ ເຮືອ ແລະ ອຸປະກອນ ລະຫວ່າງ ກອງບັນຊາການທະຫານແຂວງຫຼວງພະບາງ ກັບ ກອງບັນຊາການທະຫານແຂວງອຸດົມໄຊ ໂດຍການເປັນປະທານ ຂອງສະຫາຍ ພັນໂທ ບຸນທຳ ໄຊຍະຫຼວງ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງອຸດົມໄຊ, ມີສະຫາຍ ພັນໂທ ທອງສຸກ ທຳມະວົງ ຫົວໜ້າພະແນກສູ້ຮົບ ກອງບັນຊາການທະຫານແຂວງຫຼວງພະບາງ, ມີຄະນະຮັບຜິດຊອບ ແລະ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
EDL-T “ແສງແຫ່ງຈໍາປາ”ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມໃນແຂວງ  ຄຳມ່ວນ

EDL-T “ແສງແຫ່ງຈໍາປາ”ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມໃນແຂວງ ຄຳມ່ວນ

ວັນທີ 27 ສິງຫາຜ່ານມານີ້ ທີ່ຫ້ອງໂຖງຫ້ອງວ່າການແຂວງ, ບໍລິສັດ EDL-T ໄດ້ນຳສິ່ງຂອງອຸປະໂພກ-ບໍລິໂພກແລະເຂົ້າສານລວມມູນຄ່າ 150 ລ້ານກີບມາຊ່ວຍເຫຼືອຜູ້ປະສົບໄພຂອງແຂວງຄຳມ່ວນ,ເພື່ອນຳໄປຊ່ວຍເຫຼືອປະຊາຊົນຜູ້ປະສົບໄພນໍ້າຖ້ວມຢູ່ບັນດາເມືອງຂອງແຂວງຄຳມ່ວນ,ພາຍໃຕ້ໂຄງການ“ແສງແຫ່ງຈໍາປາ”ຂອງEDL-T .
ເພີ່ມເຕີມ