ເກີດຈາກຫຼາຍປັດໃຈທີ່ລາຄານໍ້າມັນຫຼຸດລົງ ແຕ່ລາຄາສິນຄ້າ ແລະ ການບໍລິການບໍ່ຫຼຸດລົງ

ເກີດຈາກຫຼາຍປັດໃຈທີ່ລາຄານໍ້າມັນຫຼຸດລົງ ແຕ່ລາຄາສິນຄ້າ ແລະ ການບໍລິການບໍ່ຫຼຸດລົງ
ບັນຫາລາຄານໍ້າມັນເຊື້ອໄຟມີແນວໂນ້ມຫຼຸດລົງແລ້ວ ແຕ່ລາຄາສິນຄ້າ ແລະ ການບໍລິການອື່ນໆ ຍັງບໍ່ຫຼຸດລົງ ຕໍ່ບັນຫາດັ່ງກ່າວ ແມ່ນເກີດຈາກຫຼາຍປັດໄຈ ທາງເສດຖະກິດທີ່ຕິດພັນກັນຄື: ຄວາມໜຽວດ້ານລາຄາ ໝາຍວ່າ ລາຄາສິນຄ້າເມື່ອໄດ້ປັບຕົວຂຶ້ນໄປແລ້ວ ມັກຈະປັບຕົວລົງຍາກ ແລະ ຊ້າກວ່າ.

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝວິສາມັນ ເທື່ອທີ I ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ກໍລະກົດນີ້ ທີ່ສະພາແຫ່ງຊາດ, ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ເກດຈາກຫາຍປດໃຈທລາຄານາມນຫດລງ ແຕລາຄາສນຄາ ແລະ ການບລການບຫດລງ - image 1
 

ທ່ານ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າໄດ້ຊີ້ແຈງ ໂດຍສະເພາະບັນຫາລາຄານໍ້າມັນເຊື້ອໄຟມີແນວໂນ້ມຫຼຸດລົງແລ້ວ ແຕ່ລາຄາສິນຄ້າ ແລະ ການບໍລິການອື່ນໆ ຍັງບໍ່ຫຼຸດລົງ ຕໍ່ບັນຫາດັ່ງກ່າວ, ກະຊວງອຸດສາຫະກຳ ແລະ ການຄ້າມີ 2 ປະເດັນຫຼັກໃຫ້ຄວາມຈະແຈ້ງ,

ປະເດັນທີ 1: ສາເຫດທີ່ລາຄາສິນຄ້າ ແລະ ການບໍລິການຍັງບໍ່ທັນປັບຕົວຫຼຸດລົງໃນທັນທີ ເຖິງວ່າລາຄານໍ້າມັນເຊື້ອໄຟຈະຫຼຸດລົງແລ້ວນັ້ນ ແມ່ນເກີດຈາກຫຼາຍປັດໄຈທາງເສດຖະກິດທີ່ຕິດພັນກັນຄື: ຄວາມໜຽວດ້ານລາຄາ (Price Sticky): ໃນທາງເສດຖະສາດ, ລາຄາສິນຄ້າເມື່ອໄດ້ປັບຕົວຂຶ້ນໄປແລ້ວ ມັກຈະປັບຕົວລົງຍາກ ແລະ ຊ້າກວ່າ (Sticky Prices). ເນື່ອງຈາກຜູ້ປະກອບການ ຍັງມີຄວາມກັງວົນຕໍ່ຄວາມບໍ່ແນ່ນອນ ແລະ ຄວາມສ່ຽງຂອງສະພາບເສດຖະກິດ, ຕົ້ນທຶນສິນຄ້າເກົ່າຕົກຄ້າງໃນສາງ (Inventory Cost), ຜູ້ຜະລິດ, ຜູ້ນໍາເຂົ້າ ແລະ ຜູ້ຂາຍສົ່ງ-ຂາຍຍ່ອຍ ຍັງມີສິນຄ້າເກົ່າທີ່ຕົກຄ້າງໃນສາງຊຶ່ງເປັນສິນຄ້າທີ່ໄດ້ນໍາເຂົ້າ ຫຼື ຜະລິດໃນຊ່ວງທີ່ຕົ້ນທຶນພວມຢູ່ໃນລະດັບສູງ, ຕົ້ນທຶນເຫຼົ່ານັ້ນ ລວມມີຄ່ານໍ້າມັນ, ວັດຖຸດິບ, ປຸ໋ຍ, ຫົວອາຫານສັດ, ຄ່າຂົນສົ່ງ, ຄ່າເຊົ່າ ແລະ ຄ່າໃຊ້ຈ່າຍອື່ນໆ ຊຶ່ງບໍ່ສາມາດປັບຫຼຸດລົງຍ້ອນຫຼັງໄດ້,ຕົ້ນທຶນແຝງອື່ນໆ ໃນຕ່ອງໂສ້ການສະໜອງຕົ້ນທຶນບາງປະເພດ ເຊັ່ນ: ຄ່າແຮງງານ, ຄ່າເຊົ່າສະຖານທີ່ ແລະ ຄ່າບໍລິການໂລຈິສຕິກບາງປະເພດ ໄດ້ປັບຕົວຂຶ້ນໄປແລ້ວ. ຕົ້ນທຶນເຫຼົ່ານີ້ ບໍ່ສາມາດປັບຫຼຸດລົງໄດ້ຕາມລາຄານໍ້າມັນໃນທັນທ່ວງທີ, ຂໍ້ຈຳກັດໃນການປະຕິບັດມາດຕະການຄວບຄຸມລາຄາ: ໃນທາງທິດສະດີ ການກໍານົດໂຄງສ້າງ ລາຄາ ແລະ ຕິດຕາມກວດກາ ຖືເປັນວິທີການທີ່ດີ, ແຕ່ໃນພາກປະຕິບັດຕົວຈິງແມ່ນມີຄວາມທ້າທາຍສູງ ຍ້ອນຖານຂໍ້ມູນຍັງບໍ່ທັນຊັດເຈນ, ລາຍການສິນຄ້າມີຈຳນວນຫຼວງຫຼາຍ ແລະ ບຸກຄະລາກອນທີ່ເຮັດວຽກດ້ານລາຄາມີຈຳກັດ. ຖ້າຫາກພວກເຮົາກໍານົດລາຄາທີ່ບໍ່ສອດຄ່ອງກັບຕົ້ນທຶນຕົວຈິງ ກໍ່ຈະເກີດການບິດເບືອນກົນໄກຕະຫຼາດ ຊຶ່ງອາດສົ່ງຜົນໃຫ້ເກີດການຂາດແຄນສິນຄ້າ ແລະ ກະຕຸ້ນໃຫ້ມີການຄ້ານອກລະບົບເພີ່ມຂຶ້ນ. ຍ້ອນແນວນັ້ນ, ຄະນະຄຸ້ມຄອງລາຄາຈຶ່ງໄດ້ສຸມໃສ່ກຸ່ມສິນຄ້າຄວບຄຸມທີ່ຈໍາເປັນທີ່ສຸດກ່ອນ ເປັນຕົ້ນແມ່ນ: ນໍ້າມັນເຊື້ອໄຟ, ເຂົ້າ ສານໜຽວ (ປະເພດ 2), ຊີ້ນໝູ, ຊີ້ນໄກ່, ໄຂ່, ປານິນ ແລະ ປາດຸກ.

ໃນຂະດຽວກັນ, ປະເດັນທີ 2: ກົນໄກ, ມາດຕະການ ແລະ ວິທີການແກ້ໄຂເພື່ອແກ້ໄຂບັນຫາດັ່ງກ່າວ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອີງໃສ່ຫຼັກການ ແລະ ມາດຕະການທີ່ກຳນົດໃນດໍາລັດ 474/ນຍ ວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ໂດຍໄດ້ດໍາເນີນ ແລະ ຈະສືບຕໍ່ຜັນຂະຫຍາຍ ດັ່ງນີ້: ກົນໄກການຄຸ້ມຄອງ ແລະ ຕິດຕາມກວດກາໄດ້ວິເຄາະ ແລະ ຮັບຮອງໂຄງປະກອບລາຄາ (Price Structure): ບັງຄັບໃຫ້ຜູ້ດຳເນີນທຸລະກິດສົ່ງໂຄງປະກອບລາຄາ (ຕົ້ນທຶນການຜະລິດ/ຊື້, ຕົ້ນທຶນການຈໍລະຈອນ, ລາຄາຈໍາໜ່າຍ ແລະ ກຳໄລ), ສໍາລັບສິນຄ້າໃນລາຍການຄວບຄຸມ ໃຫ້ອົງການຄຸ້ມຄອງລາຄາກວດກາ ແລະ ຮັບຮອງກ່ອນນໍາໃຊ້ ເພື່ອປ້ອງກັນການສວຍໂອກາດຂຶ້ນລາຄາ, ຕິດຕາມການເໜັງຕີງ ແລະ ການຕິດປ້າຍລາຄາ: ເພີ່ມທະວີການລົງຕິດຕາມກວດກາການຕິດປ້າຍລາຄາສິນຄ້າ ແລະ ຄ່າບໍລິການໃຫ້ມີຄວາມຈະແຈ້ງ ແລະ ໂປ່ງໃສເພື່ອບໍ່ໃຫ້ເກີດຄວາມສັບສົນຕໍ່ຜູ້ຊົມໃຊ້. ຊຸກຍູ້ການປະສານງານຮ່ວມກັບທ້ອງຖິ່ນ: ເພີ່ມທະວີການປະສານງານລະຫວ່າງກະຊວງ, ພະແນກ ອຄ ແຂວງ/ນະຄອນ, ແລະ ຫ້ອງການ ອຄ ເມືອງ/ເທສະບານ ເພື່ອເປັນເຈົ້າການຈັດຕັ້ງປະຕິບັດ, ຕິດຕາມພຶດຕິກຳແກ້ໄຂບັນຫາຄວາມເດືອດຮ້ອນຂອງປະຊາຊົນຢ່າງທັນການ, ນໍາໃຊ້ລະບົບສາຍດ່ວນ (Hotline): ໂຄສະນາ ແລະ ເປີດກວ້າງຊ່ອງທາງສາຍດ່ວນ ເພື່ອຮັບແຈ້ງເຫດ, ຂໍ້ມູນ-ຂ່າວສານ ແລະ ຄໍາຮ້ອງຮຽນຈາກຜູ້ຊົມໃຊ້ ທີ່ໄດ້ຮັບຜົນກະທົບຈາກການເອົາປຽບດ້ານລາຄາ. (ຂ່າວ-ພາບ: ສຳນານ)

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

- ນ້ອມນະມັດສະການ ພະອາຈານໃຫຍ່ ອິນ ຊຸນ ປະທານຜູ້ກໍ່ຕັ້ງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ. - ນ້ອມນະມັດສະການ ພະອາຈານໃຫຍ່ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ. - ນ້ອມນະມັດສະການ ແລະ ເຄົາລົບນັບຖືມາຍັງບັນດາຜູ້ນຳທາງພຸດທະສາສະໜາ, ການນຳພັກ-ລັດ, ຜູ້ຊ່ຽວຊານ, ນັກວິຊາການ ແລະ ເພື່ອນມິດພຸດທະສາສະນິກະຊົນ ຈາກບັນດາປະເທດ ແລະ ເຂດແຄວ້ນ ຈາກພາກພື້ນ ແລະ ສາກົນ,ພະເຖຣານຸເຖຣະ ແລະ ບັນດາຜູ້ແທນ ທີ່ນັບຖື ແລະ ຮັກແພງ.
ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ  ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນຕອນເຊົ້າວັນທີ 22 ຕຸລານີ້ ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຈໍານວນ 9 ທ່ານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ເປີດຂຶ້ນໃນວັນທີ 22 ຕຸລາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2026.
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພາຍຫຼັງດໍາເນີນມາແຕ່ວັນທີ 5 ຕຸລາ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ໃນວັນທີ 19 ຕຸລານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນ ສ ເກົາຫຼີ ທີ່ນຳໂດຍທ່ານ ຊອຍ ຊຶງແຈ (CHOI SEUNGJAE) ຮອງລັດຖະມົນຕີກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ ເກົາຫຼີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ-ເກົາຫຼີ ຄັ້ງທີ 2.
ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ໃນໂອກາດທີ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມທາງການ ທີ່ ສອາແຊັກໄບຊານ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກະຊວງເສດຖະກິດ ແຫ່ງ ອາແຊັກໄບຊານ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ອາແຊັກໄບຊານຂຶ້ນ ທີ່ ນະຄອນຫຼວງບາກູ ໃນວັນທີ 14 ຕຸລາ 2026ເພື່ອເປັນການຊອກຫາໂອກາດໃນການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ແລະ ທັງເປັນເວທີໃນການພົບປະແລກປ່ຽນລະຫວ່າງວິສາຫະກິດຂອງສອງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ວິສາຫະກິດເອກະຊົນທັງໝົດ 80 ທ່ານຈາກຫຼາຍຂະແໜງການ ເປັນຕົ້ນ ພະລັງງານ, ທ່ອງທ່ຽວ, ການເງິນ, ໂລຈີສຕິກ, ອຸດສາຫະກໍາ, ການບໍລິການທີ່ປຶກສາ ແລະ ກໍ່ສ້າງ.
ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ໃນວັນທີ 16 ຕຸລານີ້ ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີີແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພື່ອອວຍພອນ ແລະ ສະແດງຄວາມຊົມເຊີຍໃນໂອກາດທີ່ທ່ານ ສະເຫຼີມໄຊ ກົມມະສິດໄດ້ຮັບການເລືອກຕັ້ງດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງຢ້ຽມຢາມ ສາທາລະນະລັດອາແຊັກໄບຊານ ຢ່າງເປັນທາງການ ໃນວັນທີ 13-15 ຕຸລາ 2026ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ພະນະທ່ານ ອີວຮາມ ອາລີເຢບ (Ilham Aliyev) ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາແຊັກໄບຊານ.
ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ໃນວັນທີ 13 ຕຸລານີ້ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລົງເຄື່ອນໄຫວ, ຢ້ຽມຢາມ ແລະ ພົບປະ ພະນັກງານການນໍາຫຼັກແຫຼ່ງກະຊວງ ຍທຂ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ.
ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ຕາງໜ້າທ່ານ ນາຍົກລັດຖະມົນຕີ ກໍຄືລັດຖະບານ ແຫ່ງ ສປ ຈີນ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ.
ເພີ່ມເຕີມ