ແກ່ນທ້າວ ເປີດຂະບວນການອະນາໄມເພື່ອປ້ອງກັນພະຍາດໄຂ້ຍຸງລາຍ

ແກ່ນທ້າວ ເປີດຂະບວນການອະນາໄມເພື່ອປ້ອງກັນພະຍາດໄຂ້ຍຸງລາຍ

ແກ່ນທ້າວ ເປີດຂະບວນການອະນາໄມເພື່ອປ້ອງກັນພະຍາດໄຂ້ຍຸງລາຍ
ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີເປີດຂະບວນການອະນາໄມເພື່ອປ້ອງກັນພະຍາດໄຂ້ຍຸງລາຍຂຶ້ນ ໃນທ້າຍອາທິດຜ່ານມາ, ຢູ່ທີ່ຫໍປະຊຸມບ້ານນາບອນ ໂດຍການເຂົ້າຮ່ວມຂອງທ່ານ ບຸນຍັງພັນທະວົງ ຮອງເຈົ້າເມືອງແກ່ນທ້າວ.

ໃນພິທີ ທ່ານ ສໍລະພົງ ຈັນໂທ ຫົວໜ້າຫ້ອງການສາທາລະນະສຸກເມືອງ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານຕ້ານ ແລະ ຄວບຄຸມພະຍາດລະບາດ ປະຈຳປີ2024 ແລະ ທິດທາງແຜນການ 2025. ຈາກນັ້ນ, ທ່ານ ຮອງເຈົ້າເມືອງແກ່ນທ້າວ ໄດ້ກ່າວເປີດຂະບວນການອະນາໄມວ່າ: ພະຍາດລະບາດຕາມລະດູການເປັນພະຍາດທີ່ອັນຕະລາຍຮ້າຍແຮງຕໍ່ສຸຂະພາບ ແລະ ຊີວິດຂອງຄົນເຮົາຫຼາຍພໍສົມຄວນ. ການເປີດຂະບວນການອະນາໄມເພື່ອປ້ອງກັນພະຍາດໄຂ້ຍຸງລາຍຄັ້ງນີ້, ແມ່ນມີຄວາມໜາຍຄວາມສຳຄັນຢ່າງຍິ່ງຕໍ່ກັບການເຮັດສຸຂະອະນາໄມ, ການສົ່ງເສີມຮັກສາສຸຂະພາບ, ຂອງປະຊາຊົນບັນດາເຜົ່າຢູ່ພາຍໃນເມືອງ. ພ້ອມກັນນັ້ນ, ບັນດາຄະະນະກຳມະການຮັກສາສຸຂະພາບຂັ້ນເມືອງ, ນາຍບ້ານ, ພໍ່ແມ່ປະຊົນພາຍໃນບ້ານຈະໄດ້ພ້ອມກັນອະນາໄມລວມຂອບເຂດຄວາມຮັບຜິດຊອບຂອງຕົນ.

ທ່ານຮອງເຈົ້າເມືອງ ຍັງໄດ້ຮຽກຮ້ອງມາຍັງບັນດາຄະນະກໍາມະການຮັກສາສຸຂະພາບຂັ້ນເມືອງ, ນາຍບ້ານ, ພໍ່ແມ່ປະຊາຊົນຈົ່ງສຸມສະຕິປັນຍາ ແລະ ເຊີດຊູຄວາມຮັບຜິດຊອບຂອງຕົນເຂົ້າໃນການຕ້ານພະຍາດໄຂ້ເລືອດອອກ ດ້ວຍການປະຕິບັດ 5 ປໍ.

(ແຫຼ່ງຂ່າວ: ແກ່ນທ້າວ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກະສິກໍາເຂັ້ມແຂງ-ເສດຖະກິດໝັ້ນຄົງ.

ກະສິກໍາເຂັ້ມແຂງ-ເສດຖະກິດໝັ້ນຄົງ.

ໂດຍ: ຣັດສະໝີ ດວງສັດຈະ ລະດູຝົນຂອງປີນີ້ແມ່ນມາໄວ ແລະ ບາງແຫ່ງພັດມາແຮງອີກ ຊຶ່ງເປັນໂອກາດທີ່ດີ ຕໍ່ພໍ່ແມ່ພີ່ນ້ອງປະຊາຊົນລາວບັນດາເຜົ່າ ໂດຍສະເພາະ ຕໍ່ຊາວກະສິກອນ ທີ່ເປັນກະດູກສັນຫຼັງຂອງຊາດ ກຳລັງສຸມໃສ່ສູ່ການຜະລິດ ເຮັດນາປີ, ສວນເຂົ້າ, ສວນມັນຕົ້ນ, ສາລີ ແລະ ພືດພັນທັນຍາຫານຕ່າງໆ ແລະ ລ້ຽງສັດນຳອີກ, ເຢີກໆ... ເດີ້ພີ່ນ້ອງ; ອີກປະມານອາທິດໜ້າ ຜູ້ຂຽນກ່າຊິລົງໄປກິນຕຳໝາກແຕງ, ຕຳໝາກຫຸ່ງຢູ່ຖຽງນາ-ຖຽງສວນນໍາພີ່ນ້ອງເຮົາເດີ້.
ກະກຽມລົງຊຸກຍູ້ເນື້ອໃນກອງປະຊຸມໃຫຍ່ອົງຄະນະພັກກະຊວງ, ອົງການ ແລະ ທ້ອງຖິ່ນ

ກະກຽມລົງຊຸກຍູ້ເນື້ອໃນກອງປະຊຸມໃຫຍ່ອົງຄະນະພັກກະຊວງ, ອົງການ ແລະ ທ້ອງຖິ່ນ

ກອງປະຊຸມປຶກສາຫາລື ສ້າງຄວາມເຂົ້າໃຈ ແລະ ເອກະພາບ ເພື່ອກະກຽມລົງຊຸກຍູ້ເນື້ອໃນກອງປະຊຸມໃຫຍ່ອົງຄະນະພັກກະຊວງ, ອົງການ ແລະ ທ້ອງຖິ່ນ ໄດ້ຈັດຂຶ້ນໃນວັນທີ 25 ມິຖຸນານີ້ ທີ່ຫ້ອງວ່າການສູນກາງພັກ, ໂດຍການເປັນປະທານຂອງ ສະຫາຍ ເພັດ ພົມພິພັກ ກໍາມະການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ, ມີບັນດາຄະນະພັກ, ບັນດາຄະນະຮັບຜິດຊອບລົງຊ່ວຍວຽກກະກຽມເນື້ອໃນກອງປະຊຸມໃຫຍ່ຂອງພັກ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.
ຊາວກະສິກອນ ບ້ານໂພນຢານາງ ປັກດໍາເຂົ້ານາປີໄດ້ 90%

ຊາວກະສິກອນ ບ້ານໂພນຢານາງ ປັກດໍາເຂົ້ານາປີໄດ້ 90%

ຊາວກະສິກອນ ບ້ານໂພນຢານາງ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ກໍາລັງຂຸ້ນຂ້ຽວປັກດໍາເຂົ້ານາປີຂອງຕົນເພື່ອໃຫ້ທ່ວງທັນຕາມລະດູການຜະລິດ, ຊຶ່ງມາຮອດປັດຈຸບັນແມ່ນສາມາດປັກດໍາໄດ້ແລ້ວ 90%. ທ່ານ ຄໍາສຸກ ວົງຫາຈັກ ຮອງນາຍບ້ານ ໂພນຢານາງ ໃຫ້ສໍາພາດຕໍ່ນັກຂ່າວທ້ອງຖິ່ນວ່າ: ຊາວນາ ພາຍໃນບ້ານ ໂພນຢານາງ ກໍາລັງຂຸ້ນຂ້ຽວປັກດໍາເຂົ້ານາປີໃຫ້ທ່ວງກັບສະພາບດິນຟ້າອາກາດ (ນໍ້າຝົນ) ເພາະວ່າຊາວນາບ້ານເຮົາແມ່ນອີງໃສ່ແຕ່ທໍາມະຊາດເປັນຕົ້ນຕໍ, ລະບົບຊົນລະປະທານບໍ່ມີ, ຊຶ່ງມາຮອດປັດຈຸບັນແມ່ນສາມາດປັກດໍາໄດ້ແລ້ວ 90%, ທົ່ວບ້ານມີເນື້ອທີ່ທໍາການຜະລິດເຂົ້ານາປີທັງໝົດ 968 ເຮັກຕາກວ່າ. ໃນນີ້, ມີນາຢອດ 27 ເຮັກຕາກວ່າ, ສໍາລັບແນວພັນເຂົ້າທີ່ຊາວນາ ນໍາໃຊ້ແມ່ນແນວພັນເຂົ້າປັບປຸງເປັນສ່ວນຫຼາຍ ບໍ່ວ່າຈະເປັນ ແນວພັນເຂົ້າ ທ່າສະໂນ 11, ທ່າສະໂນ 13,ທ່າດອກຄໍາ 16 ແລະ ແນວພັນເຂົ້າຈ້າວຫອມສະຫວັນ
ຈັດຊຸດຝຶກອົບຮົມວິຊາຊີບໄລຍະສັ້ນໃຫ້ນັກຮຽນ ມ4 ແລະ ມ7

ຈັດຊຸດຝຶກອົບຮົມວິຊາຊີບໄລຍະສັ້ນໃຫ້ນັກຮຽນ ມ4 ແລະ ມ7

ສູນພັດທະນາສີມືແຮງງານ ແຂວງອຸດົມໄຊ ໄດ້ຈັດຊຸດຝຶກອົບຮົມວິຊາຊີບ ໄລຍະສັ້ນ 3 ເດືອນ ໃຫ້ນັກຮຽນ ມ4 ແລະ ມ7, ໃນ 2 ສາຂາວິຊາ ຄື: ຊ່າງສ້ອມແປງ - ບໍາລຸງຮັກສາລົດຈັກ, ຊ່າງສ້ອມແປງ ແລະ ນຳໃຊ້ຄອມພິວເຕີຂັ້ນພື້ນຖານ ຂຶ້ນໃນວັນທີ 24 ມິຖຸນາຜ່ານມາ ທີ່ຫ້ອງປະຊຸມສູນດັ່ງກ່າວ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ຄຳສະພອນ ໄຊຍະວົງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ.
ເມືອງພຽງ ປືກສາຫາລືການແຂ່ງຂັນດົນຕີ ແລະ ຂັບລຳທ້ອງຖີ່ນ

ເມືອງພຽງ ປືກສາຫາລືການແຂ່ງຂັນດົນຕີ ແລະ ຂັບລຳທ້ອງຖີ່ນ

ກອງປະຊຸມປືກສາຫາລືກະກຽມການແຂ່ງຂັນດົນຕີ ແລະ ຂັບລຳທ້ອງຖີ່ນພື້ນເມືອງລາວ 3 ເມືອງກາງຂອງແຂວງໄຊຍະບູລີ ແລະ ການກະກຽມຮັບຮອງພະເຈົ້າໂອຍ ວັດສີມຸງຄຸນ ໄຊຍະຣາມ ບ້ານນາບວມ ເມືອງພຽງ ເປັນມໍລະດົກທ້ອງຖີ່ນຂັ້ນແຂວງໄດ້ຈັດຂຶ້ນໃນວັນທີ 24 ມິຖຸນາຜ່ານມາ ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ນາງ ດາວັນ ພະວົງຈິດ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽງານການເມືອງແນວຄິດ ວຽກງານພັກພະນັກງານ.
ການຕຳນິສົ່ງຂ່າວ ຄືແວ່ນແຍງທີ່ປະເສີດ

ການຕຳນິສົ່ງຂ່າວ ຄືແວ່ນແຍງທີ່ປະເສີດ

ໂດຍຣັດສະໝີ ດວງສັດຈະ. ການຕຳນິຕິຊົມ ຫຼື ການສົ່ງຂ່າວ ເຊິ່ງກັນ ແລະ ກັນ ມີບົດບາດສຳຄັນຫຼາຍ ໃນລະບົບການເມືອງປະຊາທິປະໄຕ ປະຊາຊົນ ພາຍໃຕ້ການນຳພາຂອງພັກ ອັນໄດ້ກາຍເປັນຫົວຂໍ້ທີ່ສຳຄັນ ໃນລະບອບສ່ອງແສງລາຍງານ ໂດຍຖືເອົາການຕຳນິຕິຊົມ ເປັນແວ່ນແຍງທີ່ໃສແຈ້ງ, ເປັນກະຈົກສ່ອງເງົາ-ສ່ອງເຮົາ ຫຼື ເປັນມະໂຫສົດ ທີ່ຄອຍປ້ອງກັນແລະປິ່ນປົວພະຍາດ ແນວຄິດທີ່ຜິດເຂວອອກຈາກລະບຽບກົດໝາຍ, ວັດທະນະທຳ,ຈັນຍາບັນ-ຈັນຍາທຳ...
ຊີ້ແຈງຂໍ້ຂ້ອງໃຈຂອງສັງຄົມຕໍ່ການຕັດຕົ້ນໄມ້ຢູ່ຖະໜົນເສດຖາທິຣາດ

ຊີ້ແຈງຂໍ້ຂ້ອງໃຈຂອງສັງຄົມຕໍ່ການຕັດຕົ້ນໄມ້ຢູ່ຖະໜົນເສດຖາທິຣາດ

ເນື່ອງຈາກມີການກໍ່ສ້າງ ແລະ ຂະຫຍາຍໜ້າທາງ ລວມທັງຮ່ອງລະບາຍນໍ້າຢູ່ຖະໜົນເສດຖາທິຣາດເພື່ອພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງ ການສັນຈອນໄປມາມີຄວາມສະດວກສະບາຍ ຕິດພັນກັບໂຄງ ການພັດທະນາດັ່ງກ່າວ, ທາງໂຄງການຈຶ່ງໄດ້ມີການສຶກສາສຳຫຼວດຕໍ່ຜົນກະທົບຂອງຕົ້ນໄມ້ທີ່ຢູ່ລຽບເສັ້ນທາງຖະໜົນເສດຖາທິຣາດໄປພ້ອມໆກັນ ຊຶ່ງລ້ວນແຕ່ເປັນຕົ້ນໄມ້ທີ່ສູງໃຫຍ່ມີອາຍຸ 100 ປີ. ດັ່ງນັ້ນ, ຈຶ່ງໄດ້ມີການຕັດຮອນງ່າໄມ້, ຟື້ນຟູຮາກຕົ້ນໄມ້ ເພື່ອບໍາລຸງຮັກສາຕົ້ນໄມ້ໃຫ້ມີຄວາມສວຍງາມ ແລະ ຍືນຍົງ ເພື່ອຄວາມປອດໄພຂອງປະຊາຊົນໃນການສັນຈອນໄປມາ.
ມອບເງິນຊຸກຍູ້ກອງປະຊຸມໃຫຍ່ອົງຄະນະພັກນະຄອນໄກສອນ 55 ລ້ານກີບ

ມອບເງິນຊຸກຍູ້ກອງປະຊຸມໃຫຍ່ອົງຄະນະພັກນະຄອນໄກສອນ 55 ລ້ານກີບ

ໂຮງງານຜະລິດນ້ຳດື່ມ ແລະ ນ້ຳກ້ອນໂລມາຄຳ ໄດ້ມອບເງິນປະກອບສ່ວນຊຸກຍູ້ກອງປະຊຸມໃຫຍ່ຂອງອົງຄະນະພັກ ນະຄອນໄກສອນພົມວິຫານ ຄັ້ງທີ lX ທີ່ຈະໄຂຂຶ້ນໃນລະຫວ່າງວັນ 26-27 ມິຖຸນານີ້, ເພື່ອຮັບໃຊ້ເຂົ້າໃນວຽກງານຕ່າງໆໃນການກະກຽມກອງປະຊຸມໃຫຍ່ໃຫ້ມີຜົນສຳເລັດຕາມແຜນການທີ່ວາງໄວ້. ພິທີມອບ-ຮັບເງິນຄັ້ງນີ້, ໄດ້ຈັດຂຶ້ນໃນວັນທີ 24 ມິຖຸນານີ້ ທີ່ໂຮງງານຜະລິດນ້ຳດື່ມ ແລະ ນ້ຳກ້ອນໂລມາຄຳ ໂດຍການກ່າວມອບຂອງທ່ານ ເກຍ ອູ໊ສິດທິເດດ ວິລະຊົນແຮງງານແຫ່ງຊາດ ເຈົ້າຂອງໂຮງງານ ແລະ ກ່າວຮັບໂດຍທ່ານ ຄຳຜຸຍ ສີບຸນເຮືອງ ກຳມະການພັກແຂວງ ຮັກສາການເລຂາພັກນະຄອນ ຮັກສາການເຈົ້ານະຄອນໄກສອນພົມວິຫານ ພ້ອມຄະນະ.
ແຂວງວຽງຈັນ ເຜີຍແຜ່ຜົນກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2024

ແຂວງວຽງຈັນ ເຜີຍແຜ່ຜົນກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2024

ເມື່ອບໍ່ດົນມານີ້ ຢູ່ສະໂມສອນເມືອງທຸລະຄົມ ແຂວງວຽງຈັນ ໄດ້ຈັດກອງປະຊຸມເຜີຍແຜ່ຜົນສໍາເລັດຂອງກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2024 ໂດຍການເປັນປະທານຂອງ ສະຫາຍ ຈິດຕະວົງ ສີສົງຄາມ ຮອງປະທານຄະນະກວດກາພັກແຂວງວຽງຈັນ.
ແກ່ນທ້າວ ເຜີຍແຜ່ ລະບົບຄຸ້ມຄອງສາງພາສີ ທີ່ທັນສະໄໝ

ແກ່ນທ້າວ ເຜີຍແຜ່ ລະບົບຄຸ້ມຄອງສາງພາສີ ທີ່ທັນສະໄໝ

ໃນວັນທີ 23 ມິຖຸນາຜ່ານມານີ້, ຢູ່ທີ່ຫ້ອງປະຊຸມດ່ານສາກົນຂົວມິດຕະພາບນໍ້າເຫືອງ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມເຜີຍແຜ່ ການນໍາໃຊ້ລະບົບຄຸ້ມຄອງສາງພາສີທັນສະໄໝໃຫ້ເຈົ້າໜ້າທີ່ດ່ານພາສີສາກົນຂົວມິດຕະພາບນໍ້າເຫືອງ ແລະ ດ່ານພາສີສາກົນພູດູ່ ຂຶ້ນ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຫຸມພັນ ວົງສາ ຫົວໜ້າດ່ານພາສີສາກົນຂົວມິດຕະພາບນໍ້າເຫືອງ.
ເພີ່ມເຕີມ