ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເຈົ້າໜ້າທີ່ຍີ່ປຸ່ນໄດ້ລາຍງານຄວາມເສຍຫາຍຍ້ອນເຫດແຜ່ນດິນໄຫວທີ່ເກີດຂຶ້ນໃນວັນທີ 1 ມັງກອນ ຢູ່ ຍີ່ປຸ່ນ ແມ່ນໃຫຍ່ຫຼວງທີ່ສຸດ. ແຕ່ເຖິງຢ່າງໃດກໍຕາມ, ຄວາມເສຍຫາຍກໍອາດຈະຫຼຸດລົງສ່ວນໃດສ່ວນໜຶ່ງຍ້ອນລະບົບເຕືອນໄພໄວ ຊຶ່ງຍີ່ປຸ່ນ ສືບຕໍ່ປັບປຸງໃນຫຼາຍປີຜ່ານມາ. ລາຍງານຂ່າວກ່າວວ່າ, ຮອດຕອນທ່ຽງຂອງວັນທີ 2 ມັງກອນ (ຕາມເວລາທ້ອງຖິ່ນ), ມີຜູ້ເສຍຊີວິດຢ່າງໜ້ອຍ 30 ຄົນ ພາຍຫຼັງເຫດແຜ່ນດິນໄຫວເຮັດໃຫ້ແຫຼມ ໂນໂຕທີ່ຂຶ້ນກັບແຂວງ ອິຊິກະວາ ແລະ ບັນດາເຂດແຄມທະເລຢູ່ພາກກາງຂອງປະເທດສັ່ນສະເທືອນ. ນອກຈາກເຫດແຜ່ນດິນໄຫວມີຄວາມແຮງ 7,6 ຣິກເຕີ, ພ້ອມກັບ ສະພາບສັ່ນສະເທືອນ 155 ຄັ້ງ, ໄດ້ເຮັດໃຫ້ເຮືອນຊານຫຼາຍຫຼັງ ຖືກພັງທະລາຍ ແລະ ກໍ່ໃຫ້ເກີດເຫດອັກຄີໄພຢູ່ນະຄອນ ວາຈິມະທີ່ຂຶ້ນກັບແຂວງ ອິຊິກະວາ. ລະບົບຄົມມະນາຄົມທາງບົກຖືກທຳລາຍ, ໃນຂະນະທີ່ປະຊາຊົນຫຼາຍກວ່າ 33.000 ຄອບຄົວບໍ່ມີໄຟຟ້າ ແລະ ນ້ຳໃຊ້.
ຣັດເຊຍ ແນະນຳຊິມກາດເດັກນ້ອຍເພື່ອຕິດຕາມຕຳແໜ່ງ
ຂ່າວຕ່າງປະເທດລາຍງານຫວ່າງບໍ່ດົນມານີ້ວ່າ: ທ່ານ ມັກຊຸດ ຊາດາເຢຟ ລັດຖະມົນຕີກະຊວງພັດທະນາດີຈີຕອນ, ການສື່ສານ ແລະ ສື່ມວນຊົນຂອງຣັດເຊຍ ໄດ້ປະກາດຢ່າງເປັນທາງການກ່ຽວກັບການແນະນຳຊິມກາດເດັກນ້ອຍ ຊຶ່ງຊ່ວຍໃຫ້ພໍ່ແມ່ຜູ້ປົກຄອງສາມາດຕິດຕາມຕຳແໜ່ງທີ່ຢູ່ຂອງລູກໆໄດ້ແບບສົດໆ.
ຄໍາເຫັນ