ເກັບ​ກຳ​ຄວາມ​ເຫັນ​ຜ່ານ​ທາງ​ອິນ​ເຕີ​ເນັດກ່ຽວ​ກັບ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິ​ດ - ສັງ​ຄົມ​ແຫ່ງ​ຊາດ​ຈີນ 5 ປີ ຄັ້ງ​ທີ 15

ເກັບ​ກຳ​ຄວາມ​ເຫັນ​ຜ່ານ​ທາງ​ອິນ​ເຕີ​ເນັດກ່ຽວ​ກັບ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິ​ດ - ສັງ​ຄົມ​ແຫ່ງ​ຊາດ​ຈີນ 5 ປີ ຄັ້ງ​ທີ 15

ເກັບ​ກຳ​ຄວາມ​ເຫັນ​ຜ່ານ​ທາງ​ອິນ​ເຕີ​ເນັດກ່ຽວ​ກັບ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິ​ດ - ສັງ​ຄົມ​ແຫ່ງ​ຊາດ​ຈີນ 5 ປີ ຄັ້ງ​ທີ 15
ໃນລະຫວ່າງວັນທີ 20 ພຶດສະພາ ຫາ 20 ມິຖຸນາປີນີ້, ຈີນໄດ້ຈັດການເກັບກຳຄວາມເຫັນຜ່ານທາງອິນເຕີເນັດກ່ຽວກັບການວາງແຜນພັດທະນາເສດຖະກິດ - ສັງຄົມແຫ່ງຊາດ 5 ປີຄັ້ງທີ 15 ໂດຍໄດ້ຕັ້ງເວທີແລກປ່ຽນລະເພາະ ຫຼື ຄໍລຳຢູ່ຫຼາຍເວທີເພື່ອຮັບຟັງຄວາມເຫັນ ແລະ ຂໍ້ສະເໜີຈາກທົ່ວສັງຄົມ.
ເກບ​ກຳ​ຄວາມ​ເຫນ​ຜານ​ທາງ​ອນ​ເຕ​ເນດກຽວ​ກບ​ແຜນ​ພດ​ທະ​ນາ​ເສດ​ຖະ​ກ​ດ - ສງ​ຄມ​ແຫງ​ຊາດ​ຈນ 5 ປ ຄງ​ທ 15 - image 1
 

ການເຄື່ອນໄຫວດັ່ງກ່າວໄດ້ຮັບຄວາມເຫັນຈາກຊາວເນັດຫຼາຍກວ່າ 3.113.000 ຂໍ້. ການເກັບກຳຄວາມເຫັນຜ່ານທາງອິນເຕີເນັດໄດ້ຈັດຂະບວນການປະຊາທິປະໄຕເຂົ້າໃນການວາງແຜນພັດທະນາເສດຖະກິດ - ສັງຄົມ ທົ່ວຂະບວນການ, ສາມາດເອີ້ນໄດ້ວ່າເປັນ “ພຶດຕິກຳທີ່ມີຊີວິດຊີວາຄັ້ງໜຶ່ງຂອງປະຊາທິປະໄຕທົ່ວຂະບວນການ”. 

ໄລຍະຜ່ານມາ, ການວາງແຜນພັດທະນາເສດຖະກິດ - ສັງຄົມແຫ່ງຊາດຈີນທຸກຄັ້ງຜ່ານມາສ່ວນຫຼາຍແມ່ນຈັດຂຶ້ນຢູ່ຕາມສຳນັກງານລັດຖະບານ ແລະ ຫ້ອງປະຊຸມຜູ້ຊ່ຽວຊານ. ປັດຈຸບັນ, ຈີນໄດ້ຍ້າຍ “ຫ້ອງປຶກສາຫາລື” ດັ່ງກ່າວໄປສູ່ຫົວໄຮ່ປາຍນາ, ຕູ້ລົດໄຟ ແລະ ລົດຈັກໄຟຟ້າຂອງຜູ້ບໍລິການສົ່ງສິນຄ້າ: ແມ່ຍິງທີ່ເປັນຊ່າງແສ່ວຄົນໜຶ່ງໄດ້ອັດສຽງຄຳເຫັນຂອງລາວຜ່ານທາງໂທລະສັບ ໂດຍສະເໜີໃຫ້ເພີ່ມສ້າງ “ໂຮງງານມໍລະດົກທີ່ບໍ່ແມ່ນວັດຖຸ” ຢູ່ເຂດຊົນເຜົ່າສ່ວນໜ້ອຍເພື່ອສົ່ງເສີມການສ້າງວຽກເຮັດງານທຳຢູ່ບ້ານເກີດເມືອງນອນ; ນັກຂຽນໂປຣແກຣມຄົນໜຶ່ງຢູ່ນະຄອນຊຽງໄຮ້ສະເໜີແຜນການທີ່ເປັນໝື່ນຕົວໜັງສືກ່ຽວກັບ “ເຂດຊຸມຊົນທີ່ເປີດແຫຼ່ງເພື່ອຊ່ວຍເຫຼືອຜ່ານຜ່າຄວາມຫຍຸ້ງຍາກດ້ານເຕັກໂນໂລຊີທີ່ເປັນຫົວໃຈສຳຄັນ”. ຄວາມເຫັນທີ່ຂ້າມເຂດແຄວ້ນ, ຊັ້ນຄົນ ແລະ ອາຊີບເຫຼົ່ານີ້ ເຮັດໃຫ້ປະຊາທິປະໄຕບໍ່ແມ່ນ “ການປ່ອນບັດພຽງຄັ້ງດຽວ” ອີກ, ແຕ່ແມ່ນ “ຢູ່ກັບທີ່ຕະຫຼອດເວລາ” ແລະ “ມີປະສິດທິຜົນຢ່າງແທ້ຈິງ”.

ເກບ​ກຳ​ຄວາມ​ເຫນ​ຜານ​ທາງ​ອນ​ເຕ​ເນດກຽວ​ກບ​ແຜນ​ພດ​ທະ​ນາ​ເສດ​ຖະ​ກ​ດ - ສງ​ຄມ​ແຫງ​ຊາດ​ຈນ 5 ປ ຄງ​ທ 15 - image 2
 

ອີງຕາມຜົນການວິເຄາະຂໍ້ມູນຂະໜາດໃຫຍ່ຂອງສູນຂໍ້ມູນແຫ່ງຊາດຈີນສະແດງໃຫ້ເຫັນວ່າ: ໃນຄວາມເຫັນ 3.113.000 ຂໍ້ທີ່ໄດ້ຮັບໃນຄັ້ງນີ້, ມີເກືອບ 40% ແມ່ນສະເໜີໃຫ້ເອົາໃຈໃສ່ບັນຫາຕ່າງໆທີ່ຕິດພັນກັບຊີວິດການເປັນຢູ່ຂອງປະຊາຊົນຢ່າງໃກ້ຊິດ ເຊັ່ນ: ການຮັບປະກັນຜູ້ເຖົ້າ ແລະ ເດັກນ້ອຍ, ການສຶກສາ, ການປິ່ນປົວ, ເຮືອນຢູ່ ແລະ ອື່ນໆ, ມີເກືອບ 70% ເປັນຄວາມເຫັນທີ່ມາຈາກຕົວເມືອງລະດັບ 3, ລະດັບ 4 ແລະ ເຂດຊົນນະບົດ. ຍົກຕົວຢ່າງ: ເພື່ອຕອບສະໜອງຄວາມເປັນຫ່ວງກ່ຽວກັບການສະໜອງອາຫານສຳລັບລ້ຽງດູຜູ້ເຖົ້າຢູ່ຊົນນະບົດ, ໜ່ວຍງານວາງແຜນພັດທະນາເສດຖະກິດ-ສັງຄົມໄດ້ວາງແຜນຈະເພີ່ມດັດຊະນີ “ການບໍລິການອາຫານປົກຄຸມຜູ້ເຖົ້າຢູ່ຊົນນະບົດທັງໝົດ” ໃນໂຄງການສະເພາະກິດ ເພື່ອສ້າງລະບົບການບໍລິການລ້ຽງດູຜູ້ເຖົ້າ. ໃນຂະບວນການວາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຈີນ 5 ປີຄັ້ງທີ 15, “ການຖືເອົາປະຊາຊົນເປັນໃຈກາງ” ບໍ່ແມ່ນຄຳຂວັນທີ່ເປັນນາມມະທຳຊື່ໆອີກ, ແຕ່ແມ່ນການອອກແບບລະບຽບການທີ່ສາມາດສຳຜັດໄດ້ຕົວຈິງ.

ນອກນີ້, ໃນການເກັບກຳຄວາມເຫັນຄັ້ງນີ້, ຄໍລຳ “ຂ້ອຍໃຫ້ຂໍ້ສະເໜີສຳລັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 15” ໄດ້ນຳໃຊ້ AI ເພື່ອດຳເນີນການວິເຄາະຄວາມໝາຍຂອງພາສາໂດຍໄດ້ແບ່ງປະເພດຂອງຄວາມເຫັນ 3.110.000 ຂໍ້ອອກເປັນ 268 ຫົວຂໍ້ ແລະ 1.426 ຄຳສັບທີ່ສຳຄັນເພື່ອຍົກສູງປະສິດທິພາບຂອງການດຳເນີນງານ. 

ເມື່ອບໍ່ດົນມານີ້, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດ ປະທານຄະນະກຳມະການການທະຫານສູນກາງຈີນໄດ້ໃຫ້ຄຳຊີ້ນຳສຳຄັນກ່ຽວກັບການຄົ້ນຄວ້າ ແລະ ຮັບເອົາຄຳຄິດຄຳເຫັນແລະ ຄຳສະເໜີຂອງຊາວເນັດທີ່ມີຕໍ່ວຽກງານການວາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 15 ໂດຍເນັ້ນໜັກວ່າ: “ປະຊາຊົນໄດ້ຕັ້ງໜ້າປະກອບຄຳຄິດເຫັນ ແລະ ໃຫ້ຂໍ້ສະເໜີຕ່າງໆ ຊຶ່ງເປັນຄວາມເຫັນ ແລະ ຂໍ້ສະເໜີທີ່ມີຄຸນຄ່າ. ຄະນະພັກ ແລະ ອົງການປົກຄອງທຸກຂັ້ນຕ້ອງຢຶດໝັ້ນຖືເອົາປະຊາຊົນເປັນໃຈກາງຢ່າງສະເໝີຕົ້ນສະເໝີປາຍ, ລົງເລິກສຳຫຼວດສະພາບຕົວຈິງຂອງປະຊາຊົນ, ຟັງສຽງຂອງປະຊາຊົນ ແລະ ເຕົ້າໂຮມສະຕິປັນຍາຂອງປະຊາຊົນຢ່າງກວ້າງຂວາງເພື່ອເຕົ້າໂຮມກຳລັງແຮງສັງລວມອັນເຂັ້ມແຂງເຂົ້າໃນການຊຸກຍູ້ຄວາມທັນສະໄໝແບບຈີນ ແລະ ເຮັດໃຫ້ຄວາມປາຖະໜາທີ່ມີຕໍ່ຊີວິດການເປັນຢູ່ທີ່ດີງາມຂອງປະຊາຊົນກາຍເປັນຄວາມຈິງຢ່າງບໍ່ຢຸດຢັ້ງ.” ພຶດຕິກຳຂອງຈີນໄດ້ຢຶືນຢັນໃຫ້ໂລກເຫັນວ່າ: ປະຊາທິປະໄຕບໍ່ແມ່ນເຄື່ອງປະດັບຊື່ໆ, ແຕ່ແມ່ນການແກ້ໄຂບັນຫາທີ່ປະຊາຊົນຕ້ອງການໃຫ້ແກ້ໄຂ.

ໂດຍ: ຊີອາໄອ

ຄໍາເຫັນ

ຂ່າວຕ່າງປະເທດ

ຍ້ອນ​ຫຍັງ​ດິ​ສ​ນີ​​ບໍ່​ສາ​ມາດ​ເບິ່ງ​ຂ້າມ​ຕະຫຼາດ​ຈີນ

ຍ້ອນ​ຫຍັງ​ດິ​ສ​ນີ​​ບໍ່​ສາ​ມາດ​ເບິ່ງ​ຂ້າມ​ຕະຫຼາດ​ຈີນ

ຫວ່າງ​ມໍ່ໆ​ມາ​ນີ້, ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ເລື່ອງ“ ‌Zootopia 2” ຢູ່​ແຜ່ນ​ດິນ​ໃຫຍ່​ຈີນ​ບັນ​ລຸຫຼາຍກວ່າ 2 ຕື້ຢວນຊຶ່ງບໍ່​ພຽງ​ແຕ່​ໄດ້​ສ້າງ​ສະ​ຖິ​ຕິ​ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ກາ​ຕູນ​ທີ່​ນຳ​ເຂົ້າ​ຈາກ​ຕ່າງ​ປະ​ເທດ​ໃນ​ປະ​ຫວັດ​ສາດ​ຮູບ​ເງົາ​ຈີນ​ໃໝ່​ເທົ່າ​ນັ້ນ, ຍິ່ງ​ໄດ້​ລື່ນ​ກາຍ​ຕະຫຼາດ​ອາ​ເມ​ຣິ​ກາ​ເໜືອ​ແລ້ວ​ກາຍ​ເປັນ​ຕະຫຼາດ​ທີ່​ໄດ້​ຂາຍ​ປີ້​ເຂົ້າ​ຊົມຫຼາຍ​ທີ່​ສຸດ​ໃນ​ໂລກອີກ​ດ້ວຍ. ກ່ອນ​ຈະ​ໄດ້​ສາຍ​ຮູບ​ເງົາ​ເລື່ອງ​ນີ້, ຜູ້​ບໍ​ລິ​ໂພກ​ຈີນ​ກໍ​ໄດ້​ພົບ​ເຫັນ​ຊັບ​ສິນ​ທາງ​ປັນ​ຍາ (IP)ນີ້​ໃນ​ຊີ​ວິດ​ປະ​ຈຳ​ວັນ​ເລື້ອຍໆເຊັ່ນ: ຈອກ​ກາ​ເຟ​ Luckin ​ທີ່​ໄດ້​ແຕ້ມ​ໂປ​ສ​ເຕີ​ຮູບ​ເງົາ​ໃສ່, ເສື້ອ​ເຊີດ​ທີ່​ມີ​ຮູບ​ກາ​ຕູນ​ຮູບ​ເງົາ​ຂອງ UNIQLO, ​ກ່ອງ​ສຸ່ມຂອງ POP MART ແລະ​ ອື່ນໆ. ຈາກ​ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ເຖິງ​ຜະ​ລິດ​ຕະ​ພັນ​ຕ່າງໆ​ຮ່ວມ​ມື​ກັບ​ຍີ່​ຫໍ້​ຕ່າງໆ ໄດ້​ພິ​ສູດ​ໃຫ້​ເຫັນ​ເຖິງ​ຖາ​ນະ​ທີ່​ທົດ​ແທນ​ບໍ່​ໄດ້​ຂອງ​ຕະຫຼາດ​ຈີນ​ໃນ​ຍຸດ​ທະ​ສາດ​ທົ່ວ​ໂລກ​ຂອງ​ບໍ​ລິ​ສັດ​ດິ​ສ​ນີ.
AI ສາມາດຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ 151 ຕື້ໂດລາ

AI ສາມາດຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ 151 ຕື້ໂດລາ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້: ບົດລາຍງານຈາກສະພາວິທະຍາສາດ ແລະ ວິສະວະກຳທາງເຕັກໂນໂລຊີຂອງອົສຕຣາລີເປີດເຜີຍວ່າ, ການນຳໃຊ້ປະໂຫຍດຈາກປັນຍາປະດິດ (AI) ສາມາດຊ່ວຍຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ151 ຕື້ໂດລາ ໃນທົດສະວັດຕໍ່ໄປ.
ກຳປູເຈຍ ສົ່ງອອກເຄື່ອງນຸ່ງຫົ່ມ ເກີບ ແລະ ສິນຄ່າເດີນທາງ ມູນຄ່າ 13.6 ຕື້ໂດລາ

ກຳປູເຈຍ ສົ່ງອອກເຄື່ອງນຸ່ງຫົ່ມ ເກີບ ແລະ ສິນຄ່າເດີນທາງ ມູນຄ່າ 13.6 ຕື້ໂດລາ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ກະຊວງການຄ້າຂອງກຳປູເຈຍໄດ້ປະກາດວ່າ, ກຳປູເຈຍໄດ້ສົ່ງອອກເຄື່ອງນຸ່ງຫົ່ມ, ແຜ່ນແພ, ເກີບ ແລະ ສິນຄ້າດ້ານການເດີນທາງ ມູນຄ່າ 13.6 ຕື້ໂດລາ ໃນໄລຍະ 10 ເດືອນທຳອິດຂອງປີ 2025 (ມັງກອນ-ຕຸລາ), ເພີ່ມຂຶ້ນ 20% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ.
COP30ຮັບຮອງເອົາສັນ​ຍາ​ການເຄື່ອນ​ໄຫວ​ດ້າ​ນ​ດິນ​ຟ້າ​ອາ​ກາດສະບັບໃໝ່

COP30ຮັບຮອງເອົາສັນ​ຍາ​ການເຄື່ອນ​ໄຫວ​ດ້າ​ນ​ດິນ​ຟ້າ​ອາ​ກາດສະບັບໃໝ່

ຂ່າວສານຊີອາໄອລາຍງານ ຫວ່າງບໍ່ດົນມານີ້ວ່າ: ກອງປະຊຸມພາຄີຂອບ​ສົນ​ທິສັນ​ຍາວ່າດ້ວຍການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາ​ກາດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຄັ້ງທີ 30 (COP30) ໄດ້ສໍາເລັດລົງໃນວັນທີ 22 ​ພະ​ຈິກ ຜ່ານມາ​ຢູ່​ນະ​ຄອນເບເລມ ​ພາກ​ເໜືອຂອງ​ປະ​ເທດບ​ຣາ​ຊິນ. ກອງປະຊຸມໄດ້ຮັບຮອງເອົາສັນ​ຍາ​ໂດຍ​ລວມ​ກ່ຽວ​ກັບ​ການເຄື່ອນ​ໄຫວ​ດ້ານດິນ​ຟ້າ​ອາ​ກາດ​ສະ​ບັບ​ໃໝ່ ຄື: "ການລະດົມທົ່ວໂລກ: ​ສາ​ມັກ​ຄີ ແລະ ປະ​ສານ​ງານ​ກັນເພື່ອ​ຮັບ​ມື​ກັບສິ່ງທ້າທາຍຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ", ໂດຍຮຽກຮ້ອງໃຫ້ບັນດາປະເທດຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາ​ກາ​ດ​ຢ່າງ​ເປັນ​ເຈົ້າ​ການ ແລະ ເລັ່ງການເຄື່ອນ​ໄຫວດ້ານ​ດິນ​ຟ້າ​ອາ​ກາດ​ທີ່​ກ່ຽວ​ຂ້ອງ.
ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 8.2% ໃນ 20 ມື້ທຳອິດຂອງເດືອນພະຈິກ

ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 8.2% ໃນ 20 ມື້ທຳອິດຂອງເດືອນພະຈິກ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ຫ້ອງການພາສີຂອງ ສ ເກົາຫຼີໄດ້ປະກາດ ວ່າ, ການສົ່ງອອກຂອງ ສ ເກົາຫຼີ ໃນລະຫວ່າງວັນທີ 1-20 ພະຈິກ ເພີ່ມຂຶ້ນ 8.2% ເມື່ອທຽບກັບປີກ່ອນເປັນ 38.5 ຕື້ໂດລາ ທຽບກັບ 35.6 ຕື້ໂດລາໃນໄລຍະດຽວກັນຂອງປີກາຍ, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການsemiconductorແລະ ລົດຍົນທີ່ເຂັ້ມແຂງ.
ຫວຽດນາມ ລະດົມທຸກແຫຼ່ງກຳລັງເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ

ຫວຽດນາມ ລະດົມທຸກແຫຼ່ງກຳລັງເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 23 ພະຈິກ ຜ່ານມາ, ທ່ານ ຟ້າມມິງຈິງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຈັດກອງປະຊຸມທາງໄກຈາກ ສອາຟຣິກາໃຕ້, ເຊື່ອມຕໍ່ຫ້ອງວ່າການລັດຖະບານກັບບັນດາທ້ອງຖິ່ນ ເພື່ອປຶກສາຫາລືມາດຕະການແກ້ໄຂຢ່າງຮີບດ່ວນ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ. ກອງປະຊຸມໄດ້ເຊື່ອມຕໍ່ທາງໄກກັບແຂວງແຄ໊ງຮວ່າ, ຢາລາຍ, ດັກລັກ, ເລິມດົ່ງ ແລະ ໄຕນິງ.
Google ຈະລົງທຶນສ້າງສະຖານີຮັບສາຍເຄເບີ້ນໃຕ້ນໍ້າໃນມານດີວ

Google ຈະລົງທຶນສ້າງສະຖານີຮັບສາຍເຄເບີ້ນໃຕ້ນໍ້າໃນມານດີວ

ຂ່າວຕ່າງປະເທດລາຍງານ ໃນວັນທີ 18 ພະຈິກ ຜ່ານມາວ່າ: ກະຊວງພັດທະນາເສດຖະກິດ ແລະ ການຄ້າຂອງປະເທດມານດີວໄດ້ປະກາດວ່າ Google ຈະລົງທຶນສ້າງສະຖານີຮັບສາຍເຄເບີ້ນໃຕ້ນ້ຳສາກົນແລະ ສິ່ງອຳນວຍຄວາມສະດວກດ້ານເຄືອຂ່າຍແຫ່ງໃໝ່ໃນເມືອງອັດດູ ຂອງມານດີວ, ເພື່ອສະໜັບສະໜູນການເຊື່ອມຕໍ່ສາຍເຄເບີ້ນໃຕ້ນ້ຳສາກົນ.
ການສົ່ງອອກຂອງກຳປູເຈຍໄປຍັງ EU-ASEAN ເຕີບໂຕຢ່າງແຂງແຮງ

ການສົ່ງອອກຂອງກຳປູເຈຍໄປຍັງ EU-ASEAN ເຕີບໂຕຢ່າງແຂງແຮງ

ຂ່າວຕ່າງປະເທດລາຍງານວ່າ: ກະຊວງການຄ້າຂອງກຳປູເຈຍລາຍງານໃນວັນທີ 18 ພະຈິກ ຜ່ານມາວ່າ, ການສົ່ງອອກຂອງກຳປູເຈຍໄປຍັງສະຫະພາບເອີຣົບ (EU) ແລະ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ASEAN) ມີການເຕີບໂຕໃນລະດັບສອງໂຕເລກໃນໄລຍະ10 ເດືອນທຳອິດຂອງປີ 2025.
​ສະ​ພາ​ມົນ​ຕີ​ຫົວ​ໜ້າ​ລັດ​ຖະ​ບານ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ ອອກ​ຖະ​ແຫຼງ​ການ​ຮ່ວມ

​ສະ​ພາ​ມົນ​ຕີ​ຫົວ​ໜ້າ​ລັດ​ຖະ​ບານ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ ອອກ​ຖະ​ແຫຼງ​ການ​ຮ່ວມ

ຂ່າວສານຊີອາໄອລາຍງານວ່າ: ໃນລະ​ຫວ່າງວັນ​ທີ 17-18 ພະ​ຈິກ ຜ່ານມາ​ນີ້, ກອງ​ປະ​ຊຸມ​ຄັ້​ງ​ທີ 24 ຂອງ​ສະ​ພາ​ມົນ​ຕີ​ຫົວ​ໜ້າ​ລັດ​ຖະ​ບານ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ມົ​ສ​ກູ​ ປະເທດ​ຣັດ​ເຊຍ, ພາຍ​ຫຼັງສຳ​ເລັດກອງ​ປະ​ຊຸມໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​.
ເພີ່ມເຕີມ