ແກ່ນທ້າວ ປ່ອຍ​ປາສະຫຼອງວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ

ແກ່ນທ້າວ ປ່ອຍ​ປາສະຫຼອງວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ

ແກ່ນທ້າວ ປ່ອຍ​ປາສະຫຼອງວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ
ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີສະເຫຼີມສະຫຼອງວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ (13 ກໍລະກົດ) ຢ່າງຄຶກຄື້ນ ໃນ​ວັນ​ທີ 8 ກໍ​ລະ​ກົດ​ນີ້ ທີ່ບ້ານດອນເມນໂດຍມີ ທ່ານ ຄຳເຫຼັກ ແກ້ວວິໄລພອນ ກຳມະການປະຈຳພັກແຂວງປະທານຄະນະກວດກາພັກປະທານອົງການກວດກາລັດແຂວງ,ມີທ່ານ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງ, ມີການ​ນຳ​ເມືອງແລະພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.

 

ແກນທາວ ປອຍ​ປາສະຫອງວນປອຍປາ ແລະ ສດນາແຫງຊາດ - image 1
 

ທ່ານ ກອງທ່ຽນ ໄຊະພອນ ຫົວໜ້າຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານການປະມົງ ປະຈຳປີ 2025 ແລະ ແຜນການ ປີ 2026 ໂດຍໄດ້ຍົກໃຫ້ເຫັນຜົນງານປີ 2025 ທົ່ວເມືອງ ມີໜອງປາທັງໝົດ 2,563 ໜອງ, ມີ3,170 ຄອບຄົວ, ເນື້ອທີ່ລວມ 474.62 ເຮັກຕາ,ປ່ອຍປາໄດ້ທັງໝົດ 7,650,000 ໂຕ (ບັນລຸ 85% ຂອງແຜນການ). ໃນນີ້,ປະກອບມີ: ປາໄນ, ປານິນ, ປາປາກ, ປາອິນເດຍ, ປາເກັດແລບ, ປາຈາລະແມັດ, ປາດຸກ, ປາເພ້ຍ ແລະ ປາບຶກ.ສະເພາະປີ 2026 ເມືອງແກ່ນທ້າວມີແຜນການ ຈະປ່ອຍປາໃຫ້ໄດ້ທັງໝົດ 11,250,000 ໂຕ ເຊິ່ງຮອດປັດຈຸບັນ ປະຕິບັດໄດ້ແລ້ວ 950,000 ໂຕ (ເທົ່າກັບ 8.44% ຂອງແຜນການ).

ທ່ານຫົວໜ້າຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງ ກ່າວຕື່ມວ່າ: ສໍາລັບການຈັດພິທີສະເຫຼີມສະຫຼອງໃນຄັ້ງນີ້ ແມ່ນໄດ້ນໍາປາລົງປ່ອຍສູ່ແມ່ນ້ຳຂອງ ຢູ່ຈຸດບ້ານດອນເມນ ຈໍານວນ 37,500 ໂຕ. ພ້ອມດຽວກັນ, ທາງຫ້ອງການຈະສືບຕໍ່ຊຸກຍູ້ສົ່ງເສີມໃຫ້ຊາວກະສິກອນ ປ່ອຍປາລົງໃນໜອງຂອງຕົນເອງ ແລະ ບ່ອນທີ່ມີເງື່ອນໄຂ ເພື່ອໃຫ້ບັນລຸຕາມແຜນການທີ່ວາງໄວ້.

ແກນທາວ ປອຍ​ປາສະຫອງວນປອຍປາ ແລະ ສດນາແຫງຊາດ - image 2
 

ທ່ານ ຄໍາປຸ່ນ ນວນສະບັບ ໄດ້ກ່າວວ່າ:ເມືອງແກ່ນທ້າວ ມີຄວາມອຸດົມສົມບູນທາງທໍາມະຊາດ, ມີຫ້ວຍນໍ້າລໍາເຊທີ່ເປັນແຫຼ່ງອາໄສຂອງສັດນໍ້ານາໆຊະນິດ ເຊິ່ງເປັນປັດໄຈສໍາຄັນໃນການພັດທະນາເສດຖະກິດ-ສັງຄົມ. ເຖິງຢ່າງໃດກໍຕາມ, ໃນຊຸມປີຜ່ານມາ ຄວາມອຸດົມສົມບູນເຫຼົ່ານັ້ນໄດ້ຫຼຸດລົງ, ຫ້ວຍນໍ້າຫຼາຍສາຍບົກແຫ້ງ ແລະ ຈຳນວນສັດນໍ້າຫຼຸດລົງ ຍ້ອນການກະທຳຂອງມະນຸດເປັນຕົ້ນແມ່ນການບຸກລຸກຂຸນຫ້ວຍ ແລະ ການນໍາໃຊ້ເຄື່ອງມືຫາປາທີ່ຫວງຫ້າມ ເຊັ່ນ: ການຊັອດໄຟຟ້າ, ການເບື່ອປາ ແລະ ອື່ນໆ ເຊິ່ງເຮັດໃຫ້ສັດນໍ້າບາງຊະນິດເກືອບສູນພັນ.ທ່ານໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ຈົ່ງຮ່ວມກັນຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ ຢ່າງເຂັ້ມງວດ, ເພີ່ມທະວີມາດຕະການຄຸ້ມຄອງ, ສົ່ງເສີມການລ້ຽງ, ການຂະຫຍາຍພັນ ແລະ ການຮັກສາສັດນໍ້າ ໂດຍບໍ່ໃຫ້ມີຜົນກະທົບຕໍ່ທໍາມະຊາດ. ພ້ອມທັງປຸກລະດົມທົ່ວປວງຊົນໃຫ້ເຫັນຄວາມສໍາຄັນ ແລະ ເປັນເຈົ້າການເຂົ້າຮ່ວມໃນການອະນຸລັກ ປົກປັກຮັກສາສັດນໍ້າໃຫ້ມີຄວາມຍືນຍົງ.

ຂ່າວ: ແກ່ນທ້າວ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທາງຫຼວງແຫ່ງຊາດເລກ 13 ໃຕ້ເຂດເມືອງໄຊທານີ ຫາເມືອງປາກງື່ມ ກຳລັງຂຸ້ນຂ້ຽວປູຢາງຂົ້ວ

ທາງຫຼວງແຫ່ງຊາດເລກ 13 ໃຕ້ເຂດເມືອງໄຊທານີ ຫາເມືອງປາກງື່ມ ກຳລັງຂຸ້ນຂ້ຽວປູຢາງຂົ້ວ

ອີງຕາມຂໍ້ມູນທີ່ລັດວິສະຫາກິດກໍ່ສ້າງທາງເລກ 8 ໃຫ້ຮູ້ວ່າ: ໂຄງການປັບປຸງເສັ້ນທາງຫຼວງແຫ່ງຊາດເລກທີ 13 ໃຕ້ ມາຮອດປັດຈຸບັນ, ທາງໂຄງການຜູ້ຮັບເໝົາກໍ່ສ້າງ ກໍຄື ລັດວິສະຫະກິດກໍ່ສ້າງທາງເລກ 8 ກຳລັງຂຸ້ນຂ້ຽວລົງຢາງຂົ້ວ (ອັສຟານຊັ້ນ 1) ນັບແຕ່ກິໂລແມັດທີ 24 ຫາກິໂລແມັດທີ 28 ແລະ ອີກຈຸດໄລຍະທາງແຕ່ກິໂລແມັດທີ 28 ເມືອງໄຊທານີ ຫາກິໂລແມັດທີ 50.2 ເມືອງປາກງື່ມ ນະຄອນຫຼວງວຽງຈັນ
ຫົວໜ້າ ຄຈສພ ລົງຊຸກຍູ້ວຽກງານ ຢູ່ຕາແສງຊ້າງມີໄຊ

ຫົວໜ້າ ຄຈສພ ລົງຊຸກຍູ້ວຽກງານ ຢູ່ຕາແສງຊ້າງມີໄຊ

ວັນທີ 2 ພະຈິກຜ່ານມານີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ (ຄຈສພ) ໄດ້ລົງຢ້ຽມຢາມ ແລະ ຕິດຕາມຊຸກຍູ້ວຽກງານຢູ່ຕາແສງຊ້າງມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການຕ້ອນຮັບຂອງ ສະຫາຍ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ ພ້ອມຄະນະນຳ ຂອງນະຄອນຫຼວງວຽງຈັນ, ເມືອງ ແລະ ຄະນະພັກ ຄະນະກຳມະການປົກຄອງຕາແສງ ຕະຫຼອດຮອດພະນັກງານ-ລັດຖະກອນ ຕາແສງຊ້າງມີໄຊ ເຂົ້າຮ່ວມ.
ອົງການກວດສອບແຫ່ງລັດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ

ອົງການກວດສອບແຫ່ງລັດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ຂອງອົງການກວດສອບແຫ່ງລັດ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການໃນ 5 ປີຕໍ່ໜ້າ (2026-2030) ໄດ້ຈັດຂຶ້ນໃນວັນທີ 4 ຕຸລານີ້ ທີ່ອົງການກວດສອບແຫ່ງລັດ, ໂດຍການເປັນປະທານ ຂອງ ສະຫາຍ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ, ມີຄະນະປະຈຳພັກ, ກຳມະການຄະນະພັກ, ຄະນະກົມ, ຄະນະນໍາອົງການກວດສອບປະຈຳພາກ ແລະ ພະນັກງານເຂົ້າຮ່ວມ.
ສານປະຊາຊົນສູງສຸດ ປະກາດເລື່ອນຊັ້ນຜູ້ພິພາກສາ

ສານປະຊາຊົນສູງສຸດ ປະກາດເລື່ອນຊັ້ນຜູ້ພິພາກສາ

ສານປະຊາຊົນສູງສຸດ ຈັດພິທີປະກາດເລື່ອນຊັ້ນຜູ້ພິພາກສາ ຈາກຜູ້ພິພາກສາຊັ້ນໜຶ່ງ ຂຶ້ນເປັນຜູ້ພິພາກ ສາຊັ້ນສອງ ໃນວັນທີ 4 ພະຈິກນີ້, ເປັນປະທານໂດຍ ທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ, ມີ ຫ້ອງການ, ກົມ, ຄະນະສານ ພ້ອມດ້ວຍສະຖາບັນ, ພະນັກງານ ແລະ ຜູ້ພິພາກສາ ທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.
9 ເດືອນ ເມືອງໂຂງ ດຶງດູດນັກທ່ອງທ່ຽວ 1 ແສນເທື່ອກວ່າຄົນ

9 ເດືອນ ເມືອງໂຂງ ດຶງດູດນັກທ່ອງທ່ຽວ 1 ແສນເທື່ອກວ່າຄົນ

ທ່ານ ໄພວັນ ສໍຄົງສິນ ຫົວໜ້າໜ້າຫ້ອງການ ວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເມືອງໂຂງ ແຂວງຈໍາປາສັກ ໄດ້ໃຫ້ສໍາພາດກ່ຽວກັບວຽກງານການທ່ອງທ່ຽວຢູ່ ເມືອງໂຂງ ຕໍ່ນັກຂ່າວໜັງສືພິມປະຊາຊົນ ໂອກາດທີ່ຄະນະຊ່ຽວຊານທະນາຄານພັດທະນາອາຊີ (ADB) ປະຈໍາ ສປປ ລາວ ພ້ອມດ້ວຍສື່ມວນຊົນຈາກສູນກາງ ເຄື່ອນໄຫວຢ້ຽມຢາມໂຄງການດັ່ງກ່າວ ລະຫວ່າງວັນທີ 29-31 ຕຸລາ ທີ່ຜ່ານມາ ວ່າ: ເມືອງໂຂງ ເປັນເມືອງໜຶ່ງ ທີ່ມີທ່າແຮງທາງດ້ານການທ່ອງທ່ຽວ ເຫັນວ່າມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ກວ້າງຂວາງ ຊຶ່ງປັດຈຸບັນ ຄະນະນໍາແຂວງ ກໍໄດ້ເອົາໃຈໃສ່ເປັນພິເສດ ຕໍ່ການພັດທະນາ, ສົ່ງເສີມການທ່ອງທ່ຽວ ແລະ ຖືເປັນປາຍແຫຼມ ຂອງການພັດທະນາເສດຖະກິດ-ສັງຄົມຂອງແຂວງ ກໍຄືເມືອງ.
ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພີທີເປີດງານວາງສະແດງ ຜົນງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ ຂຶ້ນໃນວັນທີ 4 ພະຈິກນີ້, ທີ່ ມຊ ໂດຍໃຫ້ກຽດເຂົ້າຮ່ວມຕັດແຖບຜ້າເປີດງານຂອງທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີຮອງຜູ້ອໍານວຍການ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນການ ຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະ 5 ປີ (2021-2025) ພ້ອມວາງທິດທາງ 5 ປີຕໍ່ໜ້າ (2026-2030) ຂຶ້ນໃນວັນທີ 3 ພະຈິກຜ່ານມາ, ທີ່ພະແນກ ສກຂ, ເຂົ້າຮ່ວມຂອງທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີທ່ານ ອຸດົມສິນ ສີຊານົນ ກຳມະການພັກແຂວງ ຫົວໜ້າພະແນກ ສກຂ, ມີຄະນະຮັບຜິດຊອບ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ກອງປະຊຸມທາບທາມຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ ຈັດຂຶ້ນໃນວັນທີ 3 ພະຈິກຜ່ານມານີ້, ທີ່ຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ. ເປັນກຽດເຂົ້າຮ່ວມຂອງທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ, ທ່ານ ນາງ ດວງໄພວອນ ສີບຸບຜາ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການກ່ຽວຂ້ອງເຂົ້າຮ່ວມ.
9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

ໃນ 9 ເດືອນຜ່ານມາ, ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງໄຊເສດຖາ ແຂວງອັດຕະປື ສາມາດທັບມ້າງເປົ້າໝາຍຄ້າຢາເສບຕິດໄດ້ 10 ຄັ້ງ, ກັກຕົວຜູ້ຖືກຫາ 13 ຄົນ, ພ້ອມຂອງກາງຢາບ້າ 1,241 ເມັດ ແລະ ວັດຖຸພະຍານອື່ນໆ ຊຶ່ງເປັນຜົນງານສຳຄັນໃນການປາບປາມ ແລະ ສະກັດກັ້ນບັນຫາຢາເສບຕິດຢູ່ທ້ອງຖິ່ນ.
ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ທ່ານ ວິໄລວັນ ບຸດດາຄຳ ກຳມະການສູນກາງພັກຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້​ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນໃນ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ ເພື່ອຕິດຕາມ ແລະ ຊຸກຍູ້ການເຜີຍແຜ່, ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດກົດລະບຽບພັກສະໄໝທີ XII. ໂດຍມີ ທ່ານ ສາຍຄຳ ພະໄຊສິດທິເດດ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ພ້ອມຄະນະ ແລະ ພະນັກງານຂົງເຂດດັ່ງກ່າວເຂົ່າຮ່ວມ.
ເພີ່ມເຕີມ